Homeວິທະຍາສາດ-ວິທະຍາການນັກວິທະຍາສາດພັດທະນາຫຸ່ນຍົນຂະໜາດນ້ອຍເຂົ້າໄປປ່ຽນການເຮັດວຽກຂອງ DNA ໃນມະນຸດເພື່ອຮັກສາໂຣກ

ນັກວິທະຍາສາດພັດທະນາຫຸ່ນຍົນຂະໜາດນ້ອຍເຂົ້າໄປປ່ຽນການເຮັດວຽກຂອງ DNA ໃນມະນຸດເພື່ອຮັກສາໂຣກ

Published on

ການປະສົມປະສານການເຮັດວຽກຂອງວົງຈອນອີເລັກໂທຣນິກເຂົ້າກັບເຊລສິ່ງທີ່ມີຊີວິດ ຫຼື ທີ່ເຮົາອາດໄດ້ຍິນໃນຊີື Biochip, Biosensor ຫຼື Gene-based circuits ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງໃໝ່ໃນວົງການວິທະຍາສາດ

ລ່າສຸດ MIT ໄດ້ເຮັດການທົດລອງພັດທະນາວົງຈອນຄວບຄຸມແບບພິເສດທີ່ປະສົມປະສານງານສັ່ງວຽກທັງ Analog chemical data ແລະ Digital computing ເຂົ້າໄປໃນ Gene-based circuits ເຊິ່ງເມື່ອເຮົາສົ່ງສັນຍານໄຟຟ້າເຂົ້າໄປໃນ Gene-based circuits ວົງຈອນຄວບຄຸມຈະແປງຄ່າສັນຍານຈາກ Analog ມາເປັນ Digital ເມື່ອຄອມພິວເຕີສາມາດເຂົ້າໃຈຄຳສັ່ງໄດ້ ແລະ ແນ່ນອນວ່າເຮົາສາມາດປັບປ່ຽນຄຳສັ່ງເຊລທຳງານຕາມທີ່ເຮົາຕ້ອງການໄດ້

ນີ້ຖືເປັນຄວາມສຳເລັດທີ່ສຳຄັນຫຼາຍ ແລະ ຈະປ່ຽນອະນາຄົດຂອງມະນຸດໄປອີກກ້າວໜຶ່ງ ລອງຈິນຕະນາການເຖິງການຮັກສາອາການເຈັບປ່ວຍທີ່ທຸກວັນນີ້ຮັກສາຍາກ ຫຼື ແທບຈະຮັກສາບໍ່ໄດ້ເຊັ່ນ: ໂຣກເບົາຫວານທີ່ເກີດຈາກເຊລຜະລິດອິນຊູລິນໄດ້ບໍ່ພຽງພໍຕໍ່ປະລິມານຂອງກລູໂຄສ ຫຼື ການຮັກສາມະເຮັງດ້ວຍການກຳຈັດເຊລຮ້າຍ ແລະ ນີ້ບໍ່ແມ່ນເລື່ອງໄກຕົວອີກແລ້ວ ນັກວິທະຍາສາດວາງແຜນທີ່ຈະເລີ່ມທົດລອງສ້າງ Gene circuit ທີ່ອອກແບບມາສຳລັບໃຊ້ໃນການແພດໃນປີນີ້ແລ້ວ ຫາກໄປໄດ້ດີ ໂຣກຮ້າຍທີ່ທຸກວັນນີ້ບໍ່ສາມາດຮັກສາໄດ້ ຈະຫຼຸດຈຳນວນລົງໄປໄດ້ຫຼາຍ

  

ທີ່ມາ : www.engadget.com
ຮຽບຮຽງ: http://news.thaiware.com/8067.html

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...