Homeປ່ອງຢ້ຽມດວງດາວມີຫລາຍບໍລິສັດຕ່າງປະເທດສົນໃຈເຊົາສັນຍານດາວທຽມລາວພາຍຫລັງປ່ອຍຂຶ້ນວົງໂຄຈອນ

ມີຫລາຍບໍລິສັດຕ່າງປະເທດສົນໃຈເຊົາສັນຍານດາວທຽມລາວພາຍຫລັງປ່ອຍຂຶ້ນວົງໂຄຈອນ

Published on

ແຫລ່ງຂ່າວຫລ້າສຸດຈາກລັດວິສາຫະກິດດາວທຽມລາວເປີດເຜີຍໃນວັນທີ 16 ມິຖຸນາ 2016 ນີ້ປັດຈຸບັນມີ 5 ບໍລິສັດສົນໃຈຊື້ສັນຍານດາວທຽມຈາກໂຄງການດາວທຽມ LaoSat-1 ເພື່ອນໍາໃຊ້ເຂົ້າ 4 ຂະແໜງບໍລິການຄື: ໂທລະພາບ, ອິນເຕີເນັດ, ໂທລະຄົມມະນາຄົມ-ການສື່ສານ ແລະ ວິທະຍຸ ພາຍຫລັງໂຄງການດັ່ງກ່າວສໍາເລັດການປ່ອຍດາວທຽມຂຶ້ນສູ່ວົງໂຄຈອນໃນວັນທີ 21 ພະຈິກ 2015ຜ່ານມາ.

ຈາກຜົນຂອງການປ່ອຍດາວທຽມ LaoSat-1ດວງທໍາອິດຂຶ້ນສູ່ວົງໂຄຈອນຄັ້ງປະຫວັດສາດຂອງ ສປປ ລາວ ສົ່ງເຮັດໃຫ້ ສປປ ລາວມີສ່ວນແບງຕະຫລາດຈາກຫລາຍປະເທດເປັນຕົ້ນກໍາປູເຈຍ, ມຽນມາ, ສປ.ຈີນ, ໄທ, ອິນເນເຊຍ, ມາເລຍເຊຍ, ຫວຽດນາມ ແລະ ປະເທດອື່ນໆ.

621

ທ່ານ ສົມນຶກ ໂພທິຣາຊ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດດາວທຽມລາວໄດ້ລາຍງານຕໍ່ສໍານັກຂ່າວສານປະເທດລາວໃນວັນທີ 16 ມິຖຸນາ 2016 ນີ້ວ່າ: ຕາມຄວາມເປັນຈິງແລ້ວໃນປັດຈຸບັນນີ້ ມີ 70 ຊ່ອງຈາກຫລາຍບໍລິສັດທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈຢາກມາຊື້ສັນຍານບໍລິການ ແຕ່ມີພຽງ 5 ບໍລິສັດເທົ່ານັ້ນທີ່ໄດ້ເຊັນສັນຍາບັນທຶກຄວາມໃຈກັນແລ້ວ. ແນວໃດກໍດີ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດດາວທຽມລາວຍັງຊີ້ແຈງວ່າ: ອາຍຸການໃຊ້ງານດາວທຽມມີພຽງແຕ່ 15 ປີ ແຕ່ຄາດວ່າປະມານ 10 ປີຈະສາມາດກຸ້ມທຶນເພື່ອນໍາເອົາໄປຖົມຂຸມ, ໃຊ້ໜີ້ ແລະ ອື່ນໆ ສ່ວນອີກ 5 ປີແມ່ນຜົນກໍາໄລລວັນໆ. ປັດຈຸບັນນີ້ ລັດວິສາຫະກິດດາວທຽມລາວຍັງພົບບັນຫາຄວາມຍຸ້ງຍາກບາງຂັ້ນຕອນທີ່ທາງລັດຖະບານຍັງພິຈາລະນາ ແລະ ອຸຍາດໃຫ້ດໍາເນີນໄດ້ຢ່າງສະດວກ. ພ້ອມດຽວກັນນີ້ ສປປ ລາວມີຈຸດໄດ້ປຽບປະເທດອື່ນໆໃນ 10 ປະເທດສະມາຊິກອາຊຽນຢູ່ບ່ອນວ່າ: ອັນທີ 1 ສປປ ລາວເປັນປະເທດທີ່ບໍ່ຕິດຈອດກັບທະເລບວກກັບ ປະເທດກໍາປູເຈຍ ແລະ ມຽນມາທີ່ຍັງບໍ່ມີດາວທຽມ ເຊິ່ງຈະເຮັດໃຫ້ສອງປະເທດນີ້ສົນໃຈມາຊື້ດາວທຽມລາວຫລາຍຂຶ້ນ; ປະເທດໄທ, ຫວຽດນາມ, ອິນໂດເນເຊຍ ແລະ ມາເຊຍມີຈໍານວນລາຍການທີ່ໃຫ້ບໍລິການດ້ວຍດາວທຽມຂອງເຂົາເຈົ້າເອງເຕັມ ແລະ ມີຈໍາກັດຈະກາຍເປັນທ່າແຮງເຮັດໃຫ້ເຂົາເຈົ້າຫັນມາຊື້ດາວທຽມ ແລະ ອື່ນ.

671

ຜ່ານມາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີໄດ້ວ່າ:ໂຄງການດາວທຽມລາວແມ່ນໝາກຜົນຂອງການ ຮ່ວມມືອັນຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດລາວ-ຈີນ ຈະເປັນພື້ນຖານທີ່ສຳຄັນໜຶ່ງສຳລັບ ວຽກງານໂທລະຄົມມະ¬ນາຄົມ ແລະ ການສື່ສານ, ກະຈາຍ ສຽງໂທລະພາບ ໂດຍແບ່ງອອກເປັນສອງໄລຍະຄື: ໜຶ່ງແມ່ນ ດຳເນີນການທາງດ້ານເຕັກນິກຕ່າງໆຈົນຮອດການສົ່ງດາວ ທຽມໄປໄວ້ໃນຕຳແໜ່ງໂຄຈອນ 128,5 ອົງສາຕາເວັນອອກ ຈົນສຳເລັດໃນວັນທີ 21 ພະຈິກ 2015.

732

ສ່ວນໄລຍະຕໍ່ມາແມ່ນການບໍລິຫານລະບົບດາວທຽມ ເພື່ອໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ, ດາວທຽມລາວແຊດ-1 ມີຊ່ອງສັນ ຍານທັງໝົດ 22 ຊ່ອງ ກວມເອົາ 15 ປະ ເທດອ້ອມຂ້າງ, ຈະນຳໃຊ້ເຂົ້າໃນວຽກ ງານສື່ສານຂອງພາກລັດ ແລະ ສັງຄົມທົ່ວໄປ, ການໃຫ້ເຊົ່າຊ່ອງສັນຍານແກ່ຕ່າງປະເທດ, ການບໍລິການຜ່ານດາວທຽມ ວຽກງານສື່ສານໃນເຂດຊົນນະບົດ, ບໍລິການໂທລະພາບຜ່ານດາວທຽມ, ນຳໃຊ້ສຳລັບການສຶກສາ-ການແພດທາງໄກ, ການສື່ສານໃນວຽກງານສຸກເສີນ ແລະ ອື່ນໆ.

ໂຄງການນີ້ໄດ້ມີການຮ່ວມທຶນລະ ຫວ່າງລັດຖະບານລາວກັບບັນດາບໍລິສັດ ຂອງສປ ຈີນ ເຊິ່ງລັດຖະບານລາວຖືຮຸ້ນ 45%, ບໍລິສັດຈີນ (China Asia-Pacific Mobile Telecommunications Satellite co.ltd (APMT) 35%, ບໍລັດສັດ Space Star Technology co.Ltd (SSTC) 15% ແລະ ບໍລິສັດ Asia-Pacific Satellite Technology (APST) 5%.

ຂ່າວ-ພາບ: ເກີດຂວັນໃຈ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...