ຖ້າເບິ່ງຍ້ອນກັບຄືນເຖິງພຶດຕິກໍາ ແລະ ທັດສະນະຄະຕິຂອງຜູ້ປະກອບການທຸລະກິດຄົນລາວຈໍານວນໜຶ່ງຄວບຄູ່ກັບສິ່ງແວດລ້ອມຕ່າງໆພົບວ່າ: ມີຫລາຍສິ່ງຕ້ອງຜະເຊີນໜ້າ ແລະ ບໍ່ສາມາດແຂ່ງຂັນກັບຕ່າງປະເທດໄດ້ມີ 14 ປະເດັນຄື:
- ມີແນວຄິດຢາກລວຍ ແລະ ໄດ້ກໍາໄລບາດດຽວໂດຍບໍ່ມີຄວາມອົດທົນ, ບໍ່ເບິ່ງບັນຫາກວ້າງໄກ
- ຕົ້ນທຶນການຜະລິດສູງກວມເອົາຄ່າເຊົາສະຖານທີ່ແພງ, ການຜ່ອນພາສີໄລຍະສັ້ນ-ຍາວໃຫ້ແກ່ຜູ້ຜະລິດລາຍນ້ອຍບໍ່ມີ
- ການອອກແບບສິ່ງຫຸ້ມຫໍ່ບໍ່ດຶງດູຜູ້ບໍລິໂພກ
- ການບໍລິການຂີ້ຄານມັກງ່າຍ ສ່ວນໃຫຍ່ຍັງອາໃສວິທີຊີວິດແບບດັ້ງເດີມ ຮີດເກົ່າຄອງຫລັງ
- ລະບົບທະນາຄານຢາກໄດ້ແຕ່ກໍາໄລນໍາລູກຄ້າ ຫລື ຜູ້ກູ້ຢືມພຽງຢ່າງດຽວໂດຍບໍ່ມີການຜ່ອນຜັນດອກເບ້ຍຕໍ່າທັງໄລຍະສັ້ນ-ໄລຍະຍາວ
- ການຄໍ້າປະກັນລາຄາ ຫລື ຮັບປະກັນຄວາມເສຍຫາຍໃນກໍລະນີເກີດໄພພິບັດ ແລະ ສະພາບເສດຖະກິດບໍ່ດີຕໍ່ຜູ້ປະກອບການບໍ່ມີ
- ກະຊວງກ່ຽວຂ້ອງບໍ່ສາມາດເຮັດການຕະຫລາດ ແລະ ບໍ່ມີຂໍ້ຕໍ່ລອງກັບຕ່າງປະເທດໄດ້ໃນການຕິດຕໍ່ຊື້ຂາຍ ຫລື ກະຈາຍຜົນຜະລິດຂອງປະຊາຊົນ ແລະ ຜູ້ປະກອບການໄດ້ ສ່ວນໃຫຍ່ປະປ່ອຍໄປຕາມມີຕາມເກີດ
- ກະຊວງກ່ຽວຂ້ອງບໍ່ສາມາດໄລ່ລຽງລາຄາສິນຄ້າໃນທ້ອງຕະຫລາດໄດ້, ບໍ່ສາມາດກໍານົດລາຄາສິນຄ້າໄດ້ໃນທ້ອງຕະຫລາດ
- ການຄ້າສ່ວນໃຫຍ່ແມ່ນເພີ່ງພາອາໃສປະເທດເພື່ອນບ້ານເປັນຫລັກເປັນຜູ້ຜະລິດ ຫລັງຈາກນັ້ນນໍາເຂົ້າມາຂາຍພາຍໃນປະເທດໂດຍວິທີເປັນໝູ່ຄະນະ ແລະ ເຄືອຍາດ
- ການເຮັດການຄ້າສ່ວນຫລາຍບໍ່ມີການພັດທະນາຜະລິດຕະພັນຕົນເອງໄປຕາມຍຸກຕາມສະໄໝໃນຄວາມຕ້ອງການຂອງຕະຫລາດ
- ການສ້າງສີມືຜູ້ຜະລິດ ແລະ ດໍາເນີນທຸລະກິດບໍ່ແຂງແຮງ
- ມີແຕ່ຜູ້ເວົ້າຜູ້ເຮັດໜ້ອຍ
- ຂາດເຂີນແຫລ່ງທຶນ
- ມີລະບົບສາງກັກເກັບສິນຄ້າທີ່ໄດ້ມາດຕະຖານ
ທີ່ມາ: ສຳນັກຂ່າວສານປະເທດລາວ