spot_img
Homeຂ່າວຕ່າງປະເທດນະຄອນຫຼວງປາຣິສ-ເຢຍລະມັນ ກຳລັງພົບໄພພິບັດນ້ຳຖ້ວມໜັກ

ນະຄອນຫຼວງປາຣິສ-ເຢຍລະມັນ ກຳລັງພົບໄພພິບັດນ້ຳຖ້ວມໜັກ

Published on

ເອເອັບພີລາຍງານໃນວັນທີ 3 ມີຖຸນາວ່າ ຝົນທີ່ຕົກລົງມາຢ່າງໜັກໄດ້ສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳເຊນ ເຊິ່ງໄຫລຜ່ານນະຄອນປາຣີສ ເພີ່ມຂຶ້ນສູງສຸດໃນຮອບ 30ປີ ທີ່ພິພິດທະພັນ Louvre ຕ້ອງປີດໃຫ້ບໍລິການເພື່ອຂົນຍ້າຍບູຮານວັດຖຸອອກຈາກຫ້ອງໃຕ້ດິນ

ທາງການປາຣີສເຕືອນໃຫ້ປະຊາຊົນຫຼີກລ່ຽງພື້ນທີ່ບໍລິເວນແຄມຝັ່ງແມ່ນ້ຳ ເຊິ່ງຄາດວ່າລະດັບນ້ຳຈະເພີ່ມເຖິງລະດັບສູງ 6 ແມັດ ພາຍໃນວັນທີ 3 ມິຖຸນານີ້, ອີກຫຼາຍເມືອງໃນເຢຍລະມັນ ແລະ ຝຣັ່ງກໍ່ກຳລັງພົບກັບໄພນ້ຳຖ້ວມຄັ້ງຮ້າຍແຮງນີ້ເຊັ່ນດຽວກັນ

ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດຊາຍຄົນໜຶ່ງເສຍຊີວິດທີ່ເຂດ Évry-Grégy-sur-Yerre ທາງຕະເວັນຕົກສຽງໃຕ້ຂອງນະຄອນຫຼວງປາຣີສ ຫຼັງຖືກກະແສນ້ຳຈາກແມ່ນ້ຳພັດຫາຍໄປໃນຕອນທີ່ລາວກຳລັງຂີ່ມ້າ ສ່ວນທີ່ເຢຍລະມັນຊາຍໄວອາຍຸ 65 ປີ ຄົນໜຶ່ງຖືກພົບກາຍເປັນສົບທີ່ເມືອງ ຊິມບັດ ອຳ ອິນ ໃນເຂດບາວາເຣຍ ເຮັດໃຫ້ຍອດເສຍຊີວິດຈາກເຫດການນ້ຳຖ້ວມຄັ້ງນີ້ເພີ່ມເປັນ 10 ຄົນພາຍໃນອາທິດນີ້

ຫຼາຍເມືອງທາງຕອນກາງຂອງຝຣັ່ງ ກຳລັງພົບຫາຍະນະຈາກນຮອບ 100 ປີ ໂດຍມີຄຳສັ່ງອົບພະຍົບຊາວເມືອງກວ່າ 5,000 ຄົນ ຕັ້ງແຕ່ອາທິດທີ່ຜ່ານມາ ແລະ ບ້ານເຮືອນປະຊາຊົນກວ່າ 19,000 ຫຼັງບໍ່ມີໄຟຟ້າໃຊ້

ປະທານາທິບໍດີ ຟຣອງຊົວສ໌ ອໍລອງດ໌ ແຫ່ງຝຣັ່ງລະບຸວ່າ “ໄພພິບັດແຫ່ງຊາດ” ໃນການປະຊຸມຄະນະລັດຖະມົນຕີໃນວັນພຸດໜ້າ (8 ມິຖຸນາ) ເຊິ່ງເປັນຂັ້ນຕອນທີ່ຈະນຳໄປສູ່ການອະນຸມັດເງິນຊົດເຊີຍແກ່ຜູ້ປະສົບໄພ

(FILES) This file photo taken on July 14, 2012 shows a general view of the bridges of the Seine river, the Louvre museum (L) and the Notre-Dame de Paris Cathedral on the Ile de la Cite pictured from the cockpit of a French Transal military aircraft on July 14, 2012 in Paris during the Bastille day traditional military parade. The Louvre museum in Paris said it would close on June 3, 2016 to evacuate artworks held in its underground reserves as the swollen River Seine burst its banks in places. "The aim is to move works situated in areas vulnerable to flooding to safety by moving them to higher floors," the world's most-visited museum said in a statement. / AFP PHOTO / GUILLAUME BAPTISTE

A man fishes on the flooded banks of the river Seine following heavy rainfalls in Paris on June 2, 2016. Torrential downpours have lashed parts of northern Europe in recent days, leaving four dead in Germany, breaching the banks of the Seine in Paris and flooding rural roads and villages. / AFP PHOTO / BERTRAND GUAY

This picture taken on June 2, 2016 shows the Zouave statue of the Alma bridge flooded by the river Seine following heavy rainfalls in Paris. Torrential downpours have lashed parts of northern Europe in recent days, leaving four dead in Germany, breaching the banks of the Seine in Paris and flooding rural roads and villages. / AFP PHOTO / BERTRAND GUAY

A photo taken on June 2, 2016 shows the flooded banks of the river Seine in Paris. Torrential downpours have lashed parts of northern Europe in recent days, leaving four dead in Germany, breaching the banks of the Seine in Paris and flooding rural roads and villages. / AFP PHOTO / BERTRAND GUAY

A picture taken on June 2, 2016 in Paris shows a gangway in the water on the flooded banks of the river Seine following heavy rainfalls. Torrential downpours have lashed parts of northern Europe in recent days, leaving four dead in Germany, breaching the banks of the Seine in Paris and flooding rural roads and villages. / AFP PHOTO / Geoffroy Van der Hasselt

ຂ່າວຈາກ: http://www.manager.co.th/

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...