ອ່ານຕໍ່ຈາກບັບກ່ອນ
ເຊົ້າວັນໃໝ່ເວລາປະມານ 6:30ໂມງເຊົ້າ ແມ່ຂອງໂຕ້ໄດ້ເຂົ້າມາປຸກໂຕ້ທີ່ຍັງນອນບໍ່ຕື່ນເພື່ອລຸກຂຶ້ນກຽມເຄື່ອງໄປໂຮງຮຽນ ໃນມືແມ່ຖືສົບໝອນສີຟ້າເຂົ້າມາພ້ອມ ແມ່ໄດ້ນ່າງເຂົ້າໄປໃກ້ໂຕ້ ແລະ ປຸກໂຕ້ໃຫ້ຕື່ນນອນ ໂຕ້ກໍ່ຫົວຫຍຸ້ງລຸກຂຶ້ນມາລາວໄດ້ເອົາມືສີຕາ ແລະ ກ່າວຄຳສະບາຍດີແມ່ ແລ້ວລາວກໍ່ໄດ້ແນມເຫັນສົບໝອນສີຟ້າທີ່ຢູ່ໃນມືແມ່ເຊິ່ງມັນແມ່ນສົບໝອນທີ່ຕຸ່ນເປັນຄົນເຮັດໃຫ້ ໂຕ້ຮູ້ສຶກດີໃຈສຸດຂີດ ແລ້ວໂຕ້ກໍ່ໄດ້ໂດຍກອດແມ່ຂອງລາວໄວ້ ແລະ ຖາມແມ່ລາວອອກໄປວ່າ: ແມ່! ເຈົ້າບໍ່ໄດ້ຖິ້ມສົບໝອນເຮົາ! ເຢ້ໆໆໆໆ ເຮົາຮັກເຈົ້າທີ່ສຸດເລີຍ ເມື່ອເວົ້າແລ້ວໂຕ້ກໍ່ຫອມແກ້ມແມ່ທັງຂອງເບື້ອງຈົນແມ່ລາວແປກໃຈເລີຍເວົ້າໄປວ່າ: ເປັນຫຍັງລູກ! ເຮັດປານເດັກນ້ອຍໄປໄດ້ ແລ້ວເຈົ້າຄິດຈັ່ງໃດຈິ່ງເອົາສົບໝອນນີ້ຖິ້ມໃສ່ຖັງຂີ້ເຫຍື້ອແມ່ເຫັນຫຼາຍມື້ແລ້ວ ທຳອິດແມ່ຄິດວ່າຈະຖິ້ມແລ້ວ ແຕ່ເບິ່ງໄປເບິ່ງມາມັນກະຍັງໃໝ່ຢູ່ ແມ່ເລີຍເກັບມາຊັກໄວ້! ໂຕ້ດີໃຈແຮງເລີຍຫອມແກ້ມແມ່ອີກຄັ້ງ ແລະ ເວົ້າອີກວ່າ: ໂອ້…ຂອບໃຈແມ່!ຂອບໃຈແມ່, ແມ່ໂຕ້ກໍ່ຫົວຂຶ້ນ ແລະ ບອກໄປວ່າ: ພໍແລ້ວ!ພໍແລ້ວ ຟ້າວເອົາສົບໝອນໃສ່ໝອນໄວ້ສະ! ຫັດນອນໝອນເປົ່າເດີ້ ດຽວໜ້າກະຂຶ້ນສິວລະ, ດຽວແມ່ສິອອກໄປເບິ່ງຂອງກິນກ່ອນເຈົ້າກໍ່ຟ້າວໄປອາບນ້ຳແຕ່ງຕົວແລ້ວອອກໄປກິນເຂົ້າ ດຽວໄປໂຮງຮຽນບໍ່ທັນ! ເມື່ອເວົ້າຈົບແມ່ໂຕ້ກໍ່ຍ່າງອອກໄປຈາກຫ້ອງນອນຂອງໂຕ້ ໂຕ້ຟ້າວຈັບເອົາສົບໝອນນັ້ນມາກອດມາດົມດ້ວຍຄວາມດີໃຈດ້ວຍຄວາມຄິດຮອດ ແລະ ລາວກໍ່ຟ້າວເອົາສົບໝອນນັ້ນໃສ່ທີ່ໝອນຄືນ
ມື້ນີ້ໂຕ້ຮູ້ສຶກອາລົມດີທີ່ໄດ້ຂອງຮັກຂອງຫວງຄືນ ແຕ່ເມື່ອມາຮອດໂຮງຮຽນລາວກໍ່ຮູ້ສຶກເສົ້າເມື່ອເຫັນຕຸ່ນ ເຖິງແມ່ນວ່າໂຕ້ຈະຄົບກັບກະຕ່າຍແລ້ວກໍ່ຕາມ ແຕ່ໃນຫົວໃຈເລິກໆແລ້ວໂຕ້ບໍ່ເຄີຍລືມຕຸ່ນເລີຍ ແຕ່ທີ່ເຮັດແບບນີ້ເພາະບໍ່ຢາກໃຫ້ຕົວເອງເຈັບຫຼາຍກ່ວານີ້ອີກ ເພາະລາວຄິດວ່າຈັ່ງໃດຕຸ່ນກໍ່ບໍ່ມີທາງຄິດກັບລາວຫຼາຍກວ່າຄຳວ່າເພື່ອນ ເຊິ່ງໂຕ້ເອງກໍ່ຍອມຮັບມັນບໍ່ໄດ້ ລາວຈິ່ງເລືອກຖອນຕົວອອກຫ່າງດີກ່ວາ
ຕຸ່ນເອງກໍ່ພະຍາຍາມທີ່ຈະລົມກັບໂຕ້ໃຫ້ເຂົ້າໃຈທັງໂທຫາ, ທັງໄປຫາແຕ່ໂຕ້ບໍ່ເຄີຍເປີດໂອກາດໃຫ້ຕຸ່ນໄດ້ເວົ້າເລີຍ ແລະ ກະຕ່າຍເອງກໍ່ບໍ່ປ່ອຍໃຫ້ໂຕ້ຫ່າງຈາກຕົວເລີຍ ຈົນເຮັດໃຫ້ຕຸ່ນຮູ້ສຶກເມື່ອຍໃຈ ແລະ ຮູ້ສຶກທໍ້ແທ້ ແລະ ກໍ່ເຮັດໄດ້ພຽງແຕ່ເບິ່ງ, ເບິ່ງເວລາທີ່ໂຕ້ກັບກະຕ່າຍຢູ່ນຳກັນ ໄປນັ້ນມານີ້ນຳກັນ ເຊິ່ງມັນຊ່າງເປັນພາບທີ່ບາດຕາບາດໃຈເຫຼືອເກີນ ເພາະບ່ອນທີ່ກະຕ່າຍຢູ່ໃນຕອນນີ້ແມ່ນບ່ອນທີ່ຕຸ່ນເຄີຍຢືນຢູ່ ຕຸ່ນໄດ້ຄິດເຫັນພາຍເກົ່າໆມັນຍິ່ງເຮັດໃຫ້ຕຸ່ນຊ້ຳໃຈ ຕຸ່ນຮູ້ສຶກວ່າເວລາແຕ່ລະມື້ມັນແສນຍາວນານຈົນຮູ້ສຶກທໍລະມານໃຈ ເຖິງໃກ້ຈະຮອດວັນສອບເສັງຈົບຊັ້ນແລ້ວ ແຕ່ມັນກໍ່ເໝືອນຍັງອີກໃກ ເພາະແຕ່ລະມື້ລາວຕ້ອງມາທົນເຫັນພາບບາດຕາບາດໃຈທີ່ໂຮງຮຽນ
ເຫຼືອອີກ 2 ທິດກໍ່ຈະເສັງແລ້ວ ກະຕ່າຍໄດ້ຂໍໃຫ້ໂຕ້ຊ່ວຍສອນວິທີແກ້ຄຳຖາມສອບເສັງຂອງປີກາຍໃຫ້ເບິ່ງ ເຊິ່ງໂຕ້ກໍ່ຮັບປາກຊ່ວຍ ໃນເວລາທີ່ໂຕ້ຕົ້ນຄ້ວາຄຳຖາມເກົ່າກັບກະຕ່າຍລາວໄດ້ຄິດເຫັນຕຸ່ນເລື່ອຍໆ ໂຕ້ຄິດເຫັນຄວາມສຸກໃນເວລາຢູ່ກັບຕຸ່ນ ໂຕ້ໄດ້ແນມເບິ່ງກະຕ່າຍທີ່ກຳລັງຄົ້ນຄິດບົດເລກດ້ວຍສາຍຕາທີ່ສົງສານ ແລະ ຮູ້ສຶກຜິດໃນໃຈ ເພາະໂຕ້ຢາກໃຫ້ຄົນທີ່ກຳລັງນັ່ງຢູ່ຕໍ່ໜ້ານີ້ແມ່ນຍິງທີ່ລາວຮັກນັ້ນກໍ່ຄືຕຸ່ນ ແຕ່ສຳລັບກະຕ່າຍແມ່ນຍິງທີ່ດີສຳລັບລາວ ກະຕ່າຍເປັນຄົນໜ້າຮັກ ໃຈດີ ຢູ່ໃກ້ແລ້ວມີຄວາມສຸກ ຖ້າກະຕ່າຍມາໄວ້ກ່ວານີ້ມັນກໍ່ຄົງເຮັດໃຫ້ໂຕ້ບໍ່ອຸກໃຈປານນີ້
ຕຸ່ນຄົ້ນຄ້ວາບົດຮຽນຄົນດຽວທີ່ເຮືອນ ລາວຮູ້ສຶກປວດດຫົວບາງຂໍ້ ຖືວ່າສວ່ນຫຼາຍທີ່ລາວຈະເຮັດບໍ່ໄດ້ ແຕ່ລາວບໍ່ຮູ້ວ່າຈະໄປປຶກສາກັບໃຜດີ ເພາະສົມຈິດກໍ່ຮຽນບໍ່ເກັ່ງຄືກັນໃຫ້ຄຳປຶກສາບໍ່ໄດ້ ສ່ວນເປົາກໍ່ຄົງຈະບໍ່ໄດ້ອີກເພາະຖ້າລາວໄປຂໍໃຫ້ເປົາຊ່ວຍຕຸ່ນກໍ່ຢ້ານວ່າເປົາຈະເວົ້າວ່າລາວໄປຂໍຄືນດີ ເຊິ່ງມັນຍິ່ງເຮັດໃຫ້ຕຸ່ນຄິດຮອດໂຕ້ຈົນຢາກຮ້ອງໄຫ້ອອກມາຄາບົດເລກທີ່ລາວແກ້ບໍ່ໄດ້ທັນທີ
ໃນທີ່ສຸດກໍ່ມາຮອດວັນເສັງນັກຮຽນທຸກຄົນພາກັນເຮັດຂໍ້ສອບດ້ວຍຄວາມຕັ້ງໃຈ ສຳລັບການສອບເສັງມັນເປັນເລື່ອງທຳມະດາຂອງໂຕ້ຫຼາຍ ເພາະລາວເປັນນັກຮຽນເກັ່ງຢູ່ແລ້ວ ເມື່ອລາວເຮັດຂໍ້ສອບແລ້ວລາວກໍ່ຟ້າວຍ່າງມາໃຫ້ບໍລິເວນຫ້ອງທີ່ຕຸ່ນເສັ່ງຢູ່ ໂຕ້ແອບຊ່ອງເບິ່ງຈາກທີ່ໃກໆຜ່ານປະຕູປ່ອງຢ້ຽມຫ້ອງເຂົ້າໄປ ລາວເຫັນຕຸ່ນກຳລັງນັ່ງກັດກົ້ນບຶກຢູ່ ໂຕ້ຮູ້ແລ້ວວ່າຕ້ອງມີບາງຂໍ້ທີ່ຕຸ່ນເຮັດບໍ່ໄດ້ລາວຮູ້ສຶກເປັນຫ່ວງຕຸ່ນຢູ່ຫ່າງໆຢາກຊ່ວຍແຕ່ກໍ່ຊ່ວຍບໍ່ໄດ້ ເລີຍໄດ້ແຕ່ອະທິຖານຂໍໃຫ້ມີປະຕິຫານຊ່ວຍຕຸ່ນໃຫ້ເສັງໄດ້
ເວລາໄດ້ຜ່ານມາຈົນຮອດວັນສຸດທ້າຍຂອງການສອບເສັງເມື່ອເສັງຈົບແລ້ວຕາມທຳນຽນຂອງນັກຮຽນແມ່ນຕ້ອງພາກັນເຊັນຊື່ໃສ່ເສື້ອເພື່ອເປັນທີ່ລະນຶກ ໃນຂະນະທີ່ຕຸ່ນກຳລັງເຊັນຊື່ໃສ່ທາງຫຼັງເສື້ອຂອງທ້າວ ປຸ ຢູ່ນັ້ນ ໂຕ້ກໍ່ຍ່າງມາທາງຫຼັງຕຸ່ນ ແລະ ໃຊ້ບິກເຟີດສີເຫຼືອງຂຽນໂຕ L ໄດ້ໂຕທຳອິດຕຸ່ນຕົກໃຈຈະຫັນມາເບິ່ງແຕ່ໂຕ້ຈັບບ່າຕຸ່ນໄວ້ແລ້ວເວົ້າຄ່ອຍໆວ່າ: ຢ່າຟ້າວຫັນມາຍັງຂຽນບໍ່ແລ້ວ ເມື່ອຕຸ່ນໄດ້ຍິນເປັນສຽງໂຕ້ລາວກໍ່ຢືນນິ້ງທັນທີ ແລ້ວໂຕ້ກໍ່ຕື່ມຕົວອັກສອນ O.V.E ເມື່ອປະກອບກັນແລ້ວຈະກາຍເປັນຄຳວ່າ L.O.V.E ຫຼັງຈາກໂຕ້ຂຽນແລ້ວລາວກໍ່ຟ້າວຍ່າງໄປຫາກະຕ່າຍ ຕຸ່ນຮູ້ວ່າໂຕ້ຂຽນຫຍັງໃສ່ທີ່ເສື້ອຂອງລາວ ຕຸ່ນໄດ້ແຕ່ແນມເບິ່ງໂຕ້ທີ່ກຳລັງຍ່າງຈາກໄປດ້ວຍຄວາມປວດໃຈ ເມື່ອຮອດຕອນແລງພວກເຂົາໄດ້ພາກັນໄປກິນລ້ຽງສະຫຼອງທີ່ຮ້ານຊີ້ນດາດແຫ່ງໜຶ່ງເຊິ່ງຮ້ານບໍ່ໃກຈາກບໍລິເວນເຮືອນຂອງນັກຮຽນປານໃດທຸກຄົນໃນຫ້ອງ 6/1 ພ້ອມຄູປະຈຳຫ້ອງກໍ່ໄດ້ພາກັນໄປຮ່ວມງານລ້ຽງຄັ້ງນີ້ ເຊິ່ງໂຕ້ກໍ່ໄປກັບກະຕ່າຍ ແລະ ຕຸ່ນກໍ່ໄດ້ໄປຄົນດຽວ ສ່ວນວັນນີ້ເປົາກໍ່ມາຄົນດຽວເຊັ່ນກັນ ເພາະລາວໄດ້ແຍກທາງກັບດ້າແລ້ວ ເປົາແນມມາເບິ່ງຕຸ່ນ ແຕ່ຕຸ່ນແນມເບິ່ງທີ່ໂຕ້ ສ່ວນໂຕ້ກໍ່ມີອາການຮົນຫວຍ ກະຕ່າຍກໍ່ແນມເບິ່ງໜ້າໂຕ້ ແລະ ຫັນໄປເບິ່ງໜ້າຕຸ່ນ ທັງ 4 ຄົນມີງຽບບໍ່ເວົ້າຫຍັງ ນີ້ມັນເໝືອນກັບສົງຄາມສາຍຕາຂອງທັງສີ່ຄົນ ຜ່ານໄປພຽງໜຶ່ງຊົວໂມງຕຸ່ນກໍ່ຂໍລາກັບກ່ອນໂດຍໃຫ້ເຫດຜົນວ່າປວດຫົວແຮງສີໜ້າຕຸ່ນຈິດຊືດບໍ່ມີຊີວິດຊີວາ ເປົາອາສາວ່າຈະໄປສົ່ງແຕ່ຕຸ່ນກໍ່ບໍ່ຍອມໃຫ້ໄປສົ່ງ ຕຸ່ນໄດ້ລຸກອອກຈາກໂຕະແລ້ວຍ່າງອອກຈາກຮ້ານໄປ ເປົາກໍ່ລຸກນຳຫຼັງຕຸ່ນໄປ ໂຕ້ກໍ່ຟ້າວແນມເບິ່ງທັງສອງຄົນທີ່ລຸກໄປນັ້ນທັນທີດ້ວຍຄວາມບໍ່ພໍໃຈ ເຊິ່ງກະຕ່າຍກໍ່ສັງເກດເຫັນແລະຮູ້ສຶກບໍ່ພໍໃຈຫຼາຍແຕ່ກະລາວກໍ່ເກັບງຳອາລົມໄວ້, ເປົາໄດ້ຍ່າງນຳຕຸ່ນອອກໄປເພື່ອຂໍຄືນດີແຕ່ກໍ່ຖືກຕຸ່ນປະຕິເສດແບບບໍ່ເຫຼືອເຍື່ອໃຍດີໆໄວ້ເລີຍ ເຖິງແມ່ນວ່າເປົາຈະອ້ອນວອນແນວໃດຕຸ່ນກໍ່ບໍ່ຍອມໃຈອ່ອນ ເປົາຍິ່ງຊູຊີຕຸ່ນແຮງໃຈຮ້າຍພໍດີໃຈຮ້າຍຢູ່ແລ້ວຍິ່ງໃຈຮ້າຍຕຸ່ນເລີຍເວົ້າໄປດ້ວຍສີໜ້າ ແລະ ນຳສຽງຮ້າຍໆວ່າ: ພໍແລ້ວເປົາ! ເລື່ອງຂອງເຮົາມັນຈົບດົນແລ້ວ! ເຈົ້າເຂົ້າໃຈບໍ່! ຕອນນີ້ຫົວໃຈຂ້ອຍມັນບໍ່ມີເຈົ້າແລ້ວ! ເຈົ້າຢ່າໃຫ້ຂ້ອຍຮູ້ສຶກບໍ່ດີກັບເຈົ້າຫຼາຍກ່ວານີ້ເທາະ, ເມື່ອເວົ້າສຸດຕຸ່ນກໍ່ຍ່າງໄປທີ່ລົດແລ້ວຂັບລົດອອກໄປຈາກຮ້ານດ້ວຍຫົວໃຈທີ່ເຈັບຊ້ຳ ສ່ວນເປົາກໍ່ກັບເຮືອນເຊັ່ນດຽວກັນເພາະບໍ່ມີອາລົມກິນຕໍ່ໄປແລ້ວ
ໃນຊ່ວງເວລທີ່ກະຕ່າຍກັບໂຕ້ໄດ້ຄົບກັນ ກະຕ່າຍໄດ້ພະຍາຍາມເຮັດທຸກຢ່າງໃຫ້ໂຕ້ພໍໃຈ ກະຕ່າຍໃສ່ໃຈລາຍລະອຽດທຸກຢ່າງທີ່ກ່ຽວກັບໂຕ້ ແລະ ປະຕິບັດກັບໂຕ້ເປັນຢ່າງດີຕະຫຼອດມາ ແຕ່ໃນບາງສິ່ງທີ່ກະຕ່າຍເຮັດມຫ້ໂຕ້ມັນໄປຊ້ຳກັບຕຸ່ນທີ່ເຄີຍເຮັດກັບໂຕ້ເຊັ່ນ: ການລັກກິນລູກຊີ້ນ, ການປ້ອນອາຫານ, ການທວາຍບັນຫາຕ່າງໆ… ແລະ ຫຼານຄັ້ງມັນກໍ່ເຮັດໃຫ້ໂຕ້ຄິດຮອດຕຸ່ນ ກະຕ່າຍເອງກໍ່ຮູ້ຢູ່ໃນໃຈວ່າໂຕ້ຍັງບໍ່ລຶມຕຸ່ນແຕ່ລາວກໍ່ເຮັດເຕັມທີ່ເພື່ອຈະໃຫ້ໂຕ້ໄດ້ເຫັຍຄວາມຈິງໃຈຂອງລາວທີ່ທີຕໍ່ໂຕ້ ແລະ ໃນທີ່ສຸດໂຕ້ກໍ່ເລີ່ມມືຄວາມຮູ້ສຶກດີໆໃຫ້ກະຕ່າຍເລັກໜ້ອຍແລ້ວ
ເວລາໄດ້ຜ່ານໄປຈົນຮອດວັນຜົນການເສັງອອກ ມີນັກຮຽນຫຼາຍຄົນມາທີ່ໂຮງຮຽນເພື່ອມາເບິ່ງຜົນການເສັງຕຸ່ນເອງຫຼັງຈາກເບິ່ງຜົນການເສັງແລ້ວລາວກໍ່ມານັ່ງພັກທີ່ໜ້າເສົາທຸງຂອງໂຮງຮຽນ ແລະ ກໍ່ນັ່ງຄິດໃຈລອຍເລື່ອງອະດີດ ເຊິ່ງມັນໄດ້ເຮັດໃຫ້ລາວເກີດມີອາລົມເຫງົາ, ເສົ້າຊຶມ ແລະ ມື້ນີ້ໂຕ້ກໍ່ມາເບິ່ງຜົນອອກເຊັ່ນດຽວກັນແຕ່ກະຕ່າຍບໍ່ໄດ້ມານຳ ເພາະກະຕ່າຍຄາວຽກເລີຍຝາກໃຫ້ໂຕ້ເບິ່ງເພື່ອນຳ ໃນຂະນະທີ່ໂຕ້ກຳລັງກວດເບິ່ງລາຍຊື່ຢູ່ນັ້ນ ໄດ້ສັງເກດເຫັນວ່າໂຕ້ມາຄົນດຽວ ຕຸ່ນເລີຍສວາຍໂອກາດນີ້ເຂົາໄປຫາໂຕ້ ແລະ ດຶງແຂນໂຕ້ອອກມາຈາກກະດານຂ່າວແລ້ວພາໄປທີ່ຫ້ອງຮຽນບ່ອນທີ່ບໍ່ມີໃຜ ເມື່ອເຫັນມີແຕ່ສອງຄົນ ຕຸ່ນເລີຍເຂົ້າກອດໂຕ້ໄວ້ດ້ວຍຄວາມຄິດຮອດທັນທີຕຸ່ນໄດ້ກ່າວຂໍໂທດໃນທຸກເລື່ອງທີ່ເຄີຍເຮັດຜິດກັບໂຕ້ ແລະ ຕຸ່ນຍັງໄດ້ຕັດສິນໃຈສາລະພາບຄວາມໃນໃຈກັບໂຕ້ທຸກຢ່າງ ແລະ ຂໍໃຫ້ໂຕ້ເລີກກັບກະຕ່າຍແລ້ວກັບມາເລີ່ມຕົ້ນກັນໃໝ່ກັບຕົນເອງ ໂຕ້ໄດ້ຟັງຕຸ່ນເວົ້າດ້ວຍຄວາມເຈັບ ປວດ ແລະ ດີໃຈສັບສົນວຸ້ນວາຍ ແລະ ໂຕ້ກໍ່ບໍ່ຮູ້ວ່າຈະເຮັດແນວໃດດີ ຖ້າຈະເລີກກັບກະຕ່າຍລາວກໍ່ເຮັດບໍ່ໄດ້ເພາະກະຕ່າຍກໍ່ເປັນຄົນທີ່ດີສຳລັບລາວຄອຍຢູ່ຄຽງຂ້າງລາວໃນຍາມທີ່ລາວຜິດຫວັງຈົນຕອນນີ້ຫົວໃຈໂຕ້ເຂັມແຂງຂຶ້ນຫຼາຍກວ່າເກົ່າແລ້ວ ສ່ວນຕຸ່ນກໍ່ເປັນຄົນທີ່ໂຕ້ຮັກມາຕະຫຼອດ ແລະ ກໍ່ເປັນຄົນທີ່ເຮັດໃຫ້ໂຕ້ເຈັບມາຕະຫຼອດ ໂຕ້ໄດ້ທົບທວນຄຳຕອບໃນໃຈຂອງລາວ ໃນທີ່ສຸດລາວກໍ່ໄດ້ຄຳຕອບ ເມື່ອຕຸ່ນເວົ້າສຸດຄວາມໂຕ້ກໍ່ໄດ້ແກະມືຕຸ່ນທີ່ກອດໂຕລາວໄວ້ອອກ ໂຕ້ໄດ້ຈັບທີ່ບ່າຕຸ່ນແລະແນມເບິ່ງໜ້າຕຸ່ນດ້ວຍຄວາມເຈັບປວດ ລາວໄດ້ເອົາມືເຊັດນ້ຳຕາທີ່ນອງໜ້າຕຸ່ນ ແລ້ວເວົ້າກັບຕຸ່ນໄປວ່າ: ຂ້ອຍຂໍໂທດ! ຂ້ອຍເຮັດຕາມທີ່ເຈົ້າຂໍບໍ່ໄດ້ອີກແລ້ວ ໃນເວລານັ້ນໂຕ້ຄິດວ່າສິ່ງທີ່ລາວເວົ້າອອກໄປເປັນສິ່ງທີ່ຖືກທີ່ສຸດແລ້ວ ເມື່ອເວົ້າສຸດຄວາມໂຕ້ກໍ່ຟ້າວຍ່າງອອກໄປປ່ອຍໃຫ້ຕຸ່ນຢືນເສຍໃຈຄົນດຽວ ມື້ນີ້ເໝືອນຟ້າຜ່າລົງກາງໃນຕຸ່ນ ລາວບໍ່ເຄີຍເຈັບປວດຫຼາຍປານນີ້ ໂຕ້ເອງກໍ່ເຊັ່ນດຽວກັນມື້ນີ້ເປັນວັນທີ່ລາວເສຍໃຈທີ່ສຸດ
ອ່ານຕໍ່ສະບັບໜ້າ
ແຕ່ງໂດຍ: ປັອກເລັກ ລາວໂພສຕ໌