spot_img
Homeມຸມຂ່າວ AECກອງປະຊຸມສະພາປະຊາຄົມວັດທະນະທຳ -ສັງຄົມອາຊຽນ ຄັ້ງທີ 15 ໄດ້ພິຈາລະ ນາຮັບຮອງເອົາ 3 ຖະແຫລງການສຳຄັນ

ກອງປະຊຸມສະພາປະຊາຄົມວັດທະນະທຳ -ສັງຄົມອາຊຽນ ຄັ້ງທີ 15 ໄດ້ພິຈາລະ ນາຮັບຮອງເອົາ 3 ຖະແຫລງການສຳຄັນ

Published on

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານກອງປະຊຸມ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນສຳເລັດ ທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 15 ທີ່ແຂວງ ຫລວງພະບາງ ໃນວັນທີ 4 ມິຖຸນາ 2016 ພ້ອມດ້ວຍບັນດາລັດຖະມົນຕີ ຮັບຜິດຊອບວຽກປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຈາກ 10 ປະເທດສະມາຊິກອາຊຽນ ເຊິ່ງກອງປະຊຸມໄດ້ເຫັນດີເປັນເອກະພາບກັນ ພິຈາລະນາຮັບຮອງເອົາບັນດາຖະແຫລງການສຳຄັນ ເພື່ອສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ທີ່ຈະມາເຖິງໃນປີນີ້.

ກອງປະຊຸມຄັ້ງນີ້ ໄດ້ແຈ້ງໃຫ້ຊາບວ່າ ເປັນປີທຳອິດທີ່ອາຊຽນ ໄດ້ກ້າວເຂົ້າສູ່ການເປັນປະຊາຄົມ, ເປັນປີທຳອິດໃນການ ຈັດຕັ້ງປະຕິບັດວິໄສທັດອາຊຽນ 2015 ແລະ ແຜນແມ່ບົດທັງ 3 ປະຊາຄົມ ພ້ອມທັງເຫັນດີສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ແລະ ໄດ້ຢືນຢັນຄວາມມຸ່ງໝັ້ນ ກ່ຽວກັບແຜນບູລິມະສິດຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2016 ແລະ ໃນປີຕໍ່ໜ້າ ພາຍໃຕ້ຫົວຂໍ້ “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫລງການທີ່ສຳຄັນ ດັ່ງນີ້ ຄື: 1. ຖະແຫລງການວ່າ ດ້ວຍການຫັນປ່ຽນ ຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານ ໃນລະບົບ ເພື່ອກ້າວໄປສູ່ການການສົ່ງເສີມວຽກງານທີ່ຖຶກຕ້ອງ ແລະ ຊອບທຳໃນອາຊຽນ, 2. ຖະແຫລງການອາຊຽນ ວ່າດ້ວຍອາຊຽນ ເປັນໜຶ່ງດຽວກັນ ໃນການຕອບໂຕ້ໄພພິບັດຂະໜາດໃຫຍ່ ຢູ່ໃນພາກພື້ນ ແລະ ນອກພາກພື້ນ ແລະ 3. ຖະແຫລງການອາຊຽນ ວ່າດ້ວຍການສ້າງຄວາມເຂັ້ມແຂງດ້ານການສຶກສາໃຫ້ແກ່ເດັກ ແລະ ຊາວໜຸ່ມທີ່ບໍ່ມີໂອກາດໄດ້ເຂົ້າໂຮງຮຽນ. ພ້ອມດຽວກັນ ກອງປະຊຸມຍັງໄດ້ຮັບຊາບ ຄວາມຄືບໜ້າໃນການປັບປຸງຖະແຫລງການວຽງຈັນ ວ່າດ້ວຍການຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານ ມໍລະດົກວັດທະນະທຳອາຊຽນ ແລະ ຖະແຫລງການ ວ່າດ້ວຍຊີວະນາໆພັນ ສຳລັບກອງປະຊຸມ ຄັ້ງທີ 13 ຂອງບັນດາພາຄີສົນທິສັນຍາ ວ່າດ້ວຍຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ2016.

ຕໍ່ກັບຜົນສຳເລັດດັ່ງກ່າວ, ກອງປະຊຸມໄດ້ປຶກສາຫາລືຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ, ປະເມີນຜົນ ແຜນແມ່ບົດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ທັງຫາລືກ່ຽວກັບຜົນ ຂອງການສຶກສາຄົ້ນຄວ້າ ວ່າດ້ວຍການເຂົ້າເປັນສະມາຊິກ ຂອງປະເທດຕີມໍເລດສະເຕ ແລະ ໄດ້ແລກປ່ຽນ ທັດສະນະກ່ຽວກັບ ການສະໜັບສະໜູນ ຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຕໍ່ການປະຕິບັດງານຂອງບັນດາ ຜູ້ປະຈຳການຖາວອນ ຂອງປະເທດສະມາຊິກອາຊຽນ ແລະ ຍັງໄດ້ຮັບຮູ້ການເຄື່ອນໄຫວຂອງບັນດາເຈົ້າໜ້າທີ່ອາວຸໂສ ປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ, ຂອງບັນດາກະຊວງ, ຂະແໜງການ ແລະ ກອງເລຂາອາຊຽນ ໃນການພິຈາລະນາຂໍ້ສະເໜີຕ່າງໆ ເຊິ່ງໃນນັ້ນ ໄດ້ພິຈາລະນາຮັບຮອງເອົາ ທີ່ຕັ້ງພາລະບົດບາດຂອງສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເຊິ່ງສະແດງຄວາມຊົມເຊີຍ ສຳລັບການເຮັດວຽກອັນໜັກໜ່ວງ ແລະ ໄດ້ຈັດກອງປະຊຸມ ຄັ້ງທີ 20 ຂອງເຈົ້າໜ້າ ທີ່ອາວຸໂສຂຶ້ນ ເຮັດໃຫ້ກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 15 ປະສົບຜົນ ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...