spot_img
Homeຂ່າວພາຍ​ໃນທ່ານ ທອງ​ລຸນ ສີ​ສຸ​ລິດ ຢ້ຽມ­ຢາມແຂວງ​ສາ­ລະ​ວັນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ຢ້ຽມ­ຢາມແຂວງ​ສາ­ລະ​ວັນ

Published on

ວັນ​ທີ 15 ມີ​ຖຸ​ນາ 2016 ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ຄະ­ນະ​ໄດ້​ລົງ​ເຮັດ​ວຽກ ແລະ ຢ້ຽມ­ຢາມ​ແຂວງ​ສາ­ລະ​ວັນ ໃຫ້​ກຽດ​ຕ້ອນຮັບ​ຂອງ ທ່ານ ສີ​ສຸ­ວັນ ວົງ​ຈອມ​ສີ ເຈົ້າແຂວງໆ​ສາ­ລະ​ວັນ, ພ້ອມ​ດ້ວຍ​ຄະ­ນະ​ປະຈຳ​ພັກ​ແຂວງ, ກຳ­ມະ­ການ​ພັກ​ແຂວງ, ຫົວ­ໜ້າ​ພະ­ແນກ­ການ​ຕ່າງໆ​ອອ້ມ​ຂ້າງແຂວງ, ພະ­ນັກ­ງານ​ຫຼັກ​ແຫຼງ​ຈາກ​ພະແນກ​ການ​ຕ່າງໆ​ອ້ອມ​ຂ້າງ​ແຂວງ ແລະ 8 ຕົວ​ເມືອງ, ພະ​ນັກ​ງານ​ອາ­ວຸ­ໂສ​ບຳນານ, ນາຍ ແລະ​ພົນ­ທະ­ຫານ, ຕຳ­ຫຼວດອຳ­ນາດ​ການ​ປົກ­ຄອງ​ບ້ານ​ເຂົ້າ​ຮ່ວມ 600 ກ່ວ​າ​ທ່ານ.

ທ່ານ ສີ​ສຸ­ວັນ ວົງ​ຈອມ​ສີ ໄດ້​ລາຍງານ​ສະ­ພາບ ແລະ​ຈຸດ​ພິ­ເສດ​ຂອງ​ແຂວງ, ແຂວງ​ສາ­ລະ​ວັນ, ມີ​ເນື້ອ­ທີ່​ທັງ​ໝົດ 10.690 ກິ​ໂລ​ຕາ​ແມັດ, ມີ​ພົນ­ລະ­ເມືອງ 398.864 ຄົນ, ປະ­ກອບ​ມີ 8 ຕົວ​ເມືອງ, ມີ 582 ບ້ານ ແລະ54 ກຸ່ມ​ບ້ານ, ມີ 72.112 ຄອບ­ຄົວ, ມີ​ບ້ານ​ທຸກ​ຍາກ 86 ບ້ານ​ເທົ່າ 14,77% ຂອງ​ຈຳ­ນວນ​ບ້ານ, ມີ​ຄອບ­ຄົວ​ທຸກ​ຍາກ 5.465 ຄອບ­ຄົວ ເທົ່າ​ກັບ 7,58% ຂອງ​ຈຳ­ນວນ​ຄອບ­ຄົວ.

ດ້ານ​ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ​ຕໍ່ ເນື່ອງ​ໃນ​ລະ­ດັບ 11% ຕໍ່​ປີ, ລວມ​ຍອດຜະ­ລິດ​ຕະ​ພັນ​ພາຍ​ໃນ​ປະ­ຕິ­ບັດ​ໄດ້ 3,6 ພັນ​ຕື້​ກີບ, ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້ 88,29% ສະ­ເລ່ຍລາຍ​ຮັບ​ຕໍ່​ຫົວ​ຄົນ 9,2 ລ້ານ​ກີບ, ດ້ານ ການ​ລົງ­ທຶນ​ສົກ​ປີ 2015-2016 ແຂວງ ໄດ້​ຮັບ​ທຶນ​ທີ່​ສະ­ພາ​ຮັບ­ຮອງ​ມີ 219 ໂຄງການ, ມີ​ມູນ​ຄ່າ 77.778 ລ້ານ​ກີບ, ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ມີ 153 ໂຄງ­ການ, ມູນ​ຄ່າ 59.491 ລ້ານ​ກີບ, ດ້ານ​ຂົງ­ເຂດ ເສດ­ຖະ­ກິດ​ມີ 76 ໂຄງ­ການ, ຂົງ­ເຂດ​ວັດ ທະ­ນະ​ທຳ-ສັງ­ຄົມ​ມີ 24 ໂຄງ­ການ,  ກໍ່ ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ມີ 52 ໂຄງ­ການ, ນອກ​ນັ້ນ​ຍັງ​ມີ​ທຶນ​ຊ່ວຍ­ເຫຼືອ​ລ້າ​ອີກ 6 ໂຄງ­ການ, ສູ້​ຊົນ​ຈັດ​ເກັບ​ລາຍ​ຮັບ​ສົກ​ປີ ນີ້​ໃຫ້​ໄດ້ 110 ກວ່າ​ຕື້​ກີບ, ປະ­ຈຸ​ບັນ​ປະຕິ​ບັດ​ໄດ້ 65,68 ຕື້​ກີບ, ທຽບ­ໃສ່​ແຜນການ​ປະ­ຕິ­ບັດ​ໄດ້ 53,85%, ດ້ານ​ລາຍຈ່າຍ​ປະ­ຕິ­ບັດ​ໄດ້ 239,82 ຕື້​ກີບ, ທຽບໃສ່​ແຜນ­ການ 59,30%, ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ 15/ນຍ ລົງ​ວັນ​ທີ 13 ພຶດ­ສະ­ພາ 2016 ທາງ​ຄະ­ນະ​ປະ­ຈຳ, ອຳ­ນາດ​ການ​ປົກຄອງ​ແຂວງ​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນລັດ­ຖະ­ບານ​ກໍ​ຄື​ການ​ຜັນ​ຂະ­ຫຍາຍ​ມະ­ຕິກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ໃຫ້ເປັນ​ຂະ​ບວນ ແລະ​ເຂົ້າ​ສູ່​ລວງ​ເລິກ​ເຊິ່ງທາງ​ຄະ­ນະ​ພັກ​ແຂວງ​ໄດ້​ພ້ອມ​ກັນ​ປະ­ຕິບັດ​ຢ່າງ​ເຂັ້ມ​ງວດ​ໂດຍ​ໄດ້​ແຕ່ງ­ຕັ້ງ​ຄະ­ນະກຳ­ມະ­ການ​ລົງ​ກວດ­ກາ​ສະ­ໜາມ​ໄມ້​ແຕ່​ລະ​ຈຸດ​ທົ່ວ​ແຂວງ​ມີ​ໄມ້​ທັງ​ໝົດ 10.063 ທ່ອນ, ເທົ່າ​ກັບ 265,259 ແມັດ​ກ້ອນ ຊຶ່ງ​ໄດ້​ທ້ອນ­ໂຮມ​ຢູ່​ຕາມ​ຈຸດ​ຕ່າງໆ.

ສຳ­ລັບ​ໃນ­ຕໍ່­ໜ້າ​ແມ່ນ​ເອົາ­ໃຈ­ໃສ່​ເພີ່ມ​ທະ­ວີ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ​ທົ່ວ​ປວງ​ຊົນ​ຮອບ­ດ້ານ, ສູ້​ຊົນ​ຂຸດ​ຄົ້ນ​ລາຍ​ຮັບ​ໃຫ້​ບັນ­ລຸ​ຕາມ​ແຜນ ແລະ​ຄຸ້ມ​ຄອງ​ລາຍ​ຈ່າຍ​ໃຫ້​ເຂັ້ມ​ງວດ, ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ແກ້​ໄຂ​ການ​ລັກ­ລອບ ຕັດ​ໄມ້, ການ​ສົ່ງ​ອອກ​ໄມ້​ໃຫ້​ຖືກ­ຕ້ອງ ຕາມ​ລະ­ບຽບ​ກົດ­ໝາຍ, ເອົາ­ໃຈ­ໃສ່​ຈັດ ຕັ້ງ​ເຊື່ອມ​ຊືມ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ໃຫ້​ເລິກ​ເຊິ່ງທົ່ວ​ເຖິງ ແລະ​ຄົ້ນ​ຄ້ວ​າ​ຈັດ​ສັນ​ແຫຼງ​ທຶນ ຕ່າງໆ​ເຂົ້າ​ໃສ່​ການ​ແກ້​ໄຂ 2 ເມືອງ​ທຸກຍາກ​ຂອງ​ແຂວງ​ຄື: ຕະ​ໂອ້ຍ ແລະ​ສະໝ້ວຍ ແລະ​ສ່ວນ​ໜຶ່ງ​ຂອງ​ເມືອງ​ຕຸ້ມ​ລານໂອ­ກາດ​ດຽວ​ກັນ​ນີ້ ແຂວງ​ສາ­ລະ​ວັນ ກໍ​ໄດ້​ນຳ​ສະ­ເໜີ​ໂຄງ­ການ​ກໍ່­ສ້າງ​ອ່າງ​ຫ້ວຍນ້ຳ​ໃສ​ເພື່ອ​ເຮັດ​ຊົນ­ລະ­ປະ­ທານ​ສະ­ໜອງ ນ້ຳ​ໃຫ້​ແກ່​ການ​ຜະ­ລິດ​ກະ​ສີ​ກຳ​ໃນ​ເນື້ອ­ທີ່ 11.ພັນ​ເຮັກ­ຕາ, ມີ​ມູນ​ຄ່າ 214,1 ລ້ານໂດ​ລາ​ສະ­ຫະ­ລັດ, ໂຄງ­ການ​ກໍ່­ສ້າງ​ໂຮງ ໝໍ 150 ຕຽງ ຊຶ່ງ​ມີ​ມູນ​ຄ່າ 143 ຕື້​ກີບ, ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ລະ­ຫວ່າງ​ເມືອງຫາ​ບ້ານ​ຫຼື​ເສັ້ນ­ທາງ​ບ້ານ​ເຊື່ອມ​ຕໍ່​ທາງຫຼວງ, ພ້ອມ​ດ້ວຍ​ໂຄງ­ການ​ກໍ່­ສ້າງ​ເສັ້ນທາງ 4 ເລນ​ຜ່ານ​ໃຈ­ກາງ​ເທ­ສະ​ບານ, ຊຶ່ງ​ມີ​ຄວາມ​ຍາວ 3,7  ກິ­ໂລ­ແມັດ ກ້ວ​າງ 19,6 ແມັດ, ມີ​ມູນ​ຄ່າ 9,45 ລ້ານ​ໂດລາ​ສະ­ຫະ­ລັດຕອນ​ທ້າຍ ທ່ານ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ໂອ້​ລົມ ແລະ​ເນັ້ນ​ບາງ​ບັນ­ຫາ​ທີ່​ສຳ­ຄັນ​ຕໍ່​ການ​ນຳ​ຂອງ​ແຂວງ​ສາ­ລະ​ວັນ​ເປັນຕົ້ນ​ແມ່ນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງກັນ​ຄວາມ​ສະ­ຫງົບ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ເອົາ­ໃຈ­ໃສ່​ແກ້​ໄຂ​ບັນ­ຫາໃນ​ການ​ລົບ​ລ້າງ​ຄວາມ­ທຸກ​ຍາກ​ຂອງປະ­ຊາ­ຊົນ ແລະ​ເອົາ­ໃຈ­ໃສ່​ການ​ຈັດ​ເກັບ ລາຍ​ຮັບ​ຢ່າງ​ເຂັ້ມ​ງວດ, ມີ​ຄວາມ​ໂປ່ງ​ໃສສິ່ງ​ສຳ­ຄັນ​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ສະ­ໜັບ​ສະໜູນ ແລະ​ພ້ອມ​ກັນ​ປະ­ຕິ­ບັດ​ຢ່າງ​ເຂັ້ມງວດ​ຕໍ່​ຄຳ​ສັ່ງ​ເລກ​ທີ 15 ຂອງ​ນາ­ຍົກລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...