ດົນແລ້ວເນາະ ! ທີ່ເຮົາບໍ່ໄດ້ພົບກັນ…..
“ເຈົ້າປ່ຽນໄປເປັນຄົນລະຄົນ! ແຕ່ກ່ອນທີ່ເຄີຍສວຍງາມປານວ່ານາງຟ້າ ຮຸ່ນຮຽວນ້ອຍ! ຜິວພັນຂາວ! ໜ້າຕາຍິ້ມແຍ້ມແຈ່ມໃສຢູ່ຕະຫລອດ ດຽວນີ້ກາຍພັນແບບບໍ່ໜ້າເຊື່ອ ຕົນໂຕຕຸ້ຍຂຶ້ນ ຜິວຄ້ຳ ເບິງໃບໜ້າສະແດງໃຫ້ເຫັນເຖິງຄວາມທຸກໂສກ ສອງສາຍຕາຂາດປະກາຍແຫ່ງຄວາມມີພະລັງໄປ”
“ບໍ່ຮູ້ວ່າເປັນຍ້ອນພົມລິຂິດ ຫລືຄວາມບັງເອີນຂອງສອງເຮົາ ທີ່ເຮັດໃຫ້ມາພົບກັນອີກຄັ້ງໜຶ່ງ ເຈົ້າຈູງມືມາກັບເດັກນ້ອຍຍິງຄົນໜຶ່ງ ຍ່າງມາຕຳກັບຂ້ອຍ ໃນຂະນະທີ່ຂ້ອຍແລ່ນອອກກຳລັງກາຍຢູ່ຫົນທາງແຄມຂອງ ສວນສາທາລະ ນະເຈົ້າອະນຸວົງ”
“ທັນໃດນັ້ນ ສອງເຮົາໄດ້ມະລຸບປຸບປັບຂໍໂທດຂໍໂພຍກັນຢ່າງໃຫຍ່ ແຕ່ກໍຢຸດຈຶກ! ເມື່ອໜ້າຕາຂອງຝ່າຍກົງກັນ ຂ້າມມັນຄຸ້ນໆ ຄຳຖາມທັງຫລາຍເລີ່ມທັ່ງເທມາຈາກທຸກທິດທາງ ຄວາມຈຳເກົ່າໆທີ່ຂ້ອຍເຄີຍໂຍນຖິ້ມລົງໃສ່ຖັງຂີ້ເຫຍື້ອແຫ່ງສະໝອງນັ້ນ ສະໜິມແລະຂີ້ຝຸ່ນໄດ້ຂຸຫລົ່ນອອກ ແລ້ວຄວາມຈຳເຫລົ່ານັ້ນ ມັນໄດ້ທັ່ງໃສ່ໝາກຫົວໃຈດັງຕຸບໆ! ຈົນຮູ້ສຶກເຈັບຈີດໄປທຸກຫ້ອງຫົວໃຈ ໄຫລໄປສູ່ເສັ້ນເລືອດເສັ້ນປະສາດທຸກພາກສ່ວນ ມືແລະຂາມັນກະດ້າງເວົ້າຫຍັງບໍ່ອອກເຈົ້າກໍຄືກັນ ສາຍຕາຂອງສອງເຮົາຈ້ອງມອງກັນປານວ່າ ຈະຈີກກິນເລືອດກິນເນື້ອຂອງກັນແລະກັນ”
“ແມ່ນຕ່າຍຫວານິ?” ຂ້ອຍເວົ້າຂຶ້ນ
“ໂດຍ ແມ່ນແລ້ວ! ເຈົ້າແມ່ນສົມຊາຍຫວາ?”ເຈົ້າເວົ້າກັບມາ
“ແມ່ນແລ້ວ! ຂ້ອຍສົມຊາຍ ຕ໊າຍ! ຈັ່ງແມ່ນບຸນ ດົນແລ້ວເນາະທີ່ເຮົາບໍ່ໄດ້ພົບກັນ?”
“ກະວ່າ! ບໍ່ແມ່ນ 5 ປີແລ້ວເບາະ!”
“ປະມານນັ້ນ!” ຂ້ອຍເສີມ “ຈັ່ງໃດສະບາຍດີບໍ່?”
“ໂດຍກະຍັງຄືເກົ່າຫັ້ນລະ! ເຈົ້າເດຊັ້ນນະ?” ຕ່າຍຕອບ
“ກະບໍ່ສະບາຍປານໃດດອກ?”
“ອ້າວ! ເປັນຫຍັງລະ?”
“ບໍ່ມີເງິນໃຊ້!” ຂ້ອຍປ່ອຍມຸກ
“555 ຍັງຕະຫລົກຄືເກົ່າເນາະ! ອັນນີ້ໃຜກະຊິຄືກັນຫັ້ນລະ” ຕ່າຍຕອບພ້ອມສຽງຫົວ
“ມີລູກມີຫລານລະຫວານິ? ຄອບຄົວຄືຊິມີຄວາມສຸກດີເນາະ?” ຂ້ອຍຊັກຖາມ
“ໂດຍ! ນີ້ລະລູກຮັກລູກແພງຂອງຂ້ອຍ ເອີ້…..” ນາງຕອບແລ້ວຢຸດຈຶກ ໜ້າຕາບູດບຶ້ງ ພ້ອມຖອນລົມຫາຍໃຈ.
“ເປັນອິຫຍັງນໍ້? ມີເລື່ອງຫຍັງເກີດຂຶ້ນບໍ່?” ຂ້ອຍຖາມດ້ວຍຄວາມສົນໃຈ
“ອື! ໄປ໋ໄປນັ່ງລົມກັນຢູ່ແຄມຕາຝັ່ງເຈື່ອນພຸ້ນສາ! ຊິໄດ້ຟື້ນຄືຄວາມເກົ່າຄວາມຫລັງສູ່ກັນຟັງ” ນາງຊັກຊວນ
“ກະໄດ້! ດຽວໄປຖ້າເດີ້ ຂ້ອຍຊິຊື້ນ້ຳສາລີຫວານບ້ານເກີນໄປກິນກັນ!”
ທີ່ບ່ອນນັ່ງປ້ອງກັນຕາຝັ່ງເຈື່ອນ ສາມຄົນພວກເຮົານັ່ງເບິ່ງຕາເວັນຍາມຄ້າຍແລງ ແສງຂອງມັນເປັນເລົາກະທົບກັບນ້ຳຢ່າງງົດງາມ ສາຍນ້ຳຂອງໄຫລລົງໄປທາງໃຕ້ຢ່າງຊ້າໆ ຝູງນົກຫລາຍຊະນິດບິນເຈີດໄປມາຢ່າງມ່ວນຊື່ນ ຜູ້ຄົນມາເຕັ້ນແອໂລບິກກັນຢ່າງເອົາໃຈໃສ່ ຍິງຊາຍບ່າວສາວຍ່າງຄຽງຄູ່ກັນຢອກໄຍໄປມາຢ່າງມີຄວາມສຸກ ນັກຮຽນ-ນັກສຶກສາເວົ້າຈານຳກັນຢ່າງສະໜຸກສະໜານ ພໍ່ແກ່ແມ່ເຖົ້າ ຍ່າງອອກກຳລັງກາຍດ້ວຍຄວາມບຸກບືນ.
“ຈັ່ງແມ່ນງາມເນາະທ້ອງຟ້າຫັ້ນນະ!” ຂ້ອຍເວົ້າພ້ອມຊີ້ມືໃສ່
“ໂດຍງາມຫລາຍ ຂ້ອຍກະມັກໆ!” ຕ່າຍຕອບ
“ຕ່າຍຍັງງາມຢູ່ຄືເກົ່າເນາະ!”
“ຫື! ຂີ້ຮ້າຍກະວ່າແດ່!… ຂ້ອຍບໍ່ໄດ້ເປັນນາງຟ້າຄືຕອນນັ້ນແລ້ວເດີ!”
“ອືຫື! ຈັ່ງແມ່ນຍ້ອງໂຕເອງ 555 ” ຂ້ອຍເວົ້າໃສ່
“ກະແທ້ເອີຍ! ບໍ່ດັ່ງນັ້ນຊິມີຄົນມາຈີບຂ້ອຍເປັນຮ້ອຍເປັນພັນຫວາ 555” ນາງຕອບໃສ່ຄືນ
“ຈັ່ງໃດ? 5 ປີທີ່ຜ່ານມາແລ້ວນີ້ ຄືຊິມີຄວາມສຸກຫລາຍເນາະ!” ຂ້ອຍຕັ້ງຄຳຖາມ
“ບໍ່ດອກ! ບໍ່ລາບລື່ນພໍເທົ່າໃດ?” ຕ່າຍວ່າ “ຖ້າບໍ່ລັງກຽດຂ້ອຍຊິເລົ່າສູ່ຟັງ ແບບລາຍການລົມເລື່ອງຂ່າວໂລດ”
“ເຊີນສາທະຍາຍມາໂລດນ່າ! ຂ້ອຍຮູ້ວ່າເຈົ້າກຳລັງຕັ້ງອົກຕັ້ງໃຈຊິເວົ້າສູ່ຟັງຢູ່ 555!”
“ຈັ່ງແມ່ນເຈົ້ານິ?” ນາງເວົ້າທັງຍິ້ມຢ່າງອາລົມດີ “ພາຍຫລັງທີ່ຮຽນຈົບມະຫາໄລ ຂ້ອຍໄດ້ພົບກັບຈຸດປ່ຽນແປງຄັ້ງຍິ່ງໃຫຍ່ຂອງຊີວິດ ກະຄືວ່າ ຂ້ອຍໄດ້ແຕ່ງງານກັບ ຈິນດາ ຊາຍທີ່ຂ້ອຍໄຝ່ຝັນ ເມື່ອຕອນທີ່ພວກເຮົາຮຽນນຳກັນພຸ້ນ!”
“ແມ່ນຫັ້ນລະ! ຂ້ອຍກະພໍຮູ້ຢູ່ ເພາະໃນງານດອງມື້ນັ້ນຈັດຢູ່ໂຮງແຮມ ຂ້ອຍກະໄປຮ່ວມ” ຂ້ອຍເວົ້າເສີມ
“ຕອນເລີ່ມຕົ້ນມັນກະດີຢູ່ດອກ! ແຕ່ເມື່ອເວລາຜ່ານໄປ 2-3 ປີ ຂ້ອຍຈຶ່ງຮູ້ຊຶ້ງກັບຄໍາວ່າ “ເຈັບ” ເຈັບເພາະເຂົາບໍ່ຮັກເຮົາ ເພາະນິດໄສບໍ່ເຂົ້າກັນ ເພາະຄວາມເຈົ້າຊູ້ຂອງເຂົາ ເພາະຫລາຍໆສິ່ງຫລາຍໆຢ່າງ ສິ່ງທີ່ວາດຝັນໄວ້ແຕ່ຕົ້ນນັ້ນ ເປັນຕົ້ນວ່າ ຄວາມຮັກອັນຍິ່ງໃຫຍ່, ຖານະຄອບຄົວຮັ່ງມີ, ມີລູກຫລານທີ່ໜ້າຮັກ ມັນໄດ້ພັງທະລາຍລົງແບບບໍ່ຄາດຄິດ “ຜົວ” ຜູ້ຊາຍທີ່ຂ້ອຍເຄີຍແອບປື້ມຕອນສະໄໝຮ່ວມຫ້ອງນຳກັນນັ້ນ ຄິດວ່າເຂົາເປັນສຸພາບບູລຸດ-ວິລະບູລຸດຜູ້ຍິ່ງໃຫຍ່ ແຕ່ສຸດທ້າຍກະເປັນພຽງແຕ່ຄົນຂີ້ຕົວະຫລອກລວງ ຄຸນຄວາມດີບໍ່ມີຈັກເມັດ ແຕ່ລະມື້ແຕ່ລະວັນເກາະກິນນຳແຕ່ພໍ່ແມ່ ນິດໄສການປະພຶດກະບໍ່ຈົບບໍ່ງາມ ໃນໂຕມີແຕ່ຄວາມຫລໍ່ເທົ່ານັ້ນດອກ! ທີ່ສາມາດອວດອ້າງຄົນອື່ນໄດ້ ຂ້ອຍກໍເລີຍຮູ້ວ່າ ຄວາມຈິງແລ້ວຄວາມປະເສີດເລີດເລີຂອງຄົນເຮົາມັນບໍ່ໄດ້ຢູ່ທີ່ໜ້າຕາ ແຕ່ມັນຄືຄວາມປະພຶດປະຕິບັດຕໍ່ກັນແລະກັນນັ້ນແຫລະ ເປັນສິ່ງຕັດສິນວັດແທກຄົນເຮົາ ເຈົ້າຮູ້ບໍ່ວ່າຂ້ອຍເສຍໃຈນຳເລື່ອງໃດຫລາຍທີ່ສຸດ?”
“ບໍ່ຮູ້ ເລື່ອງໃດລະ?”
“ເສຍໃຈນຳໂຕເອງ”
“ຄືວ່າຈັ່ງຊັ້ນລະ?”
“ເພາະວ່າ ໂຕເອງຄິດສັ້ນໂພດ! ຄວນຄິດຮອບຄອບໃຫ້ຫລາຍກວ່ານີ້ ກ່ອນທີ່ຈະປັກຫລັກແຕ່ງງານກັບຜູ້ຊາຍຄົນນັ້ນ! ຂ້ອຍນິຈັ່ງແມ່ນໂງ່ຂະໜາດ ຄວາມຜິດພາດຄັ້ງນີ້ມັນສຸດແສນທີ່ຈະເຈັບປວດໃນຫົວໃຈເລີຍ!”
“ຄິດສາວ່າເປັນບົດຮຽນອັນລ້ຳຄ່າສາ! ມັນຍັງບໍ່ສາຍເກີນໄປດອກ ຍັງມີຫລາຍຄົນທີ່ເປັນແບບເຈົ້າ ບາງຄົນກໍເຈັບປວດໄປຕະຫລອດຊີວິດ ແຕ່ບາງຄົນກໍຜ່ານຜ່າເລື່ອງເຫລົ່ານີ້ໄປໄດ້! ຍັງມີຫລາຍຄົນທີ່ເຫັນຄຸນຄ່າໃນໂຕເຈົ້າຢູ່”
“ແທ້ຫວາ! ຄືຊິບໍ່ມີດອກ! ຂ້ອຍກາຍເປັນຄົນໄຮ້ປະໂຫຍດໄປແລ້ວ ຄວາມສວຍງາມກະເໝິດລະເດ້!” ຕ່າຍເວົ້າພ້ອມຖອນຫາຍໃຈແຮງ
“ຍັງມີຢູ່ເດີ້! ຂ້ອຍເຊື່ອແນວນັ້ນ” ຂ້ອຍຢືນຢັນໃນຄຳເວົ້າ
“ຢູ່ໃສລະບໍ່ເຫັນມີເລີຍ? ຕອນນີ້ກະສາມສິບປີແລ້ວ ບໍ່ເຫັນຝຸ່ນເລີຍ!”
“ຕາເຈົ້າມັນຄືຊິບໍ່ມີແວວ ລອງໃຊ້ຫົວໃຈເບິ່ງດຸ! ແຖວໆນີ້ກະຍັງມີຄົນຈິງໃຈລໍເຈົ້າຢູ່”
“ເວົ້າບ້າຫລາຍ! ຢູ່ໃສບໍ່ເຫັນມີເລີຍ?”
“ນີ້ເດ ຂ້ອຍຄົນນີ້!”
“ບ້າຫວາ! ເຈົ້າເວົ້າຫລິ້ນຫວານິ? ມັນບໍ່ຕະຫລົກເດີ້” ຕ່າຍເວົ້າພ້ອມຫົວຂວັນ
“ຄວາມຈິງ ເວົ້າອອກມາຈາກໃຈເລີຍ” ຂ້ອຍສາລະພາບ
“ຂ້ອຍບໍ່ເຄີຍຮູ້ເລື່ອງເລີຍ ເຈົ້າມັກຂ້ອຍມາແຕ່ຕອນໃດ? ສະໄໝໃດ?”
“ຕັ້ງແຕ່ສະໄໝຮຽນນຳກັນພຸ້ນລະ! ເຈົ້າຄືຊິບໍ່ຮູ້ດອກເນາະວ່າຂ້ອຍນັ້ນຮັກເຈົ້າສໍ່າໃດ? ຕອນນັ້ນຂ້ອຍແອບຮັກເຈົ້າງຽບໆ ຍາມຊົ່ວໂມງເຂົ້າຮຽນກໍໄປນັ່ງທາງໂຕະຫລັງ ເພື່ອທີ່ຈະໄດ້ໃກ້ຊິດ ຢາກຜູກສະໜິດສາຍສຳພັນ ລັກເບິ່ງ ລັກແຍງ ແລະຢາກໃຫ້ເຈົ້າຮູ້ໂຕວ່າ ຂ້ອຍນີ້ຮັກເຈົ້າ ແຕ່ສິ່ງເຫລົ່ານີ້ທີ່ຂ້ອຍກະ ທຳໄປມັນເປັນພຽງແຕ່ຄວາມຕ້ອງການຂອງໂຕເອງເທົ່ານັ້ນ ເພາະຄົນທີ່ເຈົ້າໄຝ່ຝັນແລະໝາຍປອງຊ້ຳພັດເປັນຄົນອື່ນ ຊາຍຄົນນັ້ນລາວທັງຫລໍ່, ມີສະເໜ່ ເມື່ອທຽບກັບຂ້ອຍແລ້ວ ມັນຄົນລະຄົນ ປຽບສະເໝືອນກັບຫົງໂຕງາມ ແລະກາດຳໂຕຂີ້ຮ້າຍ ຂ້ອຍຮູ້ດີແກ່ໃຈວ່າ ຜູ້ຊາຍຄົນນັ້ນລາວບໍ່ໄດ້ມັກເຈົ້າຈັກໜ້ອຍເລີຍ! ແຕ່ຊິເຮັດແນວໃດໄດ້ລະ! ແນວວ່າເຈົ້າມັກເຂົາ ອີກຢ່າງໜຶ່ງຂ້ອຍກະບໍ່ຢາກທຳຮ້າຍໝູ່ຄູ່ ເຈົ້າຈື່ໄດ້ບໍ? ວັນວາເລັນທາຍມື້ນັ້ນ ຜູ້ຊາຍຄົນທີ່ເຈົ້າຮັກ ໄດ້ເອົາດອກກຸຫລາບສີແດງໄປໃຫ້ເຈົ້າ ຄວາມຈິງແລ້ວແມ່ນຂ້ອຍເອງນີ້ແຫລະ! ທີ່ໃຫ້ຝາກລາວເອົາໄປໃຫ້ເຈົ້າ!”
“ຂ້ອຍບໍ່ຄິດເລີຍວ່າ ໂລກມັນຊ່າງບິດບ້ຽວປານນີ້!” ຕ່າຍເວົ້າພ້ອມນ້ຳຕາຊຶມເບົ້າ
“ແຕ່ຊິເຮັດແນວໃດໄດ້ເນາະ! ອະດີດມັນຜ່ານມາແລ້ວເດ ຊິກັບໄປປ່ຽນແປງມັນກໍບໍ່ໄດ້!” ຂ້ອຍເວົ້າແບບເສົ້າໆ
“ສົມຊາຍເອີຍ! ເຈົ້າຮູ້ບໍ່ ວ່າຄວາມຈິງແລ້ວຫັ້ນນະ! ຂ້ອຍກໍມີໃຈໃຫ້ເຈົ້າຄືກັນໄດ໋!”
“ຮາຮາຮາ! ເຈົ້າຕົວະເບາະນິ? ຂ້ອຍຄືບໍ່ຮູ້ສຶກແນວໃດເລີຍ?” ຂ້ອຍເວົ້າອອກໄປແບບປະຫລາດໃຈ
“ໃນຕອນນັ້ນຂ້ອຍກໍມີໃຈໃຫ້ເຈົ້າຄືກັນໄດ໋! ຖ້າເຈົ້າມາສາລະພາບຮັກກັບຂ້ອຍເລື່ອງມັນກະຄືຊິບໍ່ເປັນແບບນີ້! ເຈົ້າມັນຄົນຂີ້ອາຍ ບໍ່ເວົ້າຄວາມຈິງອອກມາຈັກເທື່ອ! ປານນັ້ນລະມັກເວົ້າຕະຫລົກ ບາດເລື່ອງຄວາມຮັກແລ້ວປານໜູຢ້ານແມວ ເປັນຫຍັງ?ຈຶ່ງເອົາດອກກຸຫລາບໃຫ້ຜູ້ອື່ນມາສົ່ງໃຫ້ຂ້ອຍ ກະບໍ່ຮູ້ລະເນາະແນວເຈົ້າບໍ່ເອົາມາໃຫ້ເອງ!” ຕ່າຍເວົ້າພ້ອມດ້ວຍຮອຍຍິ້ມ
“ແລ້ວຕອນນີ້ເດລະ! ມັນຄືຊິບໍ່ສວາຍເກີນໄປຕິເນາະທີ່ຂ້ອຍກັບເຈົ້າຊິໄດ້ຮັກກັນ ສ້າງຄອບຄົວນຳກັນ ເລີ່ມຕົ້ນຊີວິດຄູ່ ລືມເລື່ອງເກົ່າເລື່ອງຫລັງໃຫ້ໝົດສິ້ນໄປ”
“ຄວາມຈິງຫວາ! ຂ້ອຍບໍ່ຄິດເລີຍວ່າເລື່ອງລາວໃນຊີວິດມັນຊິກັບກາຍມາເປັນແບບນີ້ ມື້ນີ້ຮູ້ສຶກວ່າຂ້ອຍມີຄວາມສຸກທີ່ສຸດທີ່ເຄີຍມີມາໃນຊີວິດເລີຍ ເຈົ້າຊິຮັບໄຫວຢູ່ບໍ? ແມ່ຮ້າງລູກໜຶ່ງ”
“ແນວໃດກໍໄດ້ ສຳລັບຄົນຢ່າງຂ້ອຍແລ້ວຖ້າເວົ້າເຖິງເລື່ອງຄວາມຮັກ ແມ່ນບໍ່ມີອັນໃດມາຢຸດຢັ້ງ ແລະຂວາງຂັ້ນກັ້ນກາງໄດ້ ຂ້ອຍຍອມສະຫລະທຸກສິ່ງຢ່າງເພື່ອມັນຈົນຕະຫລອດຊີວິດນີ້ ເພາະຄວາມຮັກຄືການເສຍສະຫລະ, ການເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ເປັນການເຕີມເຕັມສິ່ງທີ່ຂາດຫາຍໄປຂອງທັງສອງຄົນ!”
“ຄຳເວົ້າຂອງເຈົ້າມັນຊ່າງຊຶ້ງກິນໃຈເຫລືອເກີນ ຫວານຢາດຍ້ອຍປານນ້ຳເຜິ້ງເດືອນຫ້າ ແລະຕໍ່ຈາກນີ້ໄປ ຂ້ອຍເອງຈະລໍພິສູດຜູ້ຊາຍຢ່າງເຈົ້າ”
“ຂໍຂອບໃຈທີ່ໃຫ້ໂອກາດຄົນຢ່າງຂ້ອຍ…………..!”
ຂ້ອຍຂໍສາລະພາບໂດຍກົງກັບຫົວໃຈຂອງຕົນເອງວ່າ ມື້ນີ້ເໝືອນກັບວ່າທ້ອງຟ້າກາຍເປັນສີຊົມພູ ຕົ້ນໄມ້ທີ່ຢືນລຽນແຖວຕາມຖະໜົນແຄມຂອງນັ້ນອອກດອກງາມບານສະພັ່ງ ເບິ່ງຜູ້ຄົນຍ່າງໄປມາ ເໝືອນກັບສົ່ງຮອຍຍິ້ມໃຫ້ຢ່າງບໍລິສຸດເຕັມໃຈ.
ຂ້ອຍຄົງຈະບໍ່ຢູ່ດຽວດາຍເໝືອນແຕ່ກ່ອນ ຄົງບໍ່ນອນກອນໝອນພຽງຄົນດຽວ ແຕ່ນີ້ຕໍ່ໄປມັນຄືຊິອົບອຸ່ນ ສຸກສຸດຫົວໃຈຢ່າງແນ່ນອນ.
“ຈົບ”
22/1/2016