Homeຂ່າວຕ່າງປະເທດກິນແໜງຢູ່ໃນໃຈ ຊາຍຄົນຈີນເຄີຍຂາຍໄຂ່ຫຼັງເພື່ອຊື້ໄອໂຟນ ຍ້ອນຢາກມີຄືໝູ່ ສຸດທ້າຍກາຍເປັນຄົນພິການ

ກິນແໜງຢູ່ໃນໃຈ ຊາຍຄົນຈີນເຄີຍຂາຍໄຂ່ຫຼັງເພື່ອຊື້ໄອໂຟນ ຍ້ອນຢາກມີຄືໝູ່ ສຸດທ້າຍກາຍເປັນຄົນພິການ

Published on

ເລື່ອງນີ້ໄດ້ເກີດຂຶ້ນໃນປີ 2011 ທີ່ຜ່ານມາ ແລະ ກາຍເປັນອຸທາຫອນໃຫ້ແກ່ຫຼາຍໆຄົນທີ່ຮູ້ເທົ່າບໍ່ເຖິງການ ຫຼື ຄິດໜ້ອຍເກີດໄປໃນການຕັດສິນໃຈໂດຍບໍ່ຄຳນຶງເຖິງຜົນກະທົບໄລຍະຍາວ.ໂດຍມີກໍລະນີມີເດັກຊາຍຈີນຄົນໜຶ່ງອາຍຸ 17 ປີ ໄດ້ຕັດສິນໃຈລັກຂາຍໄຕຂອງຕົນເອງ ເພື່ອທີ່ຈະເອົາເງິນໄປຊື້ໄອໂຟນ.

ໃນປີ 2011 ນັ້ນ, ໄອໂຟນ 4 ກາຍມາເປັນສັນຍະລັກທາງເຕັກໂນໂລຊີ ທີ່ໃຜມີແລ້ວຈະຕ້ອງເປັນຄົນທີ່ຖືກຍອມຮັບຈາກສັງຄົມ ແຕ່ຍ້ອນຄອບຄົວຂອງເດັກຊາຍຄົນນີ້ມີຖານະຍາກຈົນ ຈຶ່ງເຮັດໃຫ້ໄດ້ແຕ່ຄິດ ເພາະບໍ່ມີເງິນຊື້ໂທລະສັບຄືຄົນອື່ນ.

ມາມື້ໜຶ່ງໄດ້ມີຂໍ້ຄວາມສົ່ງເຂົ້າມາຫາເດັກຊາຍຄົນນີ້ ໂດຍບອກວ່າ ຄົນເຮົາມີໄຕສອງຂ້າງແຕ່ໃຊ້ພຽງຂ້າງດຽວກໍມີຊີວິດຢູ່ໄດ້ແລ້ວ. ເປັນຫຍັງເຈົ້າຄືບໍ່ຂາຍຂ້າງໜຶ່ງແລ້ວເອົາເງິນມາໃຊ້. ພາຍຫຼັງໄດ້ຮັບຂໍ້ຄວາມນີ້ ເດັກຊາຍກໍໄດ້ລັກຕິດຕໍ່ກັບຄົນແປກໜ້າ ແລະ ຍອມຂາຍໄຕໄປຂ້າງໜຶ່ງ, ໃນການຜ່າຕັດໄດ້ດຳເນີນການຂຶ້ນແບບຜິດກົດໝາຍ ແລະ ຫຼັງຈາກຜ່າເອົາໄຂ່ຫຼັງອອກແລ້ວກໍໄດ້ມອບເງິນໃຫ້ເດັກຊາຍ ຈໍານວນ 20,000 ຢວນ ຫຼື ປະມານ 60,000,000 ລ້ານກີບ, ເຊິ່ງພຽງພໍທີ່ຈະສາມາດຊື້ ໄອໂຟນ 4 ໄດ້.

ພາຍຫຼັງການຜ່າຕັດ, ແມ່ຂອງເດັກຊາຍກໍໄດ້ສົງໄສເຮັດໃຫ້ເດັກຊາຍຈຶ່ງໄດ້ສາລະພາບວ່າຂາຍໄຂ່ຫຼັງໄປແລ້ວ ເຊິ່ງກຸ່ມນາຍໜ້າທີ່ຮັບຊື້ບອກວ່າຈະສາມາດຟື້ນຕົວໄດ້ພາຍໃນ 1 ອາທິດ, ແຕ່ໃນການຜ່າຕັດໃນຄັ້ງນັ້ນບໍ່ໄດ້ມີມາດຕະຖານ ສົ່ງຜົນກະທົບໃຫ້ເຮັດໃຫ້ໄຂ່ຫຼັງອີກຂ້າງໜຶ່ງມີການຕິດເຊື້ອຮຸນແຮງ ຕ້ອງເຂົ້າຮັບການຮັກສາຢູ່ໂຮງໝໍ ແລະ ຕ້ອງຟອກໄຂ່ຫຼັງເປັນປະຈຳ ລວມເຖິງມີພາວະແຊກຊ້ອນອື່ນໆອີກເຊັ່ນ: ເມື່ອຍ, ໄຂ້ ແລະ ປັດສະວະເປັນເລືອດ.

ຜ່ານມາ 14 ປີ, ຈາກເດັກຊາຍກາຍເປັນຜູ່ໃຫຍ່ນີ້ມີອາຍຸ 31 ປີ ແລະ ກາຍມາເປັນຄົນເຈັບຕິດຕຽງ ທີ່ຖືກຈັດຢູ່ໃນລະດັບພິການຂັ້ນທີ 3 ທີ່ສູນເສຍການເຮັດວຽກຂອງໄຂ່ຫຼັງໄປເຖິງ 75%, ເຖິງແມ່ນວ່າທາງເຈົ້າໜ້າທີ່ຈະສາມາດກັກໂຕກຸ່ມຄົນຄ້າມະນຸດໄດ້ແລ້ວ ແລະ ພວກເຂົາໄດ້ຈ່າຍຄ່າຊົດເຊີຍໃຫ້ແກ່ຄອບຄົວເດັກຊາຍຄົນນີ້ ຈໍານວນ 1,000,000 ຢວນ ຫຼື ປະມານ 3 ຕື້ກີບ ແຕ່ມັນກໍບໍ່ຄຸ້ມຄ່າກັບສຸຂະພາບ ແລະ ຊີວິດທີ່ຕ້ອງແລກ.ຈົນຮອດປັດຈຸບັນເລື່ອງນີ້ຍັງຄົງເປັນບົດຮຽນໃຫ້ຫຼາຍໆຄົນ ບໍ່ຄວນທີ່ຈະເຫັນແກ່ສິ່ງຂອງຈົນລືມໄປວ່າ ສຸຂະພາບຂອງຕົນກໍເປັນອີກສິ່ງໜຶ່ງທີ່ສຳຄັນບໍ່ໜ້ອຍໄປກວ່າສິ່ງຂອງ.

ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...