ຂ້ອຍຊື່ຕ້ອມ ຕອນນີ້ກຳລັງແອບຮັກສາວຄົນໜຶ່ງ ແຕ່….
ເລື່ອງມີຢູ່ວ່າ ທຸກໆວັນຫຼັງເລີກວຽກຖ້າວ່າງ ຂ້ອຍຈະມັກໄປແລ່ນ ຫຼື ຍ່າງອອກກຳລັງກາຍທີ່ສວນເຈົ້າອານຸວົງ ແຕ່ກ່ອນຂ້ອຍກໍ່ບໍ່ມັກໄປແລ່ນອອກກຳລັງກາຍແຖວສວນເຈົ້າອານຸວົງປານໃດ ອາດຈະເຖິງຂັ້ນຄ້ານໄປອີກຕ່າງຫາກ ແຕ່ມີວັນໜຶ່ງຫມູ່ຊວນໄປກໍ່ເລີຍໄປແລ່ນ-ຍ່າງເປັນໝູ່ພໍດີວັນນັ້ນຮູ້ສຶກເຊັງໆແນ່ ກໍ່ເລີຍຢາກໄປສູດອາກາດທາງນອກໄປເປີດຫູເປີດຕາ ຫຼັງຈາກອອກກຳລັງກາຍເມື່ອຍແລ້ວຂ້ອຍກັບໝູ່ກໍ່ພາກັນຍ່າງເລາະເບິ່ງສິນຄ້າປະເພດເສື້ອຜ້າທີ່ບັນດາພໍ່ຄ້າ ແມ່ຄ້າມາວາງຂາຍ ເພາະໃນຂະນະທີ່ຂ້ອຍກຳລັງຍ່າງເລາະເບິ່ງເຄື່ອງກັບໝູ່ຢູ່ນັ້ນ ຂ້ອຍກໍ່ເຫັນສາວຄົນໜຶ່ງທີ່ກຳລັງຢືນເລືອກເຄື່ອງກັບໝູ່ຂອງລາວ ທີ່ຮ້ານເສື້ອຜ້າແມ່ຍິງເຊິ່ງຮ້ານຢູ່ທາງຂ້າງກັບຮ້ານທີ່ພວກຂ້ອຍກຳລັງເລືອກໂສ້ງຢູ່ ມືຂ້ອຍຈັບໂສ້ງ ແຕ່ຕາຂ້ອຍແນມເບິ່ງແຕ່ສາວຄົນນັ້ນທີ່ກຳລັງເລືອກເສື້ອຜ້າຢູ່ ລາວນຸ່ງຊຸດວອມ ຂ້ອຍຄິດໃນໃຈສົງໃສລາວກັບໝູ່ກໍ່ຄົງຈະມາອອກກຳລັງກາຍ ສາຍຕາຂ້ອຍໄດ້ຈ້ອງໄປທີ່ລາວແບບບໍ່ກະພິບ ຕອນນັ້ນຂ້ອຍຄິດວ່າ “ໂອ້…ນີ້ແລະແມ່ຂອງລູກ ຄົນອີ່ຫຍັງຫວະ ໂຄດຖືກສະເປັກເລີຍ” ແລະ ນັບຈາກວັນນັ້ນເປັນຕົ້ນມາຂ້ອຍຮູ້ສຶກວ່າ…ຂ້ອຍຢາກມາຍ່າງອອກກຳລັງກາຍທີ່ສວນເຈົ້າອານຸວົງທຸກມື້ເລີຍ ແລະ ທຸກໆມື້ຫຼັງເລີກວຽກຂ້ອຍກໍ່ຈະມາຍ່າງ-ແລ່ນທີ່ສວນເຈົ້າອານຸວົງ ເຖິງໝູ່ບໍ່ມານຳກໍ່ມາຄົນດຽວ ຈຸດປະສົງທີ່ມາເພື່ອຫວັງຈະໄດ້ພົບກັບສາວຄົນນັ້ນອີກຄັ້ງ ເຊິ່ງບາງມື້ກໍ່ໄດ້ພົບ ບາງມື້ກໍ່ບໍ່ໄດ້ພົບ ເວລາພົບໜ້າລາວຂ້ອຍກໍ່ມີແຕ່ທັກທາຍດ້ວຍການຍິ້ມໃສ່ຢ່າງດຽວ ກໍ່ຢາກລົມນຳຢູ່ແຕ່ບໍ່ກ້າ ຢ້ານລາວບໍ່ຢາກເວົ້ານຳເຮົາຂະໜາດຍິ້ມໃສ່ລາວບາງເທື່ອລາວຍັງຫັນໜ້າໜີຊ້ຳ ແລະ ທຸກຄັ້ງທີ່ລາວຫັນໜ້າໜີຂ້ອຍກໍ່ຈະຄິດປອບໃຈຕົວເອງວ່າ ລາວອາດຫັນໜ້າໄປພໍດີໃນຈັງຫວະທີ່ເຮົາຍິ້ມໃສ່ ຂ້ອຍກໍ່ໜ້າແຕກຫຼາຍຄັ້ງ ແຕ່ກໍ່ຢ່າມັນເຖາະ ຜ່ານມານີ້ສາມເດືອນແລ້ວ ຄວາມສຳພັນຍັງບໍ່ໄປບໍ່ມາຫຍັງເລີຍ ວັນທຳອິດກໍ່ມີແຕ່ຍິ້ມໃສ່ ມື້ນີ້ກໍ່ມີແຕ່ຍິ້ມໃສ່ຄືເກົ່າ ຄິດມາແລ້ວຂ້ອຍກໍ່ຢາກຕະລົກຕົວເອງ ແລະ ບໍ່ເຂົ້າໃຈຕົວເອງເລີຍວ່າເປັນຫຍັງເຮົາຈິິງບໍ່ເວົ້າບໍ່ລົມກັບລາວໃຫ້ຮູ້ເລື່ອງນໍ້ ອັນນີ້ຊື່ກໍ່ຍັງຮູ້ຊ້ຳ ແລະ ຂ້ອຍກໍ່ສົງໃສວ່າສາວຄົນນັ້ນຈະຄິດຄືກັນບໍ່ນໍ້ ແຕ່ທີ່ຮູ້ໆໃນໃຈກໍ່ຄືຮູ້ສຶກມີຄວາມສຸກທຸກຄັ້ງທີ່ພົບໜ້າລາວ ແລະ ກໍ່ຮູ້ສຶກຄິດຮອດຫາກວັນໃດບໍ່ໄດ້ພົບລາວ ອາການຂອງຄົນມີຄວາມຮັກມັນເປັນແບບນີ້ເອງ ຫຸຫຸຫຸ!
ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌