spot_img
Homeຂ່າວການພັດທະນາຂະ​ແໝງ​ການ​ຄ້າ ແລະ​ ເອ­ກະ​ຊົນ​ຮ່ວມ​ຫາ­ລືຫຼາຍ​ບັນ­ຫາ​ສົ່ງ­ເສີມ​ເສດ­ຖະ­ກິດ

ຂະ​ແໝງ​ການ​ຄ້າ ແລະ​ ເອ­ກະ​ຊົນ​ຮ່ວມ​ຫາ­ລືຫຼາຍ​ບັນ­ຫາ​ສົ່ງ­ເສີມ​ເສດ­ຖະ­ກິດ

Published on

ວັນ​ທີ 26 ພຶດ­ສະ­ພາ 2016 ກົມແຜນ­ການ ແລະ​ ການ​ຮ່ວມ​ມື​ກະ­ຊວງ​ອຸດສາ​ຫະ​ກຳ ແລະ ​ການ​ຄ້າໄດ້​ຈັດ​ກອງ​ປະຊຸມ​ໜ່ວຍ​ງານ​ຂະ­ແໜງ­ການ​ຄ້າ ແລະ ເອ­ກະ​ຊົນ ຄັ້ງ​ທີ 9 ຂຶ້ນ ທີ່​ນະ­ຄອນ­ຫຼວງວຽງ​ຈັນໂດຍ​ການ​ເປັນ​ປະ­ທານ​ຂອງ ທ່ານ ນາງ ເຂັມ​ມະ­ນີ ພົນ​ເສ­ນາ ລັດ​ຖະ ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ​ການ​ຄ້າ ແລະ​ປະ­ທານ​ຮ່ວມ​ມີ​ທ່ານ Michael Grau ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ສະຫະ​ພັນ​ເຢຍ​ລະ​ມັນ​ປະ­ຈຳ​ລາວ ແລະ​ ທ່ານ Michel Goffin ອຸ­ປະ​ທູດແຫ່ງ​ສຳ­ນັກງານ​ຜູ້­ຕາງ­ໜ້າ​ສະ­ພາ​ເອີ​ຣົບປະ­ຈຳ ສປປ ລາວ, ພ້ອມ​ນັ້ນ ຍັງ​ມີ​ພາກ­ສ່ວນກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນາງ ເຂັມ​ມະ­ນີ ພົນ​ເສ­ນາ ກ່າວວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້ແມ່ນ​ກອງ​ປະ­ຊຸມເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ສອງ​ບັນ­ຫາ​ສຳຄັນ​ທີ່​ຕິດ​ພັນ​ກັບ​ການ​ສ້າງ​ນະ­ໂຍ­ບາຍເພື່ອ​ຊ່ວຍ​ໃນ​ການ​ເພີ່ມ​ຄວາມ​ອາດ​ສາມາດ​ໃນ​ການ​ແຂ່ງ­ຂັນ​ຂອງ​ຂະ­ແໜງການ​ທີ່​ບໍ່​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະຊາດ ໂດຍ​ສະ­ເພາະ​ຕໍ່​ກັບ​ການ​ກຳ­ຈັດ​ບັນດາ​ສິ່ງ​ກີດ­ຂວາງ​ທີ່​ບໍ່​ແມ່ນ​ອັດ­ຕາ​ພາ­ສີ ແລະ ​ການ​ນຳ​ໃຊ້​ຂະ­ແໜງ­ການ​ບໍ­ລິ­ການເພື່ອ​ເປັນ​ທ່າ­ແຮງ​ໃນ​ການ​ສົ່ງ­ເສີມ​ຄວາມຫຼາກ​ຫຼາຍ​ທາງ​ດ້ານ​ເສດ­ຖະ­ກິດ​ແລ້ວຍັງ​ເປັນ​ເວ­ທີ​ໜຶ່ງ​ເພື່ອ​ເປີດ​ໂອ­ກາດໃຫ້​ກັບ​ພາກ​ລັດ ແລະ​ເອ­ກະ​ຊົນ​ໄດ້​ແລກປ່ຽນ​ບາງ​ບັນ­ຫາ ຫຼື ນະ­ໂຍ­ບາຍ​ທີ່​ເຫັນວ່າ​ຍັງ​ບໍ່​ສອດ­ຄ່ອງ​ກັນ.

ພ້ອມ​ດຽວ​ກັນ​ນັ້ນ​ບັນ­ດາ​ຜູ້​ເຂົ້າ​ຮ່ວມກອງ​ປະ­ຊຸມ​ຍັງ​ຈະ​ໄດ້​ຮັບຟັງ​ໜາກ​ຜົນ ແລະ​ ຂໍ້​ສະ­ເໜີ​ແນະ​ຈາກ​ບົດວິ­ໄຈ​ຕ່ອງ​ໂສ້​ມູນ​ຄ່າ​ຂອງ​ຜະ­ລິດ​ຕະ​ພັນກະ­ສິ­ກຳ​ໃນ 4 ຂະ­ແໜງ­ການ​ເປັນ­ຕົ້ນແມ່ນຢາງ­ພາ­ລາ, ສາ­ລີ, ມັນ­ຕົ້ນ ແລະ​ ງົວ-ຄວາຍ​ທີ່​ມີ​ຄວາມ​ສຳ­ຄັນ​ໃນ​ການ​ຊ່ວຍຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໃນ​ເຂດ​ຊົນ​ນະບົດຊຶ່ງ​ເປັນ​ບົດ​ວິ­ໄຈ​ຫຼ້າ​ສຸດ​ຂອງ​ທະ​ນາຄານ​ໂລກ ພາຍ​ໃຕ້​ການ​ສະ­ໜັບ­ສະ­ໜູນ ທຶນ​ສົມ­ທົບ​ຂອງ​ໂຄງ­ການ​ພັດ­ທະ­ນາ ການ​ຄ້າ​ໄລ­ຍະ​ສອງ (TDFII) ທີ່​ທະ​ນາຄານ​ໂລກ​ເປັນ​ຜູ້​ບໍ­ລິ­ຫານ ແລະ ​ຜົນ​ໄດ້ຮັບ​ຂອງ​ການ​ສຶກ​ສາ​ຄົ້ນ­ຄວ້າຕ່ອງ​ໂສ້ມູນ​ຄ່າ​ຂອງ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ປະເພດ​ຢາງ­ພາ­ລາ, ສາ­ລີ, ມັນ­ຕົ້ນ ແລະ ງົວ-ຄວາຍ ໃນ ສປປ ລາວ.

ໃນ​ຂໍ້​ມູນ​ຍັງ​ໃຫ້​ຮູ້​ອີ​ກວ່າ: ສຳ­ລັບການ​ຄົ້ນ­ຄວ້າ​ສຶກ​ສາ​ຂອງ 4 ຂະ­ແໜງການ​ຍ່ອຍ​ປະ­ເພດ​ຢາງ­ພາ­ລາ, ສາ­ລີ, ມັນຕົ້ນ ແລະ​ງົວ-ຄວາຍ​ແມ່ນ​ໄດ້​ເລີ່ມ​ການຄົ້ນ­ຄວ້າ​ມາ​ແຕ່​ເດືອນ​ສິງ­ຫາ ປີ 2015 ພາຍ​ໃຕ້​ການ​ສະ­ໜັບ­ສະ­ໜູນ​ຈາກ​ໂຄງ ການ​ເຊື່ອມ​ໂຍງ​ເຂົ້າ​ສາ­ກົນ​ດ້ານ​ການ ຄ້າ EIF ທີ່​ມີ​ຈຸດ­ປະ­ສົງ​ສຶກ​ສາ​ໃນ 4 ຂະແໜງ​ການ​ຍ່ອຍ​ດັ່ງ­ກ່າວ ເພື່ອ​ຊ່ວຍ​ໃນ ການ​ຊອກ​ຫາ​ຊ່ອງ​ທາງ​ວ່າລັດ­ຖະ­ບານ ຈະ​ສາ­ມາດ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ແກ່ ຊາວ­ນາ ແລະ​ປະ­ຊາ­ຊົນ​ຜູ້​ທີ່​ທຸກ​ຍາກ​ໃນ 6 ແຂວງ ລວມ​ມີ​ຫຼວງ​ນ້ຳ​ທາ, ອຸ­ດົມ​ໄຊ, ໄຊ​ຍະ​ບູ​ລີ, ຫົວ­ພັນ, ຊຽງ​ຂວາງ, ວຽງຈັນ ແລະ​ນະ­ຄອນ­ຫຼວງ​ວຽງ​ຈັນໃນ​ການສົ່ງ­ເສີມ​ການ​ຜະ­ລິດ ແລະ​ເພີ່ມ​ລາຍ​ຮັບ ແກ່​ຄອບ­ຄົວ​ເຂົາ­ເຈົ້າ​ໄດ້​ແນວ­ໃດ ຊຶ່ງການ​ສຶກ​ສາ​ໃນ​ແຕ່​ລະ​ແຂວງ​ກໍ​ໄດ້​ມີ​ການກຳ­ນົດ​ຈຳ­ນວນ​ຄອບ­ຄົວ ແລະ​ເຂດ​ບ້ານສະ­ເພາະ​ທີ່​ມີ​ຄວາມ­ທຸກ​ຍາກ ແລະ​ກຳ ລັງ​ເຮັດ​ກະ­ສິ­ກຳ​ກ່ຽວ​ກັບ 4 ຂະ­ແໜງ​ຜະລິດ​ຕະ​ພັນ​ນີ້​ເທົ່າ​ນັ້ນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...