spot_img
Homeຂ່າວພາຍ​ໃນສປປ ລາວ ມີເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະທັງໝົດ 11 ແຫ່ງ

ສປປ ລາວ ມີເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະທັງໝົດ 11 ແຫ່ງ

Published on

ມາ​ຮອດ​ປະ­ຈຸ​ບັນ ສປປ ລາວ ໄດ້​ມີ​ການ​ພັດ­ທະ­ນາ ແລະ​ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຂພສ) ທັງ​ໝົດ 11 ແຫ່ງ ຊຶ່ງ​ມີ 258 ບໍ​ລິ ສັດ ແລະ 225 ຫ້າງ​ຮ້ານ ໄດ້​ລົງ ທຶນ​ຈົດ​ທະ­ບຽນ​ຢູ່ ຂພສ ໃນ​ຂອບ ເຂດ​ທົ່ວ​ປະ­ເທດ.

    ອີງ​ຕາມ​ຂໍ້​ມູນ​ຂອງ​ກອງ​ເລ­ຂາ​ຄະ­ນະ​ກຳ­ມະ­ການ ແຫ່ງ​ຊາດ​ລາວ ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ ເສດ ແລະ​ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຂພສ) ໄດ້​ເຜີຍ­ແຜ່​ຜົນ​ຂອງ​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ການ​ພັດ ທະ​ນາ​ຢູ່​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ​ເຂດ​ເສດ­ຖະ­ກິດ​ສະ­ເພາະ​ໃນ ທົ່ວ​ປະ­ເທດ​ໃຫ້​ຮູ້​ວ່າ: ນັກ​ລົງ­ທຶນ ຢູ່​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ​ເຂດ​ເສດ­ຖະ­ກິດ​ສະ­ເພາະ (ຂພສ) ຫຼາຍ ແຫ່ງ​ຢືນ­ຢັນ​ວ່າ: ປະ­ຈຸ​ບັນ​ນີ້ ໂຮງ­ງານ​ອຸດ­ສາ­ຫະ­ກຳ​ຫຼາຍ​ແຫ່ງ​ຂອງ​ເຂົາ­ເຈົ້າ​ໄດ້​ດຳ­ເນີນ​ການ​ຜະ­ລິດ​ສິນ­ຄ້າ​ຢ່າງ​ເປັນ​ປົກ­ກະ­ຕິ​ແລ້ວ ແລະ​ສາ­ມາດ​ສົ່ງ​ອອກ ເພື່ອ​ຕອບ ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ຕະ ຫຼາດ​ທີ່​ມີ​ຂໍ້​ຜູກ​ພັນ​ກັນ​ຢູ່​ຕ່າງ​ປະ ເທດ ບັນ­ລຸ​ໄດ້​ແລ້ວ 40 ລ້ານ ກວ່າ​ໂດ​ລາ​ສະ­ຫະ­ລັດ ສະ­ເພາະ​ປີ 2015 ນີ້.

ປະ­ຈຸ​ບັນ​ທົ່ວ​ປະ­ເທດ​ມີ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ​ເຂດ​ເສດ­ຖະ­ກິດ ສະ­ເພາະ​ທັງ​ໝົດ 11 ແຫ່ງ ໃນ​ນັ້ນ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ເຫັນ​ໄດ້ ວ່າ​ເຮົາ​ໄດ້​ນຳ​ໃຊ້​ທີ່​ດິນ​ທີ່​ເປັນ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ພຽງ​ແຕ່ 14.621 ເຮັກ­ຕາ, ບວກ​ກັບ​ນະ​ໂຍ ບາຍ​ການ​ພັດ­ທະ­ນາ ແລະ​ຄຸ້ມ​ຄອງ (ຂພສ) ຕາມ​ກົນ​ໄກ “ຫົວ­ໜ່ວຍ​ບໍ­ລິ­ຫານ​ນ້ອຍ-ສັງ­ຄົມ​ກວ້າງ” ເຮັດ​ໃຫ້​ນັກ​ລົງ­ທຶນ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ມີ​ຄວາມ​ເຊື່ອ ໝັ້ນ​ນຳ​ເອົາ​ເງິນ​ມາ​ລົງ­ທຶນ​ຕາມ ສັນ­ຍາ​ຫຼາຍ​ກວ່າ 4 ຕື້​ໂດ​ລາ​ສະ ຫະ​ລັດ, ການ​ພັດ­ທະ­ນາ (ຂພສ) ເປັນ​ການ​ພັດ­ທະ­ນາ​ທີ່​ດິນ​ຢ່າງ​ມີ ຈຸດ​ສຸມ, ນຳ​ໃຊ້​ທີ່​ດິນ​ໜ້ອຍ​ແຕ່​ມີ​ປະ ສິດ­ທິ​ຜົນ, ຫັນ­ປ່ຽນ​ທີ່​ດິນ​ເປົ່າ​ວ່າງ, ໜອງ, ບຶງ​ຮົກ­ເຮື້ອ​ໃນ​ເມື່ອ​ກ່ອນ​ໃຫ້ ກັບ​ມາ​ມີ​ມູນ​ຄ່າ​ເພີ່ມ​ທາງ​ດ້ານ​ເສດ ຖະ​ກິດ, ສົ່ງ­ເສີມ​ທຸ­ລະ ກິດ​ພູມ ປັນ ຍາ​ທີ່​ເນັ້ນ​ໃສ່​ຂອດ​ການ​ບໍ­ລິ­ການ ເປັນ­ໃຈ​ກາງ, ແລະ​ມາ​ຮອດ​ປະ­ຈຸ ບັນ​ມີ 258 ບໍ­ລິ­ສັດ ແລະ 225 ຫ້າງ​ຮ້ານ​ລົງ­ທຶນ​ຈົດ​ທະ­ບຽນ​ຢູ່ (ຂພສ) ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຊຶ່ງ​ໃນ​ນັ້ນ​ຂະ­ແໜງ​ບໍ­ລິ­ການ​ກວມ ເອົາ 44%, ຂະ­ແໜງ​ອຸດ​ສາ​ຫະ ກຳ 31% ແລະ​ຂະ­ແໜງ­ການ​ຄ້າ 26%, ມອບ​ພັນ­ທະ​ເຂົ້າ​ງົບ­ປະ­ມານ ແຫ່ງ​ລັດ​ໄດ້ 13 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ, ໄດ້​ຜະ­ລິດ ແລະ​ສົ່ງ​ອອກ​ສິນ­ຄ້າ​ຈາກ​ບັນ­ດາ (ຂພສ)ໄປ​ຕ່າງ­ປະ­ເທດ ມີ​ມູນ​ຄ່າ 40 ລ້ານ ກວ່າ​ໂດ​ລາ​ສະ­ຫະ­ລັດ ແລະ​ສ້າງ ວຽກ​ເຮັດ​ງານ​ທຳ​ໄດ້ 15.289 ຕຳ­ແໜ່ງ​ງານ ຊຶ່​ິ່ງ​ໄດ້​ປະ­ກອບ ສ່ວນ​ໃນ​ເບື້ອງ​ຕົ້ນ​ຂອງ​ການ​ສ້າງ ເປັນ​ຖານ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ, ຊ່ວຍ​ຫຼຸດ­ຜ່ອນ​ຄວາມ­ທຸກ   ຍາກ​ຂອງ​ປະ­ຊາ­ຊົນ ພ້ອມ​ທັງ​ສ້າງ ຊື່​ສຽງ​ໃຫ້​ແກ່​ປະ­ເທດ​ຊາດ​ນຳ​ອີກ.

ສະ­ເພາະ​ຢູ່​ແຂວງ​ຄຳ​ມ່ວນ​ມີ ເຂດ​ເສດ­ຖະ­ກິດ​ສະ­ເພາະ 2 ແຫ່ງ ຄື: ເຂດ​ເສດ­ຖະ­ກິດ ສະ­ເພາະ​ທ່າ ແຂກ​ທີ່​ເປັນ​ການ​ລົງ­ທຶນ​ຂອງ​ລັດ ແລະ​ເຂດ​ເສດ­ຖະ­ກິດ ສະ­ເພາະ​ພູ ຂຽວ​ທີ່​ເປັນ​ການ​ລົງ­ທຶນ​ຂອງ​ເອ ກະ​ຊົນ​ພາຍ​ໃນ​ຂອງ​ລາວ, ເຂດ ເສດ­ຖະ­ກິດ​ສະ­ເພາະ​ທ່າ​ແຂກ​ໄດ້ ຖືກ ສ້າງ­ຕັ້ງ​ຂຶ້ນ​ໃນ​ວັນ​ທີ 18 ພຶດ­ສະ­ພາ 2015 ໃນ​ເນື້ອ­ທີ່​ທັງ​ໝົດ 1.035 ເຮັກ­ຕາ, ເພື່ອ​ພັດ­ທະ­ນາ ໃຫ້​ກາຍ­ເປັນ​ເຂດ​ການ​ລົງ­ທຶນ​ດ້ານ ການ​ຂົນ­ສົ່ງ, ສາງ​ພັກ​ສິນ­ຄ້າ, ຮ້ານ​ຄ້າ​ປອດ​ພາ­ສີ, ໂຮງ­ແຮມ ແລະ​ກິດ ຈະ​ການ​ບໍ­ລິ­ການ​ຕ່າງໆ​ທີ່​ຕິດ​ພັນ ຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ​ແມ່ນ​ມີ 21 ບໍ­ລິ­ສັດ​ມາ​ລົງ­ທຶນ, ທຶນ​ຕາມ​ສັນ­ຍາ 5 ຕື້​ກວ່າ​ໂດ​ລາ​ສະ­ຫະ­ລັດ, ປະ­ຕິ ບັດ​ຕົວ​ຈິງ​ແລ້ວ 0,84% ຂອງ ແຜນ­ການ, ສຳ­ລັບ​ເຂດ​ເສດ­ຖະ­ກິດ ສະ­ເພາະ​ພູ​ຂຽວ​ແມ່ນ​ຖືກ​ສ້າງ­ຕັ້ງ ຂຶ້ນ​ໃນ​ທ້າຍ​ປີ 2010 ມີ​ເນື້ອ­ທີ່​ທັງ​ໝົດ 4.850 ກວ່າ​ເຮັກ ຕາ, ມາ ເຖິງ​ປະ­ຈຸ​ບັນ​ມີ​ການ​ລົງ­ທຶນ​ແລ້ວ 5 ບໍ­ລິ­ສັດ ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ໄດ້ ສຸມ​ໃສ່​ການ​ຊົດ​ເຊີຍ​ຄືນ​ເນື້ອ­ທີ່​ດິນ​ຂອງ​ປະ­ຊາ­ຊົນ​ທີ່​ຖືກ​ຜົນ​ກະ­ທົບ ຈາກ​ໂຄງ­ການ.

ທີ່ມາ: 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...