Homeຂ່າວການສຶກສາຈະລາຈອນຊີ້ແຈງຕື່ມກ່ຽວກັບການສັນຈອນລ້ຽວຂວາໄດ້ ຫລື ບໍ່ໄດ້

ຈະລາຈອນຊີ້ແຈງຕື່ມກ່ຽວກັບການສັນຈອນລ້ຽວຂວາໄດ້ ຫລື ບໍ່ໄດ້

Published on

ທ່ານຮອງຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ ພັນຕີ ສັງຄົມ ພົມມະລາດ ໄດ້ຊີ້ແຈງຕື່ມຕໍ່ໜັງສືພິມລາວພັດທະນາ ໃນວັນທີ 1 ມິຖຸນານີ້ ກ່ຽວກັບກໍລະນີການຂັບຂີ່ສາມາດລ້ຽວຂວາໄດ້ ຫລື ບໍ່ໄດ້ຢູ່ຈຸດສາມແຍກ, ສີ່ແຍກ, ພາຍຫລັງມີສື່ຫລາຍປະເພດຕີແຜ່ບັນຫາດັ່ງກ່າວຍັງບໍ່ທັນເປັນເອກະພາບກັນ ຈຶ່ງເຮັດໃຫ້ສັງຄົມເກີດຄວາມສັບສົນໃນການປະຕິບັດ.

ທ່ານຮອງຫົວໜ້າພະແນກຈະລາຈອນນະຄອນຫລວງ ອະທິບາຍວ່າ: ພາຍຫລັງພະແນກຈະລາຈອນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ປະສານສົມທົບກັນເພື່ອແກ້ໄຂບັນຫາສະພາບການສັນຈອນແອອັດສັບສົນໃນຕົວເມືອງ ຈຶ່ງໄດ້ເອກະພາບກັນກຳນົດລະບຽບການສັນຈອນໃນຕົວເມືອງຫລາຍຈຸດເພື່ອໃຫ້ຄ່ອງຕົວ ມີຄວາມເປັນລະບຽບຮຽບຮ້ອຍປອດໄພ, ສ່ວນການລ້ຽວຂວາໄດ້ ຫລື ບໍ່ເມື່ອຢູ່ໄຟແດງນັ້ນ ກໍລະນີທີ່ສາມາດລ້ຽວຂວາໄດ້ແມ່ນຕ້ອງຢູ່ຈຸດໄຟແດງທີ່ມີດອນຄູກາງໃຫ້ລ້ຽວ ເປັນຕົ້ນໄຟແດງສະຖານີລົດເມ, ໄຟແດງສີສະເກດ, ໄຟແດງດົງປ່າລານ ແລະ ອື່ນໆ. ສ່ວນໄຟແດງທີ່ບໍ່ມີດອນຄູທາງແມ່ນໃຫ້ນັກຂັບຂີ່ປະຕິບັດຕາມລະບົບໄຟອຳນາດຢ່າງເຂັ້ມງວດ, ຖ້ານັກຂັບຂີ່ຜູ້ໃດລະເມີດກໍຈະຖືກກ່າວເຕືອນຈາກເຈົ້າໜ້າທີ່ ຫລື ປັບໄໝຕາມລະບຽບໃນເມື່ອມີການຈົງໃຈລະເມີດ.

ການກຳນົດຄືດັ່ງກ່າວກໍເປັນວິທີທາງໜຶ່ງໃນການແກ້ໄຂບັນຫາສະພາບການສັນຈອນຕິດຂັດແອອັດໃນຕົວເມືອງ ເນື່ອງຈາກວ່າປັດຈຸບັນພາຫະນະຢູ່ນະຄອນຫລວງວຽງຈັນແມ່ນມີຈຳນວນເພີ່ມຂຶ້ນຫລາຍ ສະເລ່ຍອາທິດໜຶ່ງປະມານ 2 ພັນຄັນ. ສະນັ້ນ ຖ້າຫາກບໍ່ມີແຜນຮອງຮັບທີ່ດີ ບວກກັບນັກຂັບຂີ່ບໍ່ເອົາໃຈໃສ່ເຄົາລົບລະບຽບຈະລາຈອນກໍຍິ່ງຈະເຮັດໃຫ້ການສັນຈອນໃນຕົວເມືອງເປັນອຳມະພາດຮ້າຍແຮງຂຶ້ນຕື່ມ.

ສຳລັບກໍລະນີທີ່ຈະມີການປັບໄໝທົບ 10 ເທົ່ານັ້ນ, ທ່ານຮອງພະແນກຈະລາຈອນນະຄອນຫລວງ ລະບຸວ່າ: ແມ່ນຜູ້ທີ່ຈອດລົດຢູ່ເຂດທີ່ຫ້າມຈອດ, ການນຳໃຊ້ເສັ້ນທາງບໍ່ຖືກຕ້ອງ ເປັນຕົ້ນເອົາຂອບທາງ, ບ່າທາງເປັນບ່ອນບໍລິການຕ່າງໆ ເຮັດໃຫ້ກີດຂວາງການສັນຈອນ ແລະ ການຍ່າງໄປມາຂອງຄົນ, ການເຮັດໃຫ້ເສັ້ນທາງເປິະເປື້ອນ ເປັນຕົ້ນລົດແກ່ດິນ, ຊາຍ, ຫີນ ແລະ ອື່ນໆ ຕົກເຮ່ຍໃສ່ເສັ້ນທາງ ອັນໄດ້ສ້າງຄວາມເປິະເປື້ອນແກ່ເສັ້ນທາງ ແລະ ສົ່ງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງໃນກໍລະນີນີ້ແມ່ນຈະຖືກປັບໄໝ 10 ເທົ່າຕາມມະຕິຕົກລົງຂອງອົງການປົກຄອງນະຄອນຫລວງວຽງຈັນໃນການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດຮອດປີ 2020. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມ ກໍຄືນັກຂັບຂີ່ຜູ້ປະກອບການຂົນສົ່ງທຸກທົ່ວໜ້າຈົ່ງພ້ອມກັນປະຕິບັດລະບຽບຈະລາຈອນ ແລະ ມາດຕະການຕ່າງໆໃນການຂັບຂີ່ສັນຈອນໄປມາຢ່າງເຂັ້ມງວດ ເພື່ອສ້າງນະຄອນຫລວງວຽງຈັນເປັນເມືອງສະອາດ, ໜ້າຢູ່ ແລະ ຈະເລີນສີວິໄລເທື່ອລະກ້າວ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...