spot_img
HomeມູມໄອທີລາວSony Xperia E5 ເປີດໂຕຢ່າງເປັນທາງການແລ້ວ ມາພ້ອມກັບຈໍ 5 ນິ້ວ ແລະ Android 6.0

Sony Xperia E5 ເປີດໂຕຢ່າງເປັນທາງການແລ້ວ ມາພ້ອມກັບຈໍ 5 ນິ້ວ ແລະ Android 6.0

Published on

Sony ໄດ້ປະກາດເປີດໂຕສະມາດໂຟນລຸ້ນໃໝ່ນັ້ນກໍຄື Xperia E5 ແລະ E5 Dual. ສຳລັບສະເປັກຂອງໂຕເຄື່ອງແມ່ນມີໜ້າຈໍ 5 ນິ້ວ, ຄວາມລະອຽດ HD, ໃຊ້ງານຊິບປະມວນຜົນ MediaTek MT6735 64-bit ພ້ອມກັບຊິບກຣາບຟິກ Mali-T720, RAM
1.5GB, ພື້ນທີ່ຈັດເກັບ 16GB (MicroSD ສູງສຸດ 200GB, ໃຊ້ງານລະບົບ Android 6.0 (Marshmallow).

image

ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມກັບ ແຟລັດ LED ແລະກ້ອງໜ້າ 5 ລ້ານພິກເຊວ. ແບັດເຕີຣີໃຫ້ມາ 2700mAh, ຮອງຮັບ 2 ຊິມ (ສະເພາະ E5 Dual) ແລະ ຮອງຮັບເຄື່ອຂ່າຍ 4G LTE. ດ້ານການເຊື່ອມຕໍ່ອື່ນໆກໍມີ Bluetooth 4.1,GPS NFC

ສຳລັບ Sony Xperia E5 ແລະ E5 dual ມີ 2 ສີໃຫ້ເລືອກໄດ້ແກ່: ສີຂາວ ແລະ ສີດຳ. ສ່ວນການວາງຈຳໜ່າຍແມ່ນຈະເລີ່ມຊ່ວງທ້າຍເດືອນມິຖຸນາພາຍໃນປະເທດແຖບ ຍຸໂຣບ, ອາເມຣິກາລາຕິນ, ຕາເວັນອອກກາງ ແລະ ແອັບຟຣິກາ. ສ່ວນລາຄານັ້ນແມ່ນ 199 ຍູໂຣ (1.800.000 ກີບ) ສະເພາະຍຸໂຣບ.

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...