spot_img
Homeຂ່າວຕ່າງປະເທດກອງ​ໜ້າ​ທີ​ມ​ໂອ​ລິ​ມ​ເປຍ​ກອສ ຖືກລັກ​ພາ​ຕົວ​ໃນ​ແມັກ​ຊິ​ໂກ​ບ້ານ​ເກີດ

ກອງ​ໜ້າ​ທີ​ມ​ໂອ​ລິ​ມ​ເປຍ​ກອສ ຖືກລັກ​ພາ​ຕົວ​ໃນ​ແມັກ​ຊິ​ໂກ​ບ້ານ​ເກີດ

Published on

ອະລັດ ປູ​ລິ​ໂດ ກອງ​ໜ້າ​ດາວ​ຍິງ​ຂອງ​ທີ​ມ​ໂອ​ລິບ​​ເປຍ​ກອສ ສະ​ໂມ​ສອນ​ບານ​ເຕະ​ອາຊີບ​ຂອງ​​ເກຣກ ຖືກ​ລັກ​ພາ​ຕົວ​ທີ່​ລັດ​ຕາ​ເມາລີ​ປັສ ລັດ​ບ້ານ​ເກີດ​ທາງ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ແມັກ​ຊິ​ໂກ​ທີ່​ມີ​ຊາຍ​ແດນ​ຕິດ​ຕັບ​ສະຫະລັດ.

​ໄອ​ຍະ​ການ​ລັດ​ເຜີຍ​ກັບ​ຜູ້​ສື່​ຂ່າວ​ວ່າ ຄອບ​ຄົວ​ຂອງ​ທ້າວ ປູ​ລິ​ໂດ ​ອາຍຸ 25 ປີ ​ແຈ້ງ​ຄວາມ​ວ່າ​ຄົນ​ຮ້າຍ 6 ຄົນ​ລັກ​ພາ​ຕົວ​ເຂົາ​ຊ່ວງ​ເຊົ້າ​ມືດ​ຫຼັງ​ກັບ​ຈາກ​ງານ​ລ້ຽງ​ສັງ​ສັນ ຢ່າງ​ໃດ​ກໍ​ດີ ​ເຈົ້າ​ໜ້າ​ທີ່​ບໍ່​ຮູ້​ວ່າ​ຄົນຮ້າຍ​ໄດ້​ຕິດ​ຕໍ່ກັບ​ຄອບຄົວ​ຂອງ​ເຂົາ ​ຫຼື ​ບໍ່ ຂະນະ​ນີ້ ທະຫານ ​ແລະ ຕຳ​ຫຼວດກຳລັງ​ຊ່ວຍ​ກັນ​ຊອກ​ຫາ​​ເຂົາຢູ່ ສື່​ທ້ອງ​ຖິ່ນ​ລາຍ​ງານ​ວ່າ ປູ​ລິ​ໂດ​ໄປ​ງານ​ລ້ຽງ​ກັບ​ແຟນສາວ ລະ​ຫວ່າງທາງ​ຖື​ກກຸ່ມ​ລົດ​ຕູ້​ຂວາງ​ຖະໜົນ​ໄວ້ ກຸ່ມ​ຄົນ​ຮ້າຍ​ປ່ອຍ​ຕົວ​ແຟນສາວ​ຕັ້ງ​ແຕ່​ຢູ່​ໃນ​ທີ່​ເກີດ​ເຫດ​ແຕ່​ລາວ​ບໍ່​ຮູ້​ວ່າ​ເຂົາຖືກ​ນຳ​ຕົວ​ໄປ​ບ່ອນ​ໃດ.

ດ້ານ​ທີ​ມ​ໂອ​ລິມ​ເປຍ​ກອສ​ແຈ້ງວ່າ ກຳລັງ​ຕິດຕາມ​ຂ່າວ​ຄາວ​ຈາກ​ທາງ​ຄອບຄົວ ​ແລະ ​ເອກ​ອັກ​ຄະ​ລັດຖະທູ​ດ​ແມັກ​ຊິ​ໂກ​ປະຈຳ​ເກຣກ ​ໂດຍ​ໄດ້​ລົງ​ພາບ​ຖ່າຍ​ຂອງ​ເຂົາ​ໃນ​ທວິດ​ເຕີ​ພ້ອມ​ຂໍ້ຄວາມ​ເປັນ​ພາສາ​ແອັດ​ສະ​ປາຍ, ​​ເກ​ຣກ ​ແລະ ອັງກິດ ພາວະນາ​ໃຫ້​ເຂົາ​ປອດ​ໄພ​ເຊັ່ນ​ດຽວ​ກັນ​ໄທ​ເກຣສ, ຢູ​ເອ​ເອັນ​ແອ​ລ ສະໂມ​ສອນ​ບານ​ເຕະ​​ແມັກ​ຊິ​ໂກ​ຊຶ່ງ​ເປັນ​ສັງກັດ​ເກົ່າ​ຂອງ​ເຂົາ​ກໍ​ທວິດ​​ໃຫ້​ກຳລັງ​ໃຈ​ຄອບຄົວ ​ແລະ ຂໍ​ໃຫ້​ເຂົາ​ປອດ​ໄພ​ເຊັ່ນ​ກັນ.

ລັດ​ຕາ​ເມາລີ​ປັສ​ເປັນ​ລັດ​ອິດ​ທິພົນ​ຂອງ​ເດິ​ກັລຟ໌ ​ແລະ ​ເຊ​ຕາສ ​ແກ້ງ​ຢາ​ເສບ​ຕິດ​ຊື່​ດັງ​ສອງ​ແກ້ງ​ທີ່​ເຄີຍ​ເປັນ​ພັນທະ​ມິດ​ກັນ​ມາ​ກ່ອນ ​ແຕ່​ພາຍຫຼັງ​ແຕກ​ແຍກ ​ແລະ ຂ້າ​ຟັງ​ຍາດ​ຊີງ​ພື້ນ​ທີ່​ກັນ ​​ເຖິງ​ວ່າ​ຫົວໜ້າ​ກຸ່ມ​ທັງ​ສອງ​ຖືກ​ຈັບ​ເປັນ ຫຼື ຈັບ​ຕາຍ​ມາ​ແລ້ວ​ຫຼາຍ​ຄົນ​ແຕ່​ສະມາຊິກ​ກໍ​ຍັງ​ຄົງກໍ່​ເຫດຢູ່ ປີ​ທີ່​ຜ່ານ​ມາ​ລັດ​ນີ້​ມີ​ຄົນ​ຖືກ​ຂຶ້ນ​ບັນຊີຄົນ​​ເສຍ 5.000 ຄົນ ຈາກ​ທັງ​ໝົດ 26.000 ຄົນ​ທົ່ວ​ປະ​ເທດ ​ແຕ່​ອົງ​ກກອນ​ການ​ກຸສົນ​ໃນ​ລັດ​ນີ້​ກ່າວ​ວ່າ ຕົວ​ເລກ​ຄົນ​​ເສຍ​ທີ່​ແທ້​ຈິງ​ສູງ​ເຖິງ 11.000 ຄົນ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...