spot_img
Homeຂ່າວພາຍ​ໃນໄຟຟ້ານະຄອນຫລວງຢືນຢັນລາຄາໄຟຟ້າບໍ່ໄດ້ຂຶ້ນ

ໄຟຟ້ານະຄອນຫລວງຢືນຢັນລາຄາໄຟຟ້າບໍ່ໄດ້ຂຶ້ນ

Published on

ໄຟຟ້ານະຄອນຫລວງຢືນຢັນວ່າຕົນເອງຂຶ້ນຄ່າໄຟຟ້າແທ້ໃນແຕ່ລະປີ 2% ນັບແຕ່ປີ 2013-2017 ຕາມດຳລັດນາຍົກລັດຖະມົນຕີຕົກເຫັນດີ ໃນນັ້ນບໍ່ໄດ້ລວມເອົາອາກອນມູນຄ່າເພີ່ມ 10% ແຕ່ວ່າລາຄາໄຟຟ້າບໍ່ຂຶ້ນດັ່ງກະແສຂ່າວໂຄສະນາເຜີຍແຜ່ໃນສື່ຕ່າງໆໝາຍວ່າຍັງຮັກສາລາຄາພື້ນຖານໄວ້ 348 ກີບຕໍ່ກິໂລວັດໂມງຕໍ່ມື້ ຂະນະທີ່ຫາງສຽງສັງຄົມສ່ວນໃຫຍ່ໃຫ້ທັດສະນະວ່າຄວນມີການປັບລົງ ຫລື ຫລຸດສ່ວນໃດສ່ວນໜຶ່ງເພື່ອສ້າງສິ່ງແວດລ້ອມທີ່ດີ ແລະ ສາມາດແບ່ງເບົາພາລະແບກຮາບຂອງປະຊາຊົນ, ພະນັກງານ,ທະຫານ ແລະ ຕຳຫລວດທີ່ມີລາຍຮັບນ້ອຍໃນສະພາບປັດຈຸບັນບໍ່ສົມຄູ່ກັບຄວາມເປັນຈິງ.

ທ່ານ ມີໄຊ ຈິດຕະລາດ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງວຽງຈັນ, ລັດວິສາຫະກິດໄຟຟ້າລາວໄດ້ເປີດເຜີຍຢູ່ກອງປະຊຸມຖະແຫລງຂ່າວເພື່ອຕອບຂໍ້ຂ້ອງໃຈໃນວັນທີ 24 ພຶດສະພາ 2016 ທີ່ນະຄອນຫລວງວຽງຈັນວ່າ: ຄາລາໄຟຟ້າຖີບໂຕສູງຂຶ້ນ ຫລື ຫລຸດລົງນັ້ນມັນຂຶ້ນກັບຜູ້ຊົມໃຊ້ໜ້ອຍ ຫລື ຫລາຍເທົ່ານັ້ນ ຖ້າຫາກຄອບຄົວໃດ, ອົງການໃດ ແລະ ນິຕິບຸກຄົນໃດໃຊ້ຫລາຍມັນກໍຂຶ້ນຕາມການຊົມໃຊ້ ຍົກຕົວຢ່າງ ຕາມການຄິດໄລ່ກະແສໄຟຟ້າແມ່ນຄິດໄລ່ 3 ຂັ້ນຄື: ຖ້າໃຊ້ໄຟຟ້າໃນປະລິມານແຕ່ 0-25 ກິໂລວັດໂມງຈະເສຍ 348 ກີບຕໍ່ໜຶ່ງກິວັດໂມງ; ໃຊ້ໄຟຟ້າໃນປະລິມານແຕ່ 26-150 ກິໂລວັດໂມງຈະເສຍ 414 ກີບຕໍ່ໜຶ່ງກິວັດໂມງ ແລະ ໃຊ້ໄຟຟ້າໃນປະລິມານແຕ່ 151 ກິໂລວັດໂມງຈະເສຍ 999 ກີບຕໍ່ໜຶ່ງກິວັດໂມງ ສະນັ້ນ ໃນເງື່ອນໄຂສະພາບອາກາດຮ້ອນບວກກັບມີອຸປະກອນຊົມໃຊ້ໄຟຟ້າໃນຄອບຄົວ, ສຳນັກງານ ແລະ ຫ້ອງການຫລາຍເທົ່າໃດຍິ່ງເຮັດໃຫ້ມີການຊົມໃຊ້ໄຟຟ້າເພີ່ມຂຶ້ນຕາມລະດັບ. ປັດຈຸບັນ ທົ່ວນະຄອນຫລວງວຽງຈັນມີການສະໜອງພະລັງງານໄຟຟ້າປະມານ 354 ເມກາວັດກັບ 8 ສະຖານນີກະຈ່າຍໄຟຟ້າ ເຊິ່ງເຫັນວ່າມີຄວາມພຽງພໍເພື່ອປ້ອນໂຮງຈັກໂຮງງານ, ຄອບຄົວ, ຫ້ອງການ, ສຳນັກງານ ແລະ ອື່ນໆ.

ທ່ານ ມີໄຊ ຈິດຕະລາດຍັງກ່າວຕື່ມອີກວ່າ: ລາຄາໄຟຟ້າ ແລະ ຄ່າໄຟຟ້າຈະຂຶ້ນ ຫລື ລົງແມ່ນໄດ້ມີການປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຄັກແນ່ໂດຍຜ່ານສະພາ ແລະ ຄະນະລັດຖະບານເຫັນດີເຫັນພ້ອມເປັນເອກະພາບ ສະນັ້ນ ໄຟຟ້ານະຄອນຫລວງບໍ່ສາມາດຂຶ້ນລາຄາໄຟຟ້າ ແລະ ຄ່າໄຟຟ້າຕາມລຳຟັງໄດ້. ແຕ່ແນວໃດກໍດີ ບາງຄັ້ງກໍອາດມີຂໍ້ຂາດຕົກບົກຜ່ອງໃນບາງດ້ານບໍລິການ ສະນັ້ນຕ້ອງເອົາໃຈສອດສ່ອງ ແລະ ກວດກາຢ່າງລຽນຕິດເພື່ອຮັບປະກັນເຮັດໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ແລະ ຕຳຫລວດໄດ້ເຂົ້າເຖິງການບໍລິການທີ່ດີ ແລະ ສະດວກສະບາຍທີ່ສຸດ.

ໃນອະນາຄົດນີ້, ລັດວິສາຫະກິດໄຟຟ້າລາວໂດຍສະເພາະໄຟຟ້ານະຄອນຫລວງວຽງຈັນມີແຜນກະກຽມປ່ຽນຖ່າຍໝໍ້ນັບໄຟ ຫລື ກົງເຕີແບບທັນສະໄໝທີ່ສຸດດ້ວຍລະບົບດີຈີຕ້ອນສາມາດກວດກັບແບບອັດຕະໂນມັດຜ່ານມືຖື ແລະ ບົບເອເລັກໂຕຣນິກ ເຊິ່ງບັນຫາດັ່ງກ່າວນີ້ຈະເປັນການເພີ່ມໂອກາດ ແລະ ສ້າງຄວາມໝັ້ນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຂຶ້ນຕື່ມອີກ ແລະ ມີຄວາມສະດວກສະບາຍກວ່າເກົ່າ, ຄາດວ່າຈະເອົາ 17.000 ໜ່ວຍມາທົດລອງໃຊ້ໃນນະຄອນຫລວງກ່ອນໃນຕໍ່ໜ້າ ແລະ ຂະຫຍາຍຕົວຕໍ່ໄປແຂວງອື່ນໆ.

ໂອກາດດັ່ງກ່າວ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ທຸກຊັ້ນຄົນຮ່ວມແຮງຮ່ວມໃຈກັນໃຊ້ປະຢັດຂຶ້ນຕື່ມດ້ວຍວິທີກວດກາເບິ່ງສາຍໄຟເກົ່າ ຫລື ບໍ່ໄດ້ມາດຕະຖານອາດກິນໄຟຫລາຍກໍຕ້ອງໄດ້, ຕ້ອງເລືອກຊື້ເຄື່ອງໃຊ້ໄຟຟ້າທີ່ກິນໄຟບໍ່ຫລາຍ, ຖ້າບໍ່ຈຳເປັນກໍຕ້ອງຫລຸດການໃຊ້ໄຟຟ້າໃນຄອບຄົວ ແລະ ສຳນັກງານອື່ນໆ, ຕ້ອງໝັ້ນກວດກາ ແລະ ສອດສ່ອງເບິ່ງບິນເກັບເງິນຄ່າໄຟຟ້າ ລວມເຖິງກົງເຕີເປັນແນວໃດ ແລະ ອື່ນໆ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...