spot_img
HomeBaby-ແມ່ແລະເດັກວິທີສອນລູກສະຫຼາດເລື່ອງເງິນ

ວິທີສອນລູກສະຫຼາດເລື່ອງເງິນ

Published on

ເລື່ອງກ່ຽວກັບການເງິນຄວນສອນກັນຕັ້ງແຕ່ຍັງນ້ອຍ ເພາະຖືເປັນຈຸດເລີ່ມຕົ້ນຂອງຊີວິດທີ່ສອນສິ່ງໃໝ່ໆ ງ່າຍທີາຸດໃຫ້ກັບລູກ ແລະ ຫາກປ່ອຍໃຫ້ລູກຕິດນິໃສຜິດໆ ເມື່ອໃຫຍ່ຂຶ້ນມາຈະປ່ຽນແປງໄດ້ຍາກ

4 ທີ່ບໍ່ຄວນເຮັດ

1. ຢ່າຕາມໃຈຫຼາຍເກີນໄປ
ການຕາມໃຈລູກ ເມື່ອລູກຢາກໄດ້ສິ່ງໃດກໍ່ຊື້ໃຫ້ ຈະເປັນການປູກຝັງຄວາມຄິດຂອງລູກທີ່ມາ ບໍ່ວ່າສິ່ງໃດກໍ່ຈະໄດ້ມາງ່າຍໆ ດັ່ງນັ້ນເມື່ອລູກຢາກໄດ້ຫຍັງທ່ານຄວນໃຫ້ລູກເວົ້າເຫດຜົນທີ່ຢາກໄດ້, ມີຄວາມສຳຄັນ, ມີຄວາມຈຳເປັນ ແລະ ມັນມີປະໂຫຍດໜ້ອຍຫຼາຍພຽງໃດ

ພໍ່ແມ່ຄວນເປັນແບບຢ່າງທີ່ດີໃນການເກັບທ້ອນເງິນ ແລະ ສອນໃຫ້ລູກຮູ້ຈັກໃຊ້ເງິນ, ຮູ້ສ່ວນໃດຕ້ອງເກັບມ້ຽນ, ສ່ວນໃດຕ້ອງຈ່າຍໄປຈະດີກ່ວາ ຝຶກໄປທຸກວັນຝຶກເລື່ອຍໆ ເມື່ອໃຫຍ່ມາເດັກຈະຕິດນິໄສຊ່າງເກັບຊ່າງໃຊ້ເງິນ

2. ຢ່າພາລູກໄປຊື້ເຄື່ອງເພື່ອຄວາມບັນເທີງ 
ການພາລູກໄປຊື້ເຄື່ອງອາດເປັນກິດຈະກຳທີ່ດີຖ້າທ່ານຮູ້ຈັກຢູ່ໃນຂອບເຂດຄວາມເໝາະສົມ ພໍ່ແມ່ບາງຄົນອາດພາລູກໄປຊື້ເຄື່ອງເພື່ອຄວາມບັນເທີງ ພາໄປຕະຫຼອດ ຢາກໄດ້ຫຍັງຊື້ໃຫ້ຕະຫຼອດ ແລະ ຊື້ແຕ່ເຄື່ອງລາຄາແພງໆ ເຊິ່ງມັນກໍ່ບໍ່ແມ່ນເລື່ອງຜິດ ແຕ່ທ່ານຮູ້ບໍ່ວ່າສິ່ງເຫຼົ່ານີ້ມັນຈະສອນໃຫ້ລູກຄິດວ່າສິ່ງຂອງນອກກາຍເປັນສິ່ງສຳຄັນ ແລະ ອາດເຮັດໃຫ້ລູກກາຍເປັນຄົນຫຼົງວັດຖຸຫຼາຍກວ່າຄວາມສຳຄັນຂອງຈິດໃຈໄດ້

ທ່ານຄວນຊວນລູກໄປຊື້ປະເພດເຄື່ອງໃຊ້ທີ່ຈຳເປັນເຂົ້າເຮືອນຈະດີກ່ວາການພາໄປຊື້ປະເພດເຄື່ອງປະດັບ, ເສື້ອຜ້າ… ເພາະການພາລູກໄປຊື້ເຄື່ອງເຮືອນຈະຊ່ວຍສອນໃຫ້ລູກຮູ້ວ່າສິ່ງໃດທີ່ຈຳເປັນຄວນຊື້ ແລະ ບໍ່ຈຳເປັນບໍ່ຄວນຊື້ຟຸ່ມເຟືອຍ

3. ຢ່າໃຫ້ເງິນລູກງ່າຍໆ

ຫາກເຮົາໃຫ້ເງິນຄ່າຂະໜົມລູກເປັນລາຍອາທິດ, ລາຍເດືອນໄປແລ້ວ ແຕ່ລູກຍັງມາຂໍອີກໂດຍບໍ່ມີລາຍຈ່າຍນອກແຜນ ເຮົາບໍ່ຄວນໃຫ້ ບໍ່ແມ່ນລູກຈະຂໍເທົ່າໃດເຮົາກໍ່ຈະໃຫ້ ເພາະມັນຈະເຮັດໃຫ້ລູກໃນເວລາໃຫຍ່ຂຶ້ນມາຈະກາຍເປັນຄົນທີ່ໃຊ້ເງິນເປືອງ ແລະ ພວກເຂົາຈະຮຽກຮ້ອງເງິນຈາກທ່ານເປັນຈຳນວນເພີ່ມຂຶ້ນຕະຫຼອດ

ພໍ່ແມ່ບາງຄົນມັກເອົາເງິນໃຫ້ລູກໄປໂຮງເປັນຈຳນວນຫຼາຍຕັ້ງແຕ່ ເພາະຢ້ານລູກຈະບໍ່ໄດ້ກິນ, ບໍ່ໄດ້ໃຊ້ຈ່າຍຄືໝູ່ນັ້ນເປັນສິ່ງທີ່ບໍ່ຖືກຕ້ອງ ເພາະຈະເຮັດໃຫ້ລູກບໍ່ຮູ້ຄຸນຄ່າຂອງເງິນ ທ່ານຄວນປ່ຽນເປັນການສອນລູກໃຫ້ຮູ້ຈັກຄຸນຄ່າຂອງເງິນຈະດີກ່ວາການໃຫ້ເງິນລູກເທື່ອລະຫຼາຍໆ ໃຫ້ແບບງ່າຍໆໃນເວລາທີ່ລູກຕ້ອງການ

4. ຮຽນຮູ້ຈາກຄວາມຜິດພາດ

ຄວາມຜິດພາດທີ່ເກີດຂຶ້ນຈາກການໃຊ້ເງິນຂອງລູກ ຖືເປັນບົດຮຽນອັນຊົງຄຸນຄ່າທີ່ລູກໆຄວນໄດ້ຮຽນຮູ້ ຫາກວັນໜຶ່ງລູກພົບກັບບັນຫາເລື່ອງເງິນ ເຖິງຈະເປັນບັນຫາພຽງເລັກໜ້ອຍເຊັ່ນ: ລູກເອົາຄ່າຂະໜົມໄປຈ່າຍຊື້ກິນໝົດກ່ອນກຳນົດ ເຮົາກໍ່ຄວນປ່ອຍໄປ ບໍ່ຄວນໃຫ້ເງິນເພີ່ມ ແຕ່ເຮົາຄວນແນະນຳວິທີການຈັດການເງິນທີ່ດີໃຫ້ລູກໄດ້ຮູ້ ແທນການຕຳນິ ຫຼື ການຈົກເງິນໃຫ້ແບບງ່າຍໆ ເຊິ່ງວິທີນີ້ກໍ່ຈະເປັນວິທີໜຶ່ງທີ່ຊ່ວຍສອນລູກເລື່ອງເງິນໄດ້ດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...