spot_img
Homeຂ່າວພາຍ​ໃນແຈ້ງການ: ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016.

ແຈ້ງການ: ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016.

Published on

ແຈ້ງການ  ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເລກທີ 769/ຫສນຍ, ລົງວັນທີ 01/06/2016.

ຮຽນ: – ທ່ານຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານທີ່ນັບຖື.

– ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນທີ່ນັບຖື.

– ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.

– ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

– ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

– ທ່ານເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງໃນຂອບເຂດທົ່ວປະເທດ.

ເລື່ອງ: ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016.

– ອີງຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນ 13 ພຶດສະພາ 2016.

– ອີງຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຄັ້ງວັນທີ 01 ມິຖຸນາ 2016.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້:

1.) ໃຫ້ການນຳຂອງບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເຊື່ອມຊຶມກຳແໜ້ນ, ເຂົ້າໃຈເລິກເຊິ່ງ ແລະ ເປັນເອກະພາບ ໄປລວງດຽວກັນໃນຂອບເຂດທົ່ວປະເທດ
ກ່ຽວກັບ ຈິດໃຈຄຳສັ່ງ ເລກທີ 15/ນຍ ແມ່ນໃຫ້ຢຸດຕິການສົ່ງອອກໄມ້ທຸກປະເພດ ທີ່ບໍ່ແມ່ນຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄື່ອງປ່າຂອງດົງທີ່ບໍ່ຖືກຕ້ອງຕາມກົດໝາຍ ຜ່ານ ສປປ ລາວ ໄປຕ່າງປະເທດຢ່າງເດັດຂາດ.

2.) ໃຫ້ອົງການກວດກາລັດຖະບານ ເປັນໃຈກາງແຕ່ງຕັ້ງພະນັກງານ ລົງສົມທົບກັບທ້ອງຖິ່ນໃນຂອບເຂດທົ່ວປະເທດ ເພື່ອກວດກາຕົວຈິງ, ກໍລະນີກວດກາພົບເຫັນມີການກະທຳຜິດ ຫລື ລະເມີດນຳໄມ້ອອກຂອງບຸກຄົນ, ນິຕິບຸກຄົນ ຫລື ພາກສ່ວນທີ່ກ່ຽວຂ້ອງ ແມ່ນໃຫ້ດຳເນີນຕາມກົດໝາຍ ຢ່າງເຂັ້ມງວດ ແລະ ທັນເວລາ, ບໍ່ຍົກເວັ້ນ ຫລື ໂຍະຍານໃນທຸກກໍລະນີ.

3.)ໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນເພີ່ມທະວີຄວາມເປັນເຈົ້າການໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ໃຫ້ເປັນອັນລະອຽດ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນສະເພາະໜ້າດັ່ງນີ້:

3.1) ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນກວດກາ, ເກັບກຳຂໍ້ມູນໄມ້ທັງໝົດທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນແລ້ວ ທີ່ເປັນໄມ້ຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍທີ່ຍັງຄ້າງຢູ່ສະໜາມ 2 ,ໂດຍແຍກໃຫ້ລະອຽດຈຳນວນ, ບໍລິມາດ, ປະເພດໄມ້ ແລະ ສະຖານທີ່ ເພື່ອຂຶ້ນບັນຊີລະອຽດແລ້ວລາຍງານລັດຖະບານໄວ.

3.2) ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ດຳເນີນການດັດສົມໂຮງງານປຸງແຕ່ງໄມ້ລວມ ໃນຂອບເຂດທົ່ວປະເທດ, ໃນສະເພາະໜ້ານີ້ ແມ່ນສຸມໃສ່ແກ້ໄຂບັນດາໂຮງງານທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ ແລະ ປ່າຜະລິດ, ຖ້າພົບເຫັນກໍລະນີລະເມີດ ຫລື ສ້າງຕັ້ງໂຮງງານທີ່ບໍ່ຖືກຕ້ອງຕາມກົດໝາຍແມ່ນໃຫ້ຢຸດຕິ, ຍຸບເລີກ, ຢືດໄວ້ເປັນຂອງລັດ ແລະ ດຳເນີນມາດຕະການຕາມລະບຽບກົດໝາຍຢ່າງເດັດຂາດ.

3.3) ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການສົມທົບກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ້ອງຖິ່ນ ເພີ່ມທະວີການເຝົ້າລະວັງ ແລະ ປ້ອງກັນເວນຍາມເພື່ອບໍ່ໃຫ້ມີການລັກລອບຂຸດຄົ້ນໄມ້ ໃນເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ ແລະ ຂອງທ້ອງຖິ່ນ, ເຂດກໍ່ສ້າງໂຄງລ່າງພື້ນຖານຕ່າງໆ ແລະ ເນື້ອທີ່ທຳການຜະລິດອື່ນໆທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ຖ້າພົບເຫັນກໍລະນີລະເມີດ ແລະ ມີການກະທຳຜິດແມ່ນໃຫ້ດຳເນີນຄະດີ, ລົງວິໄນ ແລະ ໃຊ້ມາດຕະການເດັດຂາດຕໍ່ຜູ້ກະທຳຄວາມຜິດ.

3.4) ຫ້າມເດັດຂາດບໍ່ໃຫ້ເຈົ້າໜ້າທີ່ປະຈຳຢູ່ບັນດາດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ບັນດາດ່ານຕ່າງໆ ຢູ່ຊາຍແດນອະນຸຍາດ ຫລື ອຳນວຍຄວາມສະດວກໃນການສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງທີ່ບໍ່ໄດ້ຜ່ານການອະນຸມັດ ຈາກລັດຖະບານຢ່າງຖືກຕ້ອງ, ຖ້າພົບເຫັນກໍລະນີລະເມີດ ແລະ ມີການກະທຳຜິດແມ່ນໃຫ້ດຳເນີນຄະດີ, ລົງວິໄນ ແລະ ໃຊ້ມາດຕະການເດັດຂາດຕໍ່ຜູ້ກະທຳຄວາມຜິດ.

3.5) ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແຕ່ງຕັ້ງໜ່ວຍງານວິຊາການຂອງຂະແໜງການຕົນ ລົງສົມທົບກັບທ້ອງຖິ່ນເພື່ອຜັນຂະຫຍາຍ, ການຈັດຕັ້ງປະຕິບັດ ແລະ ກວດກາຕົວຈິງ ຕາມຫລັກວິຊາການຂອງຂະແໜງການຕົນ ໂດຍໃຫ້ມີກົນໄກການເຮັດວຽກ, ກົນໄກການປະສານງານ ແລະ ລະບອບການລາຍງານທີ່ຊັດເຈນ ແລະ ຈະແຈ້ງ. ໃນກໍລະນີໃນເຂດທີ່ຫລໍ່ແຫລມ ແລະ ເຂດຊາຍແດນແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເຂົ້າຮ່ວມການສະກັດກັ້ນການຂຸດຄົ້ນໄມ້ ແລະ ສົ່ງອອກໄມ້ທີ່ຜິດລະບຽບກົດໝາຍ.

4.) ໃຫ້ທຸກຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ລາຍງານຜົນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ໃຫ້ລັດຖະບານຊາບ ເພື່ອຊີ້ນຳແກ້ໄຂບັນຫາໃຫ້ທັນການ.”

ດັ່ງນັ້ນ, ຈຶ່ງແຈ້ງຍັງທ່ານເພື່ອຊາບ ແລະ ປະຕິບັດຕາມການຊີ້ນຳຂອງຂັ້ນເທິງດ້ວຍ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...