Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ເບື້ອງຕົ້ນກ່ຽວກັບອາການຂອງໄມເກຣນ ແລະ ວິທີຮັກສາ

ຄວາມຮູ້ເບື້ອງຕົ້ນກ່ຽວກັບອາການຂອງໄມເກຣນ ແລະ ວິທີຮັກສາ

Published on

ອາການຂອງໄມເກຣນ ມັກປວດຫົວຂ້າງດຽວ ໂດຍສ່ວນຫຼາຍຈະໃຊ້ເວລາໃນການປວດປະມານ 4-72 ຊົ່ວໂມງ ລັກສະນະການປວດຫົວແມ່ນຈະປວດແບບຕຸບໆ ຕາມຈັງຫວະການເຕັ້ນຂອງຫົວໃຈ ບາງຄັ້ງປວດແຮງຈົນບໍ່ສາມາດເຮັດຫຍັງໄດ້ ແລະ ອາດມີອາການອື່ນຮ່ວມຢູ່ນຳເຊັ່ນ: ອາການວິນຫົວ, ປວດຮາກ ແລະ ອາການຜິດກະຕິທາງສາຍຕາ ເຊັ່ນ: ຕາລາຍ ເປັນຕົ້ນ

ການຮັກສາເບື້ອງຕົ້ນ ສ່ວນຫຼາຍການຮັກສາໄມເກຣນແມ່ນຮັກສາໄດ້ໂດຍບໍ່ຕ້ອງໃຊ້ຢາ ເຊັ່ນ: ການນອນພັກຜ່ອນໃຫ້ພຽງພໍ, ການນັ່ງສະມາທິ, ການດິນອາຫານໃຫ້ເປັນປະໂຫຍດ, ການອອກກຳລັງກາຍຢ່າງສະໝ່ຳສະເໝີ ນອກຈາກນັ້ນຍັງສາມາດຮັກສາໄດ້ດ້ວຍການນວດເຊັ່ນ: ນວດຝາຕີນ, ນວດຂະມັບ, ເພື່ອຊ່ວຍການໄຫລວຽນຂອງເລືອດ ແຕ່ຫາກມີອາການຮຸນແຮງຄວນໄປພົບແພດເພື່ອຮັບການຮັກສາ

ການຮັກສາໄມເກຣນດ້ວຍສະໝຸນໄພ

ໃບຜັກໜອກ ນອກຈາກຈະແກ້ຊ້ຳໃນໄດ້ແລ້ວ ຍັງຊ່ວຍໃນການໄຫລວຽນຂອງເລືອດໄດ້ດີອີກດ້ວຍ ຈິ່ງສາມາດນຳມາຮັກສາອາການໄມເກຣນໄດ້ ໂດຍການນຳເອົາໃບຜັກໜອກຈຳນວນ 2 ກຳມື ມາລ້າງໃຫ້ສະອາດແລ້ວຄັ້ນເອົາແຕ່ນ້ຳດື່ມວັນລະ 2 ຄັ້ງ ເຊົ້າ-ແລງ ກໍ່ຈະຊ່ວຍຮັກສາອາການໄມເກຣນໄດ້

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...