Homeຍ້ອງຍໍຄົນດີເດັ່ນແສງເດືອນຟາມ ຕົວແບບການຜະລິດ

ແສງເດືອນຟາມ ຕົວແບບການຜະລິດ

Published on

ເມື່ອເວົ້າເຖິງອາຊີບປູກຝັງ ແລະ ລ້ຽງສັດແລ້ວຫລາຍໆ ທ່ານອາດຄິດວ່າວຽກ ງານດັ່ງກ່າວນີ້ແມ່ນມີແຕ່ຜູ້ຊາຍຈຶ່ງຈະມີ ຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ ດັ່ງກ່າວນີ້ໄດ້, ແຕ່ປັດຈຸບັນຍັງມີຫລາຍກິດຈະການ ແລະ ທຸລະກິດທີ່ມີຜູ້ບໍລິຫານ ຈັດການເປັນແມ່ຍິງທີ່ມີຜົນສຳເລັດທີ່ເປັນ ໜ້າພາກພູມໃຈ ເຊິ່ງໜຶ່ງໃນນັ້ນກໍ ຈະ ແມ່ນແສງເດືອນຟາມ ເຊິ່ງຕັ້ງ ຢູ່ບ້ານນານົກ ຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ເປັນຟາມລ້ຽງ ໝູ ເຊິ່ງບັນຊາໂດຍທ່ານນາງ ແສງເດືອນ ເທດສົມບັນດິດ ແລະ ນາງໄດ້ ເປີດ ເຜີຍໃຫ້ຮູ້ວ່າ: ຟາມ ລ້ຽງໝູແຫ່ງນີ້ໄດ້ຮັບການສ້າງ ຕັ້ງຂຶ້ນເມື່ອປີ 2007 ເປັນແບບ ເສດຖະກິດຄອບຄົວ, ຕໍ່ຈາກນັ້ນ ມາປີ 2008 ຈຶ່ງໄດ້ເລີ່ມຂ ະຫຍາຍ ກິດຈະການອອກຕື່ມອີກແບບ ເປັນຟາມ, ທຳອິດເລີ່ມຈາກການ ລ້ຽງໝູແມ່ພັນພຽງ 400 ໂຕ ແລະ ມາຮອດປັດ ຈຸບັນ ມີໝູແມ່ພັນທັງ ໝົດ 1.500 ໂຕ ຕົ້ນຕໍແມ່ນລ້ຽງ ເອົາໝູນ້ອຍ ເຊິ່ງອາທິດໜຶ່ງສາ ມາດຜະລິດ ໝູນ້ອຍ ອອກໄດ້ 200- 500 ໂຕ ເພື່ອສະໜອງໃຫ້ຕະ ຫລາດພາຍໃນ ແລະ ບັນດາອຸດ ສາຫະກຳຂຸດຄົ້ນບໍ່ແຮ່ຕ່າງໆ. ນອກນີ້ ຍັງໄດ້ ສົ່ງໄປປ້ອນຕະ

ຫລາດເຂດພາກເໜືອ ແລະ ພາກ ໃຕ້ນຳອີກ ເຊິ່ງນອກຈາກສົ່ງ ອອກໝູຊີ້ນ ແລະ ໝູນ້ອຍ ແລ້ວ, ທາງຟາມຍັງ ຜະລິດຂຽບ ໝູ, ຊີ້ນ ຫລອດ, ລູກຊີ້ນ ແລະ ຜະລິດຕະ ພັນອື່ນໆອອກຈຳໜ່າຍນຳອີກ. ພ້ອມນັ້ນ ຍັງລ້ຽງໄກ່ພັນໄຂ່ ແລະ ປາ ຕື່ມອີກ. ຜູ້ອຳນວຍການຟາມລ້ຽງສັດແຫ່ງນີ້ຍັງເປີດເຜີຍໃຫ້ຮູ້ ວ່າ: ນອກຈາກໄດ້ສຸມໃສ່ຮັບປະກັນໃຫ້ການຜະລິດແລ້ວ, ຟາມ ຂອງ ພວກເຮົາຍັງໄດ້ເອົາໃຈໃສ່ຕໍ່ການຮັກສາສິ່ງແວດລ້ອມ ເພື່ອບໍ່ ໃຫ້ມີກິ່ນ ຫລື ນ້ຳເສຍໄຫລອອກ ໄປ ສົ່ງຜົນກະທົບ ຕໍ່ປະ ຊາຊົນໃນ ເຂດບ້ານໃກ້ຄຽງ ແລະ ທັງຮັບປະກັນໃຫ້ບໍ່ມີພະຍາດສັດຕ່າງໆ ເກີດຂຶ້ນ ແລະ ຄາດວ່າໃນຕໍ່ໜ້ານີ້ ເພື່ອຮັບປະກັນ ໃຫ້ແກ່ການຕອບ ສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມທາງຟາມຂອງພວກເຮົາຈະເພີ່ມການລ້ຽງງົວຕື່ມອີກ.

ທີ່ມາ http://laophatthananews.blogspot.com/2014/05/blog-post_26.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...