Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ກ່ຽວກັບໂຣກຕັບແຂງ ແລະ ວິທີຮັກສາ

ຄວາມຮູ້ກ່ຽວກັບໂຣກຕັບແຂງ ແລະ ວິທີຮັກສາ

Published on

ອາການຂອງໂຣກຕັບແຂງ ຜູ້ປ່ວຍຕັບແຂງໃນໄລຍະທຳອິດ ຈະຍັງບໍ່ມີອາການ ແຕ່ຫາກເປັນແຮງຂຶ້ນຈະເລີ່ມມີອາການສະແດງໂດຍທົ່ວໄປ ແມ່ນ ຮ່າງກາຍຮູ້ສຶກອ່ອນເພຍ, ເບື່ອອາຫານ, ນ້ຳໜັກຫລຸດໄວ, ປວດຮາກ, ຮາກ ຫຼື ຕົວເຫຼືອງຕາເຫຼືອງ ຖ້າໂຣກຕັບແຂງເປັນແຮງຂຶ້ນອີກຈະມີອາການແຊກຊ້ອນໃຫ້ເຫັນເຊັ່ນ: ອາການບວມຕ່າງໆຂອງຮ່າງກາຍເຊິ່ງຈະເຫັນໄດ້ຊັກເຈນແມ່ນທ້ອງ ຍ້ອນຕັບບໍ່ສາມາດສ້າງໂປຣຕິນອັລບູມິນໄດ້ ຫຼື ຈະມີອາການເລືອດອອກງ່າຍເນື່ອງຈາກວ່າຕັບບໍ່ສາມາດສ້າງປັດໄຈບາງຢ່າງທີ່ເຮັດໃຫ້ເລືອດແຂງຕົວໄດ້ ນອກຈາກນີ້ຍັງມີການຄັງຂອງເສຍ ແລະ ນ້ຳດີ ເຮັດໃຫ້ຄັນຕາມຜິວໜັງ ແລະ ຜິວຄ້ຳດຳ ນຳໄປສູ່ການສູນເສຍຄວາມສົງຈຳ ແລະ ສະຕິເລິເລືອນໄດ້ ສຸດທ້າຍຫາກມີອາການຮຸນແຮງຫຼາຍຂຶ້ນຈົນເຖິງຮາກອອກເປັນເລືອດ ອາດສົ່ງຜົນເສຍໄປສູ່ລະບົບຕ່າງໆ ຂອງຮ່າງກາຍ ໂດຍສະເພາະໝາກໄຂ່ຫຼັງອາດຈະບໍ່ທຳງານໄດ້

ສາເຫດທີ່ເກີດຕັບແຂງ ໂດຍສາເຫດຫຼັກໆທີ່ພົບແມ່ນມາຈາກການດື່ມສຸລາເປັນປະຈຳໃນປະລິມານຫຼາຍ, ໄວຣັສຕັບອັກເສບຍາວນານ, ການກິນຢາພາຣາເຊຕາມໍຕິດຕໍ່ກັນເປັນເວລາດົນ

ການຮັກສາຂັ້ນເບື້ອງຕົ້ນ ຕ້ອງຮັກສາຈາກສາເຫດການເປັນຕັບແຂງເຊັ່ນ: ຖ້າເກີດຈາກການດື່ມສຸຣາກໍ່ໃຫ້ຢຸດການດື່ມສຸຣາ, ຖ້າເກີດຈາກການໃຊ້ຢາກໍ່ໃຫ້ຢຸດການໃຊ້ຢາ ຫຼື ຖ້າເກີດຈາກໄວຣັສກໍ່ໃຊ້ຢາເພື່ອຮັກສາໄວຣັສນັ້ນ ໂດຍປົກກະຕິແລ້ວ ໂຣກຕັບແຂງບໍ່ສາມາດຮັກສາໃຫ້ຫາຍຂາດໄດ້ ແຕ່ເຮັດໄດ້ພຽງຢັບຢັ້ງການຈະເລີນເຕີບໂຕຂອງພະຍາດເທົ່ານັ້ນ ນອກຈາກນັ້ນກໍ່ຮັກສາຕາມອາການແຊກຊ້ອນທີ່ເກີດຂຶ້ນ ເຊັ່ນ: ຖ້າບວມກໍ່ໃຊ້ຢາຫລຸດບວມ, ຖ້າຄັນກໍ່ໃຊ້ຢາແກ້ແພ້ ເປັນຕົ້ນ

 

 

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...