spot_img
Homeຂ່າວການພັດທະນາກອງ​ທຶນ​ສະ­ຫະ­ກອນ​ເນັ້ນ​ບໍ­ລິ­ການ​ວ່ອງ­ໄວ​ໃຫ້​ປະ­ຊາ­ຊົນ​ເຖິງ​ທຶນ​ງ່າຍ

ກອງ​ທຶນ​ສະ­ຫະ­ກອນ​ເນັ້ນ​ບໍ­ລິ­ການ​ວ່ອງ­ໄວ​ໃຫ້​ປະ­ຊາ­ຊົນ​ເຖິງ​ທຶນ​ງ່າຍ

Published on

ກອງທຶນສະ­ຫະ­ກອນເປັນອີກສະຖາບັນການເງິນທີ່ເປັນສ່ວນໜຶ່ງໃນການປະ­ກອນສ່ວນເຂົ້າໃນການພັດທະນາເສດ­ຖະ­ກິດ-ສັງ­ຄົມຂອງປະ­ເທດ ໂດຍສະ­ເພາະການປ່ອຍສິນເຊື່ອແກ່ສັງຄົມເຮັດໃຫ້ປະ­ຊາ­ຊົນສາ­ມາດເຂົ້າເຖິງແຫຼ່ງທຶນເພື່ອມາສ້າງທຸ­ລະກິດຄອບຄົວ, ທຸ­ລະກິດຂະ­ໜາດນ້ອຍ-ກາງໃຫ້ມີການຂະ­ຫຍາຍ­ຕົວຂຶ້ນເລື້ອຍໆ.

ທ່ານ ເພັດດາ­ລາ ມະ­ນີວົງ ຜູ້­ອຳ­ນວຍ­ການກອງທຶນສະ­ຫະ­ກອນ ຈຳ­ກັດໃຫ້ສຳ­ພາດວ່າ: ກອງທຶນສະ­ຫະ­ກອນຈຳ­ກັດ ແມ່ນເປີດໃຫ້ບໍ­ລິ­ການມາແຕ່ປີ 2002 ເປັນ­ຕົ້ນມາ ໂດຍການໃຫ້ບໍ­ລິ­ການເງິນຝາກ ແລະບໍ­ລິ­ການເງິນກູ້, ສຳ­ລັບການບໍ­ລິ­ການເງິນກູ້ ຫຼື ການປ່ອຍສິນເຊື່ອປະກອບມີຂະ­ແໜງກະ­ສິ­ກຳ, ລ້ຽງ­ສັດ, ຫັດ­ຖະ­ກຳ, ບໍ­ລິ­ການ, ຈໍລະຈອນສິນ­ຄ້າ, ການຜະ­ລິດຂະ­ໜາດນ້ອຍ ແລະພະ­ນັກງານ, ສ່ວນເງື່ອນ­ໄຂໃນການກູ້ຢືມສະເພາະພະ­ນັກ­ງານບັນ­ດາບໍ­ລິ­ສັດຕ່າງໆທີ່ຕ້ອງ­ການກູ້ຢືມສາ­ມາດເອົາເງິນ­ເດືອນຄ້ຳ­ປະ­ກັນໄດ້ ແລະໃນຂະ­ແໜງອື່ນໆແມ່ນຕ້ອງມີຫຼັກຊັບ ຫຼື ໃບຕາ­ດິນຄ້ຳ­ປະ­ກັນ ໂດຍການປ່ອຍສິນເຊື່ອຊ້າສຸດແມ່ນບໍ່ເກີນ 3 ວັນ ດ້ວຍຫ 2-3% ຕໍ່ເດືອນ, ຈຳ­ນວນເງິນທີ່ປ່ອຍແມ່ນຢູ່ໃນລະ­ຫວ່າງ 1-300 ລ້ານກີບ, ສຳ­ລັບເງິນຝາກມີອັດ­ຕາດອກເບ້ຍ 14% ຕໍ່ປີ ຊຶ່ງທາງສະຖາບັນຈະເນັ້ນເງິນຝາກມີກຳ­ນົດຫຼາຍກວ່າເງິນຝາກປະ­ຢັດ.

ພ້ອມດຽວກັນນັ້ນ ການປ່ອຍສິນເຊື່ອທີ່ກວມເອົາອັດ­ຕາສ່ວນຫຼາຍກວ່າແມ່ນຂະ­ແໜງ­ການຈໍລະຈອນສິນ­ຄ້າ ແລະບໍລິການ ກວມເອົາປະ­ມານ 30%, ຖັດລົງມາຂະ­ແໜງກະ­ສິ­ກຳ ປະ­ມານ 10-20% ແຕ່ວ່າກໍຂຶ້ນກັບພື້ນທີ່ໆມີທ່າ­ແຮງ ໂດຍສະ­ເພາະສາ­ຂານາຊາຍທອງຂະ­ແໜງກະສີກຳ ກວມເອົາກວມ 90%, ສາ­ຂາກາ­ສີ ກະ­ສິ­ກຳ ກວມ 70% ໂດຍລວມ ແລ້ວທັງໝົດ 9 ສາ­ຂາ 1 ສຳ­ນັກ­ງານໃຫຍ່ ສຳ­ລັບການຈໍລະຈອນສິນ­ຄ້າກວມເອົາປະ­ມານ 30%.

ສຳ­ລັບໃນປີ 2016 ນີ້ ກອງທຶນສະຫະກອນວາງເປົ້າໝາຍການປ່ອຍສິນເຊື່ອໃຫ້ໄດ້ປະ­ມານ 18 ຕື້ກວ່າກີບ ແລະ ເງິນຝາກໃຫ້ໄດ້ 18 ຕື້ກວ່າກີບ ໂດຍຕາມການ­ເຄື່ອນ­ໄຫວຕົວຈິງຂອງທຸ­ລະກິດເຫັນວ່າມາຮອດເຄີ່ງປີຕົວເລກການປ່ອຍສິນເຊື່ອ ແລະ ເງິນຝາກບັນ­ລຸເກືອບຮອດແຜນ­ທີ່ວາງໄວ້ ຊຶ່ງຄາດວ່າໝົດປີຈະລື່ນຄາດ­ໝາຍ.

ສ່ວນທາງດ້ານໜີ້ສິນຊັກຊ້າຢູ່ໃນລະ­ດັບ 2-3% ຕໍ່ປີ ທີ່ສາ­ມາດຄວບຄຸມໄດ້ຕາມລະ­ບຽບຂອງທະ­ນາ­ຄານກາງແມ່ນບໍ່ໃຫ້ເກີນ 5% ຕໍ່ປີ ຊຶ່ງກ່ອນປີ 2012 ຢູ່ປະ­ມານ 30% ຕໍ່ມາໄດ້ມີການປັບທີມງານ, ປັບລະ­ບົບ ຈິ່ງເຮັດໃຫ້ອັດ­ຕາສ່ວນໜີ້ສິນຊັກຊ້າຫຼຸດລົງຕາມລຳ­ດັບ ປະ­ຈຸບັນທາງກອງທຶນສະ­ຫະ­ກອນມີລູກຄ້າເງິນກູ້ປະ­ມານ 600 ກວ່າຄົນ ແລະເງິນຝາກກໍຢູ່ໃນລະ­ດັບດຽວກັນ.

ທ່ານ ເພັດດາ­ລາ ມະ­ນີວົງ ໃຫ້ຮູ້ຕື່ມອີກວ່າ: ໃນອະ­ນາ­ຄົດຂ້າງໜ້າທາງກອງທຶນສະ­ຫະ­ກອນຈະປັບ­ປຸງລະ­ບົບໄປຕາມກົນໄກຕະ­ຫຼາດ ແລະຂະ­ຫຍາຍສາ­ຂາເພີ່ມ ເພື່ອໃຫ້ປະ­ຊາ­ຊົນທີ່­ຢູ່ເຂດຫ່າງໄກໄດ້ເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ ທັງນີ້ ຍັງໄດ້ປ່ຽນຊື່ຈາກກອງທຶນສະ­ຫະ­ກອນຈຳ­ກັດ ມາເປັນສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກດອກຄູນ ຈຳ­ກັດ ໂດຍຂະ­ນະນີ້ ທະ­ນາ­ຄານແຫ່ງ ສປປ ລາວ ແມ່ນໄດ້ອອກໃບອະ­ນຸ­ຍາດໃຫ້ດຳ­ເນີນທຸ­ລະກິດແລ້ວໃນວັນທີ 1 ມິ­ຖຸ­ນາ 2016 ປະ­ຈຸບັນແມ່ນຢູ່ໃນຂັ້ນຕອນຂໍທະ­ບຽນວິສາຫະກິດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...