spot_img
Homeຂ່າວທ້ອງຖິ່ນລະດົມທຶນປະກອບສ່ວນ ແກ່ໂຄງການກໍ່ສ້າງ ອະນຸສາວະລີທ່ານ ກົມມະດໍາ

ລະດົມທຶນປະກອບສ່ວນ ແກ່ໂຄງການກໍ່ສ້າງ ອະນຸສາວະລີທ່ານ ກົມມະດໍາ

Published on

ລະດົມທຶນປະກອບສ່ວນ ແກ່ໂຄງການກໍ່ສ້າງ ອະນຸສາວະລີທ່ານ ກົມມະດໍາ

ແຂວງຈຳປາສັກໄດ້ລະດົມທຶນຈາກບັນດາບໍລິສັດ, ລັດວິສາຫະກິດ, ນັກລົງທຶນທັງພາຍໃນ
ແລະ ຕ່າງປະເທດທີ່ເຄື່ອນໄຫວກິດຈະການຢູ່ເມືອງປາກຊ່ອງ ເພື່ອປະກອບສ່ວນແກ່ໂຄງການກໍ່ສ້າງ
ອານຸສາວະລີ ທ່ານ ກົມມະດໍາ ເຊິ່ງເປັນວິລະບູລຸດຂອງຄົນລາວອີກທ່ານໜຶ່ງ ທີ່ມີຄວາມປີຊາສາມາດ
ໃນການນໍາພາ ປະຊາຊົນບັນດາເຜົ່າ.

ພິທີລະດົມທຶນຄັ້ງນີ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2014 ທີ່ຜ່ານມາ ຢູ່ສະໂມສອນເມືອງປາກຊ່ອງ
ໂດຍການເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງໆຈໍາສັກ,
ທ່ານ ຄໍາສີ ປ່ຽງວໍລະວົງ ຮັກສາການເຈົ້າເມືອງໆປາກຊ່ອງ, ມີຄະນະຮັບຜິດຊອບໂຄງການກໍ່ສ້າງອະນຸສາວະລີ
ຕະຫຼອດຮອດ ນັກທຸລະກິດ, ຜູ້ປະກອບການ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ມາເຄື່ອນໄຫວກິດຈະການ
ຢູ່ເມືອງປາກຊ່ອງເຂົ້າຮ່ວມ.

ຕົວເລກລະດົມທືນຈາກພາກສ່ວນຕ່າງໆ ຕາມການຕົກລົງຂອງທ່ານເຈົ້າຂອງໆຈໍາປາສັກນັ້ນ, ພະແນກການ,
ກົມກອງ, ທະຫານ, ຕໍາຫຼວດ ທັງແຂວງ ແລະ ສູນກາງທີ່ຕັ້ງຢູ່ແຂວງຈໍາປາສັກ ກົມກອງລະ 10 ລ້ານກີບ,
ບັນດາເມືອງໆລະ 15 ລ້ານກີບ, ວິສາຫະກິດຂອງລັດ 15 ລ້ານກີບ, ບໍລິສັດ, ນັກທຸລະກິດຮຸ້ນສ່ວນ
ແລະ ບຸກຄົນ ຫົວໜ່ວຍລະ 15 ລ້ານກີບຂຶ້ນໄປ, ໂຮງແຮມ 10 ລ້ານກີບ, ບ້ານພັກ 5 ລ້ານກີບ,
ສໍາລັບພະນັກງານ, ລັດຖະກອນ, ທະຫານ ແລະ ຕໍາຫຼວດ ຜູ້ລະ 2 ແສນກີບ.

ອະນຸສາວະລີທ່ານ ກົມມະດໍາ ຕັ້ງຢູ່ເທສະບານເມືອງປາກຊ່ອງ ແຂວງຈໍາປາສັກ ໃນເນື້ອທີ່ 11.415 ແມັດກາເດ,
ໂດຍແມ່ນລັດຖະບານເປັນເຈົ້າຂອງໂຄງການ ເຊິ່ງມີຫ້ອງວ່າການປົກຄອງແຂວງຈໍາປາສັກ ເປັນຜູ້ຕາງໜ້າລັດຖະບານ
ໃນການຕິດຕາມກວດກາໂຄງການ, ການກໍ່ສ້າງອານຸສາວະລີດັ່ງກ່າວໄດ້ເລີ່ມ ລົງມືແຕ່ເດືອນພຶດສະພາ 2013
ທີ່ຜ່ານມາ ໂດຍແມ່ນບໍລິສັດ ເຄ ເອັສ ຊີ ສໍາຫຼວດອອກແບບ ແລະ ກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ
ໃນມູນຄ່າ 14,9 ຕື້ກ່ວາກີບ, ເຊິ່ງບໍລິສັດເປັນຜູ້ລົງທຶນກ່ອນ 100%, ສໍາເລັດແລ້ວລັດຈິ່ງຈະສໍາລະສະສາງ
ໃຫ້ໃນກໍານົດ 5 ປີ. ສໍາລັບຄວາມຄືບໜ້າໃນການກໍ່ສ້າງນັ້ນ ບໍລິສັດ ເຄ ເອັດ ຊີ
ລາຍງານວ່າ: ປັດຈຸບັນແມ່ນສໍາເລັດແລ້ວປະມານ 80% ແລະ ຄາດວ່າຈະໃຫ້ສໍາເລັດໃນກາງປີນີ້,
ແຕ່ຍ້ອນງົບປະມານລັດບໍ່ພຽງພໍແຂວງຈໍາປາສັກຈິ່ງໄດ້ປຸກລະດົມທຶນຈາກບັນດາບໍລິສັດ, ລັດວິສາຫະກິດ,
ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນໃນການສໍາລະສະສາງໃຫ້ແກ່ບໍລິສັດ ເປັນປີທໍາອິດ.
ທ່ານ ກົມມະດໍາ ແມ່ນວິລະບູລຸດຂອງຄົນລາວອີກທ່ານໜຶ່ງທີ່ມີຄວາມປີຊາສາມາດໃນການນໍາພາ
ປະຊາຊົນລາວບັນດາເຜົ່າຮ່ວມກັບ ອົງແກ້ວ ລຸກຂຶ້ນຕໍ່ສູ້ຍາດເອົາສິດປະຊາທິປະໄຕຂອງປະຊາຊົນ
ຕ້ານກັບຈັກກະພັດຕ່າງດ້າວທີ່ເຂົ້າມາຮຸກຮານພາກໃຕ້ຂອງລາວໃນປີ 1900-1910, ເຊິ່ງຊື່ສຽງ, ບົດບາດ,
ອິດທິພົນ ແລະ ຄຸນງາມຄວາມດີຂອງເພິ່ນໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດລາວເຮົາ ແລະ
ຍືນຍົງຢູ່ໃນສ່ວນເລິກຂອງດວງໃຈພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດມາ.

ຂ່າວ-ພາບ: ທູນທອງໃຈ

ທີ່ມາ https://www.facebook.com/champamai.newspaper

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...