spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງປາກກະດິງ ຈັບຜູ້ຖືກຫາຄ້າຢາ

ປກສ ເມືອງປາກກະດິງ ຈັບຜູ້ຖືກຫາຄ້າຢາ

Published on

ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້ໃຫ້​ຮູ້​ວ່າ: ໃນ​ຄັ້ງ​ວັນ​ທີ 23 ພຶດ­ສະ­ພາ 2016 ນີ້​ໄດ້​ຮັບ​ແຈ້ງ​ຈາກ​ພົນ­ລະ­ເມືອງ​ດີວ່າ: ໄດ້​ມີ​ກຸ່ມ​ຄົນ​ບໍ່​ດີ​ເຄື່ອນ​ໄຫວ​ຄ້າ­ຂາຍຢາ​ເສບ​ຕິດ​ຢູ່​ເຂດ​ບ້ານ​ໂພນ​ສີ, ເມືອງປາກ​ກະ­ດິງ ຈາກ​ນັ້ນ​ເຈົ້າ​ໜ້າ­ທີ່​ວິ­ຊາ​ສະເພາະ ປກສ ເມືອງ​ປາກ​ກະ­ດິງ ຈິ່ງ​ໄດ້​ລົງກວດ­ກາ ແລະ​ ພົບ​ເຫັນ​ວ່າ​ແຫຼ່ງ​ຂ່າວ​ດັ່ງ­ກ່າວ​ແມ່ນ​ມີ​ຄວາມ​ຈິງ.

ຕົກ​ມາ​ຮອດ​ວັນ​ທີ 25 ພຶດ­ສະ­ພາ​ເຈົ້າໜ້າ­ທີ່ ປກສ ເມືອງ​ປາກ​ກະ­ດິງ, ຈິ່ງ​ສາມາດ​ເຂົ້າ​ຈັບ​ຕົວ​ຜູ້​ຖືກ​ຫາ​ໄດ້ 1 ຄົນ​ຄື: ທ້າວ ລຸຍ ອາ­ຍຸ 30 ປີ ຢູ່​ບ້ານ​ໜອງ​ສະ­ພັງ ເມືອງ​ໄຊ​ບູ​ລີ ແຂວງ​ສະ­ຫວັນ​ນະ​ເຂດ. ພ້ອມ​ດ້ວຍ​ຂອງ​ກາງ​ຢາ​ບ້າຈຳ­ນວນ 206 ເມັດ ແລະ​ປືນ​ແກັບ 1 ກະ­ບອກ; ຜ່ານ ການ​ສືບ­ສວນ​ຂອງ​ເຈົ້າ​ໜ້າ­ທີ່​ຜູ້­ກ່ຽວ​ໄດ້ຮັບ​ສາ­ລະ­ພາບ​ວ່າ​ຢາ​ເສບ​ຕິດ ແລະ​ປືນແກັບ​ດັ່ງ­ກ່າວ​ແມ່ນ​ເປັນ​ຂອງ​ຕົນ​ແທ້​ຜູ້ຖືກ​ຫາ​ຍັງ​ໄດ້​ໃຫ້­ການ​ກັບ​ເຈົ້າ​ໜ້າ­ທີ່​ວ່າຕົນ​ແມ່ນ​ໄດ້​ພົວ­ພັນ​ເສບ​ຢາ​ບ້າ​ມາ​ດົນແລ້ວ ຈິ່ງ​ມີ​ແນວ​ຄິດ​ຢາກ​ຄ້າ­ຂາຍ​ຢາ​ເສບຕິດ​ຈິ່ງ​ຕັດ­ສິນ​ໃຈ​ຕົກ­ລົງ​ຮັບ​ຢາ​ບ້າ​ນຳ​ຜູ້ຮ່ວມ​ຂະ​ບວນ​ການ ຈຳ­ນວນ 1 ຖົງ​ເທົ່າ ກັບ 208 ເມັດ, ໃນ​ເວ­ລາ​ຕໍ່​ມາ​ຈິ່ງ​ຖືກເຈົ້າ​ໜ້າ­ທີ່​ເຂົ້າ​ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ.

ຕໍ່​ກັບ​ຄະ­ດີ​ດັ່ງ­ກ່າວ​ເຈົ້າ​ໜ້າ­ທີ່​ໜ່ວຍງານສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ເມືອງ​ປາກ​ກະ­ດິງ ໄດ້​ໃຫ້​ຮູ້​ຕື່ມ​ວ່າ: ປະ­ຈຸ​ບັນ​ໄດ້​ສົ່ງ​ຕົວ​ຜູ້​ຖືກ​ຫາ​ໃຫ້​ເຈົ້າ​ໜ້າ­ທີ່ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ​ຕ້ານຢາ​ເສບ​ຕິດ ປກສ ແຂວງ ດຳ­ເນີນ​ຄະ­ດີ​ເພື່ອ​ສົ່ງ​ສຳ­ນວນ​ໃຫ້​ອົງ­ການ​ໄອ​ຍະ​ການປະ­ຊາ­ຊົນ ແຂວງ​ບໍ​ລິ​ຄຳ​ໄຊ ສະ­ຫຼຸບ​ຟ້ອງສານ​ຕັດ­ສິນ​ຕໍ່​ຜູ້­ກ່ຽວ​ຕາມ​ລະ­ບຽບ​ກົດໝາຍ, ສ່ວນ​ພັກ​ພວກ​ທີ່​ຮ່ວມ​ຂະ​ບວນການ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ປາກ​ກະ­ດິງ ໄດ້​ສືບ­ຕໍ່​ສົມ­ທົບ​ກັບ​ເຈົ້າ​ໜ້າ­ທີ່​ພາກ­ສ່ວນ​ກ່ຽວ­ຂ້ອງ​ເລັ່ງ​ຕິດ­ຕາມ​ນຳ​ຕົວ​ພວກ​ກ່ຽວ​ເພື່ອ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ​ຢ່າງເຂັ້ມ​ງວດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...