spot_img
Homeມູມໄອທີລາວໃຊ້ສັງຄົມອອນໄລນ໌ຢ່າງສະຫຼາດ

ໃຊ້ສັງຄົມອອນໄລນ໌ຢ່າງສະຫຼາດ

Published on

000766

ຍຸກນີ້ໂລກໝຸນໄວກວ່າຈະຫຼວດ ຈະຂໍ້ມູນຂ່າວສານບໍ່ວ່າຈະວົງການໃດໆທັງ ຄວາມງາມ, ແຟຊັ່ນ, ສິນຄ້າ, ສຸຂະພາບ, ອຸບັດເຫດ ຫຼືເຫດການຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ເຊິ່ງລ້ວນແຕ່ກະຈາຍຕົວໄດ້ຢ່າງໄວທຽບເທົ່າກັບຄວາມໄວແສງ ຈົນບາງເທື່ອເຮົາກໍບໍ່ຈຳເປັນຕ້ອງໄປເສບສື່ ສິ່ງພິມ ວິທະຍຸ ຫຼືໂທລະພາບຄືແຕ່ກ່ອນໃຫ້ເສຍເວລາ ເພາະຍຸກນີ້ທັງເຟສບຸກ, ທະວິດເຕີ້, ວອດແອັບ, ໄລນ໌ ອັບເດດໄດ້ໄວວິນາທີຕໍ່ວິນາທີ ຈະຢູ່ແຈໃດຂອງໂລກ ຢູ່ສ່ວນໃດຂອງຈັກກະວານ ຂໍພຽງແຕ່ມີສັນຍານອິນເຕີເນັດ ຂ່າວສານຕ່າງໆ ກໍຈະເຂົ້າມາຢູ່ໃນມືເຮົາຮຽບຮ້ອຍແລ້ວ. ແຕ່ວ່າຂ່າວຄາວເຫຼົ່ານັ້ນມີທັງດີແລະຮ້າຍ ມີທັງຈິງແລະຫຼອກລວງ ດັ່ງນັ້ນ ຈຶ່ງຢາກໃຫ້ຕັ້ງສະຕິ ຈັກໜ້ອຍໜຶ່ງ ກ່ອນຈະໄປຕິດບ້ວງແຮ້ວຂອງເຄືອຂ່າຍສື່ອອນໄລນ໌ ໂດຍບໍ່ຮູ້ໂຕ… ເພາະຂ່າວທີ່ມາໄວບໍ່ແມ່ນວ່າຈະຖືກຕ້ອງສະເໝີໄປ ຍຸກນີ້ສະໄໝນີ້ ຂ່າວລື ຂ່າວລວງ ກໍມີເຕັມອະຫຍະໃນໂລກໄຊເບີ ສັບປົນຄົນເລກັນປານຖ້ວຍເຂົ້າປຸ້ນ ບາງເທື່ອກໍມືນງົງ ບໍ່ຮູ້ວ່າອັນໃດຈິງ ອັນໃດຫຼອກ ຈົນບາງຄົນຕົກເປັນເຄື່ອງມືໂດຍບໍ່ຮູ້ສຶກໂຕ ກວ່າຈະຮູ້ສຶກໂຕກໍຖືກໂທດໄປແລ້ວ.

  1. ຄວນກວດສອບແຫຼ່ງທີ່ມາຂອງຂ່າວສາກ່ອນວ່າ ມີແຫຼ່ງທີ່ມາຈາກໜ່ວຍງານ ຫຼືອົງກອນທີ່ເຊື່ອຖືໄດ້ຫຼືບໍ່?
  2. ຄວນຫາຂໍ້ມູນຈາກຫຼາຍໆທາງ ເພື່ອປະກອບການຕັດສິນໃຈວ່າເປັນຂໍ້ມູນຈິງຫຼືຫຼອກລວງ.
  3. ຖ້າຄິດຈະແຊຣ໌ຂໍ້ມູນຕໍ່ໄປໃນໂລກອອນໄລນ໌ ຄວນເລືອກຂໍ້ມູນທີ່ເຮົາກວດສອບແລ້ວ ຖ້າເຊື່ອຖືໄດ້ແລະເປັນຈິງເພາະຖ້າສົ່ງຕໍ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງຈະເຮັດໃຫ້ຄົນອື່ນເສຍຫາຍ ກໍຖືວ່າກະທຳຜິດຕາມກົດໝາຍ ອາດຈະຖືກປັບໃໝໃສ່ໂທດຕິດຄຸກກິນເຂົ້າລີງກໍໄດ້.
  4. ຫຼັງຈາກທີ່ໄດ້ຂໍ້ມູນມາແລ້ວກ່ອນຈະໃສ່ຄວາມເຫັນສ່ວນຕົວລົງໄປ ຄວນໃຊ້ສະຕິປັນຍາພິຈາລະນາເປັນຢ່າງດີກ່ອນແຊຣ໌ ຫຼືສົ່ງຕໍ່.
  5. ທີ່ສຳຄັນ “ເຄຣດິດ” ຫຼື ຊື່ເຈົ້າຂອງຂ່າວ ເປັນເລື່ອງສຳຄັນ ຫາກຈະແຊຣ໌ ສົ່ງຕໍ່ ຂໍ້ມູນໃຜ ຄວນໃຫ້ເຄຣດິດເຈົ້າຂອງຂໍ້ຄວາມຫຼືຂໍ້ມູນນັ້ນໆ ນຳອີກ ບັນຫານີ້ສຳຄັນທ່ານອາດຈະຖືກຟ້ອງຖານລະເມີດລິຂະສິດໄດ້ ແລະອີກດ້ານໜຶ່ງຖ້າເປັນຂໍ້ມູນຜິດພາດ ທ່ານກໍຈະບໍ່ຕ້ອງເປັນຜູ້ຮັບຜິດ(ພຽງຜູ້ດຽວ).
  6. ອີກຢ່າງໜຶ່ງທີ່ສຳຄັນກ່ອນແຊຣ໌ ຫຼືສົ່ງຕໍ່ເລື່ອງໃດໆ ຂໍໃຫ້ຄິດເຖິງປະໂຫຍດຂອງມັນກ່ອນວ່າ ແຊຣ໌ໄປແລ້ວໂຕເອງໄດ້ຫຍັງ? ແລ້ວຖ້າເປັນເລື່ອງຫຼອກລວງໂຕເອງຈະໄດ້ຮັບໂທດແນວໃດ?
  1. ຕ້ອງຕັ້ງສະຕິໄວ້ສະເໝີວ່າຮູບພາບປະກອບທີ່ເຫັນອາດຈະມີການຕົກແຕ່ງ ເພື່ອປະໂຫຍດບາງປະການຂອງຄົນບາງກຸ່ມ ເພາະສະນັ້ນຢ່າຕົກເປັນເຄື່ອງມືແຊຣ໌ຕໍ່ ຄວນກວດສອບແຫຼ່ງທີ່ມາຂອງຮູບພາບດັ່ງກ່າວກ່ອນ ອາດຈະກວດຈາກ Google Image ກ່ອນເພື່ອຄວາມແນ່ນອນ ແລະຄວາມສະບາຍໃຈ.
  2. ຢ່າເຫັນວ່າການສ້າງຂ່າວລື ເຜີຍແຜ່ຂ່າວລື ແລະເຊື່ອຂ່າວລື ເປັນເລື່ອງທີ່ມ່ວນເລີຍ.

 

ດ້ວຍຂັ້ນຕອນພຽງບໍ່ທໍ່ໃດຂັ້ນ ກໍຈະຊ່ວຍໃຫ້ເຮົາບໍ່ຕົກເປັນເຄື່ອງມືຂອງຜູ້ບໍ່ຫວັງດີ ແຖມຍັງຊ່ວຍໃຫ້ເຮົາເປັນຄົນໄອທີຍຸກໃໝ່ທີ່ໃຊ້ສັງຄົມອອນໄລນ໌ໄດ້ຢ່າງສະຫຼາດ ແລະສ້າງສັນອີກດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...