ໂປໂລຍຕ້ອງເອົາຊະນະອູແກຣນຈື່ງຈະລຸ້ນຂອບຮອບຕໍ່ໄປ

ການແຂ່ງຂັນບານເຕະເອີໂຣ 2016 ນັດທີ 3 ຮອບແບ່ງກຸ່ມຂອງກຸ່ມ C ເປັນການພົບກັນລະຫວ່າງ ອູແກຣນ ພົບກັບ ໂປໂລຍ ໃນເວລາ 23:00 ໂມງ

UKRAINE_VS_POLAND_1024x1024

 

ທັດ​ສະ​ນະ 

ອູແກຣນ ຈະຕ້ອງຕົກຮອບ​ແນ່ນອນ​ແລ້ວ ຈາກ​ການ​ເສຍລວດ​ ບໍ່​ມີ​ຈັກຄະແນນຈາກ 2 ນັດ​ທີ່​ຜ່ານມາ ຍິງ​ປະ​ຕູ​ບໍ່​ໄດ້ ​ແລະ​ເສຍ​ເຖິງ 4 ປະ​ຕູ ສ່ວນ ໂປ​ໂລຍ ມີ 4 ຄະແນນ​ຈາກ​ການ​ຊະນະ​ໄອແລນ​ເໜືອ 1-0 ປະຕູ ແລະ​ສະເໝີ​ເຢຍລະມັນ 0-0 ປະຕູ, ໂປ​ໂລຍ ​ຍັງ​ຕ້ອງ​ການ 3 ຄະແນນ ​ໃນ​ເກມນັດ​ນີ້​ເພື່ອ​ກາ​ລັນ​ຕີ​ການ​ເຂົ້າ​ຮອບ ເພາະ​ຖ້າ​ເສຍຫລື​ສະເໝີ ແລ້ວ​​ຜົນ​ອີກ​ຄູ່ຫນື່ງ​ໃນ​ກຸ່ມ​ດຽວ​ກັນ​ເປັນທາງດ້ານ ​ໄອ​ແລນ​ເໜືອ ສາມາດ​ຊະນະ​ເຢຍລະມັນ ​ໄປ​ໄດ້ ໂປໂລຍ​ ມີ​ສິດ​ຕົກລົງ​ມາ​ຢູ່​ທີ່ 3 ທັນ​ທີ

ອູແກຣນ​ ກັບ ​ໂປໂລຍ ​ເຄີຍ​ພົບ​ກັນ​ມາ 7 ເທື່ອ ເປັນ​ທາງ​ດ້ານ ອູແກຣນ​ ທີ່​ຊະນະ​ 3 ເທື່ອ ໂປ​ໂລຍ ຊະນະ 2 ເທື່ອ ແຕ່​ເກມນັດ​ນີ້ ​ໂປ​ໂລຍ ​ທີ່​ຍັງ​ຕ້ອງ​ການ 3 ຄະແນນ​ໜ້າ​ຈະ​ມີ​ຄວາມ​ຕັ້ງ​ໃຈ​ຫລາຍກວ່າ​ອູແກຣນ

​ຜົນ​ງານ ​ແລະ ​ຕົວ​ຜູ້​ຫລິ້ນ​ໃນ​ບານເຕະເອີໂຣ​ເທື່ອ​ນີ້ ທຽບ​ກັນ​ແລ້ວ​ໂປ​ໂລຍ​ເບິ່ງ​ດີກວ່າ ເກມ​ນີ້​ໜ້າ​ຈະ​ເປັນ​ທາງ​​ໂປໂລຍ​ທີ່​ຈະເປັນ​ຝ່າຍ​ທີ່ເອົາ​ຊະນະ​