spot_img
Homeຂ່າວພາຍ​ໃນສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ SEAPAVAA ຄັ້ງທີ 18

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ SEAPAVAA ຄັ້ງທີ 18

Published on

ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສະມາຄົມ​ສຳ​ເນົາ​ພາບ-ສຽງ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ແລະ ປາ​ຊີ​ຟິກ (SEAPAVAA) ຄັ້ງ​ທີ 18 ໃນ​ລະຫວ່າງ​ວັນ​ທີ 26-30 ພຶດສະພາ 2014 ຢູ່​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ພິທີ​ໄຂ​ກອງ​ປະຊຸມ​ເປັນ​ທາງ​ການ​ໄດ້​ມີ​ຂຶ້ນ​ວັນ​ທີ 26 ພຶດສະພາ 2014 ຢູ່​ໂຮງແຮມ​ລາວ​ພລາ​ຊາ ໂດຍ​ເປັນ​ປະທານ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ມີ​ທ່ານ​ນາງ ເຕືອນໃຈ ສິນ​ທຸວະ​ນິດ ປະທານ​ອົງການ SEAPAVAA ພ້ອມ​ດ້ວຍ​ບັນດາ​ປະເທດ​ສະມາຊິກ ແລະ ຄະນະ​ຜູ້​ແທນ 70 ກວ່າ​ທ່ານ ຈາກ 18 ປະເທດ​ເຂົ້າ​ຮ່ວມ.

ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ເປັນ​ຄັ້ງ​ທີ 2 ທີ່ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ພາຍຫຼັງ​ໄດ້​ເປັນ​ເຈົ້າພາບ​ກອງ​ປະຊຸມ SEAPAVAA ຄັ້ງ​ທີ 7 ໃນ​ປີ 2002 ເຊິ່ງ​ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ດຳເນີນ​ພາຍ​ໃຕ້​ຫົວຂໍ້ “ການ​ສຳ​ເນົາ​ພາບ-ສຽງ​ມີ​ຄວາມ​ສຳຄັນ​ແນວໃດ” ໂດຍ​ມີ​ຈຸດປະສົງ​ເພື່ອ​ແນໃສ່​ສ້າງ​ພື້ນຖານ​ຄວາມ​ເປັນ​ຈິງ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ສຳ​ເນົາ​ພາບ-ສຽງ ການ​ແກ້​ໄຂ​ບັນຫາ​ທີ່​ນັກ​ສຳ​ເນົາ​ພາບ-ສຽງ​ກຳລັງ​ປະ​ເຊີນ​ຢູ່ ການ​ຮັບປະກັນ​ຈຸດປະສົງ ເປົ້າ​ໝາຍ ແລະ ການ​ສຳ​ເນົາ​ທີ່​ມີ​ຄຸນຄ່າ​ດ້ານ​ວັດທະນະທຳ ແລະ ຄວາມ​ຊົງ​ຈຳ​ຕ່າງໆ ທີ່​ໄດ້​ມີ​ການ​ສຳ​ເນົາ​ໄວ້​ໃຫ້​ຄົນ​ຮຸ່ນ​ໃໝ່​ໄດ້​ຄົ້ນຄວ້າ ຮ່ຳຮຽນ ເພື່ອ​ໃຫ້​ສັງຄົມ​ເຫັນ​ຄຸນຄ່າ​ມໍລະດົກ ແລະ ໃຫ້ການ​ສະໜັບສະໜູນ​ວຽກ​ງານ​ດັ່ງກ່າວ ໂດຍ​ໃນ​ວາລະ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ມີ​ການ​ສຳ​ມະ​ນາ​ໃນ​ຫົວຂໍ້​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ການ​ສຳ​ເນົາ​ພາບ-ສຽງ ນອກ​ນີ້​ຄະນະ​ຜູ້​ແທນ​ກອງ​ປະຊຸມ​ຍັງ​ຈະ​ໄດ້​ໄປ​ຢ້ຽມຢາມ ບາງ​ສຳນັກງານ​ຂອງ​ວຽກ​ງານ​ສຳ​ເນົາ​ພາບ-ສຽງ ແລະ ສະຖານທີ່​ທ່ອງ​ທ່ຽວ​ຈຳນວນ​ໜຶ່ງ​ໃນ​ນະຄອນຫຼວງ​ວຽງ​ຈັນ.

ທ່ານ ບົວ​ເງິນ ຊາ​ພູ​ວົງ ໄດ້​ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ ຄວາມ​ຄິດ​ເຫັນ ແລະ ຂໍ້​ສະເໜີ​ຕ່າງໆ ພ້ອມ​ທັງ​ຖ່າຍ​ທອດ​ຄວາມ​ຮູ້​ດ້ານ​ເຕັກນິກ​ວິຊາ​ການ ການ​ສຳ​ເນົາ​ພາບ ແລະ ສຽງ​ມີ​ຄວາມ​ສຳຄັນ​ແນວໃດ ເຊິ່ງ​ເປັນ​ຫົວຂໍ້​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ ໃນ​ການ​ພັດທະນາ​ວຽກ​ງານ​ການ​ສຳ​ເນົາ​ພາບ ແລະ ສຽງ​ໃນ​ປັດຈຸບັນ ກໍ່​ຄື​ອະນາຄົດ ທັ້ງ​ນີ້​ກໍ່​ເພື່ອ​ນຳ​ເອົາ​ບົດຮຽນ​ເຫຼົ່ານັ້ນ ມາ​ພັດທະນາ​ວຽກ​ງານ​ການ​ສຳ​ເນົາ​ພາບ ແລະ ສຽງ​ໃຫ້​ມີ​ຄວາມ​ຍືນ​ຍົງ ຄຽງ​ຄູ່​ກັບ​ການ​ພັດທະນາ​ປະເທດ ແລະ ອະນຸ​ຮັກ​ໄວ້​ເປັນ​ມໍລະດົກ​ອັນ​ລ້ຳ​ຄ່າ​ຂອງ​ຊາດ ກໍ່​ຄື​ສາກົນ​ຕະຫຼອດ​ໄປ.

ທີ່ມາ http://www.vientianemai.net/teen/khao/1/11888

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...