Homeປ່ອງຢ້ຽມດວງດາວປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(1)

ປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(1)

Published on

 

ເປີດໂລກແຫ່ງການຮຽນຮູ້ ກັບ LaoPost.com ສິ່ງດີໆ ສຳລັບທ່ານ
ຊຸດ ປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍລະບົບສຸລິຍະ

 

ກ້ອງໂທລະທັດອະວະກາດຮັບເບີລ

laopost-sat1

ຖ່າຍຮູບນີ້ໄວ້ໃນຂະນະທີ່ດາວອັງຄານເຄື່ອນຕົວໂຄຈອນມາຢູ່ໃນຕຳແໜ່ງທີ່ໃກ້ໂລກຫຼາຍທີ່ສຸດໃນຮອບກວ່າ 60,000 ປີ ເມື່ອວັນທີ 27 ສິງຫາ 2003 ໂດຍດາວເຄາະແດງຢູ່ໄກຈາກໂລກຂອງເຮົາໄປປະມານ 55,757,930 ກມ.
—————————————————
laopost-sat2
ຮູບຖ່າຍຈາກຍານສຳຫຼວດດາວອັງຄານ Curiosity ສະແດງໃຫ້ເຫັນການກໍ່ໂຕທາງທໍລະນີວິທະຍາຂອງ
Yellowknife Bay ເທິງດາວອັງຄານ ເມື່ອວັນທີ 24 ທັນວາ 2012 ຫິນເຫຼົ່ານີ້ເຄີຍເປັນທະເລສາບໃນສະໄໝບູຮານ ແລະບໍລິເວນນີ້ເອງທີ່ເຄີຍມີສະພາບເໝາະສົມສຳລັບການມີຊີວິດຢູ່ຂອງສິ່ງທີ່ມີຊີວິດຂະໜາດນ້ອຍ ຈາກການກວດສອບຫິນເຫຼົ່ານີ້ມີອາຍຸກວ່າ 70 ລ້ານປີ ນັບຕັ້ງແຕ່ທີ່ໂຜ່ຂຶ້ນມາຈາກທະເລສາບທີ່ເຫືອດແຫ້ງໄປ.
—————————————————

 

laopost-sat3

ຍານສຳຫຼວດດາວອັງຄານ Curiosity ຖ່າຍພາບໂຕເອງເມື່ອວັນທີ 3 ກຸມພາ 2013 ໂດຍອາໄສເທັກນິກການລວມຫຼາຍໆ ພາບຖ່າຍເຂົ້າດ້ວຍກັນ ເຊິ່ງໃນຕອນນັ້ນ ຍານກຳລັງຢູ່ເທິງບ່ອນພຽງ “John Klein” ສະຖານທີ່ທຳອິດທີ່ Curisity ທຳການເຈາະສຳຫຼວດໃຕ້ຜິວດິນ.
—————————————————

 

laopost-sat4

Nili Patera ໜຶ່ງໃນສັນຊາຍທີ່ມີຄວາມປ່ຽນແປງຫຼາຍທີ່ສຸດເທິງດາວອັງຄານ ຖ່າຍໂດຍຍານສຳຫຼວດ
Mars Reconnaissance Orbiter ເມື່ອວັນທີ 1 ມີນາ2014.

 

laopost-sat5

ສັນຊາຍ ໃນຂົ້ວເໜືອຂອງດາວອັງຄານ ກຳລັງຄ່ອຍໆ ປາກົດໃຫ້ເຫັນພາຍຫຼັງຈາກທີ່ລະດູໜາວກຳລັງສິ້ນສຸດລົງ
ຄາບອນໄດອອກໄຊແຂງ (ນ້ຳແຂງແຫ້ງ) ເລິ່ມລະລາຍໂຕລົງ ຖ່າຍໂດຍຍານສຳຫຼວດ
Mars Reconnaissance Orbiter ເມື່ອວັນທີ 16 ມັງກອນ 2014.

ທີ່ມາ REUTERS/NASA/Handout via Reuters

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...