spot_img
Homeຂ່າວພາຍ​ໃນກົມສົ່ງເສີມ ແລະ ພັດທະນາສິນຄ້າ ຈະກວດກາຄືນບັນດາຫົວໜ່ວຍທຸລະກິດທີ່ໄດ້ກາໝາຍໂອດ໊ອບ

ກົມສົ່ງເສີມ ແລະ ພັດທະນາສິນຄ້າ ຈະກວດກາຄືນບັນດາຫົວໜ່ວຍທຸລະກິດທີ່ໄດ້ກາໝາຍໂອດ໊ອບ

Published on

ເພື່ອສ້າງຄວາມເປັນທໍາແກ່ຜູ້ບໍລິໂພກ ກໍຄືເພື່ອຮັກສາພາບພົດ ແລະ ກຽດສັກສີໃນຖານະອົງການລັດ ເຊິ່ງເປັນຜູ້ມອບ ແລະ ປະກາດນໍາໃຊ້ການໝາຍ ນຶ່ງເມືອງ ນຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ ຮວມເຖິງຄວາມຮັບຜິດຊອບຂອງຜູ້ຜະລິດ-ທຸລະກິດທີ່ໄດ້ຮັບກາໝາຍ ໃຫ້ຮັກສາໄດ້ຄວາມຍືນຍົງ ແລະ ຮັບປະກັນດ້ານຄຸນະພາບຕະຫຼອດໄປ ທັງນີ້ ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດເຜີຍວ່າ ຈະມີການກວດກາຄືນບັນດາຫົວໜ່ວຍການຜະລິດ-ທຸລະກິດທີ່ໄດ້ຮັບກາໝາຍໂອດ໊ອບໄປແລ້ວນັ້ນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ສ້າງໂອກາດໃຫ້ແກ່ການເຂົ້າເຖິງຕະຫຼາດແບບຍືນຍົງຂອງຜູ້ຜະລິດເປັນສິນຄ້າ.

2280

ຖືເປັນນຶ່ງມາດຕະການໃນການຢັ້ງຢືນເຖິງຄຸນະພາບ ແລະ ມາດຕະຖານຂອງການຜະລິດ ນັ້ນກໍຄື ພິທີປະກາດການນໍາໃຊ້ກາໝາຍ ນຶ່ງເມືອງ ນຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ (ODOP) ເຊິ່ງແມ່ນການປະກາດການນໍາໃຊ້ກາໝາຍໂອດ໊ອບແຫ່ງຊາດໃຫ້ແກ່ຜະລິດຕະພັນທີ່ດີເດັ່ນຂອງເມືອງ ໂດຍກົມສົ່ງເສີມ ແລະ ພັດທະນາສິນຄ້າ ເຊິ່ງເປັນໜ່ວຍງານທີ່ມີບົດບາດຕັດສິນ ພ້ອມທັງໃຫ້ການສະໜັບສະໜູນ ແລະ ພັດທະນາຜະລິດຕະພັນໂດຍຜ່ານການຕິດຕາມກວດກາຫຼາຍຄັ້ງຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງ ກ່ອນຈະມີການມອບ-ຮັບ ກາໝາຍໂອດ໊ອບ ເຊິ່ງສັງຮວມໃນທົ່ວປະເທດມາຮອດປັດຈຸບັນນີ້ສາມາດອອກອະນຸຍາດນໍາໃຊ້ກາໝາຍ ODOP ໄດ້ທັງໝົດ 103 ຫົວ ໜ່ວຍຜູ້ຜະລິດ 377 ຜະລິດຕະພັນ ເຊິ່ງນອນຢູ່ໃນ 99 ບ້ານ 55 ເມືອງ 14 ແຂວງ ໃນນັ້ນ ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບກາໝາຍຫຼາຍກວ່າໝູ່ເຖິງ 34 ຫົວໜ່ວຍ 164 ຜະລິດຕະພັນ.

          ທ່ານຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ໃຫ້ຮູ້ວ່າ ການຄັດເລືອກຜະລິດຕະພັນໃດນຶ່ງເພື່ອເຂົ້າເປັນສິນຄ້າໂອດ໊ອບແຫ່ງຊາດນັ້ນ ແມ່ນອີງໃສ່ລະບຽບ ເງື່ອນໄຂ ແລະ ຂັ້ນຕອນຕາມນິຕິກໍາທີ່ວາງອອກ ເຊິ່ງການອອກອະນຸຍາດນໍາໃຊ້ກາໝາຍໂອດ໊ອບແຫ່ງຊາດໃນແຕ່ລະຄັ້ງໂດຍກົມສົ່ງເສີມ ແລະ ພັດທະນາສິນຄ້າ ໄດ້ອີງໃສ່ຜົນການຄັດເລືອກຈາກຄະນະກໍາມະການຂັ້ນເມືອງ ຂັ້ນແຂວງ-ນະຄອນ ຫຼວງ ແລະ ການສະເໜີຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ-ນະຄອນຫຼວງ ຫຼັງຈາກທີ່ໄດ້ຮັບອະນຸຍາດແລ້ວ ແມ່ນຈະມີພິທີປະກາດການນໍາໃຊ້ຢ່າງເປັນທາງການ ໂດຍມີເປົ້າໝາຍຫຼັກເພື່ອແນະນໍາຜະລິດຕະ ພັນທີ່ໄດ້ຮັບການຢັ້ງຢືນເປັນສິນຄ້າໂອດ໊ອບແຫ່ງຊາດ ແລະ ໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ເຊິ່ງບໍ່ໄດ້ຮຽກຮ້ອງໃຫ້ມີການຈັດແບບຍິ່ງໃຫຽ່ (ສິ້ນເປືອງ) ແຕ່ໃຫ້ເນັ້ນໄດ້ເນື້ອໃນ ແລະ ຄວາມໝາຍສໍາຄັນ ອັນໄດ້ເຮັດໃຫ້ຜະລິດຕະພັນໂອດ໊ອບ ກາຍ ເປັນທ່າແຮງ ເປັນແຫຼ່ງການຜະລິດ ເປັນທຸລະກິດທີ່ສັງຄົມຍອມຮັບກວ້າງຂວາງຂຶ້ນ ມີມູນຄ່າການຂາຍເພີ່ມຂຶ້ນ ແລະ ໄດ້ຮັບໂອກາດເຂົ້າຫາຕະຫຼາດພາຍໃນ ແລະ ຕ່າງປະເທດ ໂດຍການເຂົ້າຮ່ວມວາງສະແດງໃນກອງປະຊຸມ ແລະ ງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດຫຼາຍໆຄັ້ງ ເຊິ່ງວຽກງານ ນຶ່ງເມືອງ ນຶ່ງຜະລິດ ຕະພັນແຫ່ງ ຊາດ ໄດ້ກາຍເປັນອີກວຽກງານນຶ່ງທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຄວາມສໍາຄັນຕະຫຼອດມາ ຍ້ອນວ່າວຽກງານດັ່ງກ່າວແມ່ນຮັບໃຊ້ບໍ່ສະເພາະການສົ່ງເສີມໃຫ້ປະຊາຊົນສາມາດນໍາໃຊ້ຫົວຄິດປະດິດສ້າງ  ພູມປັນຍາຂອງຕົນເຂົ້າໃນການຜະລິດ ແລະ ສາມາດສ້າງລາຍຮັບໃຫ້ແກ່ຕົນເອງເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນວຽກງານແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ໃນລະດັບຄອບຄົວ ທັງເປັນການກະກຽມຄວາມພ້ອມໃຫ້ປະຊາຊົນທີ່ນອນຢູ່ໃນລະບົບການຜະລິດຂະໜາດນ້ອຍເຂົ້າສູ່ການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ສາກົນອີກດ້ວຍ.

ຢ່າງໃດກໍຕາມ ພາຍຫຼັງທີ່ໄດ້ຮັບກາໝາຍ ໂອດ໊ອບ ໄປແລ້ວກໍເຫັນວ່າ ມີບາງຫົວໜ່ວຍໄດ້ດໍາເນີນການຜະລິດແບບຖືເບົາ ອັນໄດ້ເຮັດໃຫ້ຄຸນະພາບສິນຄ້າບາງຜະລິດຕະພັນຫຼຸດຕໍ່າກວ່າເກນມາດຕະຖານໂອດ໊ອບ ນີ້ຄືຄວາມກັງວົນ ແລະ ເປັນຫວ່ງຢ່າງຍິ່ງຂອງທາງພາກລັດ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຂອບໂອດ໊ອບ ມີຄວາມຮັບປະກັນໄດ້ຊື່ສຽງ ສັກສີ ແລະ ຄວາມເປັນທໍາຕໍ່ຜູ້ບໍລິໂພກ ຈິ່ງຈະມີການລົງຕິດຕາກວດກາຢ່າງລຽນຕິດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ ແລະ ເພື່ອເຮັດໃຫ້ຄຸນະພາບມາດຕະຖານ ມີລັກສະນະຍືນຍົງ ສົມສັກສີທີ່ມວນຊົນໄວ້ວາງໃຈ ທີ່ສໍາຄັນແມ່ນເພື່ອເຮັດໃຫ້ຊື່ສຽງສິນຄ້າລາວໄດ້ຮັບການຍອມຮັບໃນຕະຫຼາດພາຍໃນ ແລະ ພາກພື້ນຕະຫຼອໄປ ຈິ່ງເຫັນຄວນໃຫ້ມີຄວາມເຂັ້ມງວດກວດຂັນ ຕິດຕາມເປັນໄລຍະໆ ເພື່ອວ່າ ຖ້າມີບັນຫາ ຫຼື ມີປັດໄຈສ່ຽງດ້ານໃດກໍໃຫ້ພະແນກການທີ່ກ່ຽວຂ້ອງເຂົ້າໄປແກ້ໄຂ ຫຼື ໃຫ້ຄວາມຊ່ອຍເຫຼືອຢ່າງທັນເວລາ.

ໂດຍ: ເຜິ້ງຄໍາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...