Homeຂ່າວທ້ອງຖິ່ນເມືອງປາກກະດິງ ພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 50 ກວ່າກໍລະນີ!

ເມືອງປາກກະດິງ ພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ 50 ກວ່າກໍລະນີ!

Published on

ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ສີກັນໄທ ສຸດດາວົງ ຫົວໜ້າຫ້ອງການ ສາທາລະນະສຸກ ເມືອງປາກກະດິງ​ ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ໃຫ້​ຮູ້​ວ່າ: ​ໃນປີນີ້ ກວດພົບ​ເຊື້ອພະຍາດໄຂ້ເລືອດອອກ 50 ກ່ວາກໍລະນີ ຢູ່ເມືອງປາກກະດິງ ແຕ່ບໍ່ມີຜູ້ເສຍຊີວິດ. ໃນນັ້ນພົບຫລາຍກ່ວາໝູ່ ແມ່ນຢູ່ບ້ານສົມສະນຸກ ມີເຖິງ 30 ກໍລະນີ.

ຕໍ່ກັບບັນຫາດັ່ງກ່າວ, ທຸກ​ພາກສ່ວນ​ກ່ຽວຂ້ອງ ​ໄດ້ລົງເຄື່ອນໄຫວສຸຂະສຶກສາໃຫ້ປະຊາຊົນ ບ້ານທີ່​ມີ​ເຊື້ອ​ດັ່ງກ່າວ ເອົາໃຈໃສ່ເຮັດອະນາໄມ 3 ສະອາດ, ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຂອງ​ຂອງ​ຍຸງ​ລາຍ ໂດຍສະເພາະແມ່ນທຳລາຍກະໂປະ, ກະປ໋ອງ ແລະ ພາຊະນະອື່ນໆທີ່ມີນ້ຳຂັງ, ພ້ອມ​ທັງ​ໂຄສະນາ ໃຫ້ຮູ້ເຖິງຄວາມອັນຕະລາຍ ຂອງພະຍາດໄຂ້ຍຸງ– ໄຂ້ເລືອດອອກ ​ເຊິ່ງບໍ່ມີຢາທີ່ສາມາດປິ່ນປົວໄດ້ ພຽງແຕ່ປິ່ນປົວຕາມອາການເທົ່ານັ້ນ.

ໂອກາດດຽວ ກໍ​ໄດ້​ມອບ​ມຸ້ງຍ້ອມນ້ຳຢາກັນຍຸງ ຈຳນວນ 268 ດາງ, ມູນຄ່າ 5 ລ້ານກ່ວາກີບ ໃຫ້ປະຊາຊົນ ບ້ານທົ່ງນ້ອຍ ​ເຊິ່ງເປັນບ້ານເປົ້າໝາຍ ເພາະວ່າໄລຍະຜ່ານມາ ບ້ານດັ່ງ​ກ່າວ, ເປັນບ້ານທີ່ມີຄວາມສ່ຽງສູງ ຕໍ່ການລະບາດຂອງພະຍາດໄຂ້ຍຸງ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...