ທຸງອາຊຽນແລະທຸງຊາດບັນດາປະເທດອາຊຽນ

0
4938

ທຸງອາຊຽນແລະທຸງຊາດບັນດາປະເທດອາຊຽນ

ຮຽບຮຽງຂໍ້ມູນໂດຍ: ຊຽງກະເລັນ ບ້ານນາ

ນັບຖອຍຫຼັງອີກບໍ່ພໍເທົ່າໃດເດືອນ ປະເທດລາວກໍຈະກ້າວເຂົ້າສູ່ການເປັນ ປະຊາຄົມເສດຖະກິດອາຊຽນ (ASEAN Economic Community : AEC) ຢ່າງເຕັມໂຕ ພ້ອມໆ ກັບບັນດາປະເທດໃນອາຊຽນ ເຊິ່ງໃນເວລານີ້ກໍເບິ່ງຄືວ່າ ປະເທດຂອງເຮົາຈະມີຄວາມຕື່ນໂຕໃນການເປີດເຂດເສດຖະກິດ ເສລີອາຊຽນຢູ່ບໍ່ໜ້ອຍເລີຍ ດັ່ງຈະເຫັນໄດ້ຈາກການຈັດສຳມະນາ ເຝິກອົບຮົມແລະກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບອາຊຽນຢ່າງຫຼວງຫຼາຍ.

ສຳລັບປະຊາຄົມເສດຖະກິດອາຊຽນ ມີຈຸດປະສົງເພື່ອເຮັດໃຫ້ອາຊຽນມີຕະຫຼາດແລະຖານການຜະລິດດຽວກັນ ແລະມີການເຄື່ອນຍ້າຍສິນຄ້າ ບໍລິການ ການລົງທຶນ ເງິນທຶນ ແລະແຮງງານມີສີມືຢ່າງເສລີ ເຊິ່ງອາຊຽນມີຄວາມຈຳເປັນທີ່ຈະຕ້ອງເລັ່ງລັດຈັດການລວມກຸ່ມທາງເສດຖະກິດພາຍໃນ ກໍເພື່ອເສີມສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ກັບອາຊຽນເອງ ແລະເພື່ອສ້າງໃຫ້ອາຊຽນເປັນສູນກາງພາຍໃນພູມິພາກ ຖ່ວງດູນອຳນາດຂອງປະເທດອື່ນໆ ພາຍໃນພູມິພາກທີ່ມີບົດບາດໂດດເດັ່ນເຊັ່ນ ຈີນ, ຍີ່ປຸ່ນ, ເກົາຫຼີ ແລະອິນເດຍ ເປັນຕົ້ນ.

ແລະເພື່ອເປັນການສ້າງຄວາມຮູ້ຈັກກັບປະຊາຄົມອາຊຽນໃຫ້ຫຼາຍຂຶ້ນ ເວັບລາວໂພສຕ໌ດັອດຄອມ ກໍມີສາລະໜ້າຮູ້ກ່ຽວກັບທຸງອາຊຽນແລະທຸງຊາດຂອງບັນດາປະເທດໃນອາຊຽນມານຳສະເໜີ:

ທຸງອາຊຽນແລະຄວາມໝາຍ
ທຸງອາຊຽນແລະຄວາມໝາຍ

ທຸງອາຊຽນແລະຄວາມໝາຍ

ທຸງຊາດອາຊຽນ ມີສັນຍະລັກຄື ຕົ້ນເຂົ້າສີເຫຼືອງ 10 ຕົ້ນ ມັດລວມກັນໄວ້ ໝາຍເຖິງປະເທດສະມາຊິກລວມກັນເພື່ອມິດຕະພາບແລະຄວາມເປັນນ້ຳໜຶ່ງໃຈດຽວກັນ.

ສີຟ້າ ໝາຍເຖິງ ສັນຕິພາບແລະຄວາມໝັ້ນຄົງ

ສີແດງ ໝາຍເຖິງ ຄວາມກ້າຫານແລະຄວາມກ້າວໜ້າ

ສີຂາວ ໝາຍເຖິງ ຄວາມບໍລິສຸດ

ສີເຫຼືອງ ໝາຍເຖິງ ຄວາມຈະເລີນຮຸ່ງເຮືອງ

ເມື່ອເຮົາຮູ້ຈັກກັບທຸງອາຊຽນ ແລະຄວາມໝາຍຂອງມັນແລ້ວ ບາດນີ້ຈະນຳພາທ່ານໄປຮູ້ຈັກກັບທຸງຊາດຂອງແຕ່ລະປະເທດໃນອາຊຽນ ວ່າຈະເປັນແບບໃດ ແລະມີຄວາມໝາຍຈັ່ງໃດແດ່. ໄປຮູ້ຈັກນຳກັນເລີຍ:

 

  1. ບຣູໄນ ດາຣຸສຊາລາມ (Brunei Darussalam)

ທຸงຊາດບຣູໄນ
ທຸงຊາດບຣູໄນ

ທຸงຊາດບຣູໄນ ລັກສະນະຂອງທຸກຊາດມີພື້ນສີເຫຼືອງ ໂດຍມີແຖບສີຂາວ ແລະສີດຳ ພາດສະຫຼຽງມຸມຈາກດ້ານຄັນທຸງຮອດປາຍທຸງ ເຊິ່ງແຖບສີຂາວຢູ່ທາງເທິງ ແຖບສີດຳຢູ່ທາງລຸ່ມ ຂະນະທີ່ກາງທຸງນັ້ນ ມີກາແຜ່ນດິນຂອງບຣູໄນປະທັບຢູ່ ເຊິ່ງຕ່າງໆ ມີຄວາມໝາຍດັ່ງນີ້:

ສີເຫຼືອງ ໝາຍເຖິງ ກະສັດ

ສີຂາວແລະສີດຳ ໝາຍເຖິງ ມຸກຂະມົນຕີ (ມຸກຂະມົນຕີ: ປະທານຄະນະເສນາບໍດີ)

ສາເຫດທີ່ທຸງຊາດບຣູໄນໃຊ້ສີເຫຼືອງສື່ເຖິງກະສັດນັ້ນ ເນື່ອງຈາກທຸງປະຈຳພະອົງຂອງສຸລະຕ່ານແຫ່ງບຣູໄນ ໃຊ້ທຸງພື້ນສີເຫຼືອງ.

  1. ລາຊະອານາຈັກກຳປູເຈຍ (Kingdom of Cambodia)

ທຸງຊາດກຳປູເຈຍ
ທຸງຊາດກຳປູເຈຍ

ທຸງຊາດກຳປູເຈຍ ລັກສະນະຜືນທຸງແບ່ງຕາມລວງຍາວເປັນ 3 ແຖບ ໂດຍແຖບເຄິ່ງກາງຈະເປັນສີແດງ ກວ້າງ 2 ສ່ວນ ມີຮູບຜາສາດຫິນນະຄອນວັດສາມຍອດສີຂາວຢູ່ບໍລິເວນເຄິ່ງກາງ ຂະນະທີ່ແຖບທາງນອກທັງລຸ່ມແລະເທິງ ມີສີຟ້າ ແລະກວ້າງແຖບລະ 1 ສ່ວນ 4 ຂອງຜືນທຸງ. ເຊິ່ງສີຕ່າງໆ ຈະມີຄວາມໝາຍດັ່ງນີ້:

ສີຟ້າ ໝາຍເຖິງ ກະສັດ

ສີແດງ ໝາຍເຖິງ ຊາດ

ສ່ວນຜາສາດນະຄອນວັດສີຂາຍ ໝາຍເຖິງ ສັນຕິພາບ

 

  1. ສາທາລະນະລັດ ອິນໂດເນເຊຍ (Republic of Indonesia)

ທຸງຊາດອິນໂດເນເຊຍ
ທຸງຊາດອິນໂດເນເຊຍ

ທຸງຊາດອິນໂດເນເຊຍ ພື້ນທຸງແບ່ງເປັນສອງສ່ວນຕາມລວງນອນ ໂດຍສີຕ່າງໆ ຂອງທຸກມີຄວາມໝາຍດັ່ງນີ້:

ສີແດງ ໝາຍເຖິງ ຄວາມກ້າຫານ ແລະອິດສະຫຼະພາບ

ສີຂາວ ໝາຍເຖິງ ຄວາມບໍລິສຸດຍຸດຕິທຳ

 

  1. ສາທາລະນະລັດປະຊາທິປະໄຕປະຊາຊົນລາວ(Lao People’s Democratic Republic)

ສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ທຸງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ​ ແມ່ນທຸງພື້ນສີຟ້າ, ແຂບແດງ ແລະວົງເດືອນສີຂາວ. ລວງກວ້າງຂອງທຸງ​ເທົ່າສອງສ່ວນສາມ​ຂອງລວງຍາວ ແຂບແດງແຕ່ລະເບື້ອງເທົ່າກັບເຄິ່ງໜຶ່ງຂອງແຂບສີຟ້າ​ແລະວົງເດືອນສີຂາວ, ກວ້າງເທົ່າກັບສີ່ສ່ວນຫ້າຂອງແຂບສີຟ້າ​.

ສີແດງ ໝາຍເຖິງ ເລືອດເນື້ອແຫ່ງການຕໍ່ສູ້ກູ້ຊາດເພື່ອອິດສະຫຼະພາບຂອງປະຊາຊົນລາວ

ສີຟ້າ ໝາຍເຖິງ ຄວາມອຸດົມຮັ່ງມີຂອງຊາດ

ສີຂາວ ໝາຍເຖິງ ຄວາມບໍລິສຸດຜຸດຜ່ອງ

ທີ່ມີດວງເດືອນຢູ່ກາງ ໝາຍເຖິງຄວາມເປັນເອກະພາບ ມີຈິດໜຶ່ງໃຈດຽວກັນຂອງປະຊາຊົນໃນຊາດ ພາຍໃຕ້ການປົກຄອງຂອງພັກປະຊາຊົນປະຕິວັດລາວ

  1. ມາເລເຊຍ (Malaysia)

ທຸງຊາດມາເລເຊຍ
ທຸງຊາດມາເລເຊຍ

ທຸງຊາດມາເລເຊຍ ມີແຖບສີແດງສະຫຼັບສີຂາວລວມກັນ 14 ແຖບ ແຕ່ລະແຖບມີຄວາມກວ້າງເທົ່າກັນ ທີ່ມີແຈທຸກດ້ານຄັນທຸງມີຮູບສີ່ແຈສາກສີຟ້າກວ້າງ 8 ສ່ວນ 14 ສ່ວນຂອງຜືນທຸງ ລວງກວ້າງ ແລະຍາວເຄິ່ງໜຶ່ງຂອງຜືນທຸງລວງຍາວ ພາຍໃນຮູບສີ່ແຈສາກດັ່ງກ່າວ ມີເຄື່ອງໝາຍພະຈັນແຮມ ແລະດາວ 14 ແຈ ເຊິ່ງສີແລະສັນຍະລັກຕ່າງໆ ມີຄວາມໝາຍດັ່ງນີ້:

ແຖບສີແດງ ແລະສີຂາວ ທັງ 14 ແຖບ ໝາຍເຖິງ ສະຖານະອັນສະເໝີພາກຂອງລັດສະມາຊິກທັງ 14 ລັດ ພາຍໃນປະເທດມາເລເຊຍ

ດາວ 14 ແຈ ໝາຍເຖິງ ຄວາມເປັນເອກະພາບໃນໝູ່ລັດດັ່ງກ່າວທັງໝົດ

ພະຈັນແຮມ ໝາຍເຖິງ ສາດສະໜາອິສລາມອັນເປັນສາດສະໜາປະຈຳຊາດ

ສີເຫຼືອງໃນພະຈັນສ້ຽວ ແລະດາວ 14 ແສກ ສື່ເຖິງຜູ້ເປັນປະມຸກແຫ່ງສະຫະພັນທະລັດ

ສີຟ້າໝາຍເຖິງ ຄວາມສາມັກຄີຂອງຊາວມາເລເຊຍ

  1. ສາທາລະນະລັດ ແຫ່ງສະຫະພາບມຽນມາ (Republic of the Union of Myanmar)

ທຸງຊາດມຽນມາ
ທຸງຊາດມຽນມາ

ທຸງຊາດມຽນມາ ໄດ້ແບ່ງຕາມລວງຍາວອອກເປັນ 3 ສ່ວນ ແລະມີຄວາມກວ້າງເທົ່າໆ ກັນ ໂດຍແຕ່ລະສ່ວນມີສີທີ່ແຕກຕ່າງກັນ ໄລ່ຈາກເທິງລົງລຸ່ມ ຄື ສີເຫຼືອງ, ສີຂຽວ ແລະສີແດງ ຂະນະທີ່ເຄິ່ງກາງຂອງທຸງມີຮູບດາວ 5 ແຈ ສີຂາວຂະໜາດໃຫຍ່ ເຊິ່ງສີແລະສັນຍະລັກຕ່າງໆ ມີຄວາມໝາຍດັ່ງນີ້:

ສີຂຽວ ໝາຍເຖິງ ສັນຕິພາບ ຄວາມສະຫງົບ ແລະຄວາມອຸດົມສົມບູນຂອງມຽນມາ

ສີເຫຼືອງ ໝາຍເຖິງ ຄວາມສາມັກຄີ

ສີແດງ ໝາຍເຖິງ ຄວາມກ້າຫານ ຄວາມເຂັ້ມແຂງ ເດັດຂາດ

ດາວສີຂາວ ໝາຍເຖິງ ສະຫະພາບອັນໝັ້ນຄົງເປັນເອກະພາບ

 

7. ສາທາລະນະລັດ ຟີລິບປິນ (Republice of the Philippines)

ທຸງຊາດຟີລິບປິນ
ທຸງຊາດຟີລິບປິນ

ທຸງຊາດຟີລິບປິນ ດ້ານຄັນທຸງເປັນຮູບສາມລ່ຽມສີຂາວ ເປັນເຄື່ອງໝາຍແທນຄວາມສະເໝີພາກ ແລະພະລາດອນພາບ ເຊິ່ງພາຍໃນສາມລ່ຽມສີຂາວ ປະກອບດ້ວຍ ຮູບຕາເວັນ 8 ແຈ ອ້ອມຮອບດ້ວຍດາວ 5 ແຈ ຈຳນວນ 3 ດວງ ແລະຕັ້ງຢູ່ຕາມແຈຂອງຮູບສາມລ່ຽມ ເຊິ່ງສັນຍະລັກທັງໝົດລ້ວນເປັນສີຄຳ ສ່ວນດ້ານທີ່ເຫຼືອຂອງທຸກ ໄດ້ແບ່ງເຄິ່ງຕາມລວງຍາວ ໂດຍແຖບເທິງມີສີຟ້າ ແລະແຖບລຸ່ມມີສີແດງ.

ທັງນີ້ ຖ້າຫາກແຖບທັງສອງສີດັ່ງກ່າວ ໄດ້ມີການສະຫຼັບຕຳແໜ່ງກັນ ຄື ແຖບສີແດງຢູ່ທາງເທິງ ແຖບສີຟ້າຢູ່ລຸ່ມ ສະແດງວ່າເວລານັ້ນປະເທດຟີລິບປິນກຳລັງຢູ່ໃນພາວະສົງຄາມ ສ່ວນສີແລະສັນຍະລັກຕ່າງໆ ມີຄວາມໝາຍດັ່ງນີ້:

ສີຟ້າ ໝາຍເຖິງ ສັນຕິພາບ ສັດຈະ ແລະຄວາມຍຸດຕິທຳ

ສີແດງ ໝາຍເຖິງ ຄວາມຮັກຊາດ ແລະຄວາມມີຄຸນຄ່າ

ດວງຕາເວັນມີລັດສະໝີ 8 ແຊກ ໝາຍເຖິງແຂວງທຳອິດຂອງປະເທດ ທີ່ມີຄວາມພະຍາຍາມໃນການຮຽກຮ້ອງເອກະລາດຈາກປະເທດສະເປນ ຈົນເກີດມີການປະຕິວັດໃນປີ 1896.

ດາວສາມດວງ ໝາຍເຖິງ ການແບ່ງພື້ນທີ່ທາງພູມິສາດຂອງປະເທດອອກເປັນ 3 ສ່ວນ ໃຫຍ່ໆ ໄດ້ແກ່ ເກາະລູຊອນ ເກາະມິນດາເນົາ ແລະໝູ່ເກາະວິສາຍັນ

8.ສາທາລະນະລັດ ສິງກະໂປ (Ripublic of Singapore)

ທຸງຊາດສິງກະໂປ
ທຸງຊາດສິງກະໂປ

ທຸງຊາດສິງກະໂປ ປະກອບດ້ວຍແຖບສອງສີແບ່ງເຄິ່ງກາງທຸງ ແຖບສີແດງຢູ່ທາງເທິງ ແຖບສີຂາຍຢູ່ທາງລຸ່ມ ຢູ່ມຸມດ້ານເທິງຂອງຄັນທຸງ ເປັນຮູບເດືອນສ້ຽວ ຖັດຈາກຮູບດັ່ງກ່າວມີດາວ 5 ແຈ ຈຳນວນ 5 ດວງ ຮຽງກັນເປັນຮູບຫ້າລ່ຽມ ໂດຍຮູບດວງເດືອນສ້ຽວ ແລະດາວ 5 ແຈ ຕ່າງມີສີຂາວ ເຊິ່ງສີ ແລະສັນຍະລັກຕ່າງໆ ມີຄວາມໝາຍດັ່ງນີ້:

ສີແດງ ໝາຍເຖິງ ພະລາດອນພາບ ແລະຄວາມສະເໝີພາກຂອງມະນຸດໂດຍທົ່ວເຖິງ

ສີຂາວ ໝາຍເຖິງ ຄວາມບໍລິສຸດ ແລະຄວາມດີງາມທີ່ເບັ່ງບານ ແລະຄົງຢູ່ຕະຫຼອດການ

ຮູບເດືອນສ້ຽວ ເຊິ່ງເປັນເດືອນສ້ຽວຂ້າງຂຶ້ນ(ເດືອນຂຶ້ນ) ໝາຍເຖິງ ຄວາມເປັນຊາດໃໝ່ທີ່ຖືກຳເນີດຂຶ້ນ

ດາວ 5 ດວງ ໝາຍເຖິງ ອຸດົມຄະຕິ 5 ປະການຂອງຊາດ ໄດ້ແກ່ ປະຊາທິປະໄຕ ສັນຕິພາບ ຄວາມກ້າວໜ້າ ຄວາມຍຸດຕິທຳ ແລະຄວາມສະເໝີພາກ

9. ລາຊະອານາຈັກໄທ (Kingdom of Thailand)

ທຸງຊາດໄທ
ທຸງຊາດໄທ

ທຸງຊາດໄທ ປະກອບດ້ວຍ 3 ສີຫຼັກ ໄດ້ແກ່ ສີແດງ ສີຂາວ ແລະສີຟ້າ ມີການແບ່ງເປັນ 5 ແຖບ ເຊິ່ງແຖບໃນສຸດເປັນສີຟ້າ ຖັດມາດ້ານນອກທັງເທິງແລະລຸ່ມເປັນສີຂາວ ແລະສີແດງຕາມລຳດັບ ທັງນີ້ ແຖບສີຟ້າມີຂະໜາດໃຫຍ່ກວ່າແຖບສີອື່ນເປັນ 2 ເທົ່າ ສ່ວນສີຕ່າງໆ ມີຄວາມໝາຍດັ່ງນີ້:

ສີແດງ ໝາຍເຖິງ ຊາດ

ສີຂາວ ໝາຍເຖິງ ສາດສະໜາ

ສີຟ້າ [blue] ໝາຍເຖິງ ພະມະຫາກະສັດ

ແນວໃດກໍຕາມມີການເອີ້ນຊື່ທຸງນີ້ວ່າ ທຸງໄຕລົງ (ທຸງສາມສີ) ເນື່ອງຈາກພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງພະລາຊະນິພົນ ເຄື່ອງໝາຍໄຕລົງ ໄວ້ເມື່ອ ປີ 1921 ໂດຍໄດ້ນິຍາມຄວາມໝາຍຂອງທຸງໄຕລົງວ່າ:

ສີແດງ ໝາຍເຖິງ ເລືອດອັນຍອມເສຍສະຫຼະເພື່ອຊາດ

ສີຂາວ ໝາຍເຖິງ ຄວາມບໍລິສຸດແຫ່ງພະພຸດທະສາດສະໜາ ແລະທຳມະ

ສີຟ້າ [blue]  ໝາຍເຖິງ ສີສ່ວນພະອົງຂອງອົງພະມະຫາກະສັດ

ເຖິງແມ່ນນິຍາມດັ່ງກ່າວຈະບໍ່ແມ່ນຄຳອະທິບາຍທີ່ຊົງປະກາດໃຊ້ຢ່າງເປັນທາງການ ແຕ່ທັງສາມສິ່ງນີ້ຄືອຸດົມການລັດທີ່ພະອົງຊົງປູກຝັງ ເພື່ອໃຫ້ຄົນໄທມີຄວາມເປັນຊາດນິຍົມມາຕະຫຼອດ.

10. ສາທາລະນະລັດ ສັງຄົມນິຍົມຫວຽດນາມ (Socialist Republic of Vietnam)

ທຸງຊາດຫວຽດນາມ

ທຸງຊາດຫວຽດນາມ ພື້ນທຸງເປັນສີແດງລ້ວນ ຢູ່ເຄິ່ງກາງມີຮູບດາວ 5 ແຈ ສີຄຳ ເປັນທີ່ເຂົ້າໃຈກັນວ່າ ໝາຍເຖິງຊົນຊັ້ນຕ່າງໆ ໃນສັງຄົມຫວຽດນາມ ຄື ນັກປາດ ຊາວນາ ນາຍຊ່າງ ພໍ່ຄ້າ ແລະທະຫານ ສ່ວນສີຕ່າງໆ ມີຄວາມໝາຍດັ່ງນີ້:

ສີແດງ ໝາຍເຖິງ ການຕໍ່ສູ້ເພື່ອກູ້ເອກະລາດຂອງປະຊາຊົນຫວຽດນາມ

ສີເຫຼືອງ ໝາຍເຖິງ ຊາວນາຫວຽດນາມ

ແນວໃດກໍຕາມ ພາຍຫຼັງການໂຮມຊາດເຂົ້າໃນປີ 1976 ຄວາມໝາຍໃນທຸງໄດ້ມີການອະທິບາຍໃໝ່ໃນທາງການເມືອງວ່າ

ສີແດງ ໝາຍເຖິງ ການປະຕິວັດໂດຍຊົນຊັ້ນກຳມາຊີບ

ດາວສີຄຳ ໝາຍເຖິງ ການຊີ້ນຳຂອງພັກຄອມມູນິດຫວຽດນາມ

 

ອ່ານເລື່ອງລາວດີໆ ຈາກ ລາວໂພສຕ໌ດັອດຄອມ ໂດຍ ຊຽງກະເລັນ ບ້ານນາ ແລ້ວ ລອງຄລິກທີ່ນີ້ ເພື່ອລອງເຮັດຂໍ້ສອບນຳກັນເບິ່ງ!.