ແຂວງຜົ້ງສາລີ ສາມາດສົ່ງອອກໝາກແໜ່ງມູນຄ່າ 40 ລ້ານໂດລາສະຫະລັດ ຫລື ປະມານ 330ຕື້ກີບ ໃນ ປີ 2015 ຜ່ານມາ ແລະ ຄາດວ່າປີ ນີ້ ມູນຄ່າຂອງການສົ່ງອອກ ຈະເພີ່ມຂຶ້ນຫຼາຍ ກວ່າເກົ່າ ເນື່ອງຈາກຄວາມຕ້ອງການມີສູງໃນຕະຫຼາດຈີນ. ແຕ່ປະຊາຊົນກໍມີຄວາມກັງວົນໃຈຕໍ່ລາຄາ ຢ້ານຫຼຸດລົງຄືຢາງພາລາ ແລະ ຊາ.
ທ່ານ ສັນຕິ ແກ້ວຍະສານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວແຂວງ ຜົ້ງສາລີ ມີເນື້ອທີ່ປູກໝາກແໜ່ງທັງໝົດ 7,000 ກວ່າເຮັກຕາ, ແນວພັນສ່ວນໃຫຍ່ແມ່ນນຳເຂົ້າມາຈາກ ສປ ຈີນ ເປັນແນວພັນ ກວາງຕຸ້ງ ແລະ ແນວພັນປາກຊ່ອງ ເຊິ່ງໃນປີ 2015 ຜ່ານມາຍອດການສົ່ງອອກໝາກແໜ່ງໄປແຂວງ ຢຸນນານ ສປ ຈີນ ບັນລຸປະມານ 700 ໂຕນ ມູນຄ່າ 40 ລ້ານໂດລາສະຫະລັດ. ເຊິ່ງເຫັນວ່າເປັນສິນຄ້າທີ່ສ້າງລາຍຮັບດີໃນປະຊາຊົນພາຍໃນແຂວງ, ອັນໄດ້ຊ່ວຍເຮັດໃຫ້ລາຍຮັບ ແລະ ຊີວິດຂອງປະຊາຊົນດີຂຶ້ນເປັນກ້າວໆ. ແຕ່ປະຊາຊົນຍັງກັງວົນໃຈຢ້ານເປັນຄືດັ່ງຢາງພາລາ, ຊາ ແລະ ຜົນຜະລິດອື່ນ ທີ່ມີປະຊາຊົນປູກຫຼາຍກໍ່ຈະມີພໍ່ຄ້າຄົນກາງມາໂກງລາຄາ.
ທ່ານ ພອນທະວີ ໄຊມົນຕີ ຮອງເຈົ້າເມືອງໆຂວາ ແຂວງຜົ້ງສາລີ ເປີດເຜີຍວ່າ: ກ່ອນໜ້ານີ້ປະຊາຊົນເມືອງຂວານິຍົມການປູກຕົ້ນຢາງພາລາຢ່າງຫຼວງຫຼາຍ ແຕ່ຕົກມາປີ 2015 ປະຊາຊົນເລີ່ມຫັນໄປປູກໝາກແໜ່ງເພີ່ມຂຶ້ນແບບກ້າວກະໂດດ ຍ້ອນໝາກແໜ່ງມີລາຄາດີ ແລະ ຂາຍງ່າຍບໍ່ຈຳເປັນຕ້ອງໄດ້ຊອກຕະຫຼາດເພາະມີຄົນມາຮັບຊື້ຢູ່ເຮືອນ. ປັດຈຸບັນລາຄາໝາກແໜ່ງແນວພັນກວາງຕຸ້ງລາຄາ3ແສນກີບຕໍ່ກິໂລ, ແນວພັນປາກຊ່ອງ 50 ພັນກີບຕໍ່ກິໂລ ເຮັກໃຫ້ມີຫຼາຍຄອບຄົວມີລາຍຮັບທີ່ດີຈາກການຂາຍໝາກແໜ່ງ ແລະ ຊ່ວຍແກ້ໄຂຄວາມທຸກຍາກຂອງເຂົາເຈົ້າ.
ຢ່າງໃດກໍຕາມ ທ່ານເຈົ້່າເມືອງກ່າວວ່າ: ປະຊາຊົນກໍ່ມີຄວາມກັງວົນບໍ່ໜ້ອຍເຊັ່ນກັນ ຢ້ານເປັນຄືກັບການປູກຢາງພາລາຢ່າງເປັນຂະບວນຟົດຟື້ນ ແລະ ມີການໂຄສະນາຢ່າງກວ້າງຂວາງຈົນປະຊາຊົນພາກັນນິຍົມປູກ, ຜົນສຸດທ້າຍລາຄາຢາງຕົກຕ່ຳ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຈິດໃຈ, ສ້າງຄວາມເສຍຫາຍຕໍ່ປະຊາຊົນ. ສະນັ້ນ, ຢາກໃຫ້ກະຊວງກະສິກຳ ແລະ ປ່າໄມ້ ລົງໄປສຶກສາວິໄຈຄວາມເປັນໄປໄດ້ ຫຼື ມີຜົນກະທົບຫຍັງແດ່ ແລະ ໝາກແໜ່ງຈະສາມາດເປັນສິນຄ້າກະສິກຳທີ່ຍືນຍົງໄດ້ຫຼືບໍ່?.
ທີ່ມາ: ເສດຖະກິດ-ການຄ້າ