spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວມະຫັດ​ສະ​ຈັນ ມົນສະ​ເຫ​ນ່​ແດນຈໍາປາສັກ

ມະຫັດ​ສະ​ຈັນ ມົນສະ​ເຫ​ນ່​ແດນຈໍາປາສັກ

Published on

ຈໍາປາ​ສັກ ມີເນື້ອທີ່15.410  ຕາລາງກິໂລແມັດ, ກວ້າງໃຫຍ່ເປັນອັນດັບທີ່ສາມຂອງປະເທດມີພົນລະເມືອງ 6 ແສນກວ່າຄົນກວມ   10% ຂອງພົນລະເມືອງໃນທົ່ວປະເທດ. ທີ່ຕັ້ງພູມສັນຖານໄດ້ແບ່ງອອກເປັນສອງເຂດຢ່າງຈະແຈ້ງຄື: ເຂດທົ່ງພຽງ ແລະ ເຂດພູພຽງ

ຈໍາປາ​ສັກ ​ເປັນ​ດິນ​ແດນ​ໃຕ້​ສຸດ​ຂອງ​ປະ​ເທດ ທີ່​ເຕັມ​ໄປ​ດ້ວຍ​ອູ່​ອະລິຍະ​ທໍາ​ອັນ​ເກົ່າ​ແກ່ທີ່​ຫນ້າ​ຄົ້ນ​ຫາ ​ແລະ​ ມີ​ທໍາ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ຢ່າງ​ໂດດ​ເດັ່ນ​​ແຫ່ງ​ຫນຶ່ງຂອງ​ປະ​ເທດ​ທີ່​ບັນດາ​ທ່ານ​ຄວນ​ຍາດ​ໂອກາດ​ໄປ​ທ່ຽວ​ຊົມຈັກ​ຄັ້ງ ຫລື ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ທີ່​ມີ​ໂອກາດ​ເດີນທາງ​ມາ​ທ່ອງ​ທ່ຽວ​ສປປ ລາວ ກໍ​ຄວນ​ຈັດ​ຈໍາ​ປາ​ສັກ​ເປັນ​ຫນຶ່ງ​ໃນ​ເປົ້າຫມາຍ​ປາຍທາງ​ການທ່ອງທ່ຽວ.

ປັດຈຸບັນການທ່ອງທ່ຽວ​ພວມ​ຂະຫຍາຍຕົວ​ຢ່າງ​ແຮງ ​ແຕ່​ຫລາຍ​ຄົນ​ອາດ​ຍັງ​ບໍ່​ຮູ້ຈໍາປາ​ສັກ​ ວ່າມີ​ຄວາ​ເປັນ​ມາ​ຄື​ແນວ​? ມີ​ສະຖານ​ທີ່​ທອງ​ທ່ຽວ​ໃດ​ແດ່​ທີ່​ຫນ້າ​ຄົ້ນ​ຫາ? ລວມ​ເຖິງ​ການ​ເດີນທາງ​ສະດວກ​ບໍ? ທີ​ພັກ​ຮ້ານ​ອາຫານ​ເດ ​ເປັນ​ແນວ​ໃດ?

20141129135632gFQ29Rqz

1.ປະຫວັດ​ຄວາມ​ເປັນ​ມາ

ຈໍາປາສັກມີຊື່ເດີມວ່າ ຈໍາປາປູຣະ (ເມືອງຊາວຈາມ), ນັກປະຫວັດສາດສາຂາມະນຸດສາດ ຫລືມະນຸດວິທະຍາ ໄດ້ຮັບຮູ້ເປັນເອກະພາບກັນວ່າຊົນຊາດທີ່ຕັ້ງຖິ່ນຖານຢູ່ຂົງເຂດພາກໃຕ້ຂອງອິນໂດຈີນກ່ອນຫມູ່ແມ່ນຊົນຊາດຈາມ ແລະ ເຊື່ອວ່າເປັນພັນໆປີມາແລ້ວ ທັງມີຄວາມຮຸ່ງເຮືອງມາແຕ່ດົນນານ.

ປັດຈຸບັນນັກວັດຖຸບູຮານຢັ້ງຢືນວ່າວັດພູຈໍາປາສັກ ບູຮານສະຖານຄູ່ບ້ານຄູ່ເມືອງຂອງຊາວ ຈໍາປາສັກ ທີ່ຖືກຮັບຮອງເປັນມໍລະດົກໂລກໃນວັນທີ 6 ທັນວາ 2001ແມ່ນມີມາກ່ອນສະໄຫມຂອມ200ກວ່າປີ ຄືຕັ້ງແຕ່ສະຕະວັດທີ IV ແລະ ເປັນຊົນຊາດຈາມສ້າງຂຶ້ນສ່ວນຫນຶ່ງ ເຊິ່ງອົງການອຸຍແນັດສະໂກ ກໍຢຶນຢັນວ່າແມ່ນສະໄຫມກ່ອນຂອມ, ນະຄອນວັດ ແລະນະຄອນທົມແມ່ນສະຕະວັດທີVIIຫາທີIX ແຕ່ກໍ່ຍອມຮັບຮູ້ວ່າ ຫລັງສົງຄາມຮຸກຮານຂອງພວກຂອມຕໍ່ຊົນເຜົ່າຈາມສິ້ນສຸດລົງ, ອໍານາດ ແລະອິດທິພົນຂອງຂອມກໍໄດ້ທໍາລາຍສ່ວນໃດສ່ວນຫນຶ່ງຂອງຜາສາດຫີນວັດພູ ທັງໄດ້ປ່ຽນແປງສິລະປະໄປເລັກນ້ອຍ.

574-485

  1. ທີ່ຕັ້ງດ້ານພູມສາດ

ຈໍາປາສັກ ຕັ້ງຢູ່ລະຫວ່າງເສັ້ນແວງທີ 105 ອົງສາ 13 ລິບດາ ຫາ 106ອົງສາ55ລິບດາຕາເວັນອອກ ແລະ ເສັ້ນຂະຫນາດທີ່ 13 ອົງສາ55ລິບດາຫາ15ອົງສາ22ລິບດາເຫນືອ.

ມີຊາຍແດນຕິດຈອດກັບບັນດາແຂວງ ແລະ ປະເທດໃກ້ຄຽງຄື: ທິດເຫນືອ ແລະ ຕາເວັນອອກສ່ຽງເຫນືອຕິດກັບແຂວງສາລະວັນ ມີລວງຍາວ140ກິໂລແມັດ, ທິດຕາເວັນອອກຕິດກັບແຂວງເຊກອງ ແລະ ແຂວງອັດຕາປື ຍາວ180ກິໂລແມັດ, ທິດໃຕ້ຕິດກັບລາຊະອານາຈັກກໍາປູເຈຍ ມີລວງຍາວ135ກິໂລແມັດ ແລະ ທິດຕາເວັນຕົກຕິດກັບລາຊະອານາຈັກໄທ ຍາວ 233 ກິໂລແມັດ.

9596a10679e3ef8f10b431d3a3258e4e_2

  1. ດ້ານການປົກຄອງ

ແຂວງຈໍາປາສັກແບ່ງອອກເປັນ10ເມືອງ ມີເມືອງປາກເຊ ເປັນເທດສະບານຂອງແຂວງ, ມີເມືອງປາກຊ່ອງ, ບາຈຽງຈະເລີນສຸກ, ຊະນະສົມບູນ, ໂພນທອງ, ປະທຸມພອນ, ຈໍາປາສັກ, ສຸຂຸມາ, ເມືອງມູນລະປະໂຫມກ ແລະ ເມືອງໂຂງ, ມີພົນລະເມືອງປະມານ 642.651ຄົນ.

b1 (2)

  1. ການເດີນທາງເຂົ້າສູ່ແຂວງຈໍາປາສັກ

ການເຂົ້າສູ່ແຂວງຈໍາປາສັກໃນປັດຈຸບັນ ເປັນເລື່ອງທີ່ງ່າຍຫລາຍ. ແຂວງຈໍາປາສັກມີເສັ້ນທາງບົກເຊື່ອມຕໍ່ກັບບັນດາແຂວງ ແລະ ປະເທດໃກ້ຄຽງເປັນຕົ້ນຣາຊະອານາຈັກກຳປູເຈຍ  ຜ່ານດ່ານຫນອງນົກຂຽນ,  ແລະ ຣາຊະອານາຈັກໄທ ຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ. ນອກນັ້ນຍັງ ມີດ່ານສາກົນສະຫນາມບີນປາກເຊ ອັນໄດ້ສ້າງຄວາມສະດວກສະບາຍໃຫ້ແກ່ການເດີນທາງເຂົ້າມາ

ສ່ວນ​ການ​ເດີນທາງ​ດ້ວຍ​ທາງບົກ​ ຈາກ​ນະ​ຄອນ​ຫລວງ​ວຽງ​ຈັນ ສູ່​ເມືອງ​ປາກ​ເຊ​ແຂວງ​ຈໍາ​ປາ​ສັກກໍ​ສະ​ດວກ ມີ​ລົດ​ໂດຍສານ​ຫລາຍ​ລະດັບ​ແລ່ນບໍ​ລິ​ການ​.

E6870723-17

  1. ບັນດາແຫລ່ງທ່ອງທ່ຽວທີ່ສໍາຄັນ

ພູມສັນຖານ ແລະ ລະດູການທີ່ປ່ຽນແປງ ໄດ້ສ້າງດິນແດນມະຫານະທີສີພັນດອນ ໃຫ້ເຕັມໄປ ດ້ວຍຄວາມງົດງາມ ທາງອະລິຍະທໍາ ແລະ ທໍາມະຊາດ ເຮັດໃຫ້ດິນແດນໃຕ້ສຸດຂອງປະເທດແຫ່ງນີ້ ເຕັມໄປດ້ວຍຄວາມຫຼາກຫລາຍຂອງສະຖານທີ່ທ່ອງທ່ຽວ ທັງອາ​ລິ​ຍະ​ທໍາ​ອັນ​ເກົ່າ​ແກ່,ບູຮານ​ສະຖານ, ​ເກ​າະດອນ, ນໍ້າຕົກ ​ແລະ ​ທໍາ​ມະ​ຊາດ​ອັນ​ອຸດົມ​ສົມ​ບູນ​ດ້ວຍ​ພູຜາ​ປ່າ​ໄມ້ ພືດ​ພັນ​ສັດປ່າ​ນາໆ​ຊະນິດ.

ຫລາຍທ່ານ ອ່ານໄດ້ມາທ່ຽວ ແລະສໍາພັດກັບຕົວຈິ່ງແດ່ແລ້ວ ແຕ່ກໍເຊື່ອວ່າຍັງມີຄົນອີກຈໍານວນຫລາຍທີ່ເຄີຍໄດ້ຍິນ ແຕ່ບໍ່ເຄີຍມາສໍາພັດກັບຕາ ຫລື ໄດ້ຍິນກັບຫູ ຫລື ບໍ່ເຄີຍຮູ້ວ່າກ່ອນ ເຖິງຄວາມມະຫັດສະຈັນ ແລະ ສວຍງາມສຸດພັນລະນາຂອງດິນແດນແຫ່ງນີ້.

ການ​ເດີນທາງ​ມາ​ທ່ອງ​ທ່ຽວ​ແຂວງ​ຈໍາປາ​ສັກ ​ແມ່ນ​ສາມາດ​ມາ​ໄດ້​ທຸກ​ລະດູ. ມີແຫລ່ງທ່ອງ ທ່ຽວທີ່ໂດດເດັ່ນທາງດ້ານວັດທະນາທຳ, ວັດຖຸບູຮານປະຫວັດສາດ ແລະ ທຳມະຊາດທີ່ລືຊື່ ຫລາຍໆແຫ່ງເປັນຕົ້ນແມ່ນສະຖານວັດພູຈຳປາສັກ ເຊິ່ງເປັນ ມໍລະດົກໂລກແຫ່ງທີ 2 ຂອງ ລາວຖັດມາກໍ່ແມ່ນແຫລ່ງທ່ອງທ່ຽວນ້ຳຕົກຄອນພະເພັງທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ແຫລ່ງທ່ອງທ່ຽວອື່ນໆ ອີກຫລາຍແຫ່ງເຊັ່ນ: ຕາດຜາສ້ວມ, ຕາດຟານ, ຕາດເຍືອງ, ພູສະເຫລົາ, ຂົວມິດຕະພາບລາວ-ຍີ່ປຸ່ນ , ວັດຈອມເພັດ, ວັດຫລວງ, ດອນລົບປາດີ, ປ່າສະຫງວນແຫ່ງ ຊາດເຊປ່ຽນ, ປ່າສະຫງວນແຫ່ງຊາດພູຊຽງທອງ.

ຈາກສະຖິຕິການສໍາຫລວດໃນປີ2008 ຈໍາປາສັກມີແຫລ່ງທ່ອງທ່ຽວເຖິງ 206ແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວທໍາມະຊາດ 109 ແຫ່ງ, ປະຫວັດສາດ 40 ແຫ່ງ ແລະ ວັດທະນະທໍາ 57ແຫ່ງ.

 

ທີ່ມາເນື້ອໃນ: http://la.laotrips.com/?p=76

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...