ຮູບປະກອບ ເປັນພິທີເຖລາພິເສກ (ຫົດສົງເລື່ອນຍົດ)
ບົດຄວາມໂດຍ: ຊຽງກະເລັນ ບ້ານນາ
ວັດທະນະທຳລາວອັນໜຶ່ງແມ່ນຄວາມມີນ້ຳໃຈເອື້ອເຟື້ອເພື່ອແພ່ຍາດຕິພີ່ນ້ອງເພື່ອນຝຸງ ສະແດງອອກໃນເວລາຍາດພີ່ນ້ອງໄປຢື້ຢາມຖາມຂ່າວກໍມັກຈະມອບສິ່ງຂອງ, ອາຫານການກິນ ຫຼືໝາກໄມ້ຕ່າງໆ ເປັນຂອງຕ້ອນຂອງຝາກ ວັດທະນະທຳນີ້ມີຄຸນຄ່າສາມາດຮັດແໜ້ນຄວາມເປັນຍາດຕິພີ່ນ້ອງແລະຄົນຮູ້ຈັກຮັກແພງໄດ້ເປັນຢ່າງດີ. ໃນຂະນະດຽວກັນ ວັດທະນະທຳດັ່ງກ່າວນັ້ນກໍຖືກເອົາໄປໝູນໃຊ້ເຂົ້າໃນການພົວພັນທີ່ນອກເໜືອໄປຈາກຄວາມເປັນຍາດພີ່ນ້ອງຫຼືຄົນຮູ້ຈັກ ຮັກແພງ ນັ້ນຄືການເອົາວັດຖຸສິ່ງຂອງໄປເປັນຂອງຕ້ອນຂອງຝາກແກ່ບຸກຄົນທີ່ເປັນຜູ້ໃຫຍ່ໄມ້ສູງ ດັ່ງສະທ້ອນອອກໃນຄຳສຸພາສິດບົດໜຶ່ງວ່າ: “ໄປຢາມພະໃຫ້ມີແນວໄປຖວາຍ ໄປຢາມນາຍໃຫ້ມີແນວໄປຕ້ອນ”.
ການທີ່ຄົນເປັນຍາດຕິພີ່ນ້ອງ ຫຼືຄົນຮັກແພງກັນ ເອົາຂອງຕ້ອນຂອງຝາກໃຫ້ກັນນັ້ນ ເປັນເລື່ອງທີ່ດີຫຼາຍແລະກໍຄວນໄດ້ຮັບການສົ່ງເສີມສືບທອດຕໍ່ໆ ໄປໃຫ້ວັດທະນະທຳອັນນີ້ຢູ່ຄູ່ກັບສັງຄົມລາວຕະຫຼອດໄປ ເຖິງປານນັ້ນ ການປະຕິບັດຕໍ່ກັນນີ້ກໍບໍ່ໄດ້ຖືກຍົກຂຶ້ນມາເປັນຄຳສຸພາສິດໄວ້ໃຫ້ແກ່ລູກແກ່ຫຼານ. ໃນຂະນະທີ່ການເອົາຂອງຕ້ອນຂອງຝາກໄປໃຫ້ຜູ້ອື່ນທີ່ອາດຈະເປັນຄົນທີ່ບໍ່ຮູ້ຈັກກັນມາກ່ອນເຊັ່ນ ພະຫຼືຜູ້ເປັນເຈົ້າເປັນນາຍນັ້ນ ພັດຖືກຍົກເອົາມາເປັນສ່ວນໜຶ່ງຂອງຄຳສຸພາສິດ ເປັນຫຍັງມັນຈັ່ງເປັນແນວນັ້ນ.
ຄວາມເປັນຈິງໃນທາງພຸດທະສາດສະໜາແລ້ວ ພະສົງບໍ່ໄດ້ມຸ່ງຫວັງວ່າຈະໄດ້ຮັບອັນໃດຈາກອອກຕົນຍາດໂຍມໃນເວລາທີ່ອອກຕົນຍາດໂຍມໄປພົບປະຫຼືຢ້ຽມຢາມຖາມຂ່າວ, ເຖິງຈະເປັນຄົນທຸກຍາກປາກໝອງ, ຈະເປັນຊົນຊັ້ນວັນນະໃດໆ ຫຼືຊົນຊາດຊົນເຜົ່າໃດໆ ພະສົງກໍພ້ອມທີ່ຈະພົບປະໂອ້ລົມແລະຕ້ອນຮັບຕາມກາລະໂອກາດທີ່ເໝາະສົມ. ແຕ່ຖ້າໃຜມີຈິດສັດທາຢາກຖະນຸບຳລຸງພະພຸດທະສາດສະໜາຫຼືຢາກອຸທິດສ່ວນບຸນກຸສົນໄປຫາຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ຫຼືຢາກສ້າງສົມບຸນຍະບາລະມີໃຫ້ໂຕເອງເອົາໄວ້ໃນພາຍພາກໜ້າກໍສາມາດເອົາວັດຖຸເຄື່ອງໃຊ້ຫຼືອາຫານການກິນ ໄປຖວາຍຕາມກາລະໂອກາດທີ່ເໝາະສົມ. ແລ້ວເປັນຫຍັງຈຶ່ງປາກົດມີຄຳວ່າ “ໄປຢາມພະໃຫ້ມີແນວໄປຖວາຍ” ໃນບົດສຸພາສິດນີ້?.
“ໄປຢາມພະໃຫ້ມີແນວໄປຖວາຍ ໄປຢາມນາຍໃຫ້ມີແນວໄປຕ້ອນ” ເປັນຄຳສຸພາສິດທີ່ຖືກແຕ່ງຂຶ້ນໂດຍຫວັງຜົນອັນໃດອັນໜຶ່ງ ຟັງແລ້ວຄ້າຍຄືວ່າເມື່ອໄປພົບຕ້ອງມີສິ່ງຕິດໄມ້ຕິດມືໄປມອບໃຫ້ ແນວຄວາມຄິດແບບນີ້ຈຶ່ງບໍ່ແມ່ນແນວຄວາມຄິດຂອງພະສົງຢ່າງແທ້ຈິງ. ແຕ່ອາດຈະເປັນແນວຄວາມຄິດຂອງເຈົ້າຂຸນມູນນາຍ, ເຈົ້າກົກເຈົ້າເຫຼົ່າ ຫຼືຜູ້ໃຫຍ່ໄມ້ສູງໃນສະໄໝອະດີດຕະການນານມາແລ້ວ ເຊິ່ງບົດຄຳສຸພາສິດນີ້ເບິ່ງເລິກໆ ແລ້ວສາມາດຕີຄວາມໝາຍໄດ້ສອງດ້ານຄື:
ດ້ານທຳອິດນັ້ນມີຄວາມໝາຍວ່າ ເວລາໄປພົບເຈົ້າພົບນາຍນັ້ນ ຄວນຈະມີຂອງຝາກຂອງຕ້ອນໄປຫາເພິ່ນ ຕາມສົມມາພາຄວນ ເພື່ອສະແດງຄວາມເຄົາລົບນັບຖືເພິ່ນ. ແຕ່ອີກດ້ານໜຶ່ງນັ້ນເບິ່ງຄືວ່າ ຜູ້ເປັນເຈົ້າເປັນນາຍເຫັນແກ່ໄດ້, ເຫັນແກ່ຜົນປະໂຫຍດ, ປະຊາລາສະດອນ ຫຼືພໍ່ແມ່ປະຊາຊົນຕ້ອງເປັນຜູ້ມອບສິ່ງຂອງເຫຼົ່ານັ້ນໃຫ້ເຈົ້ານາຍກ່ອນ ບໍ່ດັ່ງນັ້ນກໍຈະບໍ່ໄດ້ຮັບໂອກາດໃນການເຂົ້າຂໍຄຳປຶກສາຫາລືວຽກງານ ຫຼືບໍ່ໄດ້ຮັບຄວາມຮັກຄວາມເອັນດູຈາກຜູ້ໃຫຍ່ໄມ້ສູງ. ດັ່ງນັ້ນ, ຄຳສຸພາສິດນີ້ສະທ້ອນໃຫ້ຮູ້ວ່າ ຜູ້ແຕ່ງຄົງຈະເປັນຝ່າຍມີອຳນາດບາດໃຫຍ່ແລະມັກໄດ້ ຫຼືບໍ່ກໍເກີດຂຶ້ນຈາກຄວາມເບື່ອໜ່າຍຂອງຜູ້ແຕ່ງ ຕໍ່ພຶດຕິກຳຂອງຜູ້ເປັນເຈົ້າເປັນນາຍທີ່ຍາມໃດກໍຕ້ອງໃຫ້ຕົນເອງໄດ້ກ່ອນແລ້ວຈຶ່ງພົວພັນນຳ ຫຼືເວົ້າງ່າຍໆ ວ່າຖ້າບໍ່ໄດ້ປະໂຫຍດເຂົ້າໂຕເອງກໍຈະບໍ່ຍອມເຮັດຫຍັງເພື່ອສັງຄົມເລີຍ ຜູ້ແຕ່ງຈຶ່ງແຕ່ງຄຳສຸພາສິດນີ້ຂຶ້ນມາເພື່ອເປັນການສຽດສີ ຫຼືເປີດໜ້າກາກຂອງຜູ້ເປັນເຈົ້າເປັນນາຍວ່າເປັນຜູ້ເຫັນແກ່ໄດ້ເຫັນແກ່ຜົນປະໂຫຍດສ່ວນຕົນສູງກວ່າປະໂຫຍດສ່ວນລວມ.
ສະຫຼຸບງ່າຍໆແລ້ວ ຄຳສຸພາສິດນີ້ ຈຶ່ງບໍ່ຖືວ່າເປັນຄຳສຸພາສິດຄຳສອນທີ່ຖືກຕ້ອງຕາມທຳນອງຄອງທຳເທົ່າທີ່ຄວນ ເພາະມັນມີລັກສະນະຂູດຮີດໂດຍທາງອ້ອມວ່າ ໄປຢາມພະຫຼືໄປຢາມນາຍຕ້ອງມີແນວໄປຕ້ອນໄປຝາກ, ມັນບໍ່ມີຄວາມເປັນທຳແກ່ຜູ້ບໍ່ມີຂອງຕ້ອນຂອງຝາກ, ເມື່ອບໍ່ມີຂອງຕ້ອນຂອງຝາກກໍບໍ່ລົງມືເຮັດຫຍັງໃຫ້ໃຜເລີຍ ນັ້ນຖືວ່າເປັນພຶດຕິກຳທີ່ບໍ່ເໝາະສົມຂອງບຸກຄົນທີ່ເປັນເຈົ້າເປັນນາຍເລີຍ.