ການບວດຈູງແມ່ນໜຶ່ງພິທີ ກຳໃນທາງພຸດທະສາສະໜາພິທີ ກຳນີ້ຊາວພຸດຈະປະຕິບັດກັນໄດ້ ກໍຕໍ່ເມື່ອເວລາມີຄົນເສຍຊີວິດ (ຕາຍ) ເທົ່ານັ້ນ ແລະຕ້ອງຕາຍ ແບບເຈັບປ່ວຍເທົ່ານັ້ນ ເພາະມີ ຄວາມເຊື່ອກັນວ່າເປັນການຈູງ ດວງວິນຍານຂອງຜູ້ຕາຍໄປສູ່ສະຫວັນຊັ້ນຟ້າ ຫຼື ໄປສູ່ບ່ອນດີໆ.
ການບວດຈູງຄົນຕາຍຫ້າມ ບໍ່ໃຫ້ບວດຈູງຄົນຕາຍຫຸງ ຫຼື ຕາຍ ຍ້ອນອຸປະຕິເຫດຄົນບູຮານເພິ່ນ ເຊື່ອຖືກັນວ່າເຫດການຕາຍແບບ ນີ້ຖ້າມີການບວດຈູງມັນຈະເຊື່ອມ ຕໍ່ໄປຫາຍາດຕິພີ່ນ້ອງ ແຕ່ການ ບວດຈູງຄົນຕາຍເຈັບປ່ວຍຈະ ເປັນການຈູງດວງວິນຍານຂອງຜູ້ ຕາຍນັ້ນໄປສູ່ສະຫວັນຊັ້ນຟ້າ ຫຼື ໄປ ສູ່ບ່ອນດີໆພິທີກຳນີ້ແຕ່ລະທ້ອງ ຖິ່ນແມ່ນມີຄວາມແຕກຕ່າງກັນ ໄປ ໂດຍລວມແລ້ວພິທີກຳການ ບວດຈູງຈະປະຕິບັດກັນກໍຕໍ່ເມື່ອ ມີຜູ້ຄົນເສຍຊີວິດ ແລະບັນດາຍາດ ຕິພີ່ນ້ອງຂອງຜູ້ຕາຍເປັນຕົ້ນແມ່ນ: ອ້າຍ, ນ້ອງ, ລູກ, ຫຼານ.. ກະ ກຽມການບວດຫຼາຍຄົນເທົ່າໃດ ຍິ່ງເປັນການດີການບວດນັ້ນຕ້ອງ ໃຫ້ສຳເລັດກ່ອນສັນເພນ (ກ່ອນ 12:00 ໂມງ) ຂອງມື້ຈະເອົາສົບ ຄົນຕາຍໄປຈູດ (ເຜົາ) ກ່ອນຈະ ບວດເປັນຈົວຜູ້ຊາຍຕ້ອງໄດ້ແຖ ຫົວ, ໜວດ, ຄິ້ວ ແລະປົດເຄື່ອງ ປະດັບອອກຈາກຕົນໝົດທຸກຢ່າງ ຜູ້ທີ່ຈະບວດນັ້ນກໍປະຕິຍານຕົນ ວ່າ: ຈະຮັກສາສິນແປດຕາມວິໄນ ຂອງພະສົງ ຫຼັງຈາກນັ້ນທຳພິທີ ທາງສາສະໜາສວດມົນສົ່ງວິນ ຍານຄົນຕາຍ ສ່ວນແມ່ຍິງກໍບວດໄດ້ເຊັ່ນກັນຄືບວດຊີ ຫຼື ບວດຂາວ ພໍຫຼັງຈາກກາຍ 13:00 ໂມງ ເວ ລານີ້ຊາວພຸດຖືວ່າເປັນຍາມແຂງ ຈະທຳພິທີໃດກໍບໍ່ດີເປັນແຕ່ພິທີ ເອົາຂອນຜີ (ໂລງສົງ) ຜູ້ຈູງສົບ ໄປລໍຖ້າຢູ່ນອກເຮືອນກ່ອນຈະ ເຄື່ອນທີ່ໂລງສົບໄປຈູດເພິ່ນຈະມັດ ຝ້າຍມົງຄຸນຍາວໆເສັ້ນໃຫຍ່ເສັ້ນ ໜຶ່ງເນັ່ງໄປທາງໜ້າ ເພື່ອໃຫ້ຜູ້ ບວດຈູງໄດ້ຈັບຈູງໄປຜູ້ບວດຜ້າ ເຫຼືອງຢູ່ທາງໜ້າຖັດມາແມ່ນຜູ້ ບວດຂາວຈູງໄປ ເມື່ອໄປຮອດ ບ່ອນປົງສົບ ຫຼື ບ່ອນເຜົາ ຄົນຫາມ ໂລງສົບຈະເອົາໂລງນັ້ນຕຳບ່ອນ ຈູດສາມບາດແລ້ວກໍເອົາໂລງສົບ ຂຶ້ນບ່ອນເຜົາ.
ກ່ອນຈະຈູດເຜົາກໍໄດ້ທຳພິທີ ສວດມົນໃຫ້ຄົນຕາຍ ໂດຍແມ່ນ ຄູບາອາຈານຕິດຕາມໄປນຳພາ ປະຕິບັດສວດມົນ ເມືອສຳເລັດພິທີ ເປັນທີ່ຮຽບຮ້ອຍແລ້ວຜູ້ບວດຈິ່ງ ມາລາສິກຂາ ຫຼັງຈາກນັ້ນກໍໄດ້ ທຳພິທີອື່ນຈົນຮອດມື້ເລີກມຸງຄຸນ.
ທີ່ມາ: ເສດຖະກິດ-ສັງຄົມ