Homeຂ່າວພາຍ​ໃນຜົນກະທົບຂອງການແຍກໂຕອອກຈາກ ອີຢູ ຂອງອັງກິດ ທີ່ສົ່ງຜົນດ້ານການເງິນໃຫ້ແກ່ 5 ທີມຍັກໃຫຍ່ໃນພຣີເມຍລີກ

ຜົນກະທົບຂອງການແຍກໂຕອອກຈາກ ອີຢູ ຂອງອັງກິດ ທີ່ສົ່ງຜົນດ້ານການເງິນໃຫ້ແກ່ 5 ທີມຍັກໃຫຍ່ໃນພຣີເມຍລີກ

Published on

ຫຼັງຈາກທີ່ປະເທດອັງກິດປະກາດແຍກໂຕອອກຈາກ EU (ອີຢູ) ຫຼາຍໆຄົນກໍເປັນກັງວົນວ່າຈະສົ່ງຜົນເຖິງສະຖານະການໃນພຣີເມຍລີກ ລີກເຕະບານແດນຜູ້ດີທີ່ມີມູນຄ່າຫຼາຍທີ່ສຸດໃນໂລກຫຼືບໍ່?.

image

ມື້ນີ້ເຮົາມີຂໍ້ມູນຈາກ One Football ທີ່ໄດ້ລວບລວມເອົາສະຖິຕິຈຳນວນເງິນທີ່ເສຍໄປຫຼັງຈາກ “Brexit” ຫຼື “ເບຣັກຊິດ” ພຽງຂ້າມວັນ ຈຶ່ງພົບວ່າ ເຊວຊີ ເປັນສະໂມສອນທີ່ມີມູນຄ່າຕົກລົງຫຼາຍທີ່ສຸດຕາມສະຖານະຂອງທີມທີ່ມີມູນຄ່າສູງສຸດໃນພຣີເມຍລີກ ຈາກມູນຄ່າໃນຕະຫຼາດ 499,162,500 ລ້ານຢູໂຣ ແຕ່ຫຼັງຈາກປະກາດ ເບຣັກຊິດ ພຽງຂ້າມວັນ ມູນຄ່າກໍຫຼຸດລົງຢູ່ທີ່ 478,152,000 ລ້ານຢູໂຣ ເສຍເງິນໄປເຖິງ 21,037,500 ລ້ານຢູໂຣ ພຽງມື້ດຽວເທົ່ານັ້ນ.

ຮອງລົງມາກໍເປັນ ແມນຯ ຊິຕີ້ ຈາກມູນຄ່າ 479,339,550 ລ້ານຢູໂຣ ຫຼັງຈາກປະກາດ ເບຣັກຊິດ ກໍຫຼຸດລົງຢູ່ທີ່ 459,137,500 ລ້ານຢູໂຣ ເຊິ່ງເສຍເງິນໄປເຖິງ 20,202,050 ລ້ານຢູໂຣ ເລີຍ, ສ່ວນອັນດັບ 3 ທີ່ເສຍເງິນໄປ 18,469,550 ລ້ານຢູໂຣແມ່ນ ອາຣ໌ເຊນອນ ເຖິງຈະຂຶ້ນຊື່ວ່າເປັນທີມທີ່ມີກຳໄລທຸກໆປີກໍຕາມ.

ອັນດັບ 4 ເປັນທາງ ແມນຯ ຢູໄນເຕັດ ອີກທີມທີ່ກຳໄລຂຶ້ນທຸກປີ ກໍຕ້ອງເສຍເງິນໄປ 17,397,050 ລ້ານຢູໂຣ ແລະ ອັນດັບ 5 ແມ່ນທາງ ລິເວີພູ ທີ່ເສຍເງິນໄປເຖິງ 15,033,700 ລ້ານຢູໂຣ ຖືວ່າເປັນໂຕເລກທີ່ສູງຫຼາຍຖ້າທຽບມູນຄ່າທີມກັບ ແມນຯ ຢູໄນເຕັດ ເພາະຫ່າງກັນເຖິງ 61 ລ້ານຢູໂຣ

ເຖິງວ່າໂຕເລກການປະເມີນເຫຼົ່ານີ້ອາດບໍ່ສົ່ງຜົນຮ້າຍແຮງຕໍ່ສະໂມສອນໃນພຣີເມຍລີກ ແຕ່ນີ້ກໍເປັນສັນຍານໜຶ່ງທີ່ຈະເຮັດໃຫ້ຫຼາຍໆ ທີມຕ້ອງປັບໂຕກັນຫຼາຍພໍສົມຄວນ ລວມໄປເຖິງການຊື້ຂາຍນັກເຕະທີ່ອາດຈະຕ້ອງປ່ຽນແຜນໃໝ່ອີກໄລຍະໜຶ່ງເລີຍ.

ທີ່ມາ: 90min,ເດັກລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...