spot_img
Home​ຂ່າວທ່ອງທ່ຽວຕາດນ້ຳນົວ ເມືອງ ວຽງໄຊ ແຂວງ ຫົວພັນ

ຕາດນ້ຳນົວ ເມືອງ ວຽງໄຊ ແຂວງ ຫົວພັນ

Published on

ທ່ອງທ່ຽວລາວວັນນີ້ເຮົາຈະມາທີ່ເມືອງວຽງໄຊ ແຂວງ ຫົວພັນ ມື້ນີ້ບໍ່ໄດ້ພາມາຫຼິ້ນຖ້ຳຜູ້ນຳ ແຕ່ຈະພາມາທ່ຽວຕາດນ້ຳນົວ namnoua waterfall ເປັນນ້ຳຕົກຕາດຂະໜາດໃຫຍ່ ເຊິ່ງນ້ຳໄດ້ຕົກຈາກໜ້າຜາທີ່ມີຄວາມສູງ 80 ແມັດ ທິວທັດທຳມະຊາດອ້ອມຮອບດ້ວຍປ່າໄມ້ໃຫຍ່ສວຍງາມ ບັນຍາກາດງຽບສະຫງົບ ສາຍນ້ຳໃສໄຫລເຢັນເປັນຕາລອຍຫຼິ້ນໃຫ້ເຢັນກາຍສະບາຍໃຈ

ດ້ານເທິງນ້ຳຕົກມີອ່າງນ້ຳຂະໜາດໃຫຍ່ໃຫ້ລົງລອຍຫຼິ້ນ ບໍລິເວນຮອບໆຈະມີກ້ອນຫີນຂະໜາດໃຫຍ່ນ້ອຍຕັ້ັງສະລັບລຽນກັນໄປຕາມທຳມະຊາດເສັ້ນທາງສາຍນ້ຳນົວໄຫລຜ່ານໄປທີ່ດ້ານລຸ່ມ

ໃນມືວັນພັກຈະມີນັກທ່ຽວທັງຊາວ ແລະ ຕ່າງປະເທດນິຍົມມາທ່ຽວຫຼິ້ນ ການເດີນທາງແຕ່ຕົວເມືອງວຽງໄຊຫານ້ຳຕົກແມ່ນໄລຍະທາງ 8-9 ກີໂລແມັດ ຕາມເສັ້ນທາງເຂົ້າໄປທີ່ນ້ຳຕົກທ່ານຈະເຫັນວິວທິວທັກຂອງທົ່ງນາ ປ່າໄມ້ໃນເມືອງວຽງໄຊໄດ້ຢ່າງສວຍງາມ

ທາງສາມາດເບິ່ງຄວາມງົດງາມຂອງນ້ຳຕົກຕາດນ້ຳນົວໄດ້ຕາມວິດີໂອດ້ານລຸ່ມນີ້ (ໃຫ້ສຽງເປັນພາສາໄທ)

https://youtu.be/ial6FeKQkQc

ບົດຄວາມຫຼ້າສຸດ

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...