Homeຂ່າວການພັດທະນາຈົ່ງຊ່ວຍກັນອະນຸລັກສັດນ້ຳ-ສັດປ່າໃຫ້ເພີ່ມຂຶ້ນ ແລະ ຍືນຍົງ

ຈົ່ງຊ່ວຍກັນອະນຸລັກສັດນ້ຳ-ສັດປ່າໃຫ້ເພີ່ມຂຶ້ນ ແລະ ຍືນຍົງ

Published on

ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ລຽນ ທີແກ້ວ ໄດ້ອອກຄຳສັ່ງກ່ຽວກັບການສ້າງຂະບວນການອະນຸລັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດວັນທີ 13 ກໍລະກົດ ທີ່ຈະມາເຖິງນີ້ວ່າ: ໃຫ້ກົມກວດກາປ່າໄມ້,ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະ ຄອນຫລວງວຽງຈັນ ປະ ສານສົມທົບກັບອົງການປົກຄອງແຕ່ລະຂັ້ນ ສືບຕໍ່ຕິດຕາມ, ກວດກາ ແລະ ປຸກລະດົມ ຂົນຂວາຍປະຊາຊົນ ໃຫ້ຕື່ນຕົວສະໝັກໃຈມອບອາວຸດລ່າສັດ ແລະ ເຄື່ອງມືຫາປາແບບດັບສູນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເພື່ອຄຸ້ມຄອງໃຫ້ຖືກຕ້ອງຕາມລະ ບຽບກົດໝາຍ, ພ້ອມທັງປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອປຸກລະດົມຂົນຂວາຍ ແລະ ຈັດຕັ້ງກິດ ຈະກຳຕ່າງໆ ຕາມເງື່ອນໄຂ ແລະ ສະພາບຕົວຈິງ ໃນການປ່ອຍປາລົງໃສ່ໜອງ, ບຶງ, ແມ່ ນ້ຳລຳເຊ, ອ່າງເກັບນ້ຳ, ເຂື່ອນໄຟຟ້ານ້ຳຕົກ, ແຫລ່ງທ່ອງທ່ຽວນ້ຳຕົກຕາດຕ່າງໆ ແລະ ປ່ອຍສັດປ່າທີ່ໄດ້ມາຈາກການເພາະພັນ, ຢຶດຈາກການຫາ, ລ່າ ຫລື ການຄ້າ-ຂາຍສັດປ່າຜິດກົດໝາຍເຂົ້າໃນປ່າສະຫງວນຕ່າງໆ ທີ່ເຫັນວ່າມີຄວາມປອດໄພ ແລະ ສາມາດອອກແມ່ແຜ່ລູກໄດ້ຢ່າງເປັນຂະບວນກວ້າງຂວາງ, ຫ້າມຈັບ, ຊື້-ຂາຍ ສັດນ້ຳ ແລະ ລ່າສັດປ່າປະເພດຫວງຫ້າມ ຫລື ບັນຊີ1 ແລະ ປະ ເພດຄຸ້ມຄອງ ຫລື ບັນຊີ 2 ໃນທຸກລະດູການຢ່າງເດັດຂາດ, ຫ້າມນຳເອົາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ, ຊີ້ນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນທີ່ຢູ່ອາໄສ ຫລື ແຫລ່ງກຳເນີດມາໄວ້ໃນຄອບຄອງ, ຫ້າມລ່າສັດນ້ຳ, ສັດປ່າປະເພດທົ່ວໄປ ຫລື ບັນຊີ 3 ໃນສະ ຖານທີ່ຫວງຫ້າມ, ເຂດອະນຸລັກພັນສັດ, ເຂດວັງສະຫງວນ ໂດຍສະເພາະໃນຊ່ວງເຂົ້າພັນສາ, ຫ້າມບຸກລຸກ ທຳລາຍເຂດອະນຸລັກພັນສັດ, ວັງສະຫງວນ, ຖິ່ນທີ່ອາໃສ ແລະ ແຫລ່ງອາຫານຂອງສັດນ້ຳ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມເຊັ່ນ: ດ້ວຍການບຸກເບີກ, ຕັ້ງຖິ່ນຖານໃໝ່, ຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້, ນຳໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າເກີນ ກຳນົດ ແລະ ການກະທຳອື່ນໆທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຫ້າມຈັບຈອງ, ຍ້າຍ, ປ່ຽນແປງ ຫລື ທຳລາຍເຄື່ອງໝາຍເຂດວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ, ຫ້າມຫາປາໃນຊ່ວງລະດູປາວາງໄຂ່ ຫລື ຊ່າງເຂົ້າພັນສາ ຢູ່ຕາມເຂດທີ່ປາຂຶ້ນວາງໄຂ່ ເປັນຕົ້ນແມ່ນເຂດວັງສະຫງວນຕ່າງໆ, ຫ້າມຕັນທາງເດີນຂອງປາຂຶ້ນວາງໄຂ່ຕາມຫ້ວຍ ແລະ ສາຍນ້ຳດ້ວຍວິທີການເຮັດຕ້ອນ, ເຮັດລີ່, ໃສ່ລອບ ຫລື ໂຕ່ງ, ມອງຕາຖີ່, ນຳໃຊ້ລະເບີດ, ທາດເບື່ອ, ສານເຄມີ, ໃຊ້ໄຟຟ້າຊ໋ອດ ແລະ ເຄື່ອງມືຫາປາທີ່ມີລັກສະນະດັບສູນ, ຫ້າມມີການກະທຳອື່ນທີ່ເປັນການລະເມີດລະບຽບກົດໝາຍກ່ຽວກັບສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ. ໃນ ກໍລະນີພົບເຫັນຜູ້ລະເມີດໃຫ້ພາກສ່ວນກ່ຽວຂ້ອງ ດຳເນີນການກ່າວເຕືອນ,ສຶກສາອົບຮົມ, ປັບໃໝ, ດຳເນີນຄະດີແພ່ງ ຫລື ຄະດີອາຍາ ຕາມລະກໍລະນີເບົາ ຫລື ໜັກ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປະມົງ ແລະ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ຢ່າງເຂັ້ມງວດ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...