ທຸລະກິດເຊົ່າສິນເຊື່ອແມ່ນມີຄວາມສຳຄັນຕໍ່ການພັດທະນາ ແລະ ການສົ່ງເສີມທຸລະກິດແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການເງິນ ແລະ ດ້ານວັດຖຸປະກອນໃຫ້ແກ່ປະຊາຊົນລາວບັນດາເຜົ່າເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສົງຄົມ ຂອງ ສປປ ລາວ ແນວໃດກໍດີຜ່ານມາທຸລະກິດດັ່ງກ່າວແມ່ນຂະຫຍາຍຕົວແຕ່ຢູ່ໃນເມືອງໃຫຍ່ສ່ວນເຂດຊົນນະບົດຍັງມີໜ້ອຍແຕ່ພັດມີຄວາມຕ້ອງການດ້ານການເງິນມີຫຼາຍ.
ວັນທີ 27 ພຶດສະພາຜ່ານມາ ທີ່ນະຄອນຫຼວງວຽງຈັນໄດ້ມີກອງປະຊຸມລາຍງານການເຄື່ອນໄຫວທຸລະກິດເຊົ່າສິນເຊື່ອປະຈຳປີ 2015 ໂດຍການເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ວິໄລມິດ ອັກຄະວົງ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ພ້ອມດ້ວຍບັນດາບໍລິສັດເຊົ່າສິນເຊື່ອເຂົ້າຮ່ວມ.
ທ່ານ ວິໄລມິດ ອັກຄະວົງ ກ່າວວ່າ: ເສດຖະກິດຂອງລາວໃນປະຈຸບັນມີການຂະຫຍາຍຕົວຢ່າງວອງໄວ ແລະບັນດາທຸລະກິດສະຖາບັນການເງິນກໍເກີດຂຶ້ນຢ່າງແພ່ຫຼາຍ ແລະປະຊາຊົນຈຳນວນຫຼາຍກໍຕ້ອງການໃຊ້ບໍລິການທາງການເງິນເພີ່ມຫຼາຍຂຶ້ນ ຊຶ່ງທະນາຄານທຸລະກິດບາງແຫ່ງບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້ທັງໝົດ ຈຶ່ງເຮັດໃຫ້ເກີດມີສະຖາບັນການເງິນຂະໜາດນ້ອຍ ເກີດຂຶ້ນເປັນຈຳນວນຫຼາຍເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ບໍລິການໃຫ້ຫຼາຍຂຶ້ນ, ທຸລະກິດເຊົ່າສິນເຊື່ອກໍເປັນທຸລະກິດໜຶ່ງທີ່ໃຫ້ບໍລິການທາງດ້ານການເງິນກັບປະຊາຊົນໃນທຸກລະດັບ.
ພາຍໃຕ້ການຄຸ້ມຄອງບໍລິຫານທຸລະກິດທີ່ເນັ້ນການບໍລິການທີ່ນຳໃຊ້ຜະລິດຕະພັນໄປຕາມກະແສ ແລະຄ່ານິຍົມຂອງສັງຄົມ ແລະການບໍລິຫານຄວາມສ່ຽງທີ່ມີປະສິດທິພາບຕໍ່ກຸ່ມລູກຄ້າສິນເຊື່ອຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ບໍລິສັດເຊົ່າສິນເຊື່ອເພີ່ມປະລິມານຂຶ້ນເລື້ອຍໆຈາກປີ 2014 ມີບໍລິສັດເຊົ່າສິນເຊື່ອ 16 ແຫ່ງມາເປັນ 21 ແຫ່ງໃນປີ 2015 ແລະມາຮອດ ເດືອນມີນາ 2016 ມີ 23 ແຫ່ງຖືວ່າທຸລະກິດເຊົ່າສິນເຊື່ອຍັງມີນັກທຸລະກິດໜ້າໃໝ່ສົນໃຈກັບທຸລະກິດນີ້ ຊຶ່ງໃນປີ 2015 ມີຍອດຊັບສິນ 787 ຕື້ກວ່າກີບ ເພີ່ມຂຶ້ນ 474 ຕື້ກວ່າກີບ ເທົ່າກັບ 162%, ກຳໄລທັງໝົດ 24 ຕື້ກວ່າກີບ ເພີ່ມຂຶ້ນ 22 ຕື້ກວ່າກີບເທົ່າກັບ 908%, ຍອດສິນເຊື່ອທັງໝົດ 538 ຕື້ກວ່າກີບ ເພີ່ມຂຶ້ນ 400 ຕື້ກວ່າກີບ ເທົ່າກັບ 319% ເມື່ອທຽບໃສ່ກັບປີ 2014.
ຂະນະທີ່ ທ່ານ ສອນໄຊ ສິດພະໄຊ ກ່າວວ່າ: ເຖິງແມ່ນວ່າທຸລະກິດດັ່ງກ່າວ ຈະມີການຂະຫຍາຍຕົວກ້າວກະໂດດຂັ້ນກໍຕາມແຕ່ວ່າສ່ວນຫຼາຍບໍລິສັດເຊົ່າສິນເຊື່ອແມ່ນຢູ່ໃນເມືອງໃຫຍ່ເກືອບ 90% ຊຶ່ງການເຮັດທຸລະກິດມີລັກສະນະທີ່ຄ້າຍ ຄືກັນບໍ່ມີຄວາມແຕກຕ່າງກັນ ແລະເຮັດໃຫ້ການແຂ່ງຂັນຂ້ອນຂ້າງສູງ ໂດຍບາງທຸລະກິດກໍມີກຳໄລໜ້ອຍ ແລະບັນຫາ ການຄ້າງຊຳລະໜີ້ຂອງລູກຄ້າມີແນວໂນ້ມເພີ່ມຂຶ້ນແຕ່ກົງກັນຂ້າມຄວາມຕ້ອງການເຊົ່າສິນເຊື່ອໃນເຂດຊົນນະບົດມີ ຫຼາຍແຕ່ຂາດການສະໜອງທາງດ້ານການເງິນເພື່ອປະກອບສ່ວນເຂົ້າໃນການ ສ້າງເສດຖະກິດຄອບຄົວ ແລະອື່ນໆ.
ທັງນີ້ເມື່ອສົມທຽບກັບບັນດາປະເທດໃນອາຊຽນດ້ວຍກັນບໍລິສັດເຊົ່າສິນເຊື່ອຢູ່ ສປປ ລາວ ຖືວ່າຍັງອ່ອນນ້ອຍຫຼາຍທາງດ້ານປະລິມານແລະຄຸນນະພາບ ເປັນຕົ້ນບົດຮຽນ ແລະຄວາມສາມາດ ທາງດ້ານວິຊາສະເພາະຂອງຜູ້ບໍລິຫານ ແລະພະນັກງານຈຳນວນໜຶ່ງຍັງມີລັກສະນະຈຳກັດ ນອກນັ້ນການບໍລິການໃຫ້ສິນ ເຊື່ອກໍເປັນຮູບການບໍລິການແບບໃໝ່ໃຫ້ແກ່ສັງຄົມ ຊຶ່ງເຮັດໃຫ້ຄວາມເຂົ້າໃຈຂອງສັງຄົມຍັງບໍ່ທັນຮູ້ດ້ານສິນເຊື່ອເທົ່າທີ່ຄວນພ້ອມທັງຜູ້ບໍລິຫານກໍຍັງບໍ່ມີປະ ສົບການເທົ່າທີ່ຄວນເຮັດໃຫ້ການປະຕິ ບັດວຽກງານຍັງບໍ່ຄ່ອງຕົວ ແລະ ຮັດກຸມ ທາງດ້ານນິຕິກຳທີ່ທະນາຄານແຫ່ງ ສປປ ລາວ ວາງອອກໄດ້ດີເທົ່າທີ່ຄວນ.