Homeປ່ອງຢ້ຽມດວງດາວປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(3)

ປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(3)

Published on

laopost-sat-A5

ຮູບຂອງດາວເສົາຖ່າຍໂດຍຍານສໍາຫຼວດCassini ເມື່ອວັນທີ 23 ພະຈິກ 2013 ໃນຂະນະທີ່ຍານ
ນັ້ນລອຍຢູ່ຫ່າງຈາກດາວເສົາໄປໄກເຖິງ 2.5 ລ້ານກິໂລແມັດ.

 

laopost-sat-A4

ຮູບມຸມກວ້າງຖ່າຍຈາກຍານສຳຫຼວດ Cassini ສະແດງໃຫ້ເຫັນສ່ວນຂອງດາວເສົາແລະວົງແຫວນ ພ້ອມທັງຍັງເຫັນດາວບໍລິວານຂອງດາວເສົາສ່ອງສະຫວ່າງຢູ່ໄກອອກໄປ ຖ່າຍເມື່ອວັນທີ 19 ມັງກອນ 2013 ໃນຂະນະທີ່ຍານຢູ່ຫ່າງຈາກໂລກໄປແລ້ວກວ່າ 1.5 ພັນລ້ານກິໂມແມັດ.

 

laopost-sat-A3
ຮູບຖ່າຍສຸດຕະການຕາຈາກຍານສໍາຫຼວດອະວະກາດ Cassini ຈາກດ້ານຫຼັງຂອງດາວເສົາໃນຂະນະທີ່ຢູ່ຫ່າງອອກໄປປະມານ 800,000 ກິໂລແມັດ ຖ່າຍເມື່ອວັນທີ 17 ຕຸລາ 2012.

laopost-sat-A4
ຮູບພື້ນຜິວຂອງດາວພຸດ ຖ່າຍເມື່ອວັນທີ 2 ຕຸລາ 2013 ສະແດງສ່ວນຂອງດາວໃນເວລາກາງເວັນທີ່ແສງແດດສ່ອງ ຖ່າຍໂດຍຍານສຳຫຼວດ Messenger ຂອງອົງການນາຊາ.
laopost-sat-A5
ດາວຫາງ ISON ຂະນະເຄື່ອນໂຕເຂົ້າໃກ້ຕາເວັນ ຖ່າຍໂດຍຍານສຳຫຼວດ Solar and Heliospheric Observatory ເມື່ອວັນທີ 28 ພະຈິກ 2013 ສະແດງໃຫ້ເຫັນຊັ້ນບັນຍາກາດຫຼືໂຄໂຣນາຂອງຕາເວັນ.

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...