HomeມູມໄອທີລາວHuawei P9 ລຸ້ນພິເສດເຄືອບດ້ວຍທອງຄຳແທ້ 24 ກະຣັດ

Huawei P9 ລຸ້ນພິເສດເຄືອບດ້ວຍທອງຄຳແທ້ 24 ກະຣັດ

Published on

ສຳລັບສະມາດໂຟນ Huawei P9 ນີ້ຖືວ່າເປັນເຮືອທຸງລຸ້ນໃໝ່ຫຼ້າສຸດຂອງ Huawei ທີ່ຈຸດເດັ່ນຢູ່ທີ່ກ້ອງຫຼັງເລນຄູ່ທີ່ຮ່ວມກັນພັດທະນາກັບບໍລິສັດ Leica ຈາກເຢຍລະມັນ, ສະເປັກໂດຍລວມກໍມີໜ້າຈໍ 5.2 ນິ້ວ, ຄວາມລະອຽດ FullHD ແລະໃຊ້ຊິບປະມວນຜົນໂຕໃໝ້ຫຼ້າສຸດແບບ Kirin 955 ເຊິ່ງໂຕເຄື່ອງເອງກໍເລີ່ມຈຳໜ່າຍໄປແລ້ວມື້ວານນີ້ ຫຼື ວັນທີ 1 ມິຖຸນາ.

image

ໂດຍໃນມື້ນີ້ເອງ Huawei P9 ກໍມີໂຕເລືອກເພີ່ມຂຶ້ນມາອີກຢ່າງສຳລັບຄົນທີ່ຕ້ອງການໂທລະສັບມືຖືທີ່ຄວາມເປັນພຣີມ້ຽມສູງ ເຊິ່ງກໍຄືລຸ້ນພິເສດຂອງ P9 ທີ່ເຄືອບດ້ວຍທອງຄຳແທ້ 24 ກະຣັດ ຈາກບໍລິສັດ Goldgenie ເຊິ່ງມີລາຄາຢູ່ທີ່ 1500 ປອນ (17.590.000 ກີບ), ນອກຈາກນິ້ແລ້ວຍັງມີອີກ 2 ສີໃຫ້ເລືອກໄດ້ແກ່: Rose Gold ແລະ Platinum

ເຫັນລາຄາແບບນີ້ແລ້ວແອັດມິນຄິດວ່າຄົງໄດ້ແຕ່ແນມ 55+

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...