ປະຊາຄົມເສດຖະກິດອາຊຽນ (AEC) ຄືຫຍັງ?

0
5187
ທຸງອາຊຽນແລະຄວາມໝາຍ
ທຸງອາຊຽນແລະຄວາມໝາຍ

ປະຊາຄົມເສດຖະກິດອາຊຽນ (AEC) ຄືຫຍັງ?

ຮຽບຮຽງໂດຍ: ຊຽງກະເລັນ ບ້ານນາ

AEC ຫຼື Asean Economics Communityຫຼື ຄືການຮວມໂຕກັນຂອງຊາດໃນອາຊຽນ ເພື່ອທີ່ຈະໃຫ້ມີຜົນປະໂຫຍດທາງເສດຖະກິດຮ່ວມກັນ ຈະມີຮູບແບບຄ້າຍໆ ກຸ່ມ Euro Zone ນັ້ນເອງ ຈະເຮັດໃຫ້ມີຜົນປະໂຫຍດ, ອຳນາດຕໍ່ລອງຕ່າງໆ ກັບຄູ່ຄ້າໄດ້ຫຼາຍຂຶ້ນ ແລະການນຳເຂົ້າ ສ່ົງອອກຂອງຊາດໃນອາຊຽນກໍຈະເສລີ ຍົກເວັ້ນສິນຄ້າບາງຊະນິດທີ່ແຕ່ລະປະເທດອາດຈະຂໍສະຫງວນໄວ້ບໍ່ຫຼຸດພາສີນຳເຂົ້າ.

ອາຊຽນ ຈະຮວມໂຕກັນເປັນ ປະຊາຄົມເສດຖະກິດອາຊຽນແລະມີຜົນຈິງໆ ຈັງໆ ໃນວັນທີ 31 ທັນວາ 2015 ໃນມື້ນັ້ນຈະເຮັດໃຫ້ພູມິພາກນີ້ປ່ຽນໄປຫຼາຍ ແບບທີ່ເຮົາຄິດບໍ່ເຖິງເລີຍກໍໄດ້.

ການປ່ຽນແປງທີ່ຈະເຫັນໄດ້ຢ່າງຊັດເຈນຄື:

– ການລົງທຶນຈະເສລີຫຼາຍ ຄື ໃຜຈະລົງທຶນຢູ່ໃສກໍໄດ້ ປະເທດທີ່ການສຶກສາລະບົບດີໆ ກໍຈະມາເປີດໂຮງຮຽນໃນບ້ານເຮົາ ອາດຈະເຮັດໃຫ້ໂຮງຮຽນແພງໆ ແຕ່ຄຸນນະພາບບໍ່ປານໃດ ຕ້ອງລຳບາກ.

– ປະເທດໃດທີ່ມີຄວາມເຂັ້ມແຂງ ມີຄວາມພຽບພ້ອມ ແລະມີທີ່ຕັ້ງທີ່ເໝາະສົມ ຈະກາຍເປັນຈຸດໃຈກາບຂອງການທ່ອງທ່ຽວແລະການບິນຢ່າງບໍ່ຕ້ອງສົງໄສ ໂດຍສະເພາະຈະເດັ່ນໃນເລື່ອງການຈັດການປະຊຸມຕ່າງໆ, ການວາງສະແດງສິນຄ້າ, ສູນຈຳໜ່າຍສິນຄ້າ ແລະການບໍລິການດ້ານການແພດແລະສຸຂະພາບຢ່າງສູງ.

– ການຄ້າຂາຍຈະຂະຫຍາຍຕົວສູງ ອາດຈະເປັນໂອກາດດີໃຫ້ແກ່ປະເທດລາວເຮົາໃນເລື່ອງ ອຸດສາຫະກຳທີ່ໃຊ້ແຮງງານເປັນຫຼັກ ເຊັ່ນ ພາກກະສິກກຳ, ການກໍ່ສ້າງ, ອຸດສາຫະກຳແຜ່ນແພ ເນື່ອງຈາກນັກລົງທຶນຈະຍ້າຍຖານການຜະລິດຈາກປະເທດທີ່ມີຄ່າຈ້າງແຮງງານສູງມາຕັ້ງໃນປະເທດເຮົາ ແຕ່ບັນຫາກໍຄືແຮງງານໃນລາວຈະຂາດແຄນ ເນື່ອງຈາກແຮງງານໜີໄປເຮັດວຽກໃນຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະແມ່ນປະເທດໄທ.

– ທຸລະກິດການບໍລິການໃນລາວຈະຖືກນັກລົງທຶນຕ່າງປະເທດທີ່ມີທັງທຶນແລະປະສົບການສູງກວ່າມາຊື້ກິດຈະການ, ເປີດກິດຈະການ ແລະຖ້າກິດຈະການບໍລິການໃນລາວບໍ່ເຂັ້ມແຂງຈະບໍ່ສາມາດຢືນຢັດຢູ່ໄດ້ ໂດຍສະເພາະແມ່ນທຸລະກິດ ທ່ອງທ່ຽວ, ຊອບແວ, ຮ້ານອາຫານ, ການປະຊາສຳພັນ, ຄວາມງາມ ແລະສຸຂະພາບ.

– ເລື່ອງພາສາອັງກິດຈະເປັນສິ່ງທີ່ສຳຄັນຫຼາຍ ເນື່ອງຈາກຈະມີຄົນອາຊຽນຕ່າງໆ ເຂົ້າມາທ່ອງທ່ຽວ, ລົງທຶນ ແລະເຮັດວຽກໃນລາວຫຼາຍຂຶ້ນ ເຊິ່ງເກືອບວ່າບໍ່ມີປະເທດໃດສາມາດເວົ້າພາສາລາວໄດ້ເລີຍ ດັ່ງນັ້ນ, ຈຳເປັນຕ້ອງໃຊ້ພາສາອັງກິດເປັນສື່ກາງ, ບັນດາປ້າຍ, ສື່ສິ່ງພິມຕ່າງໆ ລວມທັງໂທລະພາບແລະວິທະຍຸກໍຈະມີພາສາອັງກິດຫຼາຍຂຶ້ນ.

– ການຄ້າຂາຍໃນບໍລິເວນຊາຍແດນຈະຄຶກຄື້ນຫຼາຍ, ດ່ານພາສີຈະມີບົດບາດໜ້ອຍລົງ ແຕ່ຈະມີບັນຫາເລື່ອງຢາເສບຕິດແລະບັນຫາສັງຄົມອື່ນໆ ຕາມມາ.

– ປະເທດລາວຈະຂາດແຮງແຮງງານໃນພາກການຜະລິດກະສິກຳ, ການກໍ່ສ້າງ, ຕັດຫຍິບ ເພາະແຮງງານຈະເຄື່ອນຍ້າຍເສລີ ແຮງງານລາວຈະຫຼັ່ງໄຫຼໄປປະເທດໄທຫຼາຍຂຶ້ນ, ແຕ່ຈະມີຄົນຫວຽດນາມເຂົ້າມາເຮັດວຽກໃນລາວຈາກທີ່ຫຼາຍຢູ່ແລ້ວກໍຈະຫຼາຍຂຶ້ນຕື່ມແລະມີບັນຫາທາງສັງຄົມເພິ່ມຂຶ້ນຢ່າງແນ່ນອນ ອັນນີ້ຕ້ອງລະວັງ.

– ອຸດສາຫະກຳໂຮງແຮມ, ການທ່ອງທ່ຽວ, ຮ້ານອາຫານ, ລົດເຊົ່າ ຈະຄຶກຄື້ນຫຼາຍຂຶ້ນ.

– ໂຮງໝໍໃນລາວອາດຈະຕ້ອງປັບໂຕໃນການໃຫ້ບໍລິການໃຫ້ດີຂຶ້ນຕື່ມ ບໍ່ດັ່ງນັ້ນຄົນລາວສ່ວນຫຼາຍຈະໜີໄປໃຊ້ບໍລິການປິ່ນປົວໃນປະເທດໄທ, ບັນດາຫ້ອງກວດພະຍາດ, ໂຮງໝໍເອກະຊົນກໍຈະຕ້ອງໄດ້ປັບໂຕ ເຊັ່ນດຽວກັນ.

AEC ຈະພັດທະນາໄປເຖິງລະດັບດຽວກັບ Euro Zone ໄດ້ຫຼືບໍ່? 

ຄົງຈະເປັນໄປໄດ້ຍາກເນື່ອງຈາກ ພູມມິປະເທດຂອງ ASEAN ບໍ່ເອື້ອອຳນວຍປານໃດເພາະຫຼາຍໆ ປະເທດກໍມີພື້ນທີ່ຫ່າງໄກກັນ ແລະລາຍໄດ້ຕໍ່ຫົວຄົນຂອງປະຊາກອນນັ້ນກໍຕ່າງກັນຫຼາຍ ເຊັ່ນ ສິງກະໂປມີລາຍໄດ້ຕໍ່ຫົວຄົນຕໍ່ປີປະມານ 50,000 ໂດລາສະຫະລັດ, ເຊິ່ງຕ່າງຈາກຫຼາຍປະເທດ ຄື ລາວ, ຫວຽດນາມ, ກຳປູເຈຍ ແລະມຽນມາທີ່ມີລາຍໄດ້ຕໍ່ຫົວຄົນຕໍ່ປີຕ່ຳ ເຊິ່ງ AEC ຍັງຄົງຕ້ອງໃຊ້ເວລາອີກຫຼາຍສິບປີ ກວ່າຈະກ້າວໄປເຖິງຈຸດນັ້ນໄດ້.

ສະມາຄົມປະຊາຄົມແຫ່ງອາຊີອາເວັນອອກສ່ຽງໃຕ້ (Association of South East Asian Nations : ASEAN) ຫຼື ອາຊຽນ ເປັນອົງການທາງພູມິລັດຖະສາດແລະອົງການຮ່ວມມືທາງເສດຖະກິດໃນພູມິພາກອາຊີຕາເວັນອອກສ່ຽງໃຕ້ ມີປະເທດສະມາຊິກທັງໝົດ 10 ປະເທດ ໄດ້ແກ່ ລາວ, ໄທ, ມາເລເຊຍ, ຟີລິບປິນ, ອິນໂດເນເຊຍ, ສິງກະໂປ, ບຣູໄນ, ກຳປູເຈຍ, ຫວຽດນາມ ແລະມຽນມາ.

ອາຊຽນ ມີເນື້ອທີ່ປະມານ 4,435,570 ຕາກິໂລແມັດ ມີປະຊາກອນເກືອບ 600 ລ້ານຄົນ, ຜະລິດຕະພັນລວມ (GDP) ຂອງຊາດສະມາຊິກລວມກັນ ຄິດເປັນມູນຄ່າປະມານ 1.8 ລ້ານໂດລາສະຫະລັດ ຢູ່ໃນອັນດັບທີ 9 ຂອງໂລກ ເມື່ອຮຽງຕາມຜະລິດຕະພັນລວມ.

ສະມາຊິກຈຳນວນ 10 ປະເທດດັ່ງກ່າວຂ້າງເທິງໄດ້ຮວມໂຕກັນເປັນ “ປະຊາຄົມອາຊຽນ” ອັນປະກອບດ້ວຍ 3 ປະຊາຄົມຍ່ອຍ ເຊິ່ງປຽບເໝືອນ 3 ເສົາຫຼັກ (Pillars) ຄື:

(1) ປະຊາຊົມການເມືອງແລະຄວາມໝັ້ນຄົງ (ASEAN PoliticalSecurity Community : ASC)
(2) ປະຊາຄົມເສດຖະກິດ (ASEAN Economic Community : AEC) ແລະ
(3) ປະຊາຄົມສັງຄົມແລະວັດທະນະທຳ(ASEAN Socio-Cultural Community : ASCC)

ປະຊາຄົມເສດຖະກິດອາຊຽນ (ASEAN Economic Community : AEC) ມີເປົ້າໝາຍຂອງການຮວມກຸ່ມເສດຖະກິດເປັນຕະຫຼາດແລະຖານການຜະລິດດຽວ (Single Market and Production Base) ໂດຍໃຫ້ມີການເຄື່ອນຍ້າຍສິນຄ້າ, ບໍລິການ, ການລົງທຶນແລະແຮງງານສີມື ພາຍໃນອາຊຽນຢ່າງເສລີແລະການເຄື່ອນຍ້າຍເງິນທຶນທີ່ເສລີຫຼາຍຂຶ້ນພາຍໃນປີ 2015 ປະຊາຄົມເສດຖະກິດອາຊຽນຈຶ່ງເປັນປະໂຫຍດຕໍ່ປະເທດລາວໃນການສົ່ງອອກສິນຄ້າທີ່ຕົນເອງຜະລິດໄດ້, ເປັນໂອກາດໃຫ້ນັກລົງທຶນເຂົ້າມາລົງທຶນໃນປະເທດລາວ, ແຮງງານມີຄວາມເສລີໃນການຊອກວຽກເຮັດງານທຳ, ບັນດາທຸລະກິດທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະບໍລິການດ້ານສຸຂະພາບຈະມີການຂະຫຫຍາຍຕົວ.

ນອກຈາກນີ້ ຍັງຈະຊ່ວຍເສີມສ້າງໂອກາດໃກນານດຶງດູດການລົງທຶນໂດຍກົງຈາກຕ່າງປະເທດມາຍັງອາຊຽນ ເຊິ່ງຈະເພິ່ມອຳນາດການຕໍ່ລອງຂອງອາຊຽນໃນເວທີການຄ້າໂລກ ແລະຍົກລະດັບຄວາມເປັນຢູ່ຂອງປະຊາຊົນໃນອາຊຽນໂດຍລວມ ຈຶ່ງເປັນຄວາມທ້າທາຍແລະໂອກາດໃໝ່ຂອງປະເທດອາຊຽນ ທີ່ຈະສົ່ງຜົນໃຫ້ເກີດຄວາມຮ່ວມມືທາງເສດຖະກິດ ສັງຄົມ ແລະຄວາມໝັ້ນຄົງ ໂດຍສະເພາະດ້ານເສດຖະກິດທີ່ຈະມີການພັດທະນາຕ່ອງໂສ້ມູນຄ່າເພິ່ມໃນພູມິພາກ (Regional Value Chain) ການເພິ່ມຂີດຄວາມສາມາດໃນການແຂ່ງຂັນການເພິ່ມອຳນາດໃນການຕໍ່ລອງ ແລະການຂະຫຍາຍຕະຫຼາດອາຊຽນທີ່ມີປະຊາກອນເກືອບ 600 ລ້ານຄົນ.

ການກ້າວເຂົ້າສູ່ການເປັນປະຊາຄົມເສດຖະກິດອາຊຽນ (ASEAN Economic Community : AEC) ໃນປີ 2015 ຈະສົ່ງຜົນກະທົບແນວໃດກັບປະເທດເຮົາແລະປະເທດເຮົາຈະຢືນຢູ່ຈຸດໃດໃນປະຊາຄົມ ເສດຖະກິດອາຊຽນ? ເປົ້າໝາຍດ້ານເສດຖິກຫຼັກທີ່ສຳຄັນໃນການຂັບເຄື່ອນຄວາມຮ່ວມມືລະຫວ່າງອາຊ່ຽນ ພາຍຫຼັງການລົງນາມຈັດຕັ້ງເຂດການຄ້າເສລີອາຊຽນ ປະຊາຄົມເສດຖະກິດອາຊຽນຈະມີອົງປະກອບສຳຄັນຄື ການເປັນຕະຫຼາດແລະເປັນຖານການຜະລິດຮ່ວມກັນ ແລະເງິນລົງທຶນທີ່ເສລີຫຼາຍຂຶ້ນ ມີຄວາມສາມາດໃນການແຂ່ງຂັນສູງ ມຸ່ງໜ້າສ້າງຄວາມເທົ່າທຽມໃນການພັດທະນາເສດຖະກິດລະຫວ່າງປະເທດອາຊຽນ ແລະການສົ່ງເສີມການຮວມກຸ່ມອາຊຽນເຂົ້າກັບປະຊາຄົມໂລກ.