spot_img
Homeຂ່າວຕ່າງປະເທດຕຳຫຼວດຝຣັ່ງເຝົ້າລະວັງໄພຈາກທ່າອຽງກຸ່ມຫົວຮຸນແຮງກໍ່ເຫດອີກ

ຕຳຫຼວດຝຣັ່ງເຝົ້າລະວັງໄພຈາກທ່າອຽງກຸ່ມຫົວຮຸນແຮງກໍ່ເຫດອີກ

Published on

ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງຝຣັ່ງກ່າວວ່າ ຕຳຫຼວດ ແລະ ເຈົ້າໜ້າທີ່ໜ່ວຍປາບປາມກໍ່ການຮ້າຍ ໄດ້ຮັບຄຳສັ່ງໃຫ້ເຝົ້າລະວັງທ່າອຽງວ່າຈະເກີດເຫດຮ້າຍຈາກກຸ່ມຫົວຮຸນແຮງກຸ່ມຍ່ອຍທີ່ເດີນທາງອອກຈາກຊີເຣຍມາຍັງຝຣັ່ງ ແລະ ແບນຊິກ ໂດຍມີແຜນກໍ່ເຫດໂຈມຕີ.

ເຈົ້າໜ້າທີ່ຝຣັ່ງກ່າວວ່າ ໜ່ວຍຂ່າວກອງແບນຊິກມີຂໍ້ຄວາມເຖິງໜ່ວຍຂ່າວກອງຝຣັ່ງກ່ຽວກັບທ່າອຽງກຸ່ມຕິດອາວຸດເຂົ້າມາກໍ່ເຫດອີກ ແລະໄດ້ແຈ້ງເຖິງຕຳຫຼວດທົ່ວຝຣັ່ງໃນວັນອັງຄານ ເຈົ້າໜ້າທີ່ກ່າວວ່າ ທາງການຝຣັ່ງໄດ້ເຝົ້າລະວັງທີ່ສຸດຢູ່ແລ້ວ ກ່ຽວກັບຂ່າວການໂຈມຕີ ເນື່ອງຈາກໄດ້ຮັບແຈ້ງວ່າອາດມີເຫດໂຈມຕີມາຫຼາຍຄັ້ງ ທັງນີ້ຝຣັ່ງຢູ່ໃນສະພາວະເຝົ້າລະວັງຢ່າງສູງ ເນື່ອງຈາກສະມາຊິກກຸ່ມໄອເອສພຸ່ງເປົ້າໝາຍໂຈມຕີນະຄອນຫຼວງປາຣີເມື່ອປີທີ່ຜ່ານມາ ແລະ ຂູ່ກໍ່ເຫດຮຸນແຮງລະຫວ່າງທີ່ຝຣັ່ງເປັນເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊ໋ມແຫ່ງຊາດເອີຣົບ ຫຼື ຢູໂຣ 2016.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...