Homeນານາສາລະແນວທາງທວງໜີ້ໃຫ້ໄດ້ທັງເງິນ ແລະ ບໍ່ຜິດໃຈກັບລູກໜີ້

ແນວທາງທວງໜີ້ໃຫ້ໄດ້ທັງເງິນ ແລະ ບໍ່ຜິດໃຈກັບລູກໜີ້

Published on

ບໍ່ວ່າທ່ານຈະມີລູກໜີ້ປະເພດໃດ ບໍ່ວ່າຈະມີຄວາມສຳພັນເປັນເຈົ້ານາຍ, ລູກຮ້ອງ ຫຼື ເພື່ອນຝູງກໍ່ຕາມ ຖ້າຢາກໄດ້ເງິນຄືນກັບມາ ແລະ ຍັງສາມາດຮັກສາມິດຕະພາບໄວ້ຢູ່ນັ້ນທ່ານຄວນລອງເຮັດວິທີທີ່ຈະກ່າວຕໍ່ໄປນີ້ລອງເບິ່ງ

  1. ໃຈກ້າເຂົ້າໄວ້: ທ່ານຈົົ່ງຄິດວ່າການໃຫ້ຢືມເງິນເປັນການໃຫ້ຄວາມຊ່ວຍເຫຼືອ ແລະ ຖືເປັນທຸລະກິດຖ້າບໍ່ມີກຳໄລ (ດອກເບ້ຍ) ຢ່າງໜ້ອຍຄວນໄດ້ທຶນຄືນດີກວ່າເປັນໜີ້ສູນ
  2. ໃຫ້ກຽດລູກໜີ້ສະເໝີທັງຕໍ່ໜ້າ ແລະ ລັບຫຼັງ: ຫາກເວລາຖາມເລື່ອງໜີ້ສິນແມ່ນຕ້ອງໄດ້ໃຊ້ຄຳໜັກແໜ້ນສຸພາບ ເວົ້າສ່ວນຕົວ ແລະ ບໍ່ຄວນເອົາເລື່ອງຂອງລູກໜີ້ໄປເວົ້ານິນທາທາງອື່ນ
  3. ຕັ້ງສະຕິຄິດໃຫ້ດີກ່ອນເວົ້າ
    ຖ້າເປັນເງິນຈຳນວນຫຼາຍກ່ອນຈະເວົ້າເລື່ອງໜີ້ທ່ານຄວນເວົ້າໃນທາງໃຫ້ກຳລັງໃຈລູກໜີ້ກ່ອນ ຕາມຄວາມສາມາດທີ່ເຂົາມີ ແລະ ທ່ານເຊື່ອວ່າເຂົາຕ້ອງປົດໜີ້ໄດ້ແນ່ນອນ
  4. ຢ່າທໍ້ແທ້ ອົດທົນໄວ້: ພະຍາຍາມຕິດຕາມເຕືອນຄວາມຊົງຈຳຂອງລູກໜີ້ ລູກໜີ້ບາງຄົນກໍ່ຄວາມຈຳສັ້ນແທ້ບາງເທື່ອຢຶມເງິນເຮົາໄປແລ້ວກໍ່ລືມ ຖ້າລືມດົນຫຼາຍເຮົາກໍ່ຕ້ອງທວງຄືນ ຂໍໃຫ້ທ່ານຄິດຫາເຫດຜົນທີ່ຈະໄປຖາມໜີ້ກ້ອນນັ້ນຄືນມາຈາກລູກໜີ້
  5. ຢື່ນຂໍ້ສະເໜີເພື່ອໃຫ້ລູກໜີ້ສະບາຍໃຈຂຶ້ນ: ເປີດໃຈລົມກັນ ແລະ ຄວນຢື່ນຂໍ້ສະເໜີເວລາໃນການຊຳລະໜີ້ ແລະ ເງື່ອນໄຂຈຳນວນເງິນຊຳລະໃນແຕ່ລະງວດ
  6. ໃຫ້ບຸກຄົນທີສາມຊ່ວຍເຈລະຈາ: ເຊິ່ງຄວນເລືອກເອົາບຸກຄົນທີ່ລູກໜີ້ໃຫ້ຄວາມເຄົາລົບນັບຖື ແລະ ເກງໃຈ ມາເປັນເພື່ອນເຈລະຈາຊ່ວຍເຮົາໃນເວລາທວງໜີ້
  7. ໃຊ້ກົດໝາຍເປັນຕົວຊ່ວຍ: ຫາກເລືອກໃຊ້ຫຼາຍວິທີແລ້ວຍັງບໍ່ເປັນຜົນ ອາດເປັນໜີ້ສູນ ຫາກເປັນເງິນຈຳນວນ ຫຼາຍ ສິ່ງສຸດທ້າຍທີ່ຈະເລືອກເຮັດກໍ່ຄົງຈະແມ່ນການໃຊ້ກົດໝາຍເຂົ້າຊ່ວຍ

ສິ່ງທີ່ກ່າວມາຂ້າງເທິງນີ້ເປັນພຽງຫຼັກການໜຶ່ງທີ່ຈະເປັນແນວທາງໃຫ້ເຈົ້າໜີ້ບາງຄົນທີ່ບໍ່ກ້າໄປທວງເອົາເງິນຈາກລູກໜີ້ໄດ້ນຳໄປໃຊ້ລອງເບິ່ງ ແຕ່ຖ້າຫາກໃຜມີປະສົບການເດັດໆໃນການທວງໜີ້ກໍ່ສາມາດປະກອບຄຳຄິດເຫັນເພີ່ມເຕີມໄດ້ ເພື່ອຈະເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ການທວງໜີ້ໄດ້ງ່າຍຂຶ້ນ

ທີ່ມາ: http://www.lib.ru.ac.th/miscell/press-the-claim.html

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...