ຕົວຢ່າງການສຳພາດວຽກ ຕອບຄຳຖາມແນວໃດຈະບໍ່ໃຫ້ພາດ

Job Interview --- Image by © AID/amanaimages/Corbis

ສຳລັບຄົນທີ່ຫາກໍ່ຈົບການສຶກສາໃໝ່ໆຍັງບໍ່ທັນມີປະສົບການໄປສະໝັກວຽກຢູ່ບ່ອນໃດມາກ່ອນ ແລະ ອາດຈະນຶກບໍ່ອອກວ່າການສຳພາດວຽກນັ້ນວຽກນັ້ນຈະເປັນຮູບແບບໃດ ເມື່ອພົບກັບຄຳຖາມທີ່ບໍ່ເຄີຍໄດ້ຍິນຈະຕອບແນວໃດ ແລະ ຈະຕ້ອງກຽມຕົວແນວໃດດີ ວັນນີ້ພວກເຮົາມີແນວທາງຄ້າວໆ ມາໃຫ້ໄດ້ສຶກສາກັນ ເພື່ອຈະເປັນປະໂຫຍດໃຫ້ກັບທ່ານໃນການສຳພາດວຽກ

1. ທັກທາຍ ແລະ ເລົ່າປະຫວັດຫຍໍ້ຂອງຕົວເອງ

ເບື້ອງຕົ້ນທີ່ຕ້ອງພົບແນ່ນອນຄົງບໍ່ພົ້ນການທັກທາຍກັນກ່ອນ ແລະ ແນະນຳຕົວແບບສັ້ນໆປະມານ 2-3 ນາທີ ໂດນເນັ້ນທີ່ປະຫວັດການສຶກສາ ແລະ ຈຸດເດັ່ນດ້ານນິໄວໃຈຄໍຂອງຕົວເອງ ເຊັ່ນ: “ເປັນຄົນມີມະນຸດສຳພັນດີ, ເຂົ້າກັບຄົນໄດ້ງ່າຍ, ເປັນຄົນນິໃສສະບາຍ ແລະ ມັກການຮຽນຮູ້ສິ່ງໃໝ່ໆ ຢູ່ສະເໝີ” ແບບນີ້ເປັນຕົ້ນ

Businesspeople shaking hands --- Image by © Image Source/Corbis

2. ເປັນຫຍັງເຖິງເລືອກສະໝັກຕຳແໜ່ງນີ້

ຫຼັງຈາກທັກທາຍກັນພໍຫອມປາກຫອມຄໍ ຄຳຖາມທັດມາອາດເປັນຄວາມສົນໃຈກ່ຽວກັບຕຳແໜ່ງທີ່ທ່ານສະໝັກ ເຊິ່ງຫາກພົບຄຳຖາມແບບນີ້ ທ່ານອາດຈະຕອບວ່າ “ເລືອກຕຳ ແໜ່ງນີ້ເພາະຕົງກັບສາຍທີ່ຮຽນມາ” ຫຼື ຖ້າຕຳແໜ່ງທີ່ທ່ານສະໝັກບໍ່ກ່ຽວກັບສາຍທີ່ຮຽນມາ ກໍ່ໃຫ້ຕອບໄປວ່າ “ຂອບເຂດຂອງວຽກງານນີ້ໜ້າສົນໃຈ ຮ່ວມໄປເຖິງຄິດວ່າລັກສະນະນິໃສ ແລະ ຈຸດເດັ່ນທີ່ຕົວເຮົາມີໜ້າຈະເຂົ້າກັບຕຳແຕ່ງນີ້ໄດ້ດີ”

3. ເປັນຫຍັງຈິ່ງລາອອກຈາກສະຖານທີ່ເຮັດວຽກບ່ອນເກົ່າ

ສຳລັບຄົນທີ່ເຄີຍຜ່ານການເຮັດວຽກມາແລ້ວ ໃຫ້ຕອບຄຳຖາມນີ້ແບບວ່າ “ບໍລິສັດນີ້ໃກ້ບ້ານການເດີນທາງໄປມາກໍ່ສະດວກດີ ແລະ ຢາກຫາປະສົບການໃໝ່ ຕ້ອງການພັດທະນາຕົນເອງໄປອີກຂັ້ນ ແລະ ຄ່ອນຂ້າງເຊື້ອໝັ້ນວ່າວຽກໃນຕຳແໜ່ງທີ່ສະໝັກກັບບໍລິສັດນີ້ໜ້າຈະເປັນສິ່ງທີ່ເໝາະສົມກັບເຮົາທີ່ສຸດ” ແລະ ສິ່ງສຳຄັນທີ່ສຸດໃນເວລາຕອບຄຳຖາມນີ້ທ່ານບໍ່ຄວນເວົ້າດ້ານລົບຂອງບໍລິສັດເກົ່າທີ່ທ່ານເຄີຍເຮັດວຽກຜ່ານມາເດັດຂາດ ທ່ານຄວນກ່າວເຖິງແຕ່ຈຸດດີໆ ເພາະຖ້າທ່ານຫາກຫຼົງກ່າວຈຸດອ່ອນ ຫຼື ຂໍ້ເສຍຂອງບໍລິສັດເກົ່າທີ່ເຄີຍເຮັດໃນເວລາສຳພາດວຽກ ທ່ານຈະບໍ່ຜ່ານການສຳພາດວຽກໃນບໍລິສັດໃໝ່ແນ່ນອນ

4. ຮູ້ບໍ່ວ່າຕຳແໜ່ງທີ່ທ່ານສະໝັກຕ້ອງຮັບຜິດຊອບສິ່ງໃດແນ່

ນີ້ຄືຄຳຖາມທີ່ທ່ານຕ້ອງສຶກສາຂໍ້ມູນກ່ຽວກັບຕຳແໜ່ງວຽກ ແລະ ຂໍ້ມູນກ່ຽວກັບບໍລິສັດໃຫ້ດີ ແລະ ພະຍາຍາມຕອບຄຳຖາມຢ່າງຊັດເຈນ ກະຊັບ ໄດ້ໃຈຄວາມ ແລະ ຫ້າມຜິດ ໂດຍຢ່າຕອບຄຳຖາມນີ້ດ້ວຍຄວາມໝັ້ນໃຈຕົວເອງແບບຜິດໆເຊັ່ນວ່າ:​ “ໄດ້ຂ່າວມາວ່າບໍລິສັດກຳລັງຕ້ອງການຄົນມາຮັບຜິດຊອບໃນຕຳແໜ່ງນີ້ດ່ວນຫຼາຍ ແລະ ເຊື່ອວ່າປະສົບການ ຫຼື ຄວາມຮູ້ທີ່ມີຢູ່ຈະຊ່ວຍບໍລິສັດນີ້ໄດ້”

Businesspeople Having A Discussion In A Board Room --- Image by © Blue Jean Images/Corbis

5. ທ່ານຮັບມີກັບຄວາມກົດດັນໄດ້ດີພຽງໃດ?

ແນ່ນອນວ່າການເຮັດວຽກຕົວຈິງ ກັບເວລາຮຽນຄວາມກົດດັນຕ່າງໆມັນຕ່າງກັນລິບລັບ ສະນັ້ນຄວາມກົດດັນໃນສະຖານທີ່ເຮັດວຽກຈິ່ງເປັນສິ່ງທີ່ລີກລ່ຽງບໍ່ໄດ້ໃນສະຖານທີ່ເຮັດວຽກ ແລະ ຖ້າທ່ານຕ້ອງຕອບຄຳຖາມນີ້ ແນະນຳໃຫ້ຕອບຢ່າງໝັ້ນໃຈໄປເລີຍວ່າ “ຄິດໄວ້ແລ້ວການເຮັດວຽກມັນຍ່ອມບໍ່ຄືການຮຽນ ດັ່ງນັ້ນຈິ່ງກຽມຕົວກຽມໃຈມາພົບກັບຄວາມກົດດັນຢ່າງເຕັມທີ່ແລ້ວ ແຕ່ສິ່ງທີ່ສຳຄັນທີ່ສຸດຄືເຮົາເອງກໍ່ຕ້ອງເຮັດວຽກຢ່າງເຕັມປະສິດທິ ພາບ ແລະ ພະຍາຍາມເບິ່ງທຸກຢ່າງໃຫ້ເປັນບວກສະເໝີ ຖ້າເຮັດໄດ້ແບບນີ້ກໍ່ບໍ່ໜ້າຈະພົບກັບຄວາມກົດດັນຫຼາຍປານໃດ”

6. ມີແຜນຢາກເຮັດຫຍັງແນ່ໃນອະນາຄົດ

ຄຳຖາມນີ້ສ່ວນຫຼາຍຕ້ອງການຮູ້ວ່າ ທ່ານມີເປົ້າໝາຍໃນຊີວິດໄປໃນທິດທາງໃດ ເຊັ່ນ: ທ່ານມີແຜນທີ່ຈະໄປຮຽນຕໍ່ ຫຼື ບໍ່ ຫຼື ຄິດຈະເຮັດທຸລະກິດສ່ວນຕົວໃນອານາຄົດ ເພາະທຸກບໍລິສັດຍ່ອມຕ້ອງການຜູ້ທີ່ເຮັດວຽກໃຫ້ກັບບໍລິສັດໃນໄລຍະຍາວ ດັ່ງນັ້ນສີ່ງທີ່ຄວນຕອບອອກໄປກໍ່ຄື “ຢາກມີວຽກປະຈຳທີ່ໝັ້ນຄົງກ່ອນໃນຕອນນີ້ ແລະ ຄິດວ່າຈະສ້າງຄົວເອງຈາກງານທີ່ມັກ ແລະ ຖະນັກຕໍ່ໄປເລື່ອຍໆ”

7. ເປັນຫຍັງບໍລິສັດຈິ່ງຕ້ອງເລືອກທ່ານ

ຄຳຖາມຂໍ້ນີ້ເໝືອນຖາມວ່າເຮົາມີຈຸດເດັ່ນຫຍັງແນ່ນັ້ນເອງ ດັ່ງນັ້ນຈົ່ງຕອບຄຳຖາມແບບສຽງດັງຟັງຊັດ ກະຊັບໄດ້ໃຈຄວາມໄປເລີຍວ່າ: “ສິ່ງທຳອິດແມ່ນມີຄວາມຕັ້ງໃຈໃນການເຮັດວຽກ ແລະ ໂດຍສ່ວນຕົວກໍ່ຢາກເຮັດວຽກໃນສາຍນີ້ມາດົນແລ້ວ ຄິດວ່າເມື່ອໄດ້ເຮັດໃນສິ່ງທີ່ຮັກກໍ່ຄງເຮັດວຽກນີ້ອອກມາໄດ້ດີ ທີ່ສຳຄັນເປັນຄົນທີ່ມັກຄວາມຍາກ ແລະຄວາມທ້າທາຍ ເພາະເປັນຄົນມັກທຸ່ມເທຄວາມສາມາດຂອງຕົນກັບສິ່ງທີ່ໄດ້ຮັບມອບໝາຍຢ່າງເຕັມທີ່ “

Businesswomen using a laptop --- Image by © Top Photo Corporation/Top Photo/Corbis

8. ຈຸດອ່ອນຂອງທ່ານຄືສິ່ງໃດ

ຄວນຕອບຄຳຖາມນີ້ດ້ວຍຄວາມເປັນຈິງ ແລະ ຄວນເລືອກຕອບຄຳຖາມແບບບໍ່ທຳຮ້າຍຕົວເອງເຊັ່ນຄື: “ເລືອກຈຸດອ່ອນທີ່ສາມາດປັບປຸງ ແລະ ພັດທະນາໄດ້ເຊັ່ນບອກໄປວ່າ ມີພື້ນຖານດ້ານພາສາຕ່າງປະເທດຄ່ອນຂ້າງຕ່ຳ ແລະ ຕອນນີ້ກຳລັງຮຽນທັກສະນະດ້ານພາສາຕ່າງປະເທດເສີມຢູ່ ເປັນຕົ້ນ”

9. ທ່ານມີບັນຫາກັບການເຮັດວຽກລ່ວງເວລາ ຫຼື ອອກໄປວຽກຕ່າງແຂວງ ຫຼື ບໍ່

ບາງບໍລິສັດອາດຈຳເປັນຕ້ອງໃຫ້ພະນັກງານເຮັດວຽກລ່ວງເວລາ ຫຼື ອອກໄປວຽກນອກສະຖານທີ່ ເຊິ່ງຫາກທ່ານຮູ້ຢູ່ແລ້ວ ແລະ ບໍ່ມີບັນຫາໃນເລື່ອງນີ້ກໍ່ຕອບໄປຕາມຄວາມຈິງເລີຍ ຫຼື ອາດຈະເສີມໃຫ້ເບິ່ງດູດີຂຶ້ນໄປອີກໜ້ອຍໜຶ່ງເຊັ່ນວ່າ: “ຂ້າພະເຈົ້າມີຄວາມພ້ອມສະເໝີກັບການເຮັດວຽກລ່ວງເວລາ ແລ ເຮັດວຽກນອກສະຖານທີ່ ເພາະວຽກຕ້ອງສຳຄັນມາກ່ອນສິ່ງໃດ”

10. ທ່ານເຄີຍມີບັນຫາກັບເພື່ອນຮ່ວມງານ ຫຼື ເພື່ອນໃນໄວຮຽນ ຫຼື ບໍ່?

ຄຳຖາມນີ້ຖ້າຈະຕອບວ່າບໍ່ເຄີຍມີບັນຫາກັບໃຜເລີຍກໍ່ຄົງຈະເບິ່ງແອັບເກີນໄປ ສະນັັ້ນຂໍ້ນີ້ທ່ານຄວນຕອບໄປປະມານວ່າ “ເຄີຍມີບັນຫາຂອງເລື່ອງເຂົ້າໃຈຜິດກັນເລັກໜ້ອຍ ແຕ່ສ່ວນຫຼາຍຈະຈົບລົງດ້ວຍດີ ເພາະສາມາດຈັດການບັນຫາໄດ້ດ້ວຍການປັບຄວາມເຂົ້າໃຈກັນ ດ້ວຍເຫດ ແລະ ຜົນເປັນຫຼັກ”

Job Interview --- Image by © Ryo/amanaimages/Corbis

11. ສະໝັກວຽກໄປຈັກບ່ອນແລ້ວ

ທ່ານຄວນຕອບຄຳຖາມນີ້ຕາມຄວາມເປັນຈິງ ແຕ່ທ່ານຕ້ອງເນັ້ນເວົ້າເຖິງຄວາມສົນໃຈຂອງບໍລິສັດທີ່ກຳລັງສຳພາດທ່ານເປັນສ່ວນໃຫຍ່ ໂດຍອາດຈະຕອບກໍ່ໄດ້ວ່າ “ສະໝັກໄວ້ຫຼາຍບ່ອນແຕ່ຢາກຮ່ວມງານກັບບ່ອນນີ້ຫຼາຍທີ່ສຸດ ເພາະເປັນຄວາມຕັ້ງໃຈ”

12. ເງິນເດືອນທີ່ຕ້ອງການ

ແນະນຳໃຫ້ທ່ານລອງສືບຖາມຖານເງິນເງິນໃນຕຳແໜ່ງທີ່ທ່ານສະໝັກຈາກບ່ອນອື່ນ ເພື່ອມາສົມທຽບ ລວມເຖິງເບິ່ງສະພາບຂອງທາງບໍລິສັດທີ່ທ່ານມາສະໝັກໄວ້ວ່າ ອັດຕາເງິນເດືອນມາດຕະຖານເລີ່ມຕົ້ນເທົ່າໃດ ແລະ ອາດຈະຮຽກເປັນລະດັບຊ່ວງເງິນເດືອນໄປ ດີກ່ວາລະບຸຕົວເລກຕາຍຕົວ

13. ທ່ານມີສິ່ງໃດຈະຖາມບໍ່?

ຄຳຖາມສຸດທ້າຍນີ້ເປີດກ້ວາງໃຫ້ທ່ານຖາມໃນເລື່ອງທີ່ສົງໃສໄດ້ເລີຍ ໂດຍທ່ານອາດຈະຖາມໄປວ່າ “ຕຳແໜ່ງທີ່ທ່ານສະໝັກຢູ່ໃນພາກສ່ວນໃດ, ໂຄງການໃດຂອງບໍລິສັດ, ເວລາການເຮັດວຽກປົກກະຕິຂອງບໍລິສັດໂມງເຂົ້າໂມງເລີກການ, ວັນແລະ ເວລາໃດ ແລະ ທາງບໍລິສັດມີເປົ້າໝາຍກ່ຽວກັບຕຳແໜ່ງນີ້ໃນແນວທາງໃດ ເພື່ອຈະໄດ້ມາປະຕິບັດໜ້າທີ່ຢ່າງຖືກຕ້ອງ ແລະ ເໝາະສົມ”

ທັງ 13 ຫົວຂໍ້ທີ່ກ່າວໄປຂ້າງເທິງນີ້ ອາດຈະບໍ່ແມ່ນທິດສະດີຕາຍຕົວ ແຕ່ມັນກໍ່ປຽບເໝືອນແນວທາງໜຶ່ງ ທີ່ຈະຊ່ວຍດ້ານໄຫວພິບໃນການຕອບຄຳຖາມເບື້ອງຕົ້ນໃນເວລາສຳພາດວຽກ ແຕ່ສິ່ງທີ່ສຳຄັນຕົວທ່ານເອງກໍ່ຕ້ອງມີຄວາມໝັ້ນໃຈ ແລະ ກຽມຄວາມພ້ອມໃຫ້ຕົວເອງບໍ່ວ່າຈະເປັນດ້ານສຸຂະພາບ, ການແຕ່ງກາຍ ແລະ ຂໍ້ມູນຂ່າວສານາຂອງບໍລິສັດທີ່ທ່ານໄປສຳພາດວຽກ ເພື່ອເຮັດໃຫ້ທ່ານບໍ່ພາດໃນການສຳພາດຄັ້ງນີ້

ທີ່ມາ: http://money.kapook.com/view124835.html