ອ່ານຕໍ່ຈາກສະບັບກ່ອນ
ເມື່ອເດີນທາງມາຮອດປາກເຊ ຫຼັງຈາກທີ່ໄດ້ພານັກທ່ອງທ່ຽວໄປແວ່ກິນເຂົ້າທີ່ຮ້ານອາຫານແຫ່ງໜຶ່ງແລ້ວກໍ່ພາທຸກຄົນໄປພັກທີ່ໂຮງແຮມແຫ່ງໜຶ່ງແຖວຕົວເມືອງປາກເຊ ທຸກຢ່າງເປັນໄປດ້ວຍຄວາມຮຽບຮ້ອຍເພາະທາງທີມງານໄດ້ມີການກຽມແຜນການເປັນຢ່າງດີ ແລ້ວລູກທົວທຸກຄົນກໍ່ເຂົ້າໄປພັກຜ່ອນຕາມຫ້ອງພັກທີ່ກຽມໄວ້ໃຫ້ ຫຼັງຈາກນັ້ນຕຸ່ນ ກັບ ໝີນ້ອຍກໍ່ພາກັນໄປພັກຜ່ອນຫຼັງຈາກທີ່ພວກເຂົາພາກັນອາບນ້ຳແລ້ວກໍ່ພາກັນເບິ່ງໂປຣແກຣມທີ່ຈະພາລູກທົວໄປທ່ຽວວ່າມີສະຖານທີ່ໃດແນ່ຈາກນັ້ນພວກເຂົາກໍ່ພາກັນນອນ ນີ້ເປັນອີກຄືນເມື່ອຮອບຫຼາຍປີຜ່ານມາທີ່ຕຸ່ນນອນບໍ່ລັບເຖິງລາວຈະຂົ່ມຕາໃຫ້ລັບພຽງໃດແຕ່ສະໝອງມັນຍັງຄິດເຫັນເລື່ອງເຊົ້ານີ້ທີ່ບໍລິສັດກ່ອນລົດອອກເມື່ອເຫັນໂຕ້ຍ່າງມາຫາທຸກຄັ້ງ ຕຸ່ນເອງຮູ້ສຶກດີໃຈທີ່ໄດ້ພົບກັບໂຕ້ອີກຄັ້ງແຕ່ກໍ່ຍັງຮູ້ສຶກຄຽດໃຫ້ໂຕ້ທີ່ເຄີຍປະຕິເສດຮັກຈາກຕົນເພື່ອໄປເລືອກຄົນອື່ນຢູ່ສະໝອງຄິດວົນໄປວຽນມາຈົນຕຸ່ນຮູ້ສຶກງຸດງິດໃຫ້ຕົວເອງ ສ່ວນທາງໂຕ້ກໍ່ນອນບໍ່ລັບເພາະລາວກໍ່ຄິດເຫັນພາບເຫດການນັ້ນເຊັ່ນດຽວກັນໂຕ້ໄດ້ນອນພິກໄປພິກມາທີ່ຕຽງຄົນດຽວແຕ່ໃນໃຈໂຕ້ກໍ່ຮູ້ສຶກມີຄວາມສຸກທີ່ໄດ້ກັບມາພົບກັນອີກຄັ້ງ ແລະ ຫວັງຈະຂໍຄົບກັບຕຸ່ນຢ່າງຈິງຈັງ.
ວັນທີສອງທີ່ປາກເຊ ແລະ ເປັນວັນທຳອິດຂອງການໄປທ່ຽວເຊິ່ງໂປຣແກຣມທ່ຽວມື້ນີ້ແມ່ນໄປທີ່ວັດຖ້ຳໄຟ ແລະ ນ້ຳຕົກຕາດຄອນພະເພັງ ທຸກຄົນແມ່ນກິນເຂົ້າແລ້ວແຕ່ 7:00-7:30ໂມງ ຈາກນັ້ນກໍ່ອອກເດີນທາງ ເຊິ່ງສະຖານທີ່ຈະໄປເປັນທີ່ທຳອິດແມ່ນວັດຖ້ຳໄຟ ເຊິ່ງຕັ້ງຢູ່ແຄມແມ່ນ້ຳເຊໂດນ ຫ່າງຈາກໂຮງແຮມຈຳປາ ພາເຣດ ມາທາງທິດຕະເວັນອອກປະມານ 100 ແມັດ ເມື່ອໄປຮອດ ວັດຖ້ຳໄຟ ຕຸ່ນ ແລະ ໝີ້ນ້ອຍ ໄດ້ແບ່ງນັກທ່ອງທ່ຽວອອກເປັນສອງກຸ່ມ ເພາະນັກທ່ອງທ່ຽວທີ່ມານຳມີທັງໝົດ 45ຄົນ ເຊິ່ງມັນເປັນກຣຸບທົວທີ່ໃຫຍ່ ໄກທ໌ຄົນດຽວຮັບຜິດຊອບບໍ່ຫຼ້ອນ ເຊິ່ງຕຸ່ນໄດ້ແບ່ງໄດ້ກຳນົດແຕ່ໝາຍເລກ 1-22 ແມ່ນນຳຕົນເອງມາ ສ່ວນກະຕ່າຍແມ່ນຮັບຜິດຊອບແຕ່ລຳດັບ 23-45 ເມື່ອຈັດສັນເປັນທີ່ຮຽບຮ້ອຍແລ້ວກໍ່ພາກັນແຍກຢາຍກັນໄປ ໂຕ້ທີ່ຢູ່ລຳດັບທີ 35 ເຊິ່ງຢູ່ໃນກຸ່ມຂອງໝີນ້ອຍກໍ່ບໍ່ຍອມເຮັດຕາມກົດລະບຽບທີ່ວາງໄວ້ ໂຕ້ໄດ້ລັກມາຢູ່ທີ່ກຸ້ມຂອງຕຸ່ນແທນ ທັງຕຸ່ນ ແລະ ໝີນ້ອຍກໍ່ເຮັດໜ້າທີ່ຂອງຕົນໃນການພາລູກທົວທ່ຽວ ແລະ ອະທິບາຍເຖິງທີ່ມາ ປະຫວັດຂອງວັດຖ້ຳໄຟຢ່າງຄ່ອງແຄ້ວ ໃນຂະນະທີ່ຕຸ່ນກຳລັງປະຕິບັດໜ້າທີ່ໂຕ້ກໍ່ໄດ້ລັກແຕ່ແນມເບິ່ງດ້ວຍຄວາມສຸກໃຈ ແລະ ຍາມທີ່ຕຸ່ນເຜີໂຕ່ກໍ່ຈະໃຊ້ກ້ອງໂທລະສັບລັກຖ່າຍຮູບຕຸ່ນໄວ້ທັນທີ ພາຍໃນເວລາ 45 ນາທີການທ່ຽວທີ່ວັດຖ້ຳໄຟກໍ່ສຳເລັດດ້ວຍດີ ພວກເຂົາໄດ້ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກໃນສະຖານທີ່ນີ້
ຫຼັງຈາກອອກຈາກວັດຖ້ຳໄຟແລ້ວພວກເຂົາກໍ່ເດີນທາງອອກຈາກປາກເຊໄປປະມານ 10 ກິໂລແມັດ ເພື່ອຈະໄປເບິ່ງຄວາມສວຍງາມຂອງນ້ຳຕົກຄອນພະເພັງ ແອງກາຣ່າແຫ່ງເອເຊຍ ໄລຍະທາງແຕ່ຖະໜົນໃຫຍ່ໄປຫານ້ຳຕົກຄອນພະເພັງລວມໄລຍະທາງ 150ກິໂລແມັດ ຕາມທາງໄປໃນຂະນະທີ່ຕຸ່ນກຳລັງບັນລະຍາຍທິວທັດທຳມະຊາດສອງຝາກທາງຢູ່ນັ້ນໂຕ້ກໍ່ເອົາມືຖືອອກມາຖ່າຍຮູບຕຸ່ນເກັບໄວ້ເມື່ອຕຸ່ນຫຼຽວໄປເບິ່ງໜ້າໂຕ້ກໍ່ຫັນກ້ອງໜີໄປທາງອື່ນ ເມື່ອມາຮອດຄອນພະເພັງພວກດຂົາກໍ່ແບ່ງອອກເປັນສອງກຸ່ມຄືເກົ່າ ບັນຍາກາດທີ່ສວຍງາມສາຍລົມເຢັນໆພັດຜ່ານບວກກັບສາຍນ້ຳທີ່ກະທົບຫີນດ້ວຍຄວາມແຮງຈົນກາຍເປັນລະອອງຟອງສີຂາວເຮັດໃຫ້ຕຸ່ນທີ່ກຳລັງຢືນເບິ່ງນ້ຳບ່ອນຈຸດຊົມວິວຮູ້ສຶກເຄີບເຄີ້ມໄປກັບບັນຍາກາດອັນແສນສຸກນີ້ ແລ້ວໂຕ້ກໍ່ໄດ້ຍ່າງມາຢືນຂ້າງຕຸ່ນແລ້ວຢື່ນຕຸກນ້ຳໃຫ້ແລ້ວເວົ້າວ່າ: ດື່ມນ້ຳໃສ່ຄໍຈະໄດ້ຊຸ່ມ, ຕຸ່ນໄດ້ແນມເບິ່ງໜ້າໂຕ້ແລ້ວເວົ້າໄປວ່າ: ຂອບໃຈທ້າວຈິດຕະກອນ (ຊື່ແທ້ຂອງໂຕ້) ແຕ່ຂ້ອຍມີນ້ຳດື່ມແລ້ວ ເມື່ອເວົ້າສຸດຄວາມຕຸ່ນກໍ່ຫັນໜ້າໜີ ໂຕ້ໄດ້ຖອນຫາຍໃຈແລ້ວເວົ້າຕໍ່ໄປວ່າ: ເຮີ້ຍ! ສົງໃສຕຸກນ້ຳດື່ມຈະເປັນຮ້າງຄືເຈົ້າຂອງມັນ ຊ່າງເປັນຕາອີ່ຕົນແທ້ໆ ຕຸ່ນກໍ່ຟ້າວຫັນມາເບິ່ງໜ້າໂຕ້ທັນທີ ແລະ ກໍ່ມີຊາຍຊາວໄທຄົນໜຶ່ງຍ່າງມາຢືນຂ້າງຕຸ່ນອີກຝາກແລ້ວກໍ່ຢື່ນນ້ຳໃຫ້ຕຸ່ນກໍ່ຟ້າວຮັບເອົາແລ້ວແກະຕື່ມຕໍ່ໜ້າໂຕ້ທັນທີແຖມຍັງເວົ້າກັບຊາຍຄົນນັ້ນອີກວ່າ: ຂອບໃຈ!ກຳລັງຄໍແຫ້ງຫິວນ້ຳພໍດີ ແລະ ຕຸ່ນກໍ່ລົມກັບຊາຍຄົນນັ້ນດ້ວຍສີໜ້າຍິ້ມຫົວແບບຖືກໃຈມັນໄດ້ເຮັດໃຫ້ໂຕ້ຮູ້ສຶກໂມໂຫ ແລະ ຍ່າງອອກໄປຈາກຕຸ່ນກັບຊາຍຄົນນັ້ນ ຕຸ່ນກໍ່ຮູ້ວ່າໂຕ້ຄົງບໍ່ພໍໃຈແຕ່ລາວກໍ່ເຮັດເສີຍໆ ຮອດຕໍ່ໜ້າຖັງຂີ້ເຫຍື້ອໂຕ້ກໍ່ໄດ້ຈັບຕຸກນ້ຳດຶກລົງຖັງຂີ້ເຫຍື້ອທັນທີ ໃນເວລາກິນເຂົ້າທ່ຽງຊາຍຄົນນັ້ນກໍ່ນຳມານັ່ງກິນເຂົ້າຮ່ວມໂຕະກັບຕຸ່ນກັບຕຸ່ນນຳໃນຂະນະທີ່ພວກເຂົາກຳລັງກິນ ແລະ ລົມກັນຢ່າງມີຄວາມສຸກນັ້ນໂຕ້ກໍ່ຂໍເຂົ້າມານັ່ງຮ່ວມວົງກິນນຳ ເຊິ່ງຕຸ່ນຮູ້ສຶກຂັດໃຈເລັກໜ້ອຍແຕ່ບໍ່ສາມາດສະແດງອາການໄດ້ເພາະຕອນນີ້ໂຕ້ຢູ່ໃນຖານະເປັນລູກຄ້າ ຕຸ່ນເລີຍຍອມເຮັດຕາມນ້ຳໄປ ແຕ່ຜູ້ທີ່ຖືກໃຈທີ່ສຸດແມ່ນໝີນ້ອຍ ເພາະໝີນ້ອຍຈະມີຄວາມສຸກຫຼາຍໃນເວລາມີຊາຍໜຸ່ມໜ້າຕາກີມາກິນເຂົ້າຮ່ວມນຳ ຕຸ່ນມີແຕ່ກົ້ມໜ້າກິນເຂົ້າລູກດຽວໂດຍບໍ່ປາກບໍ່ຈາກັບໃຜ ແລະ ໂຕ້ກໍ່ທັງກິນ ແລະ ມັ່ນສົ່ງຍິ້ມເບົາໆໃຫ້ຕຸ່ນເປັນໄລຍະໄລຍະ ໃນໃຈຕຸ່ນກໍ່ຮູ້ສຶກເຂີນເລັກໜ້ອຍແຕ່ກໍ່ເກັບອາການໄວ້
ເມື່ອກັບຈາກສະຖານທີ່ທ່ຽວມາຮອດທີ່ພັກໃນຫ້ອງພັກຕຸ່ນໄດ້ເອນຕົວລົງນອນທີ່ຕຽງໜຸ້ມໆ ແລ້ວຕຸ່ນກໍ່ໄດ້ຄິດເຖິງເລື່ອງລາວທີ່ເກີດຂຶ້ນໃນຕອນໄປທ່ຽວແລະ ຍິ້ມຄົນດຽວ ກະຕ່າຍທີ່ອອກມາຈາກຫ້ອງນ້ຳໄດ້ແນມເຫັນຕຸ່ນລັບຕາຍິ້ມຄົນດຽວລາວເລີຍຖາມຕຸ່ນໄປວ່າ: ອາລົມດີຫຍັງເດ້ຈິ່ງຍິ້ມຄົນດຽວນໍ້! ກຳລັງຕົກຫຼຸມຮັກໃຜເດ້ນໍ້…ອິອິອິ ເມື່ອໝີນ້ອຍເວົ້າຈົບຕຸ່ນກໍ່ມືນຕາຂຶ້ນແລ້ວຕອບໝີນ້ອຍໄປວ່າ: ບໍ່ມີຫຍັງ! ມື້ນີ້ວຽກໄປໄດ້ດີເລີຍມີຄວາມສຸກ, ແລ້ວໝີນ້ອຍກໍ່ງຶກຫົວພ້ອມສົ່ງສຽງ ອື…!
ວັນທີສາມ ມື້ນີ້ແມ່ນອອກເດີນທາງແຕ່ເຊົ້າເພາະສະຖານທີ່ທ່ຽວຄ່ອນຂ້າງໄກ ເນື່ອງຈາກພວກເຂົາຈະໄປທ່ຽວທີ່ ວັດພູຈຳປາສັກ ແມ່ນຕັ້ງຢູ່ຫ່າງຈາກຕົວເມືອງຈຳປາສັກມາທາງທິດໃຕ້ປະມານ 10 ກິໂລແມັດ ການເດີນທາງແມ່ນຕ້ອງໃຊ້ທັງທາງລົດ ແລະ ທາງເຮືອ ເຊິ່ງຫົນທາງທີ່ໄປແມ່ນມີຄວາມລຳບາກ ສະນັ້ນເພື່ອຄວາມປອດໄພທາງຕຸ່ນ ແລະ ໝີນ້ອຍໄດ້ປ່ຽນລົດຈາກລົດເມໃຫຍ່ເປັນລົດເມນ້ອຍ 2 ຄັນ ເຊິ່ງເປັນລົດຂອງທາງບໍລິສັດເຊົ່າເປັນປະຈຳ ແລະ ແບ່ງຄົນອອກເປັນສອງກຸ່ມ ໃນຄັ້ງນີ້ໂຕ້ໄດ້ແຍກລົດກັບຕຸ່ນ ເມືອມາຮອດທ່າເຮືອແພໃຫຍ່ໂຊເຟີລົດກໍ່ຄ່ອຍໆຂັບລົດຂຶ້ນໄປທີ່ເຮືອແພເມື່ອທຸກຢ່າງຮຽບຮ້ອຍເຮືອແພໃຫຍ່ກໍ່ເດີນທາງ ມີນັກທ່ອງທ່ຽວຫຼາຍຄົນອອກຈາກລົດເພື່ອມາຢືນທີ່ບັກເພື່ອຕາກລົມບໍລິສຸດໃນຂະນະທີ່ເຮືອແພທີ່ກຳລັງລອຍຂ້າມນ້ຳກໍ່ມີສານລົມເຢັນໆພັດມາ ເຊິ່ງຊ່ວງນັ້ນກໍ່ຖືກລະດູໜາວພໍດີເຮັດໃຫ້ຕຸ່ນທີ່ກຳລັງຢືນຊົມທຳມະຊາດທີ່ນອກລົດກໍ່ຮູ້ສຶກໜາວຂຶ້ນມາທັນທີເມື່ອຕຸ່ນແນມເຫັນໂຕ້ທີ່ກຳລັງຍ່າງເຂົ້າມາໃກ້ຕົວເອງຕຸ່ນກໍ່ຟ້າວຍ່າງຂຶ້ນໄປປະຈຳທີ່ລົດທັນທີ ເຊິ່ງມັນໄດ້ເຮັດໃຫ້ໂຕ້ຮູ້ສຶກໜ້າແຕກແບບບອກບໍ່ຖືກເລີຍ ແລ້ວໃນທີ່ສຸດກໍ່ມາຮອດວັດພູຈຳປາສັກ ສະຖານທີ່ທີ່ເກົ່າແກ່ສວຍງງາມ ອະລັງການດ້ວຍປະຕິມະກຳ-ວັດທະນະທຳທີ່ເກົ່າແກ່ລ້ຳຄ່າ ປະກອບກັບບັນຍາກາດທີ່ງຽບສະຫງົບເຮັດໃຫ້ຫຼາຍຄົນທີ່ມາທ່ຽວສະຖານທີ່ນີ້ມີຄວາມຮູ້ສຶກເໝືອນຕົກຢູ່ໃນມົນຂັງ, ຮູ້ສຶກສຳພັດໄດ້ເຖິງອະລິຍະທຳອັນເກົ່າແກ່ຂອງຄົນສະໄໝກ່ອນຮູ້ສຶກເໝືອນກຳລັງຍ່າງຢູ່ໃນຍຸກສະໄໝນັ້ນເລີຍກໍ່ວ່າໄດ້ ຕຸ່ນ ແລະ ໝີນ້ອຍໄດ້ແບ່ງລູກທົວອອກໄປເປັນສອງກຸ່ມຄືເກົ່າ ແລະ ທັງສອງກໍ່ໄດ້ເຮັດໜ້າທີ່ບັນລະຍາຍຄວາມເປັນມາຂອງວັດພູພ້ອມທັງພານັກທ່ອງທ່ຽວເລາະທ່ຽວຊົມ ແລະ ຖ່າຍຮູບຢ່າງບໍ່ຂາດຕົກບົກຜ່ອງແຕ່ຢ່າງໃດ ເມື່ອທ່ຽວຊົມແລ້ວ ພວກເຂົາໄດ້ໃຫ້ເວລານັກທ່ອງທ່ຽວພາກັນເລາະເບິ່ງຕາມລຳພັງພາຍໃນເວລາ 30 ນາທີ ແຕ່ພວກເຂົາກໍ່ຄອຍສັງເກດການຕະຫຼອດ ຕຸ່ນໄດ້ເຂົ້າໄປໄຫວ້ພຣະ ເມື່ອໄຫວແລ້ວລາວກໍ່ລຸກຍ່າງອອກມາ ໃນຂະນະທີ່ລາວກຳລັງຍ່າງອອກມາ ໂຕ້ກໍ່ໄດ້ຍ່າງເດີນທາງສວນເຂົ້າມາພວກເຂົາທັງສອງໄດ້ແນມເບິ່ງໜ້າກັນໂຕ້ໄດ້ສວນຕຸ່ນໄຫວ້ພຣະເປັນເພື່ອນຕຸ່ນໄດ້ຢຸດຕອບໂຕ້ໄປວ່າໄຫວ້ພຣະແລ້ວໆ ເມື່ອເວົ້າຈົບຕຸ່ນກໍ່ກຳລັງຈະກ້າວຂາຍ່າງອອກຈາກປະຕູໄປ ແຕ່ໂຕ້ກັບໃຊ້ມືຂອງລາວຈັບແຂນຕຸ່ນຂ້າງໜຶ່ງໄວ້ແລ້ວເວົ້າວ່າ: ສາວໄພລິນ (ຊື່ແທ້ຂອງຕຸ່ນ) ຊ່ວຍໄຫວ້ພຣະເປັນໝູ່ກັບຂ້ອຍແນ່! ນີ້ຖືເປັນຄຳຂໍ ນ້ຳສຽງທີ່ນິ້ມນວນແຕ່ເຕັມໄປດ້ວຍຄວາມໜັກແໜ້ນມັນໄດ້ຜ່ານເຂົ້າຫູຕຸ່ນກະທົບຮອດຫົວໃຈ ແລະ ເປັນອີກຄັ້ງທີ່ຕຸ່ນຕ້ອງຍອມໃຈອ່ອນໄຫວ້ພຣະເປັນເພື່ອນໂຕ້ອີກຄັ້ງ ພວກເຂົານັ່ງຂ້າງໆກັນໃນຂະນະທີ່ໂຕ້ອະທິຖານກໍ່ໄດ້ຫັນໜ້າມາຍິ້ມໃສ່ຕຸ່ນແລ້ວເວົ້າຄ່ອຍໆວ່າ: ດົນແລ້ວທີ່ເຮົາບໍ່ໄດ້ໄຫວ້ພຣະນຳກັນແບບນີ້, ເຊິ່ງມັນເຮັດໃຫ້ຕຸ່ນຮູ້ສຶກສະເທືອນໃຈເລັກໜ້ອຍເລັກໜ້ອຍທັນທີເມື່ອໄດ້ຍິນໂຕ້ເວົ້າຄຳນີ້ ຕຸ່ນໄດ້ແຕ່ກົ້ມໜ້າແລ້ວເວົ້າກັບໂຕ້ໄປວ່າ: ຂ້ອຍຈື່ມັນບໍ່ໄດ້ແລ້ວ! ຈາກນັ້ນຕຸ່ນກໍ່ລຸກຍ່າງອອກໄປດ້ວຍຄວາມໄວທັນທີ ໂຕ້ເອງກໍ່ຟ້າວຍ່າງນຳຫຼັງຕຸ່ນໄປເຊິ່ງຕຸ່ນກໍ່ຮູ້ວ່າໂຕ້ນຳມາລາວຈິ່ງຟ້າວຍ່າງໄປຫານັກທ່ອງທ່ຽວຊາວຈີນທີ່ຢືນນຳກັນເປັນກຸ່ມຕຸ່ນກໍ່ທຳທ່າເຂົ້າໄປລົມໄປຖາມນັ້ນຖາມນີ້ ເມື່ອໂຕ້ເຫັນແນວນັ້ນກໍ່ຮູ້ເລີຍວ່ານີ້ບໍ່ແມ່ນຈັກຫວະທີ່ເໝາະສົມທີ່ຈະລົມເລື່ອງນີ້ແລ້ວລາວກໍ່ຍ່າງຈາກໄປ
ອ່ານຕໍ່ສະບັບໜ້າເລື່ອງລາວໄດ້ດຳເນີນມາໃກ້ຈະຮອດບົດສະຫຼຸບແລ້ວ ສະບັບໜ້າສະເໜີເປັນຕອນຈົບບໍລິບູນ
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌