spot_img
Homeປ່ອງຢ້ຽມດວງດາວນັກວິທະຍາສາດຊີ້ດາວອັງຄານກຳລັງເຂົ້າສູ່ພາວະນ້ຳກ້ອນ

ນັກວິທະຍາສາດຊີ້ດາວອັງຄານກຳລັງເຂົ້າສູ່ພາວະນ້ຳກ້ອນ

Published on

ນັກວິທະຍາສາດພົບຫຼັກຖານວ່າ ຍຸກນ້ຳກ້ອນເທິງດາວອັງຄານໄດ້ເລີ່ມຕົ້ນຂຶ້ນແລ້ວ ຈາກຂໍ້ມູນທີ່ໄດ້ຈາກຂົ້ວເໜືອຂອງດາວອັງຄານ ເຊິ່ງຂະບວນການນີ້ເກີດຂຶ້ນແບບດຽວກັບຂະບວນການເກີດຍຸກນ້ຳກ້ອນເທິງໂລກ ນັ້ນຄື ການປ່ຽນແປງຂອງອົງສາແກນອ່ຽງຂອງດາວນັ້ນເອງ

ຍຸກນ້ຳກ້ອນ ແມ່ນຍຸກທີ່ມີປະລິມານແສງອາທິດສາດສ່ອງລົງໄປມາທີ່ຜິວດາວຈະປ່ຽນແປງໄປ ຈັດວ່າເປັນຂະບວນການທີ່ເກີດຂຶ້ນແລ້ວກິນເວລາຍາວນານ ໂດຍໃນຄັ້ງນີ້ ນັກວິທະຍາສາດໄດ້ສຶກສາຂໍ້ມູນເຣດາຈາດຍານອາວະກາດ “ມາສຣີຄອນເນສເຊນອໍບີເຕີຣ” ຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ ສະຫະລັດ ຫຼື ນາຊາ ແລະ ໄດ້ເຜີຍແຜ່ໃນວາລະສານວິຊາການ Science ແລ້ວ

ດຣ. ໄອແຊດ ສະມິດ ນັກວິໄຈເຜີຍວ່າ “ເຮົາພົບວ່ານ້ຳກ້ອນມີປະມານ 100 ເຖິງ 300 ແມັດຫ່າງຈາກຂົ້ວເໜືອມີການສະສົມຕົວຢ່າງໄວວາ”

“ປະລິມາດ ແລະ ຄວາມໜາຂອງນ້ຳກ້ອນນັ້ນກົງກັບແບບຈຳລອງທີ່ເຄີຍທຳນາຍໄວ້ເມື່ອປະມານປີ 2000 ຂໍ້ມູນການສຳຫຼວດເຣດ້າໃນບໍລິເວນຂົ້ວນ້ຳແຂງດາວອັງຄານເຮັດໃຫ້ເຮົາໄດ້ຂໍ້ມູນ ປະຕິບັດການສະສົມຕົວ ແລະ ການກັດເຊາະຂອງນ້ຳກ້ອນ ເຊິ່ງກ່ຽວຂ້ອງກັບການປ່ຽນແປງສະພາບອາກາດເທິງດາວອັງຄານ

ປັດຈຸບັນດາວອັງຄານກໍ່ໄດ້ໂຄຈອນຮອບດວງອາທິດ ແລະ ມີລະດູການຄ້າຍກັບໂລກ ຕະຫຼອດຈົນການປ່ຽນແປງແກນອຽງຂອງດາວອັງຄານ ທີ່ຕ່າງກໍ່ມີອິດທິພົນຕໍ່ສະພາບນ້ຳກ້ອນເທິງດາວ ແຕ່ຢ່າງໃດກໍ່ຕາມ ດາວອັງຄານໜ້າຈະມີການປ່ຽນແປງແກນອຽງທີ່ຫຼາຍກວ່າໂລກ ເຊິ່ງອາດຫຼາຍເຖິງ 60 ອົງສາ

ໃນການວັດແທກແບບລະອຽດໃນຄັ້ງນີ້ພົບວ່າ ມີນ້ຳກ້ອນເກາະຢູ່ຂົ້ວດາວປະມານ 87,000 ລູກບາດກິໂລແມັດ ນັບຕັ້ງແຕ່ສິ້ນສຸດຍຸກນ້ຳກ້ອນເມື່ອ 370,000 ປີກ່ອນ ໂດຍນ້ຳກ້ອນສ່ວນຫຼາຍຢູ່ທີ່ຂົ້ວເໜືອ ຫາກນ້ຳກ້ອນປະລິມານນີ້ກະຈາຍເທິງດາວກໍ່ຈະທຽບເທົ່າກັບວ່າດາວອັງຄານຈະມີຊັ້ນນ້ຳກ້ອນໜາເຖິງ 60 ຊມ

ຜົນການສຶກສາຄັ້ງນີ້ມີປະໂຫຍດຕໍ່ການສ້າງແບບຈຳລອງເພື່ອອະທິບາຍການປ່ຽນແປງສະພາບອາການເທິງດາວອັງຄານ

 

ທີ່ມາ: http://www.vcharkarn.com/

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...