spot_img
Homeຄວາມຮູ້ກ່ຽວກັບ AECດອກໄມ້ປະຈຳຊາດບັນດາປະເທດອາຊຽນ

ດອກໄມ້ປະຈຳຊາດບັນດາປະເທດອາຊຽນ

Published on

 

ດອກໄມ້ປະຈຳຊາດບັນດາປະເທດອາຊຽນ

ດອກໄມ້ປະຈຳຊາດບັນດາປະເທດອາຊຽນ ມີດອກຫຍັງແດ່… ມາເບິ່ງນຳກັນ

ຮຽບຮຽງຂໍ້ມູນໂດຍ: ຊຽງກະເລັນ ບ້ານນາ
ພາບປະກອບຈາກອິນເຕີເນັດ

ເຫຼືອເວລາອີກບໍ່ທໍ່ໃດເດືອນເທົ່ານັ້ນ ການຮວມໂຕກັນຂອງປະຊາຊົມອາຊຽນ 10 ປະເທດ ກໍຈະເລິ່ມຕົ້ນຂຶ້ນແລ້ວ (2015) ເພື່ອໂຮມກຳລັງໃນການພັດທະນາແຕ່ລະປະເທດໃຫ້ຈະເລີນກ້າວໜ້າໄປໃນທິດທາງດຽວກັນ ເຊິ່ງໜຶ່ງໃນນັ້ນກໍມີປະເທດລາວນຳ. ມື້ນີ້ ທີມງານ laopost.com ຈຶ່ງມີຂໍ້ມູນກ່ຽວກັບດອກໄມ້ທີ່ເປັນສັນຍະລັກຂອງຊາດອາຊຽນໃນແຕ່ລະປະເທດມາຝາກ ເພື່ອເພິ່ມພູນຄວາມຮູ້ ເຊິ່ງຈະມີດອກຫຍັງແດ່ນັ້ນ ເຮົາມາເບິ່ງພ້ອມໆ ກັນເລີຍ…

 

  1. ບຣູໄນດາຣຸສຊາລາມ (Negara Brunei Darussalam) : ດອກຊິມປໍ (Simpor)
ດອກໄມ້ປະຈຳຊາດບຣູໄນ
ດອກໄມ້ປະຈຳຊາດບຣູໄນ

ດອກໄມ້ປະຈຳຊາດບຣູໄນ ກໍຄື ດອກຊິມປໍ (Simpor) ຫຼືທີ່ຮູ້ຈັກກັນໃນອີກຊື່ໜຶ່ງຄື ດອກສ້ານຊະວາ ດອກໄມ້ປະຈໍາທ້ອງຖິ່ນບຣູໄນ ທີ່ມີກີບຂະໜາດໃຫຍ່ສີເຫຼືອງ ຖ້າບ້ານເຕັມທີ່ແລ້ວກີບດອກຈະມີລັກສະນະຄັນຮົ່ມ ພົບເຫັນໄດ້ຕາມແຄມແມ່ນ້ຳທົ່ວໄປໃນບຣູໄນ ມີສັບພະຄຸນຊ່ວຍປິ່ນປົວບາດແຜ ຖ້າຫາກໃຜໄດ້ໄປປະເທດບຣູໄນ ຈະພົບເຫັນໄດ້ຈາກທະນະບັດໃບ 1 ໂດລາ ຂອງປະເທດບຣູໄນ ແລະໃນງານສິລະປະພື້ນເມືອງອີກດ້ວຍ.

  1. ລາຊະອານາຈັກກຳປູເຈຍ (Kingdom of Cambodia) : ດອກລຳດວນ
ດອກລຳດວນ
ດອກລຳດວນ

ກຳປູເຈຍມີດອກໄມ້ປະຈຳຊາດເປັນ ດອກລຳດວນ (Rumdul) ດອກໄມ້ສີຂາຍປົນເຫຼືອງນວນ ກີບດອກໜາທຶບແລະແຂງເລັກນ້ອຍ ມີກິ່ນຫອມເຢັນ ຖືກຈັດເປັນໄມ້ມຸງຄຸນຊະນິດໜຶ່ງເພາະມີຄວາມໝາຍເຖິງຄວາມສົດຊື່ນຫອມຫວນ ແລະເປັນດອກໄມ້ສຳລັບສຸພາບສະຕີ ວິທີປູກທີ່ຖືກຕ້ອງ ຕ້ອງປູກໄວ້ໃນທິດຕາເວັນຕົກສຽງເໜືອຂອງເຮືອນ ທີ່ສຳຄັນຕ້ອງປູກໃນວັນພຸດອີກ.

 

  1. ສາທາລະນະລັດອິນໂດເນເຊຍ (Republic of Indonesia) : ດອກກ້ວຍໄມ້ລາຕີ ຫຼື Moon Orchid
ດອກກ້ວຍໄມ້ລາຕີ
ດອກກ້ວຍໄມ້ລາຕີ

ດອກໄມ້ປະຈຳຊາດອິນໂດເນເຊຍ ຄື ດອກກ້ວຍໄມ້ລາຕີ (Moon Orchid) ເຊິ່ງເປັນໜຶ່ງໃນດອກກ້ວຍໄມ້ທີ່ບານຢູ່ໄດ້ດົນນານທີ່ສຸດ ໂດຍຊໍ່ດອກນັ້ນສາມາດແຕກກິ່ງແລະຢູ່ໄດ້ດົນເຖິງ 2-6 ເດືອນ ໂດຍດອກຈະບານພຽງປີລະ 2-3 ເທື່ອເທົ່ານັ້ນ ທັງນີ້ດອກກ້ວຍໄມ້ລາຕີສາມາດຈະເລີນເຕີບໂຕໄດ້ດີໃນອາກາດຊື້ ຈຶ່ງພົບເຫັນໄດ້ງ່າຍໃນພື້ນທີ່ຕ່ຳຂອງປະເທດອິນໂດເນເຊຍ.

 

  1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (Lao People’s Democratic Republic) : ດອກຈຳປາ ຫຼື Dok Champa
ດອກຈຳປາລາວ
ດອກຈຳປາລາວ

ດອກໄມ້ປະຈຳຊາດລາວເຮົາຄື ດອກຈຳປາລາວ (Dok Champa) ດອກຈຳປາລາວມີສີສັນຫຼາກຫຼາຍ ບໍ່ສະເພາະເຈາະຈົງວ່າຕ້ອງເປັນພຽງສີຂາວເທົ່ານັ້ນ ເຊັ່ນ ສີເຫຼືອງ, ສີບົວ, ສີແດງ ຫຼືສີໂທນອ່ອນຕ່າງໆ ມີກິ່ນຫອມຫວນຊວນດົມ ມີລຳຕົ້ນແລະໃບທີ່ສວຍງາມ, ໂດຍດອກຈຳປາລາວນັ້ນເປັນຕົວແທນຂອງຄວາມສຸກແລະຄວາມຈິງໃຈ ເປັນຕົ້ນດອກໄມ້ມຸງຄຸນ ຈຶ່ງນິຍົມໃຊ້ຢ່າງຫຼວງຫຼາຍເພື່ອປະດັບປະດາໃນງານພິທີຕ່າງໆ ລວມທັງເປັນພວງມາໄລເພື່ອຮັບແຂກອີກດ້ວຍ.

 

  1. ປະເທດມາເລເຊຍ (Malaysia) : ດອກໃໝ່ ຫຼື Bunga Raya

5-Bunga Raya

ສຳລັບປະເທດມາເລເຊຍນັ້ນ ມີດອກໄມ້ປະຈຳຊາດເປັນໃໝ່ (Bunga Raya) ໃນພາສາທ້ອງຖິ່ນເອີ້ນວ່າ ດອກບຸຫງາ  ລັກສະນະກີບດອກເປັນສີແດງ ມີເກສອນຍື່ນກາຍດອກອອກມາ ເຊິ່ງຖືກຈັດໃຫ້ເປັນສັນຍະລັກຂອງປະເທດມາເລເຊຍ ເພື່ອເສີມສ້າງຄວາມເປັນປຶກແຜ່ນແລະຄວາມອົດທົນໃນຊາດ ໂດຍເຊື່ອວ່າຈະຊ່ວຍສົ່ງເສີມໃຫ້ສູງສົ່ງແລະສະຫງ່າງາມ ລວມທັງຍັງສາມາດເອົາໄປໃຊ້ໃນທາງການແພດແລະຄວາມງາມໄດ້ອີກດ້ວຍ.

 

  1. ສາທາລະນະລັດຟີລິບປິນ (Republic of the Philippines) : ດອກພຸດແກ້ວ ຫຼື Sampaguita Jasmine
ດອກພຸດແກ້ວ
ດອກພຸດແກ້ວ

ດອກໄມ້ປະຈຳຊາດຟີລິບປິນ ຄື ດອກພຸດແກ້ວ (Sampaguita Jasmine)ດອກມີສີຂາຍ ກີບດອກເປັນຮູບດາວ ມີກິ່ນຫອມ ບານສົ່ງກິ່ນໃນຕອນກາງຄືນ ຖືເປັນສັນຍະລັກຂອງຄວາມບໍລິສຸດ ລຽບງ່າຍ ອ່ອນນ້ອມຖ່ອມຕົນ ລວມເຖິງຄວາມເຂັ້ມແຂງອີກດ້ວຍ ເຄີຍຖືກເອົາມາໃຊ້ສະເຫຼີມສະຫຼອງ ໃນຕຳນວນເລື່ອງເລົ່າລວມທັງບົດເພງຂອງຟີລິບປິນນຳອີກ.

 

  1. ສາທາລະນະລັດສິງກະໂປ (Republic of Singapore) : ດອກກ້ວຍໄມ້ແວນດ້າ ຫຼື Vanda Miss Joaquim
ດອກກ້ວຍໄມ້ແວນດ້າ
ດອກກ້ວຍໄມ້ແວນດ້າ

ປະເທດສິງກະໂປ ມີ ດອກກ້ວຍໄມ້ແວນດ້າ (Vanda Miss Joaquim) ເປັນດອກໄມ້ປະຈຳຊາດໂດຍດອກກ້ວຍໄມ້ແວນດ້າຕັ້ງຊື່ຕາມຜູ້ປະສົມພັນ ຄື Miss Agnes Joaquim ຈັດເປັນດອກກ້ວຍໄມ້ທີ່ເປັນທີ່ຮູ້ຈັກຫຼາຍທີ່ສຸດໃນປະເທດສິງກະໂປ ມີສີມ່ວງສົດສວຍງາມແລະເບັ່ງບານຢູ່ຕະຫຼອດປີ ໂດຍຖືກຈັດໃຫ້ເປັນດອກໄມ້ປະຈຳຊາດສິງກະໂປມາຕັ້ງແຕ່ປີ 1981.

 

  1. ລາຊະອານາຈັກໄທ (Kingdom of Thailand) : ດອກຄູນ ຫຼື Ratchaphruek
ດອກຄູນ
ດອກຄູນ

ດອກໄມ້ປະຈຳຊາດຂອງໄທ ກໍຄື ດອກຄູນ ຫຼືໃນພາສາໄທເອີ້ນດອກ ຣາຊພຣຶກ (Ratchaphruek) ທີ່ມີສີເຫຼືອກສວຍງາມ ເມື່ອເບັ່ງບານແລ້ວໃຫ້ຄວາມຮູ້ສຶກອົບອຸ່ນ ຖືເປັນສັນຍະລັກຂອງຄວາມມີກຽດສັກສີ ໂດຍມີຄວາມເຊື່ອວ່າສີເຫຼືອງອະລ່າມຂອງດອກຄູນຄືສີແຫ່ງພະພຸດທະສາດສະໜາແລະຄວາມຮຸ່ງເຮືອງ ລວມທັງຍັງເປັນສັນຍະລັກແຫ່ງຄວາມສາມັກຄີປອງດອງຂອງຄົນໃນຊາດອີກດ້ວຍ ໂດຍດອກຄູນຈະເບັ່ງບານໃນໄລຍະເດືອນກຸມພາ-ເມສາ ເຊິ່ງເປັນໄລຍະບຸນກຸດສົງການ ມີຈຸດເດັ່ນເວລາເບັ່ງບານຄືການຫຼົ່ນໃບອອກຈົນໝົດຕົ້ນ ເຫຼືອໄວ້ພຽງແຕ່ສີເຫຼືອງອະລ່າມຂອງດອກເທົ່ານັ້ນ.

 

  1. ສາທາລະນະລັດສັງຄົມນິຍົມຫວຽດນາມ (The Socialist Republic of Vietnam) : ດອກບົວ ຫຼື Lotus
ດອກບົວ
ດອກບົວ

ປະເທດຫວຽດນາມ ມີດອກໄມ້ທີ່ຄົນລາວເຮົາຮູ້ຈັກດີ ນັ້ນຄື ດອກບົວ (Lotus) ເປັນດອກໄມ້ປະຈຳຊາດ ໂດຍດອກບົວເປັນທີ່ຮູ້ຈັກກັນໃນນາມ “ດອກໄມ້ແຫ່ງຮຸ່ງອະລຸນ” ເປັນສັນຍະລັກຂອງຄວາມບໍລິສຸດ ຄວາມຜູກພັນ ແລະການເບິ່ງໂລກໃນແງ່ດີ ດອກບົວຈຶ່ງມັກຖືກກ່າວເຖິງໃນບົດກອນແລະເພງພື້້ນເມືອງຂອງຊາວຫວຽດນາມຢູ່ເລື້ອຍໆ.

 

10.ສາທາລະນະລັດ ແຫ່ງສະຫະພາບມຽນມາ (Republic of the Union of Myanmar): ດອກດູ່ ຫຼືPaduak

ດອກດູ່
ດອກດູ່

ດອກໄມ້ປະຈຳຊາດຂອງມຽນມາ ຄື ດອກດູ່ ເປັນດອກໄມ້ທີ່ພົບຫຼາຍໃນປະເທດມຽນມາ ມີສີເຫຼືອງຄຳ ອອກດອກແລະສົ່ງກິ່ນຫອມໃນຕົ້ນລະດູຝົນ ປະມານເດືອນເມສາ ເຊິ່ງເປັນໄລຍະເວລາດຽວກັບປະເທດມຽນມາສະເຫຼີມສະຫຼອງປີໃໝ່ຂຶ້ນ ເຊິ່ງມຽນມາເຊື່ອວ່າດອກດູ່ຄືສັນຍະລັກຂອງຄວາມແຂງແຮງ ຄວາມທົນທານ ແລະເປັນດອກໄມ້ທີ່ຂາດບໍ່ໄດ້ໃນພິທີທາງສາດສະໜາຂອງຊາວພະມ້າ.

ຮູ້ຈັກກັນໄປແລ້ວສຳລັບດອກໄມ້ປະຈຳຊາດອາຊຽນທັງ 10 ປະເທດ ທີ່ຫຼາຍດອກກໍຄຸ້ນໜ້າຄຸ້ນຕາດີແລະເຄີຍເຫັນໃນປະເທດລາວຢູ່ ຫາກພົບພໍ້ເພື່ອນຮ່ວມປະຊາຄົມອາຊຽນທີ່ແວ່ມາຢ້ຽມຢາມເມືອງລາວແລ້ວ ກໍລອງມອບດອກໄມ້ເຫຼົ່ານີ້ໃຫ້ເພື່ອເປັນການຕ້ອນຮັບ ກໍຄົງຈະສ້າງຄວາມປະທັບໃຈໃຫ້ບໍ່ໜ້ອຍຄືກັນ.

ອ່ານເລື່ອງລາວດີໆ ກ່ຽວກັບດອກໄມ້ປະຈຳຊາດອາຊຽນ ຈາກ ລາວໂພສຕ໌ດັອດຄອມ ແລ້ວ ລອງຄລິກທີ່ນີ້ເພື່ອລອງເຮັດຂໍ້ສອບເສັງນຳກັນເບິ່ງ!.

 

ຄວາມຮູ້ຊຸດ ເປິດປະຕູສູ່ອາຊຽນ

 

ປະຊາຄົມເສດຖະກິດອາຊຽນ (AEC) ຄືຫຍັງ?

ທຸງອາຊຽນແລະທຸງຊາດບັນດາປະເທດອາຊຽນ

 

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...