Homeຂ່າວການພັດທະນາເສດໄມ້ສາມາດເພີ່ມມູນຄ່າສູງຂຶ້ນໄດ້

ເສດໄມ້ສາມາດເພີ່ມມູນຄ່າສູງຂຶ້ນໄດ້

Published on

ຂະ­ແໜງ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງໄມ້​ລາວ​ສາ­ມາດ​ເພີ່ມ​ການ​ຜະ­ລິດ ແລະ ຜົນ​ກຳ­ໄລ​ໄດ້​ຫຼາຍ​ຂຶ້ນ​ຈາກ​ການ​ນຳ​ໃຊ້ ໄມ້​ທີ່​ມີ­ໜ້າ​ຕ້າງ​ນ້ອຍ ແລະ​ໄດ້​ທີ່​ບໍ່​ເປັນ​ທີ່ນິ­ຍົມ​ໃຊ້ ເພື່ອ​ຜະ­ລິດ​ເປັນ​ຜະ­ລິດ​ຕະ​ພັນສິນ­ຄ້າ​ທີ່​ມີ​ມູນ​ຄ່າ​ສູງ​ຂຶ້ນ.

ວັນ​ທີ 31 ພຶດ­ສະ­ພາ​ຜ່ານ​ມາ ກົມ​ອຸດສາ​ຫະ​ກຳ ແລະ​ຫັດ­ຖະ­ກຳ​ກະ­ຊວງ​ອຸດສາ​ຫະ​ກຳ ແລະ​ການ​ຄ້າ, ໂຄງ­ການ GIZ ສະ­ໜັບ­ສະ­ໜູນ​ແຜນ​ງານ​ການ­ຈັດ­ຕັ້ງ ປະ­ຕິ­ບັດ​ກົດ­ໝາຍ​ປ່າ­ໄມ້, ການ​ຄຸ້ມ​ຄອງ ແລະ​ການ​ຄ້າ​ໄມ້​ໄດ້​ຈັດ​ກອງ​ປະ­ຊຸມ​ກ່ຽວ ກັບ​ຜະ­ລິດ​ຕະ​ພັນ​ໄມ້​ເປີດ​ໂອ­ກາດ​ໃໝ່ທາງ​ດ້ານ​ຕະ­ຫຼາດ​ໃຫ້​ແກ່​ອຸດ­ສາ­ຫະ­ກຳປຸງ​ແຕ່ງ​ໄມ້​ໃນ​ລາວ ໂດຍ​ການ​ເຂົ້າ​ຮ່ວມ ຂອງ ທ່ານ ມະ­ໂນ​ຮັກ ຣາ​ຊະ​ຈັກ ຫົວ­ໜ້າ ກົມ​ອຸດ­ສາ­ຫະ­ກຳ ແລະ​ຫັດ­ຖະ­ກຳ​ກະ ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າພ້ອມດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ມະ­ໂນ​ຮັກ ຣາ​ຊະ​ຈັກ ກ່າວ​ວ່າ: ຂະ­ແໜງ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ໄມ້​ລາວ​ຈະ​ສາ­ມາດ​ແກ້​ໄຂ ບັນ­ຫາ​ການ​ຂາດ­ແຄນ ແລະ​ການ​ສະ­ໜອງວັດ­ຖຸ​ດິບ​ໄມ້​ທີ່​ບໍ່​ເປັນ​ປົກ­ກະ­ຕິ ໂດຍ​ການ ນຳ​ໃຊ້​ໄມ້​ທີ່​ບໍ່​ເປັນ​ທີ່​ນິ­ຍົມ​ໃຊ້, ໄມ້​ທີ່​ມີ­ໜ້າ ຕ້າງ​ຂະ­ໜາດ​ນ້ອຍ, ກິ່ງ​ໄມ້ ແລະ​ເສດ​ໄມ້ ຊຶ່ງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ​ຮູບ​ແບບ​ນີ້ ຍັງ​ສາ­ມາດ​ສ້າງ ແລະ​ຮັກ­ສາ​ວຽກ ເຮັດ​ງານ​ທຳ ໂດຍ​ສະ­ເພາະ​ໃນ​ເຂດ​ຫ່າງ ໄກ​ສອກ­ຫຼີກ ເພີ່ມ​ຄຸນ​ນະ​ພາບ ແລະ​ມູນ ຄ່າ​ໃຫ້​ແກ່​ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ມາ​ຈາກ ຊັບ­ພະ­ຍາ­ກອນ​ທີ່​ມີ​ມູນ​ຄ່າ​ຕ່ຳ​ພາຍ​ໃນ ທ້ອງ­ຖິ່ນ, ເພີ່ມ​ການ​ນຳ​ໃຊ້​ໄມ້​ໃຫ້​ມີ​ປະ ສິດ­ທິ​ພາບ ພ້ອມ​ທັງ​ເພີ່ມ​ລາຍ​ຮັບ​ໃຫ້ ແກ່​ລັດ­ຖະ­ບານ​ຈາກ​ການ​ເກັບ​ພາ­ສີ​ອາ ກອນ.

ໂດຍ​ອີງ​ຕາມ​ຜົນ​ການ​ສຶກ​ສາ​ຄວາມ ເປັນ​ໄປ​ໄດ້​ເບື້ອງ​ຕົ້ນ​ໃນ​ການ​ຜະ­ລິດ​ໄມ້ ແປ້ນ ແລະ​ໄມ້​ແປ້ນ​ອັດ​ແໜ້ນ 1-3 ຊັ້ນ ທີ່​ໃຊ້​ຊະ­ນິດ​ໄມ້​ທີ່​ບໍ່​ນິ­ຍົມ​ໃຊ້, ໄມ້​ທ່ອນ​ຂະ ໜາດ​ນ້ອຍ, ງ່າ­ໄມ້ ແລະ​ໄມ້​ເສດ ໂດຍ​ບໍ ລິ​ສັດ Applikatio ປະ­ຈຳ​ປະ­ເທດ​ເຢຍ ລະ​ມັນ​ຜະ­ລິດ​ຕະ​ພັນ​ໄມ້​ທີ່​ໄດ້​ຮັບ​ການ ແນະ­ນຳ​ສຳ­ລັບ​ວັດ­ຖຸ​ດິບ​ເຫຼົ່າ​ນີ້​ແມ່ນ ແຜ່ນ​ໄມ້­ອັດ, ໄມ້​ແປ້ນ​ຊັ້ນ​ດຽວ ແລະ​ໄມ້ ແປ້ນ​ສາມ​ຊັ້ນ ໂດຍ​ຜະ­ລິດ​ຕະ​ພັນ​ດັ່ງ­ກ່າວ ເປັນ​ທີ່​ນິ­ຍົມ​ໃຊ້​ເຂົ້າ​ໃນ​ການ​ຕົກ­ແຕ່ງ ພາຍ​ໃນ ແລະ​ສາ­ມາດ​ນຳ​ໃຊ້​ໄມ້​ຫຼາຍ​ຊະ ນິດ​ເຂົ້າ​ໃນ​ການ​ຜະ­ລິດ​ສິນ­ຄ້າ​ປະ­ເພດ​ນີ້ ນອກ​ນັ້ນ ຍັງ​ມີ​ຄວາມ​ສະ­ດວກ​ໃນ​ການ ໃຊ້​ເຂົ້າ​ໃນ​ການ​ປຸງ​ແຕ່ງ​ເພີ່ມ​ເຕີມ ໂດຍ ການ​ນຳ​ໃຊ້​ຄວາມ​ຮູ້, ອຸ­ປະ­ກອນ ແລະ ເຄື່ອງ​ຈັກ​ທີ່​ມີ​ຢູ່.

ໃນ​ໂອ­ກາດ​ດຽວ​ກັນ ທ່ານ ເດຍ​ເຕີ ຟິງ ກ່າວ​ວ່າ: ຜະ­ລິດ​ຕະ​ພັນ​ໄມ້​ທັງ​ສາມ​ປະ ເພດ​ສະ­ໜອງ​ໂອ­ກາດ​ໃນ​ການ​ເຂົ້າ​ເຖິງ ຕະ­ຫຼາດ​ພາຍ​ໃນ ແລະ​ສາ­ກົນ​ເຊັ່ນ​ປະ­ເທດ ອິນ​ເດຍ, ໄທ, ຈີນ, ຕຸ​ລະ​ກີ ແລະ​ເອີ​ຣົບ ຊຶ່ງ ໂອ­ກາດ​ດັ່ງ­ກ່າວ​ຍັງ​ຂຶ້ນ​ກັບ​ຄຸນ​ນະ​ພາບ ແລະ​ຄວາມ​ນິ­ຍົມ​ຂອງ​ຊະ­ນິດ​ໄມ້​ທີ່​ໃຊ້ ໂດຍ​ສະ­ເພາະ​ເມື່ອ​ນຳ​ໃຊ້​ໄມ້​ທີ່​ບໍ່​ເປັນ​ທີ່ ນິ­ຍົມ​ໃຊ້, ຄຸນ​ນະ​ພາບ ແລະ​ເວ­ລາ​ການ ຂົນ­ສົ່ງ, ລາ­ຄາ, ຄວາມ​ຕ້ອງ­ການ​ຂອງ  ຕະ­ຫຼາດ ແລະ​ການ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ສະ­ເພາະ​ຂອງ​ລູກ​ຄ້າ.

ຂະ­ນະ​ທີ່ ທ່ານ ຮາຍ​ໂກະ ວໍ​ເນີ ທີ່​ປຶກ ສາ​ໂຄງ­ການ​ສະ­ໜັບ­ສະ­ໜູນ​ແຜນ​ງານ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ປ່າ­ໄມ້, ການ​ຄຸ້ມ​ຄອງ ແລະ​ການ​ຄ້າ​ໄມ້​ລະ­ຫວ່າງ ສປປ ລາວ ກັບ​ສະ­ຫະ­ພາບ​ເອີ​ຣົບ (Pro FLEGT) ກ່າວ​ວ່າ: ໃນ​ການ​ປຸງ​ແຕ່ງ ຊັບ­ພະ­ຍາ­ກອນ​ທີ່​ບໍ່​ຖືກ​ນຳ​ໃຊ້​ໃຫ້​ກາຍ ເປັນ​ຜະ­ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ, ໂຮງ ງານ​ຜະ­ລິດ​ສາ­ມາດ​ເປັນ​ແບບ­ຢ່າງ​ໃຫ້ ແກ່​ຜູ້​ປະ­ກອບ​ການ ແລະ​ນັກ​ລົງ­ທຶນ ອື່ນໆ ທາງ​ດ້ານ​ລະ­ບົບ​ການ​ຄວບ​ຄຸມ ຕ່ອງ​ໂສ​ການ​ສະ­ໜອງ​ໄມ້ (COC), ເຕັກ​ໂນ​ໂລ​ຊີ​ການ​ຜະ­ລິດ​ທີ່​ທັນ​ສະ­ໄໝ, ມີ​ປະ­ສິດ­ທິ­ພາບ ແລະ​ເປັນ​ມິດ​ກັບ​ສິ່ງ ແວດ​ລ້ອມ, ການ​ຄຸ້ມ​ຄອງ​ການ​ຜະ­ລິດ​ທີ່ ເຊື່ອມ​ໂຍງ​ກັບ​ລະ­ບົບ​ການ​ຄວບ​ຄຸມ​ການ ສະ­ໜອງ​ໄມ້, ການ​ຮັກ­ສາ​ອຸ­ປະ­ກອນ ແລະ​ເຄື່ອງ​ຈັກ​ປ້ອງ​ກັນ​ຕ່າງໆ.

ແນວ­ໃດ​ກໍ​ດີ ເພື່ອ​ບັນ­ລຸ​ໄດ້​ເປົ້າ​ໝາຍ ດັ່ງ­ກ່າວ ມັນ​ໄດ້​ຮຽກ­ຮ້ອງ​ໃຫ້​ມີ​ການ ສ້າງ​ຄວາມ​ອາດ​ສາ­ມາດ​ໃຫ້​ແກ່​ພະ­ນັກ ງານ​ໃນ​ຫົວ­ຂໍ້​ຕ່າງໆ​ທີ່​ຫຼາກ​ຫຼາຍ​ຢ່າງ ຮີບ​ດ່ວນ ເປັນ­ຕົ້ນ​ແມ່ນ​ການ​ຄຸ້ມ​ຄອງ ການ​ຜະ­ລິດ, ຄວບ​ຄຸມ​ຕ່ອງ​ໂສ້​ການ​ສະ ໜອງ​ໄມ້, ຕິດ­ຕາມ​ການ​ປະ­ຕິ­ບັດ​ງານ ແລະ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໃນ​ໂຮງ­ງານ​ຜະ ລິດ, ຄຸ້ມ​ຄອງ​ຄຸນ​ນະ​ພາບ ແລະ​ຄວາມ​ຮູ້ ພື້ນ­ຖານ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ໄມ້ ແລະ ວິ​ທະ​ນາ­ສາ​ດວັດ​ສະ​ດຸ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...