spot_img
Homeຂ່າວພາຍ​ໃນກ່ອນຈະເຊື່ອຂ່າວ

ກ່ອນຈະເຊື່ອຂ່າວ

Published on

 

ພາຍຫຼັງທີ່ວຽກງານໂທລະຄົມຢູ່ບ້ານເຮົາ ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າທຽບທັນກັບສາກົນ, ສິ່ງໜຶ່ງທີ່ມາພ້ອມກັນຄືຄົນລາວໄດ້ມີໂອກາດໃຊ້ເທັກໂນໂລຢີ່ທີ່ທັນສະໄໝ ບໍ່ວ່າຈະເປັນເຄື່ອງເອເລັກໂທຣນິກ, ລະບົບສື່ສານອອນໄລປະເທດຕ່າງໆ… ຈົນນັກວິຊາການບາງທ່ານໃຫ້ທັດສະນະວ່າ “ວຽກງານໂທລະຄົມພັດທະນາໄດ້ໄວຫຼາຍ ຈົນປະຊາຊົນຈຳນວນໜຶ່ງແລ່ນນຳບໍ່ທັນ” ເຊິ່ງນັ້ນໝາຍຄວາມວ່າ ການຊົມໃຊ້ເທັກໂນໂລຢີທີ່ທັນສະໄໝຂອງຄົນລາວຈຳນວນໜຶ່ງ ຍັງບໍ່ສາມາດສ້າງປະໂຫຍດຈາກຄວາມທັນສະໄໝຂອງເທັກໂນໂລຢີ່ນັ້ນໄດ້, ໃນທຳນອງດຽວກັນນັ້ນ ປະຊາຊົນສ່ວນໜຶ່ງຍັງໄດ້ຮັບຂ່າວສານແລະເຊື່ອຂ່າວສານໂດຍຂາດວິຈາລະນາຍານ ຈົນເຮັດໃຫ້ເກີດກະແສຄວາມຢ້ານກົວຕໍ່ຂ່າວລືທີ່ກຸ່ມຄົນບໍ່ດີສ້າງຂຶ້ນ. ດັ່ງນັ້ນ, ມື້ນີ້ ຈຶ່ງໄດ້ນຳເອົາວິທີພິຈາລະນາຂ່າວທີ່ໜ້າເຊື່ອຖືມາຝາກ ຄືຂ່າວທີ່ໜ້າເຊື່ອຖືຄວນມີ: ສຳນັກຂ່າວ, ອົງປະກອບຂອງຂ່າວ ແລະຜູ້ສື່ຂ່າວ.

  1. ສຳນັກຂ່າວ: ສຳນັກຂ່າວແມ່ນອົງການຈັດຕັ້ງທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ເຄື່ອນໄຫວໃນການນຳເອົາຂ່າວສານທີ່ຖືກຕ້ອງເຜີຍແຜ່ອອກສູ່ສັງຄົມ ເຊັ່ນ ຂ່າວຈາກເວັບໄຊ໊ລາວໂພສຕ໌, ວາລະສານໃດໜຶ່ງ, ໜັງສືພິມສະບັບໃດໜຶ່ງ, ໂທລະພາບລາວຊ່ອງໃດໜຶ່ງ, ວິທະຍຸລາວຄື້ນໃດຄື້ນໜຶ່ງ ທີ່ມີທີ່ຕັ້ງຢ່າງຄັກແນ່. ຖ້າຂ່າວໃດທີ່ເຜີຍແຜ່ໂດຍບໍ່ຮູ້ວ່າເປັນຂ່າວຂອງສຳນັກໃດ ແມ່ນບໍ່ຄວນເຊື່ອເດັດຂາດ. ຂໍ້ນີ້ສຳຄັນທີ່ສຸດ.
  2. ອົງປະກອບຂອງຂ່າວ: ຕາມຫຼັກການຂຽນຂ່າວແລ້ວ ຂ່າວຈະຕ້ອງປະກອບດ້ວຍ 5 ອົງປະກອບ ຄື ແມ່ນໃຜ? ເຮັດຫຍັງ? ຢູ່ໃສ? ເວລາໃດ? ແລະເປັນແນວໃດ? ສົມມຸດເຊັ່ນ: ເວລາ 13:30 ນາທີ ຂອງວັນທີ 23 ມິຖຸນາ 2015, ຢູ່ທີ່ສຳນັກງານປົກຄອງບ້ານນາເມືອງ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ໄດ້ມີກອງປະຊຸມສຶກສາອົບຮົມປະຊາຊົນຜູ້ບໍ່ເຂົ້າໃຈກ່ຽວກັບຜົນກະທົບທີ່ເກີດຈາກການຖາງປ່າເຮັດໄຮ່ຂຶ້ນ ໂດຍການເປັນປະທານຂອງທ່ານ ສົມສັກ ຂັນດາວົງ, ນາຍບ້ານໆ ນາເມືອງ, ທ່ານ ສີພອນ ຫຼວງຄູນຄຳ ຫົວໜ້າພະແນກສິ່ງແວດລ້ອມ, ພ້ອມດ້ວຍປະຊາຊົນທີ່ມີການຖາງປ່າເຮັດໄຮ່ ແລະພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ. ພາຍໃນກອງປະຊຸມ ທ່ານ ສີພອນ ຫຼວງຄູນຄຳ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມປະຊຸມກ່ຽວກັບຜົນຮ້າຍທີ່ເກີດຈາກການຖາງປ່າເຮັດໄຮ່ ເຊິ່ງມີບາງຕອນສຳຄັນ ທ່ານກ່າວວ່າ: “ການຖາງປ່າເຮັດໄຮ່ ແມ່ນການຕັດໄມ້ທຳລາຍປ່າ ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ເຊິ່ງຈະນຳມາຄື ຍາວແລ້ງຈະແລ້ງໂພດຈົນບໍ່ມີນ້ຳທຳການຜະລິດແລະດື່ມກິນ, ຍາມຝົນພັດເກີດນ້ຳຖ້ວມ ເຊາະເຈື່ອນ…”. ນີ້ຄືຕົວຢ່າງອົງປະກອບຂອງຂ່າວທີ່ໜ້າເຊື່ອຖື ຄືຕ້ອງປະກອບຄົບທັງ 5 ຢ່າງຄືດັ່ງກ່າວ.
  3. ຜູ້ສື່ຂ່າວ: ຂ່າວທີ່ໜ້າເຊື່ອຖືຕ້ອງເປັນຂ່າວທີ່ຂຽນຂຶ້ນຈາກນັກຂ່າວ ຫຼືບຸກຄົນໃດໜຶ່ງ ດັ່ງນັ້ນ, ຖ້າເປັນຂ່າວແທ້ໆ ຈະມີລາຍຊື່ນັກຂ່າວ ຫຼື ບຸກຄົນທີ່ມີຕົວຕົນຈິງ ທີ່ສັງກັດຢູ່ສຳນັກຂ່າວໃດໜຶ່ງ, ອົງການຈັດຕັ້ງໃດໜຶ່ງ ຫຼືບ້ານໃດໜຶ່ງ. ເພາະຖ້າເປັນຂ່າວຕົວະ ຫຼືຫຼອກລວງ ສ່ວນຫຼາຍຜູ້ຂຽນຈະບໍ່ກ້າໃສ່ຊື່ຕົນເອງ.ຂ່າວທີ່ບໍ່ໜ້າເຊື່ອຖືຄືຂ່າວທີ່ບໍ່ມີ 1 ໃນ 3 ຢ່າງດັ່ງໄດ້ກ່າວໃນຂ້າງເທິງ ແລະທີ່ສຳຄັນທ່ານຜູ້ອ່ານທີ່ຮັບຂ່າວສານກໍຄວນຈະຕ້ອງໄດ້ໃຊ້ສະຕິກັ່ນຕອງກ່ອນເຊື່ອ ຈົ່ງຈື່ຄຳວ່າ “ເຂົາວ່າ” ນີ້ໄວ້, ຂ່າວລືໃດໆ ທີ່ມີຄຳວ່າ “ເຂົາວ່າ” ແມ່ນເປັນຂ່າວທີ່ບໍ່ມີອົງປະກອບ 3 ຢ່າງ ຂ້າງເທິງ ຈຶ່ງບໍ່ຄວນເຊື່ອໂດຍເດັດຂາດ. ວິຊາຂ່າວເພິ່ນບອກເອົາໄວ້ວ່າ ທຸກຂ່າວທີ່ມາເຖິງເຮົາ ລ້ວນແຕ່ຖືກບິດເບືອນແລ້ວ ດັ່ງນັ້ນກ່ອນຈະເຊື່ອຂ່າວລືໃດໆ ຂໍໃຫ້ພິຈາລະນາຄັກແນ່ ແລະຖ້າເຫັນວ່າບໍ່ໜ້າເຊື່ອຖື ຫຼືຈະກະທົບຕໍ່ຈິດໃຈຄົນອື່ນ ສ້າງຄວາມແຕກຕື່ນແກ່ສັງຄົມ ແມ່ນຫ້າມນຳເອົາໄປເລົ່າຕໍ່ ຫຼືສົ່ງຕໍ່ໄປເລີຍ ເພາະທ່ານອາດຈະຖືກໂທດຖານສ້າງຄວາມບໍ່ສະຫງົບແລະຂີ້ຕົວະຫຼອກລວງໄດ້.

ນີ້ແມ່ນຮູບຕົວຢ່າງມາໃຫ້ພິຈາລະນາ ລະຫວ່າງຮູບຈິງແລະຮູບແຕ່ງ ເພື່ອຈະໄດ້ມີສະຕິໃນການເຊື່ອຮູບພາບຕ່າງໆ ທີ່ຖືກສົ່ງຕໍ່ມາທາງເຄື່ອງມືສື່ສານປະເພດຕ່າງໆ.

10409417_639988349422989_1274428851992287193_n

ຮູບຈິງ

 

223006_10151653237393676_1561271544_n
ຮູບແຕ່ງຂຶ້ນມາ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...